ສະຫະລັດ, ນໍເວ ຊ່ວຍເຫຼືອ 243 ຕື້ກີບສຳລັບວຽກງານເກັບກູ້ລະເບີດທີ່ຍັງບໍ່ທັນແຕກໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານສະຫະລັດ ແລະ ນໍເວ ແລະ ສະຫະພັນ Fagforbundet ຈະໃຫ້ທຶນຊ່ວຍເຫຼືອ 243 ຕື້ກີບ (US$ 28,030,453 ໂດລາ) ເພື່ອຊ່ວຍເຫຼືອກິດຈະກຳການສຳຫຼວດ, ເກັບກູ້ ແລະ ສ້າງຄວາມສາມາດໃນການເກັບກູ້ລະເບີດທີ່ຍັງບໍ່ທັນແຕກໃນລາວ.

ທຶນດັ່ງກ່າວຈະນຳໃຊ້ເພື່ອສະໜັບສະໜູນກິດຈະກຳເກັບກູ້ລະເບີດຂອງອົງການ ຮາໂລທຣັສ ແລະ ອົງການຊ່ວຍເຫຼືອນໍເວ ຢູ່ແຂວງສະຫວັນນະເຂດ, ສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື ສຳລັບປີ 2019 ເຖິງ 2022.

ອ່ານຕໍ່…

ພົມພົງ ເຫຼົາອິນ
http://annx.asianews.network/content/us-norway-provide-over-us-28-million-unexploded-ordnance-clearance-98975