ຫົວໜ້າບໍລິສັດ Trip.com ກຼຸ໊ບ ແລະ ລັດຖະມົນຕີກະຊວງການທ່ອງທ່ຽວລາວ ຫາລືກ່ຽວກັບການຮ່ວມມື

ປັກກິ່ງ, 18 ທັນວາ 2019 /PRNewswire/ — ທ່ານ ເຈນ ຊຸນ ຫົວໜ້າບໍລິສັດ Trip.com ກຼຸ໊ບ ໄດ້ພົບປະກັບທ່ານ ກິແກ້ວ ໄຂຄຳພິທູນ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວຂອງລາວ ໃນວັນສຸກແລ້ວນີ້ ເພື່ອຫາລືຄວາມເປັນໄປໄດ້ ໃນການຮ່ວມມືດ້ານອຸດສາຫະກຳການທ່ອງທ່ຽວ, ລວມເຖິງການປັບປຸງຂັ້ນຕອນການຂໍວີຊາ ກໍຄືໂຄງການແລກປ່ຽນວັດທະນະທຳຕ່າງໆ.

ປະເທດລາວມີສະຖານທີ່ທ່ອງທ່ຽວມໍລະດົກໂລກຫຼາຍແຫ່ງ ເຊັ່ນ ເມືອງຫຼວງພະບາງ, ວັດພູ, ທົ່ງໄຫຫີນ ທີ່ມີຄວາມສວຍງາມເປັນທີ່ເອກອ້າງຂອງປະເທດ. ຂະແໜງການທ່ອງທ່ຽວ ກຳລັງກາຍເປັນອຸດສາຫະກຳທີ່ສຳຄັນຂອງປະເທດ. ເຊິ່ງປະເທດລາວເອງ ກໍໄດ້ບັນລຸຂໍ້ຕົກລົງຮ່ວມກັບບໍລິສັດທ່ອງທ່ຽວຕ່າງປະເທດ 500​ ກວ່າບໍລິສັດ, ເປີດທ່າການທ່ອງທ່ຽວສາກົນ 15 ແຫ່ງ, ເພີ່ມທະວີການປັບປຸງພື້ນຖານໂຄງລ່າງດ້ານການທ່ອງທ່ຽວ ແລະ ຫຼຸດຜ່ອນຄ່າທຳນຽມວີຊາ. 

ອ່ານຕໍ່…

PR Newswire