ປ່າໄມ້ ແລະ ວຽກງານດ້ານປ່າໄມ້
Forest products
ລາວສະໜັບສະໜູນການຟື້ນຟູປ່າໄມ້ ຫ້ວຍຍາງ-ດົງໝາກຄາຍ
ວຽງຈັນ (ວຽງຈັນທາມສ໌/ANN) – ພິທີລົງນາມໃນຂໍ້ຕົກການລົງທຶນໄດ້ມີຂຶ້ນໃນອາທິດແລ້ວນີ້ທີ່ວຽງຈັນ ລະຫວ່າງກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ກົມປ່າໄມ້ ຂອງກະຊວງກະສິກຳ ແລະ ປ່າໄມ້, ແລະ ກົມແຜນການ ແລະ ການຮ່ວມມື ຂອງກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.ລັດຖະບານໄດ້ອະນຸມັດທຶນກວ່າ 2.4 ຕື້ກີບສຳລັບການຟື້ນຟູປ່າໄມ້ໃນສວນພຶກສາຫ້ວຍຍາງ-ດົງໝາກຄາຍ ເພື່ອສົ່ງເສີມການຄົ້ນຄວ້າກ່ຽວກັບປ່າໄມ້ ແລະ ລະບົບນິເວດ ກໍຄືການທ່ອງທ່ຽວຢ້ຽມຢາມພື້ນທີ່.ອ່ານຕໍ່ ...
ໂຕະຂ່າວ
ລັດສ້າງຕັ້ງສອງອຸດທະຍານແຫ່ງຊາດ
ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານໄດ້ສ້າງສອງອຸດທະຍານແຫ່ງຊາດຢູ່ທາງພາກເໜອ ແລະ ພາກກາງຂອງລາວ ເພື່ອປົກປັກຮັກສາປ່າໄມ້, ຊີວະນາໆພັນ, ຄວາມອຸດົມສົມບູນຂອງທຳມະຊາດ ແລະ ການພັດທະນາທາງທໍລະນີວິທະຍາຂອງປະເທດ.ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີໄດ້ລົງນາມຮັບຮອງເອົາດຳລັດຂອງນາຍົກລັດຖະມົນຕີສອງສະບັບໃນເດືອນແລ້ວນີ້, ເພື່ອສ້າງຕັ້ງເຂດອຸດທະຍານແຫ່ງຊາດນ້ຳແອດ-ພູເລີຍ ທາງພາກເໜືອ ແລະ ອຸດທະຍານແຫ່ງຊາດນາກາຍ-ນ້ຳເທີນ ທາງພາກກາງຂອງລາວ.ອ່ານຕໍ່ ...
ເອກະພອນ ພູທອນສີ
ລາວ, ໄທສົ່ງເສີມຜະລິດຕະພັນສິລະປະໄມ້ຜ່ານກອງປະຊຸມແລກປ່ຽນຫັດຖະກຳ
ວຽງຈັນ (ວຽງຈັນທາມສ໌/ANN) – ຜະລິດຕະພັນໄມ້ແກະສະຫຼັກຕ້ອງອາໄສຕະຫຼາດຕ່າງປະເທດ ເພື່ອເພີ່ມມູນຄ່າການຂາຍ, ເຈົ້າໜ້າທີ່ການນຳຂອງສະຖາບັນວິຈິດຕະກຳແຫ່ງຊາດກ່າວວານີ້.ທ່ານ ປອ ໄມສິງ ຈັນທະບຸດດີ ກ່າວໃຫ້ຄຳເຫັນໃນພິທີເປີດກອງປະຊຸມວິຊາການຫັດຖະກຳວັດທະນະທຳ ລາວ-ໄທ ທີ່ສູນພັດທະນາ ແລະ ຝຶກອົບຮົມທັກສະວັດສະພົງ. ທ່ານໄດ້ກ່າວວ່າ ໃນປະເທດລາວມີຜູ້ຜະລິດ ແລະ ຈຳໜ່າຍຈຳນວນຫຼາຍ, ແຕ່ວ່າຜູ້ຊື້ມີຈຳນວນຈຳກັດໃນຕະຫຼາດພາຍໃນ ຍ້ອນເຫດຜົນທາງດ້ານລາຍຮັບທີ່ຕ່ຳ ແລະ ປະຊາກອນໜ້ອຍ.ອ່ານຕໍ່ ...
ໂຕະຂ່າວ
ສູນຄົ້ນຄວ້າລາວກ້າເບ້ຍໄມ້ 100,000 ເບ້ຍເພື່ອຟື້ນຟູປ່າໄມ້
ວຽງຈັນ (ວຽງຈັນທາມສ໌/ANN) – ສູນຄົ້ນຄວ້າປ່າໄມ້ພາຍໃຕ້ສະຖານບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ ຈະຜະລິດເບ້ຍໄມ້ 100,000 ເບ້ຍໃນປີນີ້ ໃຫ້ເປັນສ່ວນໜຶ່ງຂອງພາລະກິດການຟື້ນຟູພື້ນທີ່ປົກຄຸມປ່າໄມ້ໃຫ້ໄດ້ 70% ພາຍໃນປີ 2020.ທ່ານ ວົງວິໄລ ວົງຄຳຊາວ ອຳນວຍການສູນ ກ່າວວ່າ ທາງສູນຜະລິດເບ້ຍໄມ້ 100,000 ຕົ້ນຕໍ່ປີ ເພື່ອເພີ່ມພື້ນທີ່ສີຂຽວຂອງປະເທດ.ອ່ານຕໍ່ ...
ອຸ່ນຄຳ ພິມມະຕະ
ເຈົ້າໜ້າທີ່ລາວທົບທວນການນຳໃຊ້ປ່າ, ທີ່ດິນໃນເຂດປ່າສະຫງວນຊີວະນາໆພັນແຫ່ງຊາດນ້ຳພຸຍ
ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ແຂວງໄຊຍະບູລີ ແລະ ການນຳບ້ານໆນາແວນ ຮ່ວມປະຊຸມກັບພະນັກງານອົງການອະນຸລັກທຳມະຊາດໂລກປະຈຳລາວ (WWF-Laos) ທີ່ເມືອງພຽງໃນຕົ້ນເດືອນນີ້ ເພື່ອທົບທວນຜົນການສຳຫຼວດ ແລະ ແຕ້ມແຜນວາດການນຳໃຊ້ທີ່ດິນຄົວເຮືອນ ແລະ ການຖືກຳມະສິດ, ລາຍຮັບ ແລະ ຕົວກຳນົດດ້ານເສດຖະກິດສັງຄົມ ແລະ ກະສິກຳ.ບ້ານນາແວນຕັ້ງຢູ່ໃນເຂດປ່າສະຫງວນຊີວະນາໆພັນແຫ່ງຊາດ (NBCA) ນ້ຳພຸຍ ແຂວງໄຊຍະບູລີ.ອ່ານຕໍ່ ...
ໂຕະຂ່າວ
ໄທ ແລະ ລາວເປີດຕົວແຜນປ້ອງກັນໄຟປ່າ
ບາງກອກ (NNT/VNA) – ໄທ ແລະ ລາວໄດ້ເປີດຕົວແຜນປ້ອງກັນ ແລະ ສະກັດກັ້ນໄຟປ່າປະຈຳປີລະຫວ່າງສອງປະເທດ.ທ່ານ ປຣະຊອນ ພຣັດສະກຸນ ຜູ້ວ່າລາດຊະການຈັງຫວັດຊຽງລາຍ ໄດ້ຕ້ອນຮັບຄະນະຜູ້ແທນ 30 ຄົນຈາກລາວໃນພິທີເປີດສວນອຸດທະຍານພູຊີ້ຟ້າທີ່ຈັງຫວັດຊຽງລາຍທາງພາກເໜືອຂອງປະເທດໄທໃນວັນທີ 18 ກຸມພາ.ອ່ານຕໍ່ ...
NNT/VNA
ອົງການ WWF ແລະ ເຈົ້າໜ້າທີ່ລາວທົບທວນການນຳໃຊ້ປ້າໄມ້
(ຂປລ) ເຈົ້າໜ້າທີ່ແຂວງ ແລະ ຜູ້ນຳຊຸມຊົນຮ່ວມປະຊຸມກັບອົງການກອງທຶນເພື່ອການອະນຸລັກສິ່ງແວດລ້ອມປະຈຳລາວ (WWF-Laos) ທີ່ເມືອງພຽງ ແຂວງໄຊຍະບູລີ ໃນວັນທີ 7 ກຸມພາ 2019 ເພື່ອທົບທວນຜົນການສຳຫຼວດ ແລະ ແຕ້ມແຜນທີ່ການນຳໃຊ້ທີ່ດິນຂອງຄົວເຮືອນ ແລະ ການຖືກຳມະສິດ, ລາຍຮັບ ແລະ ຕົວກຳນົດດ້ານເສດຖະກິດ-ສັງຄົມ ແລະ ກະສິກຳຕ່າງໆ.ອ່ານຕໍ່ ...
ຂປລ
ທົ່ງໄຫຫີນຈະໄດ້ຮັບພິຈາລະນາສະຖານະມໍລະດົກໂລກໃນເດືອນກໍລະກົດ
ວຽງຈັນ (ວຽງຈັນທາມສ໌/ANN) – ຂ່າວດີສຳລັບທົ່ງໄຫຫີນຂອງລາວ ເມື່ອຄະນະກຳມະການມໍລະດົກໂລກຂອງອົງການຢູເນສໂກ ຈະປະຊຸມເພື່ອຫາລືກ່ຽວກັບສະຖານະມໍລະດົກໂລກຂອງທົ່ງໄຫໃນເດືອນກໍລະກົດປີນີ້ ຕາມການເປີດເຜີຍຂອງເຈົ້າໜ້າທີ່ລັດຖະບານໃນອາທິດແລ້ວນີ້.ອ່ານຕໍ່ ...
ແກ້ວຊົມພູ ສັກດາວົງ
ລັດຖະບານລາວສ້າງແຜນເພື່ອອະນຸລັກພູພຽງບໍລະເວນ
ລັດຖະບານກຳລັງສ້າງແຜນການເພື່ອການອະນຸລັກພູພຽງບໍລະເວນທາງພາກໃຕ້ຂອງລາວ ເນື່ອງຈາກເປັນພື້ນທີ່ກະສິກຳ ແລະ ທ່ອງທ່ຽວ, ທັງຢຸດແຜນການພັດທະນາໂຮງງານອຸດສາຫະກຳໜັກຂອງບັນດາຫົວໜ່ວຍທຸລະກິດ ໃນພື້ນທີ່ທີ່ອຸດົມສົມບູນຂອງລາວ.ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ເຊິ່ງເປັນໜ່ວຍງານທີ່ຮັບຜິດຊອບການຮ່າງແຜນພັດທະນາເຂດພູພຽງດັ່ງກ່າວ ກ່າວໃນອາທິດນີ້ວ່າ ທາງສະຖາບັນກຳລັງຈຳສຳເລັດການສ້າງແຜນດັ່ງກ່າວ ແລະ ຫວັງວ່າຈະໄດ້ຮັບການສະໜັບສະໜຸນຈາກຄະນະນຳຂັ້ນເທິງໃນອະນາຄົດອັນໃກ້.ອ່ານຕໍ່ ...
ເອກະພອນ ພູທອນສີ
ລາວຢືນຢັນການບັງຄັບໃຊ້ກົດໝາຍວ່າດ້ວຍສັດປ່າ
ວຽງຈັນ (ວຽງຈັນທາມສ໌/ANN) – ລາວສັນຍາວ່າຈະສືບຕໍ່ຮ່ວມມືກັບບັນດາຄູ່ຮ່ວມງານສາກົນເພື່ອຜະເຊີນກັບສິ່ງທ້າທາຍໃນການບັງຄັບໃຊ້ກົດໝາຍວ່າດ້ວຍສັດປ່າ ຍ້ອນວ່າປະເທດລາວຍັງມີຄວາມສ່ຽງກ່ຽວກັບການຄ້າຂາຍສັດປ່າຜິດກົດໝາຍ.ອ່ານຕໍ່ ...
News Desk