ລັດຖະບານ

ລາວ, ຫວຽດນາມສ້າງຂີດໝາຍວຽກງານພາຍໃນ

ກະຊວງພາຍໃນຂອງລາວ ແລະ ຫວຽດນາມ ເຮັດວຽກຄຽງບ່າຄຽງໄຫຼ່ໃນການພັດທະນາຂະແໜງການ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງຊາດ.ອ່ານຕໍ່ ...

ວຽງຈັນທາມສ໌

ລັດພິຈາລະນາຫຼຸດການໃຊ້ຈ່າຍເພື່ອຫຼຸດຜ່ອນຄວາມເຄັ່ງຕຶງດ້ານງົບປະມານ

ລັດຖະບານພິຈາລະນາການຕັດຄ່າໃຊ້ຈ່າຍງົບປະມານ ເພື່ອຮັກສາຄວາມຄ່ອງຕົວດ້ານການເງິນ ຫຼັງການຂາດດຸນງົບປະມານໃນຊ່ວງສີ່ເດືອນຕົ້ນປີນີ້.ອ່ານຕໍ່ ...

ສົມສັກ ພົງຂາວ

ຄະນະຜູ້ແທນເຂົ້າຮ່ວມການກະກຽມກອງປະຊຸມອາເຊັມ

ຄະນະຜູ້ແທນລາວເຊິ່ງນຳໂດຍທ່ານ ສົງການ ຫຼວງມຸນິທອນ ຫົວໜ້າກົມເສດຖະກິດ ກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມພະນັງງານລະດັບສູງອາເຊັມ ທີ່ກຸງວຽນນາ ປະເທດອອສເຕຣຍ ໃນວັນທີ 28-29 ມິຖຸນາ ຜ່ານມາ. ກອງປະຊຸມດັ່ງກ່າວເປັນກິດຈະກຳກະກຽມສຳລັບກອງປະຊຸມສຸດຍອດອາເຊັມ ຄັ້ງທີ 12 ທີ່ຈະມາເຖິງ ເຊິ່ງຈະຈັດຂຶ້ນທີ່ເມືອງບຣັສເຊລ ປະເທດເບວຢຽມ ໃນວັນທີ 18-19 ຕຸລາ.ອ່ານຕໍ່ ...

ວຽງຈັນທາມສ໌

ລັດວິສາຫະກິດຕ້ອງຈັດການການຂາດປະສິດທິພາບ ຫຼື ປັບປ່ຽນໂຄງສ້າງ

ລັດຖະບານຈະເລີ່ມເດີນໜ້າການປະຕິຮູບຂົງເຂດລັດວິສາຫະກິດ ຫຼັງຈາກພົບວ່າມີການຂາດປະສິດທິພາບທີ່ສຳຄັນຫຼາຍຢ່າງ. ຄະນະລັດຖະບານໄດ້ຕົກລົງໃນກອງປະຊຸມປະຈຳເດືອນ ໃນທ້າຍອາທິດທີ່ຜ່ານມາວ່າ ໜຶ່ງໃນບູລິມະສິດທີ່ຕ້ອງປະຕິບັດໃນຫຼາຍເດືອນຕໍ່ໜ້າ ແມ່ນການດຳເນີນກວດກາການປະຕິບັດງານຂອງລັດວິສາຫະກິດທົ່ວປະເທດ.ອ່ານຕໍ່ ...

ເອກະພົນ ພູທອນສີ

ລັດຖະບານເດີນໜ້າໃຊ້ໜີ້ສິນຂອງຊາດ

ລັດຖະບານຈະຄົ້ນຄວ້າວິທີການທີ່ເໝາະສົມ ເພື່ອໄກ່ເກ່ຍໜີ້ສິນຂອງຊາດແຕ່ນີ້ເຖິງ 2020, ໂດຍສະເພາະໃຫ້ແກ່ບັນດາບໍລິສັດທີ່ສຳເລັດການກໍ່ສ້າງໂຄງການລົງທຶນຂອງລັດ 100 ເປີເຊັນ. ບາດກ້າວດັ່ງກ່າວແມ່ນແນໃສ່ເພື່ອປັບປຸງການຊຳລະສະສາງໜີ້ສິນຂອງບໍລິສັດທີ່ກ່ຽວຂ້ອງ ເພື່ອໃຫ້ເຂົາເຈົ້າສາມາດດຳເນີນແຜນທຸລະກິດ ແລະ ປະກອນສ່ວນກະຕຸ້ນການຂະຫຍາຍຕົວດ້ານເສດຖະກິດ.ອ່ານຕໍ່ ...

ສົມສັກ ພົງຂາວ

ລັດຖະບານສົ່ງເສີມການປະຕິຮູບທີ່ຈຳເປັນເພື່ອການຄຸ້ມຄອງທີ່ມີປະສິດທິຜົນ

ລັດຖະບານຈະຈັດຕັ້ງປະຕິບັດການປະຕິຮູບດ້ານໂຄງສ້າງ ເພື່ອຮັບປະກັນປະສິດທິຜົນໃນການຄຸ້ມຄອງ ທັງຫຼຸດຜ່ອນການຮັບລັດຖະກອນໃໝ່ເພີ່ມເຕີມ. ແຜນດັ່ງກ່າວຈະມີການທົບທວນຄືນກົມກອງຂອງລັດຖະບານ, ຖ້າເຫັນວ່າບໍ່ມີໜ້າວຽກພຽງພໍປະຕິບັດ ຈະມີການເຊື່ອມພະນັກງານເຂົ້າກັບກົມກອງອື່ນ.ອ່ານຕໍ່ ...

ສົມສັກ ພົງຂາວ

ການກວດສອບຄືນໂຄງການລົງທຶນຂອງລັດ

ລັດຖະບານໄດ້ຖະແຫຼງວ່າຈະຈັດບູລິມະສິດໂຄງການລົງທຶນຂອງລັດ ເພື່ອຮັບປະກັນການນຳໃຊ້ງົບປະມານແຫ່ງຊາດຢ່າງມີປະສິດທິພາບ ແລະ ປະສິດທິຜົນ. ພາຍໃຕ້ມາດຕະການທີ່ວາງອອກເພື່ອປັບປຸງປະສິດທິພາບຂອງໂຄງການ, ແຜນການລົງທຶນຂອງລັດທີ່ຍັງບໍ່ທັນໄດ້ຈັດຕັງປະຕິບັດ ຈະໄດ້ຮັບການກວດສອບຄືນໃໝ່. ຖ້າຫາກວ່າໂຄງການໃດມີການພິຈາລະນາວ່າບໍ່ມີປະສິດທິຜົນພຽງພໍ, ທຶນໃນການປະຕິບັດໂຄງການດັ່ງກ່າວຈະຕ້ອງໄດ້ໂອນໄປຮັບໃຊ້ໂຄງການທີ່ມີບູລິມະສິດສູງກວ່າ ຕາມການຕົກລົງໃນກອງປະຊຸມປະຈຳເດືອນຂອງລັດຖະບານທີ່ອັດລົງໃນວັນອັງຄານທີ່່ຜ່ານມາ.ອ່ານຕໍ່ ...

ສົມສັກ ພົງຂາວ

ກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດໄດ້ອັດລົງ ເມື່ອມີການລາຍງານດ້ານເສດຖະກິດ ແລະ ອະນຸມັດມາດຕະການກະຕຸ້ນ

ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດໄດ້ອັດລົງໃນມື້ວານນີ້ ເຊິ່ງມີການອະນຸມັດມາດຕະການກະຕຸ້ມການຂະຫຍາຍຕົວຂອງເສດຖະກິດ ສຳລັບຫົກເດືອນທ້າຍປີນີ ແລະ ຕໍ່ໜ້າ. ທີ່ປະຊຸມສະໄໝສາມັນນີ້ໄດ້ມີການຜ່ານ ແລະ ດັດແກ້ກົດໝາຍ 13 ສະບັບ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ວຽກງານສະຖິຕິຕ້ອງມີການຍົກລະດັບສູ່ມາດຕະຖານພາກພື້ນໃນທົ່ວປະເທດ

ລາວຕ້ອງພັດທະນາລະບົບເກັບກຳ ແລະ ວິເຄາະຂໍ້ມູນຂ່າວສານທາງການ ເພື່ອຮັບປະກັນດ້ານຄຸນະພາບ ແລະ ຄວາມເປັນເອກະພາບທາງວິຊາການ ແລະ ເພື່ອຍົກລະດັບໃຫ້ສອດຄ່ອງກັບມາດຕະຖານພາກພື້ນ ກໍຄືສາກົນ.ອ່ານຕໍ່ ...

ວຽງຈັນທາມສ໌

ລາວ ແລະ ຄູ່ຮວມພັດທະນາຈະທົບທວນຄວາມຄືບໜ້າໃນການພັດທະນາປະເທດໃນທ້າຍເດືອນພະຈິກ

(ຂປລ) ກອງປະຊຸມໂຕະມົນປະຈຳປີ ເພື່ອທົບທວນໄລຍະເຄິ່ງພາກຂອງການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 8 ແລະ ຄວາມຄືບໜ້າໃນການພັດທະນາແບບຍືນຍົງ ແລະ ປະສິດທິພາບໃນການຮ່ວມພັດທະນາ ຈະຈັດຂຶ້ນຢູ່ວຽງຈັນໃນທ້າຍເດືອນພະຈິກ 2018.ອ່ານຕໍ່ ...

ຂປລ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

PDPg3
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!