ລາວຊາບຊຶ້ງຕໍ່ການຊ່ວຍເຫຼືອຂອງໄທໃນການຕ້ານພະຍາດອະຫະວາໝູ

ລັດຖະບານລາວໄດ້ສະແດງຄວາມຮູ້ບຸນຄຸນຕໍ່ໄທ ໃນການສົ່ງອຸປະກອນຂ້າເຊື້ອເຂົ້າມາຊ່ວຍໃນການຕ້ານການລະບາດຂອງພະຍາດອະຫິວາໝູອາຟຣິກາ ຢູ່ແຂວງສາລະວັນ.ທ່ານ ສໍຣິວິດ ຖານິໂຕ ຫົວໜ້າກົມການພັດທະນາການລ້ຽງສັດຂອງໄທ ກ່າວໃນວັນອາທິດຜ່ານມານີ້ວ່າ ກົມລ້ຽງສັດ ແລະ ການປະມົງຂອງລາວໄດ້ສົ່ງຈົດໝາຍສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອຂອງໄທໃນດ້ານອຸປະກອນເພື່ອສະກັດກັ້ນການລະບາດຂອງພະຍາດໃນຊ່ວງເດືອນນີ້.ອ່ານຕໍ່ ...

ບັນນາທິການ The Nation
http://www.nationmultimedia.com/detail/national/30371594

ໂຄງການຊີວິນາໆພັນສະໜັບສະໜູນເບ້ຍໄມ້ໃນວັນປູກຕົ້ນໄມ້ແຫ່ງຊາດ

ວຽງຈັນ (ວຽງຈັນທາມສ໌/ANN) – ໂຄງການອະນຸລັກຊີວະນາໆພັນ (BCC) ຂອງທະນາຄານພັດທະນາອາຊີ (ADB) ໄດ້ສະໜອງເບ້ຍໄມ້ 10,000 ເບ້ຍ ເພື່ອຊ່ວຍເຫຼືອລັດຖະບານລາວໃຫ້ບັນລຸເປົ້າໝາຍອັນສູງສົ່ງໃນການຂະຫຍາຍພື້ນທີ່ສີຂຽວໃນນະຄອນຫຼວງວຽງຈັນໃນປີນີ້.ເບ້ຍໄມ້ບາງສ່ວນໄດ້ນຳໄປປູກທີ່ສວນພຶກສາສາດ ຫ້ວຍຍາງ-ດົງໝາກຄາຍ ເມືອງໄຊທານີ. ສ່ວນທີ່ເຫຼືອຈະນຳໄປປູກພາຍໃນເດືອນນີ້ ທີ່ປ່າສະຫງວນແຫ່ງຊາດພູເຂົາຄວາຍ ແລະ ພູພະນັງ ແຂວງວຽງຈັນ ແລະ ແຂວງບໍລິຄຳໄຊ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/biodiversity-project-supports-national-arbour-day-97836

ກອງປະຊຸມວິຊາການເປີດຕົວຄູ່ມືການປະເມີນເຂດຮັກສາພັນປາໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດທີ່ປຶກສາ FISHBIO ລາວໄດ້ຈັດກອງປະຊຸມວິຊາການຮ່ວມກັບກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກຳ ແລະ ປ່າໄມ້ ເພື່ອອະທິບາຍກ່ຽວກັບປື້ມຄູ່ມືສະບັບໃໝ່ ເຊິ່ງຈັດທຳຂຶ້ນເພື່ອເປັນແຫຼ່ງຂໍ້ມູນເພື່ອການປັບປຸງການປະເມີນເຂດຮັກສາພັນປາໃນລາວ.ປະຈຸບັນມີແຫຼ່ງຂໍ້ມູນພຽງຈຳນວນໜ້ອຍສຳລັບນັກອະນຸລັກພັນປາ ທີ່ຕ້ອງການປະເມີນປະສິດທິພາບຂອງພື້ນທີ່ປົກປ້ອງພັນປານ້ຳຈືດ ເຊັ່ນ ເຂດຮັກສາພັນປາ ທັນທີທີ່ມີການຈັດຕັ້ງປະຈິບັດ.ອ່ານຕໍ່ ...

ໂຕະຂ່າວ

ກະຊວງອອກລະບຽບຄຸ້ມຄອງການເຄື່ອນໄຫວກ່ຽວກັບສັດປ່າ

ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງໄດ້ອອກແນວທາງໃໝ່ເພື່ອຄຸ້ມຄອງການສ້າງ ແລະ ການເຄື່ອນໄຫວສວນສັດ, ຟາມສັດປ່າ ແລະ ການຊື້ຂາຍສັດ ແລະ ພືດປ່າຈຳນວນໜຶ່ງ.ທ່ານ ປອ ຫຼຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ໄດ້ອອກທິດຊີ້ນຳໃໝ່ໃນຂໍ້ຕົກລົງເລກທີ 0188 ວ່າດ້ວຍການສ້າງ ແລະ ຄຸ້ມຄອງສວນສັດ, ຟາມສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນສັດປ່າ ແລະ ສວນພືດປ່າ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ສູນອະນຸລັກຊ້າງລາວໄດ້ຮັບລາງວັນການທ່ອງທ່ຽວອາຊຽນ

ວຽງຈັນ (ວຽງຈັນທາມສ໌/ANN) – ສູນອະນຸລັກຊ້າງແຂວງໄຊຍະບູລີ ສ້າງຊື່ສຽງໃນງານວາງສະແດງ Experience Mekong Collection Showcase 2019 ໃນກອງປະຊຸມການທ່ອງທ່ຽວອາຊຽນໃນເດືອນມັງກອນ ທີ່ຮາລອງເບ ຫວຽດນາມ ດ້ວຍການຄວ້າລາງວັນກຽດນິຍົມສູງສຸດປະເພດ “ການກະທຳ”.ສູນດັ່ງກ່າວໄດ້ຮັບລາງວັນປະເພດ “ການກະທຳ” ສຳລັບປະເທດລາວ ໂດຍການສ້າງປະສົບການການຮຽນຮູ້ຮ່ວມກັບຊ້າງ ເຊິ່ງນຳໂດຍທີມຄູຝຶກ, ກວານຊ້າງ ແລະ ສັດຕະວະແພດຊ້າງ ຕາມບົດລານງາຍຂອງສູນ.ອ່ານຕໍ່  ...

ໂຕະຂ່າວ

ກະຊວງລາວເຜີຍສິ່ງທ້າທາຍໃນການຈັດການກັບອາດສະຍາກຳກ່ຽວກັບສັດປ່າ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວຍັງຜະເຊີນສິ່ງທ້າຍທາຍຕົ້ນຕໍຫຼາຍຢ່າງໃນການຈັດການອາດສະຍາກຳກ່ຽວກັບສັດນ້ຳ ແລະ ສັດປ່າ ຕາມການລາຍງານຂອງກົມກວດກາປ່າໄມ້ ພາຍໃຕ້ກະຊວງກະສິກຳ ແລະ ປ່າໄມ້.ແຜນດຳເນີນງານດ້ານການຕ້ານອາດສະຍາກຳສັດນ້ຳ ແລະ ສັດປ່າແຫ່ງຊາດທີ່ມີການເປີດເຜີຍຫຼ້າສຸດ ລາຍງານວ່າປະເທດລາວມັກເປັນໜຶ່ງໃນຈຸດເຊື່ອມຕໍ່ລະຫວ່າງເຄືອຂ່າຍອາດສະຍາກຳຂ້າມຊາຍແດນ, ​ຜູ້ຊື້ ແລະ ຜູ້ຂາຍຜະລິດຕະພັນສັດປ່າຜິດກົດໝາຍ.ອ່ານຕໍ່ ...

ໂຕະຂ່າວ

ການທຳລາຍຊິ້ນສ່ວນສັດປ່າສະທ້ອນຄວາມພະຍາຍາມຂອງລັດຖະບານລາວໃນການຕ້ານການຄ້າສັດປ່າຜິດກົດໝາຍ

ວຽງຈັນ (ວຽງຈັນທາມສ໌/ANN) – ໃນວັນຈັນຜ່ານມານີ້ ເຈົ້າໜ້າທີ່ລັດຖະບານຮ່ວມກັບທະນາຄານໂລກ ໄດ້ຮ່ວມເປັນສັກຂີພະຍານໃນການຝັງຊາກຊິ້ນສ່ວນສັດປ່າທີ່ຍຶດໄດ້ຈາກຕະຫຼາດຫ້ວຍນ້ຳໄສວຽງຈັນ ເຊິ່ງເປັນການສະແດງເຈດຈຳນົງຂອງລາວໃນການກວດລ້າງການຊື້ຂາຍສັດປ່າຜິດກົດໝາຍ.ກົມກວດກາປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ສືບຕໍ່ການທຳລາຍຊີ້ນ ແລະ ຊາກສັດປ່າທີ່ຍຶດໄດ້.ອ່ານຕໍ່  ...

ໂຕະຂ່າວ

KOICA, ລາວ ປະເມີນແຜນແມ່ບົດສຳລັບການຄຸ້ມຄອງລ້ອງແມ່ນ້ຳງື່ມ

ອົງການຮ່ວມມືສາກົນເກົາຫຼີ (KOICA) ແລະ ກະຊວງພະລັງງານ ແລະ ບໍ່ແຮ່ ປະຊຸມກັນວານນີ້ ເພື່ອຫາລືບົດລາຍງານໂຄງການຂັ້ນສຸດທ້າຍ ເພື່ອຂຽນເປັນແຜນແມ່ບົດສຳລັບການຄຸ້ມຄອງຊັບພະຍາກອນນ້ຳໂດຍລວມໃນລ້ອງແມ່ນ້ຳງື່ມ.ໂຄງການດັ່ງກ່າວແມ່ນໄດ້ຮັບທຶນຊ່ວຍເຫຼືອລ້າ ຈຳນວນ US$2.68 ລ້ານໂດລາ ຈາກລັດຖະບານສາທາລະນະລັດເກົາຫຼີ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ນາຍົກປ່ອຍປາ ເພື່ອສົ່ງເສີມການອະນຸລັກພັນປາ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ນຳພາລັດຖະກອນ, ຕຳຫຼວດ, ທະຫານ, ຕາງໜ້າອົງການຈັດຕັ້ງສາກົນ ແລະ ສະທາລະນະຊົນໃນວຽງຈັນ ໃນການປ່ອຍລູກປາຈຳນວນ 150,000 ໂຕ ເນື່ອງໃນໂອກາດວັນອະນຸລັກສັດນ້ຳສັດປ່າແຫ່ງຊາດ.ອ່ານຕໍ່ ...

ວຽງຈັນທາມສ໌

ປ່ອຍປາ 45 ລ້ານໂຕ ເພື່ອອະນຸລັກສັດນ້ຳ-ສັດປ່າ

ແມ່ນ້ຳລຳເຊໃນລາວຈະອຸດົມສົມບູນຈາກການປ່ອຍປານ້ອຍຈຳນວນ 45 ລ້ານໂຕ ເນື່ອງໃນໂອກາດວັນອະນຸລັກສັດນ້ຳສັດປ່າແຫ່ງຊາດ ກໍຄືການລະນຶກເຖິງວັນຄ້າຍວັນເກີດຂອງທ່ານປະທານສຸພານຸວົງ. ກິດຈະກຳດັ່ງກ່າວແມ່ນແນໃສ່ປູກຝັງໃຫ້ເດັກນ້ອຍ ແລະ ທົ່ວສັງຄົມມີຄວາມເຂົ້າໃຈຕໍ່ຄວາມສຳຄັນຂອງສັດນ້ຳ ແລະ ສັດປ່າ ກໍຄືປະຫວັດສາດຂອງຊາດ.ອ່ານຕໍ່ ...

ວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

GznX8
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!