ເສດຖະກິດ ແລະ ການຄ້າ

ບັນດາທະນາຄານ, ສະຖາບັນການເງິນໄດ້ສັ່ງໃຫ້ເລື່ອນການຈ່າຍເງິນຕົ້ນ ແລະ ດອກເບັ້ຍ

ທະນາຄານແຫ່ງ ສປປ ລາວ ໄດ້ອອກຄຳສັ່ງ ໃຫ້ທະນາຄານທຸລະກິດ ແລະ ສະຖາບັນການເງິນຈຸລະພາກ ເລື່ອນກຳນົດເວລາສຳລັບການຈ່າຍເງິນຕົ້ນ ແລະ ດອກເບ້ຍ ສຳລັບຜູ້ທີ່ໄດ້ກູ້ຢືມເງິນເພື່ອໃຊ້ຈ່າຍໃນການດຳລົງຊີວິດ ເປັນເວລາ 3 ເດືອນ (ນັບແຕ່ເດືອນພຶດສະພາເປັນຕົ້ນໄປ).  ຂໍ້ຕົກລົງສະບັບ ລົງວັນທີ 13 ພຶດສະພາ, 2021, ໂດຍມີຈຸດປະສົງເພື່ອຫຼຸດຜ່ອນຜົນກະທົບຂອງສະພາບການ Covid-19 ຕໍ່ຜູ້ກູ້ຢືມເງິນຂອງທະນາຄານການຄ້າ ແລະ ສະຖາບັນການເງິນ ທີ່ເປັນພະນັກງານຂອງທຸລະກິດ ຫຼື ອົງການຈັດຕັ້ງທີ່ໄດ້ຢຸດກິດຈະການທາງທຸລະກຳ ແລະ ນັກທຸລະກິດອິດສະຫຼະ ທີ່ຂາດລາຍໄດ້.ອ່ານເພິ່ມເຕີມ  ...

ຂ່າວສານປະເທດລາວ

ລະບົບການນຳໃຊ້ລະບົບແຈ້ງພາສີປະຕູດຽວຂອງລາວຕາມຊາຍແດນສາກົນ

ການນຳໃຊ້ລະບົບແຈ້ງພາສີປະຕູດຽວຂອງລາວ (LNSW) – ແພັດຟອມລະບົບຄອມພິວເຕີທີ່ເປັນເອກະລັກໂດຍ- ກຳລັງມີຜົນບັງຄັບໃຊ້ຢ່າງເຕັມທີ່ ເພື່ອຄວາມສະດວກ ແລະ ກະຕຸ້ນການນຳເຂົ້າ, ການສົ່ງອອກ ແລະ ການຂົນສົ່ງສິນຄ້າ ແລະ ສິນຄ້າທຸກຢ່າງຢູ່ທຸກຊາຍແດນ ແລະ ສະໜາມບິນໃນລາວ. ເມື່ອບໍ່ດົນມານີ້ກະຊວງການເງິນໄດ້ອອກແຈ້ງການ ເພື່ອແຈ້ງກ່ຽວກັບການນຳໃຊ້ລະບົບ ແຈ້ງພາສີປະຕິດຽວ ນັບແຕ່ວັນທີ 23 ກຸມພາ (ຈັນ-ສຸກ) ເປັນຕົ້ນໄປ. ການຝຶກອົບຮົມການນຳໃຊ້ລະບົບດັ່ງກ່າວ ແມ່ນໄດ້ຈັດຂື້ນໂດຍ ບໍລິສັດ BIVAC Lao ຈຳກັດ, ເຊິ່ງເປັນຄູ່ຮ່ວມມືກັບກະຊວງໃນການຈັດຕັ້ງປະຕິບັດ ໂດຍບໍ່ເສຍຄ່າໃຊ້ຈ່າຍ. ສືບຕໍ່ອ່ານ  ...

ສຸກສາຄອນ ແວນແກ້ວ

ປະເທດລາວຈະສ້າງໂຮງງານໄຟຟ້າຖ່ານຫີນສອງແຫ່ງຢູ່ແຂວງເຊກອງ

ປະເທດລາວ ຈະສ້າງໂຮງງານໄຟຟ້າຖ່ານຫີນສອງແຫ່ງຢູ່ທາງພາກໃຕ້ຂອງລາວ ໂດຍມີຈຸດປະສົງເພື່ອການສົ່ງໄຟຟ້າອອກຂາຍໃຫ້ປະເທດກຳປູເຈຍ. ວຽງຈັນທາມສ໌ ໄດ້ລາຍງານວ່າການສ້າງໂຮງໄຟຟ້າຖ່ານຫີນສອງແຫ່ງດັ່ງກ່າວ ແມ່ນຈະເລິ່ມຕົ້ນຂື້ນໃນທ້າຍປີຢູ່ທີ່ແຂວງຊຽງຂວາງ ຊຶ່ງຈະໄດ້ເຮັດໃນຮູບແບບອອນລາຍ ແລະ ເລິ່ມສົ່ງພະລັງງານໃຫ້ປະເທດກຳປູເຈຍໃນປີ 2025. ອ່ານຕໍ່   ...

ລັດສະໝີ ພອນວິໄລ

ການຂາດດຸນການຄ້າຂອງລາວບັນລຸ 78 ລ້ານໂດລາສະຫະລັດໃນເດືອນທັນວາປີ 2020

ປະເທດລາວມີການຂາດດຸນການຄ້າເຖິງ 78 ລ້ານໂດລາສະຫະລັດໃນເດືອນທັນວາປີ 2020, ອີງຕາມຂໍ້ມູນຫຼ້າສຸດຈາກເວັບໄຊທ໌ການຄ້າ ສປປ ລາວ.ບົດລາຍງານກ່າວວ່າການສົ່ງອອກຂອງລາວໃນເດືອນທັນວາມີມູນຄ່າ 468 ລ້ານໂດລາສະຫະລັດ, ໃນຂະນະທີ່ມູນຄ່າການນຳເຂົ້າແມ່ນ 546 ລ້ານໂດລາສະຫະລັດ.ອ່ານຕໍ່  ...

ສຳນັກຂ່າວເດີສະຕາ

ສ ປປ ລາວ ກຽມສົ່ງອອກພະລັງງານແສງອາທິດ ຈາກ ນະຄອນຈຳປາສັກ

ລາວຊຽນທາມສ໌- ລັດຖະບານລາວ ໄດ້ເຊັນສັນຍາຕົກລົງຮ່ວມກັບ ບໍລິສັດເມືອງໂຂງພະລັງງານສະອາດ ໃນການກໍ່ສ້າງພະລັງງານແສງອາທິດ ຢູ່ທີ່ເມືອງໂຂງ, ນະຄອນຈຳປາສັກ. ໂຄງການດັ່ງກ່າວ ຢູ່ໃນຂັ້ນຕອນສຳເລັດການສຳຫຼວດຄວາມເປັນໄປໄດ້ ແລະ ຈະກາຍເປັນການສ້າງພະລັງງານແສງອາທິດເທື່ອທຳອິດຂອງລາວ ທີ່ຈະສົ່ງໄປປະເທດກຳປູເຈຍ. ອ່ານເພິ່ມເຕີມ..    ...

Phayboune Thanabouasy

ການສົ່ງອອກສິນຄ້າຂອງ ສປປ ລາວ ສູ່ ສສ.ຫວຽດນາມ ເພິ່ມຂື້ນໃນຊ່ວງພະຍາດລະບາດໂຄວິດ-19

(ຂ່າວສັ້ນຊິນຫົວ)- ປີ 2019, ການສົ່ງອອກສິນຄ້າຂອງ ສປປ ລາວ ສູ່ ສສ.ຫວຽດນາມ ໃນ 9 ເດືອນທຳອິດ ມີມູນຄ່າ 757.4 ລ້ານໂດລາສະຫະລັດ, ຊຶ່ງເພິ່ມຂື້ນປະມານ 758 ລ້ານ ໂດລາສະຫະລັດ ອີງຕາມຂໍ້ມູນຈາກ ກະຊວງ ອຸດສາຫະກຳ ແລະ ການຄ້າ. ສສ.ຫວຽດນາາມ ຍັງຄົງເປັນໜຶ່ງໃນສາມປະເທດຄູ່ຮ່ວມການຄ້າ ແລະ ການລົງທຶນ ລາຍໃຫຍ່ຂອງປະເທດລາວ, ເຊັ່ນດຽວກັບ ປະເທດໄທ ແລະ ຈີນ.ອ່ານຕໍ່.  ...

huaxia

ລັດຖະບານລາວ ແລະ ນະໂຍບາຍ " 3 ເປີດ"

ວຽງຈັນທາມສ໌ໍ- ລັດຖະບານ ໄດ້ວາງຄາດໝາຍສູ້ຊົນ ເພື່ອກຳຈັດສິ່ງກີດຂວາງ ພ້ອມທັງປັບປຸງ ແລະ ສ້າງສິ່ງອຳນວຍໃຫ້ແກ່ການດຳເນີນທຸລະກິດ ເພື່ອດຶງດູດນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ. ທ່ານ ສອນໄຊ ສີພັນດອນ,ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ເນັ້ນໃສ່ 3 ບັນຫາສຳຄັນຄື ການຈັດຕັ້ງປະຕິບັດນະໂຍບາຍ 3 ເປີດເຊັ່ນ: ເປີດໃຈ, ເປີດປະຕູ ແລະ ເປີດສິ່ງກີດຂວາງ; ສ້າງສິ່ງແວດລ້ອມ ເພື່ອດຶງດູດ-ຂົນຂວາຍການລົງທຶນ ແລະ ການແກ້ໄຂຄວາມທຸກຍາກ ຂອງປະຊາຊົນ. ອ່ານຕໍ່.  ...

Somsack Pongkhao

ເຄື່ອງມືໃໝ່ ເພື່ອອຳນວຍຄວາມສະດວກ ໃນການຂຶ້ນທະບຽນທຸລະກິດໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ບັນດາຜູ້ປະກອບການທຸລະກິດໃນລາວ ໂດຍສະເພາະຢູ່ໃນເຈັດແຂວງເປົ້າໝາຍ ທີ່ຕ້ອງການຂຶ້ນທະບຽນທຸລະກິດຂອງຕົນ ຈະໄດ້ຮັບຄວາມສະດວກຍິ່ງຂຶ້ນ ພາຍຫຼັງການຕິດຕັ້ງອຸປະກອນທັນສະໄໝ ຢູ່ສູນຂຶ້ນທະບຽນທຸລະກິດ.ອຸປະກອນດັ່ງກ່າວ ເຊິ່ງມີມູນຄ່າ 680 ລ້ານກວ່າກີບ ໄດ້ມີການສົ່ງມອບໃຫ້ແກ່ ກົມຂຶ້ນທະບຽນ ແລະ ຄຸ້ມຄອງທຸລະກິດ (ERM) ຂອງກະຊວງອຸດສາຫະກຳ ແລະ ການຄ້າ ທີ່ນະຄອນຫຼວງວຽງຈັນ ໃນວັນພະຫັດນີ້.ອ່ານຕໍ່ ...

ສຸກສະໄໝ ບູລົມ

ຫວຽດນາມ ຫວັງສືບຕໍ່ການລົງທຶນໃນລາວໃນອະນາຄົດ ທ່າມກາງສະພາບເສດຖະກິດທີ່ຂະຫຍາຍຕົວຖົດຖອຍ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວ ແລະ ຫວຽດນາມ ສືບຕໍ່ການຮ່ວມມື ກ່ຽວກັບໂຄງການການລົງທຶນໃນລາວໃນອະນາຄົດ ເຖິງຈະຜະເຊີນກັບສະພາບເສດຖະກິດຂະຫຍາຍຕົວຖົດຖອຍ ທຽບກັບຊຸມປີຜ່ານມາ.ໜຶ່ງໃນບັນດາໂຄງການໃຫຍ່ ກໍຄືໂຄງການກໍ່ສ້າງສະໜາມບິນໜອງຄັງ ເມືອງຊຳເໜືອ ແຂວງຫົວພັນ, ຄະນະກຳມະການການຮ່ວມມືລາວ-ຫວຽດນາມ ກ່າວໃນກອງປະຊຸມຂະແໜງແຜນການ ແລະ ການລົງທຶນ ທີ່ວຽງຈັນໃນວັນຈັນຜ່ານມານີ້.ອ່ານຕໍ່ ...

ໂຕະຂ່າວ

ການຄ້າລາວ, ຫວຽດນາມ ຂະຫຍາຍຕົວປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດພາຍໃນປະເທດ

ວຽງຈັນ (ວຽງຈັນທາມສ໌/ANN) – ມູນຄ່າການນຳເຂົ້າ ແລະ ສົ່ງອອກສິນຄ້າຮ່ວມລະຫວ່າງລາວ ແລະ ຫວຽດນາມ ໃນ 11 ເດືອນຂອງປີນີ້ ບັນລຸໄດ້ US$1,038 ລ້ານໂດລາ, ເພີ່ມຂື້ນ 12.28 ສ່ວນຮ້ອຍທຽບກັບໄລຍະດຽວກັນຂອງປີກາຍ.ຕົວເລກການຄ້າພາຄີດັ່ງກ່າວ ຄາດວ່າຈະບັນລຸຕາມເປົ້າໝາຍປະຈຳປີ ພາຍໃນທ້າຍເດືອນນີ້, ຄະນະກຳມະການ ການຮ່ວມມືລາວ-ຫວຽດນາມ ລາຍງານໃນກອງປະຊຸມຂະແໜງແຜນການ ແລະ ການລົງທຶນ ທີ່ວຽງຈັນໃນວັນຈັນນີ້.ອ່ານຕໍ່ ...

ໂຕະຂ່າວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

ng9n4
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!