ນັກລົງທຶນມີແຜນປູກໄມ້ໃນພື້ນທີ່ປ່າເສື່ອມໂຊມໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດກະສິກຳປ່າໄມ້ບູລະພາ, ບໍລິສັດສະໂຕຣາ ເອັນໂຊ ແລະ ກະຊວງກະສິກຳ ແລະ ປ່າໄມ້ ຫາລືກ່ຽວກັບການປູກໄມ້ໃນເຂດປ່າເສື່ອມໂຊມໃນພື້ນທີ່ປ່າຜະລິດແຫ່ງຊາດ (NPFA). ຕາງໜ້າຈາກທັງສາມພາກສ່ວນໄດ້ຮ່ວມປະຊຸມໃນວັນຈັນນີ້ ເພື່ອຫາລືກ່ຽວກັບຂໍ້ກຳນົດ ແລະ ເງື່ອນໄຂທີ່ຈຳເປັນໃນການຂໍອະນຸຍາດປູກໄມ້ໃນພື້ນທີ່ດັ່ງກ່າວທີ່ແຂວງວຽງຈັນ ແລະ ຄຳມ່ວນ.ອ່ານຕໍ່ ...

News Desk

ການປະມູນຂາຍໄມ້ເຖື່ອນທີ່ຍຶດໄດ້ໃນລາວ

 ວຽງຈັນ (ວຽງຈັນທາມສ໌/ANN) – ການປະມູນຊື້ຂາຍໄມ້ທີ່ໄດ້ຈາກການຍືດໄດ້ຈາກການລັກລອບຕັດໄມ້ເຖື່ອນ ສາມາດສ້າງລາຍຮັບເຂົ້າລັດກວ່າ 170.8 ຕື້ກີບ, ຕາມບົດລາຍງານຫຼ້າສຸດຂອງລັດຖະບານ.ຕາມຄຳສັ່ງແນະນຳຂອງນາຍົກລັດຖະມົນຕີ ໃນເດືອນ ພຶດສະພາ 2016 ກ່ຽວກັບການຫ້າມການສົ່ງອອກຜະລິດຕະພັນໄມ້ທີ່ບໍ່ຜ່ານການແປຮູບ ແລະ ການປາບປາມທຸລະກິດຄ້າຂາຍໄມ້ເຖື່ອນ, ເຈົ້າໜ້າທີ່ສາມາດຍຶດໄດ້ໄມ້ກວ່າ 75,240 ແມັດກ້ອນ ແລະ ອີກ 287.4 ໂຕນໄດ້ມີການຈັດປະມູນ ແລະ ຂາຍອອກ.ອ່ານຕໍ່  ...

ສຸກສາຄອນ ແຫວນແກ້ວ

ລາວເພີ່ມການສົ່ງອອກຜະລິດຕະພັນໄມ້ສຳເລັດຮູບເປັນສອງເທົ່າ

ການສົ່ງອອກຜະລິດຕະພັນໄມ້ສຳເລັດຮູບຂອງລາວເພີ່ມຂຶ້ນ 107% ໃນປີ 2018 ພາຍຫຼັງທີ່ລັດຖະບານໄດ້ອອກຄຳສັ່ງຫ້າມການສົ່ງອອກໄມ້ທ່ອນທີ່ບໍ່ຜ່ານຂະບວນການປຸງແຕ່ງ ເພື່ອສົ່ງເສີມມູນຄ່າຂອງຜະລິດຕະພັນໄມ້ສຳເລັດຮູບ.ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ອອກຄຳສັ່ງແນະນຳເລກທີ 15 ປີ 2016 ຫ້າມການສົ່ງອອກໄມ້ທ່ອນ ແລະ ສົ່ງເສີມການສົ່ງອອກຜະລິດຕະພັນໄມ້ສຳເລັດຮູບ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ຍຶດງາຊ້າງເຖື່ອນໄດ້ທີ່ຮ້ານຄ້າແຂວງຫຼວງພະບາງ

ຜະລິດຕະພັນງາຊ້າງກວ່າ 73 ກິໂລ ຖືກຍຶດໄດ້ຈາກຮ້ານຂາຍເຄື່ອງທີ່ລະນຶກແຫ່ງໜຶ່ງທີ່ແຂວງຫຼວງພະບາງ ແລະ ເຈົ້າຂອງຮ້ານຊາວຕ່າງຊາດຖືກກັກຕົວໃນຂໍ້ຫາຄ້າງາຊ້າງເຖື່ອນ.ອ່ານຕໍ່ ...

ສີລັດດາ ສຸລິຍົງ

ອົງກອນພາກລັດຫາລືຂໍ້ຕົກລົງສະບັບໃໝ່ກ່ຽວກັບການຄຸ້ມຄອງໄມ້ຂອງ MIOC 

(ຂປລ) ໃນວັນທີ 10 ມັງກອນນີ້ ອົງການຈັດຕັ້ງລັດຖະບານ ໄດ້ຈັດກອງປະຊຸມປຶກສາຫາລືວິຊາການຂັ້ນສູນກາງ ເພື່ອຫາລືກ່ຽວກັບຮ່າງຂໍ້ຕົກລົງຂອງກະຊວງອຸດສາຫະກຳ ແລະ ການຄ້າ (MOIC) ວ່າດ້ວຍການຄຸ້ມຄອງ ແລະ ການຕິດຕາມໄມ້ສົ້ນເຂົ້າ ແລະ ສົ້ນອອກ.ອ່ານຕໍ່ ...

ບັນນາທິການ ຂປລ

ບໍລິສັດຜະລິດເຫຍື້ອເຈ້ຍແຫ່ງທຳອິດໃນລາວທົດລອງທຳການຜະລິດ

(ຂປລ) ບໍລິສັດຊັນເປເປີໂຮລດິງລາວ ບໍລິສັດຜະລິດເຫຍື້ອເຈ້ຍແຫ່ງທຳອິດໃນ ສປປ ລາວ ໄດ້ເລີ່ມຂະບວນການທົດລອງການຜະລິດໄລຍະສາມເດືອນ ຫຼັງຈາກໃຊ້ເວລາສິບປີໃນການດຳເນີນການສຶກສາຄວາມເປັນໄປໄດ້, ການປູກຕົ້ນວິກ ແລະ ການສ້າງໂຮງງານຜະລິດເຫຍື້ອເຈ້ຍ. ບໍລິສັດໄດ້ລົງທຶນຈຳນວນ 432 ລ້ານໂດລາສະຫະລັດໃນການກໍ່ສ້າງໂຮງງານເຈ້ຍດັ່ງກ່າວ ພ້ອມດ້ວຍອຸປະກອນ ແລະ ເຄື່ອງຈັກທີ່ທັນສະໄໝລະດັບໂລກ. ການກໍ່ສ້າງໃຊ້ເວລາ 16 ເດືອນ.ອ່ານຕໍ່ ...

ຂປລ

ລາວກ້າວໜ້າຕ້ອນຮັບວັນປະຊາກອນໂລກ

ກະຊວງແຜນການ ແລະ ການລົງທຶນ ແລະ ອົງການສະຫະປະຊາຊາດກອງທອນປະຊາກອນ (UNFPA) ປະຈຳລາວໄດ້ຈັດກອງປະຊຸມວິຊາການຮ່ວມໃນວານນີ້ ເພື່ອສະເຫຼີມສະຫຼອງວັນປະຊາກອນໂລກ 2018. ການສະເຫຼີມສະຫຼອງວັນປະຊາກອນໂລກໃນປີນີ້ ພາຍໃຕ້ຫົວຂໍ້ “ການວາງແຜນຄອບຄົວເພື່ອສັງຄົມ” ມີຜູ້ປະຕິບັດສິດໜ້າທີ່ໃນການວາງແຜນເພື່ອຄອບຄົວຂອງຕົນກໍຄືອະນາຄົດຈຳນວນເພີ່ມຂຶ້ນ.ອ່ານຕໍ່ ...

ວຽງຈັນທາມສ໌

ເອັມອາຊີ ແລະ ໄຈກາ ເລີ່ມການຄົ້ນຄວ້າວິໄຈໃນການຮັກສາປ່າໄມ້ ເພື່ອປັບປຸງການຄຸ້ມຄອງອ່າງແມ່ນ້ຳຂອງ

(ຂປລ) ຄະນະກຳມາທິການແມ່ນ້ຳຂອງ (ເອັມອາຊີ)  ແລະ ອົງການຮ່ວມມືສາກົນຍີ່ປຸ່ນ (ໄຈກາ) ໄດ້ເລີ່ມການຄົ້ນຄວ້າວິໄຈຮ່ວມ ກ່ຽວກັບການປົກປັກຮັກສາປ່າໄມ້ ແລະ ການຄຸ້ມຄອງອ່າງແມ່ນ້ຳຂອງໃນເຂດອ່າງແມ່ນ້ຳຂອງຕອນລຸ່ມ ເພື່ອເປັນສ່ວນໜຶ່ງໃນການປັບປຸງການຄຸ້ມຄອງ ແລະ ປົກປັກຮັກສາສະພາບແວດລ້ອມຂອງອ່າງແມ່ນ້ຳຂອງ.ອ່ານຕໍ່ ...

ຂປລ

ແຂວງຈຳປາສັກຂະຫຍາຍເຂດອະນຸລັກໂລມາ

ອຳນາດການປົກຄອງ ແລະ ປະຊາຊົນແຂວງຈຳປາສັກ ໂດຍສະເພາະແມ່ນປະຊາຊົນບ້ານຫາງສະດຳ ແລະ ບ້ານຫາງຄອນ ໄດ້ຕົກລົງຂະຫຍາຍເຂດອະນຸລັກໂລມາແມ່ນ້ຳຂອງໃຫ້ໃຫຍ່ກວ່າເດີມ 7 ເທົ່າ. ນີ້ແມ່ນບາດກ້າວເພື່ອອະນຸລັກຈຳນວນປະຊາກອນໂລມາແມ່ຂອງ (ຫຼືວ່າໂລມາອີລະວະດີ) ທີ່ໃກ້ສູນພັນ.ອ່ານຕໍ່ ...

ວຽງຈັນທາມສ໌

ບໍລິສັດໄມ້ສະເຫຼີມສະຫຼອງວັນປູກຕົ້ນໄມ້ດ້ວຍການປູກໄມ້

ໃນອາທິດແລ້ວນີ້ ບໍລິສັດກະສິກຳປ່າໄມ້ບູຣະພາ ໄດ້ປູກໄມ້ວິກ, ໄມ້ກະຖິນນະລົງ, ໄມ້ແຕ້ຫໍ້ ແລະ ໄມ້ຂະຍູງ ໃນສວນໄມ້ປູກທົດລອງແບບປະສົມປະສານ ເພື່ອສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ. ປ່າໄມ້ປູກທົດລອງຂະໜາດ 18 ເຮັກຕານີ້ແມ່ນຕັ້ງຢູ່ບ້ານແສນອຸດົມ, ເມືອງໄຊທານີ, ວຽງຈັນ, ມີຈຸດປະສົງເພື່ອປົກປັກຮັກສາສິ່ງແວດລ້ອມ ແລະ ສ້າງວຽກເຮັດງານທຳໃຫ້ແກ່ຊຸມຊົນທ້ອງຖິ່ນ.ອ່ານຕໍ່ ...

ວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

nkxRC
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!