ຕາດກວາງຊີ ຕິດອັນດັບສະຖານທີ່ທ່ອງທ່ຽວຕ່າງປະເທດທີ່ດີທີ່ສຸດ ໃນກຸ່ມນັກທ່ອງທ່ຽວຍີ່ປຸ່ນ

ນ້ຳຕົກຕາດກວາງຊີ ແຂວງຫຼວງພະບາງ ຕິດໃນ 50 ອັນດັບສະຖານທີ່ທ່ອງທ່ຽວຕ່າງປະເທດທີ່ດີທີ່ສຸດ ໃນກຸ່ມນັກທ່ອງທ່ຽວຍີ່ປຸ່ນ ໃນປີ 2019, ຕາມການສຳຫຼວດຫຼ້າສຸດ.

ນ້ຳຕົກຕາດດັ່ງກ່າວ ໄດ້ອັນດັບທີ 26 ໃນຈຳນວນສະຖານທີ່ທ່ອງທ່ຽວ 50 ແຫ່ງທີ່ເປັນທີ່ນິຍົມຂອງນັກທ່ອງທ່ຽວຍີ່ປຸ່ນໃນປີ 2019 ຕາມການຈັດອັນດັບຂອງເວັບໄຊ TripAdvisor Japan. ນີ້ແມ່ນຄັ້ງທຳອິດທີ່ສະຖານທີ່ທ່ອງທ່ຽວໃນລາວ ມີຊື່ໃນການຈັດອັນດັບດັ່ງກ່າວ.

ເວັບໄຊ TripAdvisor Japan ຈັດອັນດັບສະຖານທີ່ທ່ອງທ່ຽວ ໂດຍອີງໃສ່ຄຳຄິດເຫັນ ແລະ ຄຳວິຈານຂອງລູກຄ້າໃນເວັບໄຊ.

ອ່ານຕໍ່…

Taejun Kang