Manufacturing

ການທ່ອງທ່ຽວ

ວັນສຸດທ້າຍຂອງຫຼວງພະບາງທີ່ສວຍງາມ: ຜູ້ຊ່ຽວຊານຂອງອົງການ UNESCO ຢືນຢັນວ່າ ການສ້າງເຂື່ອນຂະໜາດໃຫຍ່ຈະທຳລາຍ “ຄວາມແທ້ຈິງ ແລະ ສົມບູນ” ຂອງເມືອງມໍລະດົກໂລກໃນລາວ.

ການກໍ່ສ້າງໄດ້ເລີ່ມຂື້ນຢູ່ເທິງເຂື່ອນຂະໜາດໃຫຍ່ ຫ່າງຈາກເທດສະບານເມືອງມໍລະດົກໂລກ ປະມານ 25 ກິໂລແມັດ, ແລະພຽງແຕ່ 4 ກິໂລແມັດ ຈາກຖໍ້າປາກອູອັນເປັນສະຖານທີ່ເຄົາລົບນັບຖືຂອງປະຊາຊົນຊາວພຸດ. ຂໍ້ມູນຈາກດາວທຽມຈາກສູນຕິດຕາມເຂື່ອນໄຟຟ້າຂອງ Stimson ໄດ້ພິສູດວ່າຄຳເຕືອນເຫຼົ່ານີ້ຖືກເມີນເສີຍ ແລະ ການກໍ່ສ້າງເຂື່ອນໄຟຟ້າຫຼວງພະບາງ (LPHP) ກໍ່ສ້າງກໍຍັງເລີ່ມຂຶ້ນ. ຄວາມ​ສະຫງົບ​ຢູ່​ແຄມ​ແມ່​ນ້ຳ​ໄດ້​ຖືກ​ທຳລາຍ​ຍ້ອນ​ດິນ​ເຈື່ອນ, ຂີ້​ຝຸ່ນ, ​ແລະ ການ​ກໍ່ສ້າງ​ເຂື່ອນ​ແຕກ.ອ່ານເພິ່ມເຕີມ ...

Tom Fawthrop

ລາວເປີດຕົວການທົດລອງນຳໃຊ້ແພດຟອມດິຈິຕອນການທ່ອງທ່ຽວ

ການຫັນເປັນດິຈິຕອລບໍ່ແມ່ນທາງເລືອກ ແຕ່ເປັນສິ່ງຈຳເປັນຂອງຂະແໜງການທ່ອງທ່ຽວຂອງລາວໃນປີໜ້າ ເນື່ອງຈາກຄາດວ່າຈໍານວນນັກທ່ອງທ່ຽວຈາກຈີນຈະເພີ່ມຂຶ້ນ. ນີ້ແມ່ນຂໍ້ຄວາມຫຼັກຂອງກອງປະຊຸມທີ່ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນໃນວັນພຸດມື້ນີ້ ເພື່ອປຶກສາຫາລືກ່ຽວກັບການທົດລອງເວທີດິຈິຕອນການທ່ອງທ່ຽວ ແລະໂຄງການຮ່ວມມືການຝຶກອົບຮົມລະຫວ່າງກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ສະມາຄົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງຂອງລາວ (LAOSME). ມັນໄດ້ຖືກຄາດຄະເນວ່າການຫັນເປັນດິຈິຕອນ ຫຼື digitalisation ຈະຖືກປະຕິບັດໂດຍຜ່ານໂຄງການ 8booking, ໂດຍຜ່ານເພດຟອມ 8booking.biz.ອ່ານເພິ່ມເຕີມ  ...

ຜູ້ລາຍງານຂ່າວທາມສ

ກະ​ຊວງຖວ​ພິຈາລະນາການ​ຮ່ວມ​ມື​ກັບ​ຜູ້​ບໍ​ລິ​ການ​ການ​ບໍ​ລິ​ການ​ທ່ອງ​ທ່ຽວຮູບແບບ​ອອນ​ລາຍ

ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ກໍາລັງພິຈາລະນາຮ່ວມມືກັບ ບໍລິສັດ Booknea Inc., ບໍລິສັດທ່ອງທ່ຽວອອນໄລນ໌ຂອງລາວ ເພື່ອສົ່ງເສີມການຂະຫຍາຍຕົວຂອງການທ່ອງທ່ຽວດ້ວຍການບໍລິການໂຄສະນາຜ່ານແອັບ Booknea. ນາງ ດາຣານີ ພົມມະວົງສາ, ຫົວໜ້າກົມຄຸ້ມຄອງການທ່ອງທ່ຽວຂອງກະຊວງຖະແຫຼງຂ່າວ, ວັດທະນະທໍາແລະການທ່ອງທ່ຽວໄດ້ກ່າວວ່າ: “ການນໍາໃຊ້ແອັບນີ້, ພວກເຮົາຈະເຜີຍແຜ່, ໂຄສະນາແລະ ເຜີຍແຜ່ຂໍ້ມູນກ່ຽວກັບອຸດສາຫະກໍາການທ່ອງທ່ຽວເພື່ອຊຸກຍູ້ການພັດທະນາການທ່ອງທ່ຽວແລະຜົນປະໂຫຍດຈາກການນໍາໃຊ້ດິຈິຕອນ”.ອ່ານເພິ່ມເຕີມ ...

ເພັດໂພໄຊ ແສງປະເສີດ

ຫົວໜ້າບໍລິສັດ Trip.com ກຼຸ໊ບ ແລະ ລັດຖະມົນຕີກະຊວງການທ່ອງທ່ຽວລາວ ຫາລືກ່ຽວກັບການຮ່ວມມື

ປັກກິ່ງ, 18 ທັນວາ 2019 /PRNewswire/ — ທ່ານ ເຈນ ຊຸນ ຫົວໜ້າບໍລິສັດ Trip.com ກຼຸ໊ບ ໄດ້ພົບປະກັບທ່ານ ກິແກ້ວ ໄຂຄຳພິທູນ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວຂອງລາວ ໃນວັນສຸກແລ້ວນີ້ ເພື່ອຫາລືຄວາມເປັນໄປໄດ້ ໃນການຮ່ວມມືດ້ານອຸດສາຫະກຳການທ່ອງທ່ຽວ, ລວມເຖິງການປັບປຸງຂັ້ນຕອນການຂໍວີຊາ ກໍຄືໂຄງການແລກປ່ຽນວັດທະນະທຳຕ່າງໆ.ປະເທດລາວມີສະຖານທີ່ທ່ອງທ່ຽວມໍລະດົກໂລກຫຼາຍແຫ່ງ ເຊັ່ນ ເມືອງຫຼວງພະບາງ, ວັດພູ, ທົ່ງໄຫຫີນ ທີ່ມີຄວາມສວຍງາມເປັນທີ່ເອກອ້າງຂອງປະເທດ. ຂະແໜງການທ່ອງທ່ຽວ ກຳລັງກາຍເປັນອຸດສາຫະກຳທີ່ສຳຄັນຂອງປະເທດ. ເຊິ່ງປະເທດລາວເອງ ກໍໄດ້ບັນລຸຂໍ້ຕົກລົງຮ່ວມກັບບໍລິສັດທ່ອງທ່ຽວຕ່າງປະເທດ 500​ ກວ່າບໍລິສັດ, ເປີດທ່າການທ່ອງທ່ຽວສາກົນ 15 ແຫ່ງ, ເພີ່ມທະວີການປັບປຸງພື້ນຖານໂຄງລ່າງດ້ານການທ່ອງທ່ຽວ ແລະ ຫຼຸດຜ່ອນຄ່າທຳນຽມວີຊາ. ອ່ານຕໍ່ ...

PR Newswire

ລາວ, ຈີນ ຮ່ວມມມືໃນການປັບປຸງການທ່ອງທ່ຽວໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ຕາງໜ້າຈາກລາວ ແລະ ຈີນ ປະຊຸມກັນທີ່ນະຄອນປັກກິ່ງ ໃນວັນຈັນນີ້ ເພື່ອແລກປ່ຽນຄຳຄິດເຫັນ ແລະ ທັກສະໃນການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວໃນລາວ.ກອງປະຊຸມສຳມະນາເພື່ອສົ່ງເສີມການລົງທຶນໃນຂະແໜງທ່ອງທ່ຽວໃນລາວ ໄດ້ຈັດຂຶ້ນທີ່ມະຫາວິທະຍາໄລສະຫະພັນປັກກິ່ງ, ຈີນ ໃນລະຫວ່າງການສະຫຼຸບປີທ່ອງທ່ຽວລາວ-ຈີນ 2019.ອ່ານຕໍ່ ...

ໂຕະຂ່າວ

ອຳນາດການປົກຄອງ ສະຫຼຸບຜົນສຳເລັດຂອງການຈັດປີທ່ອງທ່ຽວລາວ-ຈີນ

ວຽງຈັນ (ວຽງຈັນທາມສ໌/ANN) – ປີທ່ອງທ່ຽວລາວ-ຈີນ 2019 ໄດ້ອັດລົງຢ່າງເປັນທາງການໃນວັນຈັນນີ້ ໂດຍມີອຳນາດການປົກຄອງຈາກສອງປະເທດ ເຂົ້າຮ່ວມໃນພິທີດັ່ງກ່າວ ເຊິ່ງໂຄງການສົ່ງເສີມການທ່ອງທ່ຽວດັ່ງກ່າວ ບໍ່ພຽງແຕ່ເປັນການສົ່ງເສີມການທ່ອງທ່ຽວໃນສອງປະເທດ ແຕ່ຍັງເປັນຂີດໝາຍສຳຄັນໃນການເສີມຂະຫຍາຍສາຍພົວພັນສອງຊາດ.ພິທີປິດປີທ່ອງທ່ຽວລາວ-ຈີນ 2019 ໄດ້ຈັດຂຶ້ນທີ່ນະຄອນປັກກິ່ງ, ຈີນ ພາຍໃຕ້ການເຂົ້າຮ່ວມຂອງການນຳທັງສອງຝ່າຍ, ຝ່າຍລາວມີທ່ານນາງ ປານີ ຢ່າທໍ່ຕູ້ ປະທານສະພາແຫ່ງຊາດ ແລະ ທ່ານ ສ.ປອ ກິແກ້ວ ໄຂຄຳພິທູນ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌

ຫຼວງພະບາງຕິດອັບດັບ 11 ໃນ 20 ອັນດັບສະຖານທີ່ທ່ອງທ່ຽວປີ 2020 ຂອງວາລະສານ Architectural Digest

ວາລະສານ Architectural Digest ມີການເຜີຍແຜ່ການຈັດອັນດັບສະຖານທີ່ທ່ອງທ່ຽວຊັ້ນນຳຂອງໂລກໃນແຕ່ລະປີ. ກ່ອນຈະຕິດອັນດັບດັ່ງກ່າວ, ສະຖານທີ່ທ່ອງທ່ຽວ ຈະຕ້ອງເປັນທີ່ດຶງດູດໃນກຸ່ມຄົນທີ່ມັກຮັກທາງດ້ານສະຖາປັດຕະຍາກຳ ແລະ ການອອກແບບ, ຕາມວາລະສານດັ່ງກ່າວ.ເມືອງຫຼວງພະບາງ ຕິດອັນດັບ 11 ໃນລາຍການ ແລະ ຖືກຈັດໃຫ້ເປັນເມືອງ “ທີ່ຢູ່ໃນເລດ້າຂອງນັກທ່ອງທ່ຽວ,” ແລະ ຈະມີການສະເຫຼີມສະຫຼອງການເປັນເມືອງມໍລະດົກຂອງ UNESCO ໂລກຄົບຮອບ 25 ປີ ໃນປີ 2020.ອ່ານຕໍ່  ...

Jasmina Yap

ຕາດກວາງຊີ ຕິດອັນດັບສະຖານທີ່ທ່ອງທ່ຽວຕ່າງປະເທດທີ່ດີທີ່ສຸດ ໃນກຸ່ມນັກທ່ອງທ່ຽວຍີ່ປຸ່ນ

ນ້ຳຕົກຕາດກວາງຊີ ແຂວງຫຼວງພະບາງ ຕິດໃນ 50 ອັນດັບສະຖານທີ່ທ່ອງທ່ຽວຕ່າງປະເທດທີ່ດີທີ່ສຸດ ໃນກຸ່ມນັກທ່ອງທ່ຽວຍີ່ປຸ່ນ ໃນປີ 2019, ຕາມການສຳຫຼວດຫຼ້າສຸດ.ນ້ຳຕົກຕາດດັ່ງກ່າວ ໄດ້ອັນດັບທີ 26 ໃນຈຳນວນສະຖານທີ່ທ່ອງທ່ຽວ 50 ແຫ່ງທີ່ເປັນທີ່ນິຍົມຂອງນັກທ່ອງທ່ຽວຍີ່ປຸ່ນໃນປີ 2019 ຕາມການຈັດອັນດັບຂອງເວັບໄຊ TripAdvisor Japan. ນີ້ແມ່ນຄັ້ງທຳອິດທີ່ສະຖານທີ່ທ່ອງທ່ຽວໃນລາວ ມີຊື່ໃນການຈັດອັນດັບດັ່ງກ່າວ.ເວັບໄຊ TripAdvisor Japan ຈັດອັນດັບສະຖານທີ່ທ່ອງທ່ຽວ ໂດຍອີງໃສ່ຄຳຄິດເຫັນ ແລະ ຄຳວິຈານຂອງລູກຄ້າໃນເວັບໄຊ.ອ່ານຕໍ່ ...

Taejun Kang

ກະຊວງ ຮຽກຮ້ອງໃຫ້ມີການປະສານງານ ເພື່ອສົ່ງເສີມການໄຫຼເຂົ້າຂອງນັກທ່ອງທ່ຽວ

ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ວາງເປົ້າໝາຍເພີ່ມທະວີການປະກອບສ່ວນດ້ານລາຍຮັບ ເພື່ອສົ່ງເສີມການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ ໂດຍຮຽກຮ້ອງໃຫ້ກະຊວງການຕ່າງປະເທດ ເປັນຜູ້ສະໜັບສະໜູນຕົ້ນຕໍ.ໂດຍຜ່ານການປະສານງານກັບກະຊວງການຕ່າງປະເທດ, ບັນດາສະຖານທູດ ແລະ ສະຖານກົງສຸນ ຈະຊ່ວຍສະໜອງການຊຸກຍູ້ທີ່ຈຳເປັນ ສຳລັບຂະແໜງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃນການດຳເນີນພາລະກິດສົ່ງເສີມການທ່ອງທ່ຽວ ແລະ ຍົກສູງບົດບາດຂອງລາວໃນເວທີສາກົນ.ອ່ານຕໍ່ ...

ໂຕະຂ່າວ

ໄທຫວັງດຶງດູດນັກທ່ອງທ່ຽວກະເປົາຕຶ່ງຈາກລາວ

ໄທຈະສົ່ງເສີມການທ່ອງທ່ຽວເພື່ອສຸຂະພາບ ແລະ ຄວາມຢູ່ດີມີແຮງ ແລະ ການຊອບປິ້ງ ເພື່ອດຶງດູດນັກທ່ອງທ່ຽວທີ່ມີລາຍໄດ້ສູງຈາກລາວ.ອົງການທ່ອງທ່ຽວແຫ່ງປະເທດໄທ ມີແຜນຮ່ວມມືກັບໂຮງໝໍເອກະຊົນຂອງໄທ ແລະ ບໍລິສັດໂຄສະນາຈາກລາວ ໃນການສົ່ງເສີມຂະແໜງການແພດ ເພື່ອດຶງດູດນັກທ່ອງທ່ຽວລາວທີ່ມີລາຍໄດ້ສູງ, ຕາມການລາຍງານຂອງສຳນັກຂ່າວບາງກອກໂພສທ໌.ອົງການດັ່ງກ່າວ ຍັງມີການຮ່ວມມືກັບຜູ້ປະກອບການຂາຍເຄື່ອງຍ່ອຍ ເຊັ່ນ ສູນການຄ້າບິກຊີ, ກຸ່ມເຊັນທຼອລ, ກຸ່ມເດີະມໍ ເພື່ອໃຫ້ບໍລິການພິເສດສຳລັບລູກຄ້າລາວ ຕາມຮ້ານຂາຍເຄື່ອງເຂດຊາຍແດນ ແລະ ໃນບາງກອກ ສຳລັບຊ່ວງໄລຍະພິເສດ. ອົງການດັ່ງກ່າວ ລະບຸວ່ານັກການເມືອງ, ເຈົ້າໜ້າທີ່ລັດຖະບານ ແລະ ນັກທຸລະກິດລຸ້ນໃໝ່ ເປັນຕົວຂັບເຄື່ອນການທ່ອງທ່ຽວໄທ ຈາກປະເທດລາວ. ນັກທ່ອງທ່ຽວຈາກລາວປະມານ 100,000 ຄົນ ແມ່ນກຸ່ມຜູ້ມີລາຍໄດ້ສູງ.ອ່ານຕໍ່ ...

Taejun Kang

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

vNfBW
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!