ໄທຫວັງດຶງດູດນັກທ່ອງທ່ຽວກະເປົາຕຶ່ງຈາກລາວ

ໄທຈະສົ່ງເສີມການທ່ອງທ່ຽວເພື່ອສຸຂະພາບ ແລະ ຄວາມຢູ່ດີມີແຮງ ແລະ ການຊອບປິ້ງ ເພື່ອດຶງດູດນັກທ່ອງທ່ຽວທີ່ມີລາຍໄດ້ສູງຈາກລາວ.

ອົງການທ່ອງທ່ຽວແຫ່ງປະເທດໄທ ມີແຜນຮ່ວມມືກັບໂຮງໝໍເອກະຊົນຂອງໄທ ແລະ ບໍລິສັດໂຄສະນາຈາກລາວ ໃນການສົ່ງເສີມຂະແໜງການແພດ ເພື່ອດຶງດູດນັກທ່ອງທ່ຽວລາວທີ່ມີລາຍໄດ້ສູງ, ຕາມການລາຍງານຂອງສຳນັກຂ່າວບາງກອກໂພສທ໌.

ອົງການດັ່ງກ່າວ ຍັງມີການຮ່ວມມືກັບຜູ້ປະກອບການຂາຍເຄື່ອງຍ່ອຍ ເຊັ່ນ ສູນການຄ້າບິກຊີ, ກຸ່ມເຊັນທຼອລ, ກຸ່ມເດີະມໍ ເພື່ອໃຫ້ບໍລິການພິເສດສຳລັບລູກຄ້າລາວ ຕາມຮ້ານຂາຍເຄື່ອງເຂດຊາຍແດນ ແລະ ໃນບາງກອກ ສຳລັບຊ່ວງໄລຍະພິເສດ. 

ອົງການດັ່ງກ່າວ ລະບຸວ່ານັກການເມືອງ, ເຈົ້າໜ້າທີ່ລັດຖະບານ ແລະ ນັກທຸລະກິດລຸ້ນໃໝ່ ເປັນຕົວຂັບເຄື່ອນການທ່ອງທ່ຽວໄທ ຈາກປະເທດລາວ. ນັກທ່ອງທ່ຽວຈາກລາວປະມານ 100,000 ຄົນ ແມ່ນກຸ່ມຜູ້ມີລາຍໄດ້ສູງ.

ອ່ານຕໍ່…

Taejun Kang