ພະຍຸຝົນພັດຖະຫຼົ່ມໄຊຍະບູລີ

ວຽງຈັນ (ວຽງຈັນທາມສ໌/ANN) – ກວ່າ 50 ຫຼັງຄາເຮືອນໃນສີ່ບ້ານຂອງເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຮັບຄວາມເສຍຫາຍຈາກລົມແຮງ ແລະ ຝົນຕົກໜັກ ເນື່ອງຈາກພະຍຸຝົນທີ່ພັດຜ່ານນະຄອນຫຼວງໃນອາທິດຜ່ານແລ້ວນີ້.ທ່ານນາງ ບຸນທັນ ຄຳສິງ ຮອງຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເຜີຍຕໍ່ວຽງຈັນທາມສ໌ໃນວັນສຸກຜ່ານມານີ້ ວ່າພະຍຸຝົນດັ່ງກ່າວແມ່ນເລີ່ມແຕ່ຕອນແລງຂອງວັນທີ 28 ກຸມພາ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ພະຍຸຝົນພັດກະໜ່ຳທີ່ແຂວງຫົວພັນ ເສຍຫາຍ 30 ຫຼັງຄາເຮືອນ

ເຮືອນຊານປະຊາຊົນປະມານ 30 ຫຼັງຄາເຮືອນທີ່ເມືອງຊຽງຄໍ້ ແຂວງຫົວພັນ ໄດ້ຮັບຄວາມເສຍຫາຍຈາກພະຍຸຝົນທີ່ພັດກະໜ່ຳພື້ນທີ່ໃນອາທິດຜ່ານມາ ເຊິ່ງມີທັງພະຍຸ, ຝົນ, ໝາກເຫັບ ແລະ ລົມແຮງ.ທ່ານເຈົ້າເມືອງ ພັນຕາ ທອງວົງສາ ໄດ້ລາຍງານຜ່ານວຽງຈັນທາມສ໌ໃນວັນຈັນນີ້ວ່າ ‘ພະຍຸຝົນໄດ້ພັດຜ່ານເກົ້າບ້ານຂອງເມືອງໃນວັນທີ 19 ກຸມພາ. ໃນນັ້ນ ມີສາມສິບຫຼັງຄາເຮືອນ ພ້ອມດ້ວຍໂຮງຮຽນສອງຫຼັງ ທີ່ເມືອງນາຄາງ ແລະ ມົນງາມ ໄດ້ຮັບຄວາມເສຍຫາຍໜັກ. ມີຫຼັງຄາເປີດ ແລະ ໂຄງສ້າງອື່ນໆຖືກພັດພັງເສຍຫາຍ.’ໂຊກດີທີ່ບໍ່ມີລາຍງານຜູ້ໄດ້ຮັບບາດເຈັບ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ເລີ່ມເປີດສາກການຫາລືກ່ຽວກັບການຊົດເຊີຍສຳລັບຜູ້ປະສົບໄພພິບັດເຂື່ອນໃນລາວ

ອຳນາດການປົກຄອງຂອງລາວກ່າວວ່າ ໄດ້ມີການເລີ່ມເປີດສາກການເຈລະຈາກ່ຽວກັບການຊົດເຊີຍສຳລັບຜູ້ປະສົບໄພ ຈາກກໍລະນີເຂື່ອນເຊປຽນ-ເຊນ້ຳນ້ອຍແຕກໃນປີຜ່ານມາ,  ແຕ່ວ່ານັກອະນຸລັກສິ່ງແວດລ້ອມ ແລະ ນັກສິດທິມະນຸດຕ້ອງການໃຫ້ເຈົ້າຂອງໂຄງການເຂື່ອນຊ່ວຍເຫຼືອນອກເໜືອຈາກການຈ່າຍເງິນ – ພວກເຂົາຄວນຊ່ວຍເຫຼືອໃນການຟື້ນຟູຊີວິດການເປັນຢູ່ຂອງຜູ້ປະສົບໄພ.ຜູ້ລອດຊີວິດກວ່າ 7,000 ຄົນ ຈາກໄພພິບັດເຂື່ອນແຕກທີ່ເມືອງສະໜາມໄຊ ແຂວງອັດຕະປືທາງພາກໃຕ້ຂອງລາວ ຍັງຄົງປະສົບຄວາມຫຍຸ້ງຍາກໃນການດຳລົງຊີວິດມາເກືອບເຈັດເດືອນແລ້ວ.ອ່ານຕໍ່ ...

PRATCH RUJIVANAROM

ຜູ້ປະສົບໄພພິບັດທີ່ລອດຊີວິດຈາກເຂື່ອນ PNPC ໃນລາວຍັງຄົງຜະເຊີນຄວາມຫຍຸ້ງຍາກ

 ຜູ້ປະສົບໄພພິບັດທີ່ລອດຊີວິດຈາກໄພພິບັດເຂື່ອນແຕກໃນເດືອນກໍລະກົດ 2018 ເຊິ່ງເປັນໄພນ້ຳຖ້ວມຄັ້ງຮ້າຍແຮງທີ່ສຸດໃນລາວໃນຮອບຫຼາຍທົດສະວັດ ຍັງຄົງຜະເຊີນກັບຄວາມຫຍຸ້ງຍາກທັງດ້ານຮ່າງກາຍ ແລະ ຈິດໃຈ, ຕາມເຈົ້າໜ້າທີ່ບັນເທົາທຸກຊາວເກົາຫຼີໃຕ້.ໄພພິບັດດັ່ງກ່າວເກີດຂຶ້ນຍ້ອນສັນເຂື່ອນຂອງໂຄງການໄຟຟ້ານ້ຳຕົກເຊປຽນ-ເຊນ້ຳນ້ອຍ (PNPC) ໄດ້ແຕກ ເຮັດໃຫ້ນ້ຳໄຫຼເຂົ້າຖ້ວມ 12 ບ້ານ ແລະ ມີຜູ້ເສຍຊີວິດຢ່າງໜ້ອຍ 40 ຄົນໃນແຂວງຈຳປາສັກ ແລະ ອັດຕະປື, ສ່ວນອີກຫຼາຍຄົນຍັງຄົງສູນຫາຍ.ອ່ານຕໍ່  ...

Radio Free Asia

ອຳນາດການປົກຄອງແຈ້ງຍຸດທະສາດເພື່ອປ້ອງກັນໄຟປ່າ

ລັດຖະບານແຈ້ງເຕືອນປະຊາຊົນໃຫ້ລະມັດລະວັງການເກີດໄຟປ່າເນື່ອງຈາກອຸນຫະພູມຮ້ອນຂຶ້ນ ແລະ ປ່າໄມ້ກໍມີລັກສະນະແຫ້ງແລ້ງ.ກະຊວງກະສິກຳ ແລະ ປ່າໄມ້ ເຊິ່ງຮັບຜິດຊອບວຽກງານການຄຸ້ມຄອງໄຟປ່າ ໄດ້ອອກແຈ້ງການຫວ່າງໝໍ່ໆມານີ້ ໃຫ້ພາກສ່ວນທີ່ກ່ຽວຂ້ອງດຳເນີນຕາມຂັ້ນຕອນເພື່ອປ້ອງກັນການເກີດໄຟປ່າໃນລະດູແລ້ງນີ້.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ມອບເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ແກ່ຄອບຄົວຜູ້ປະສົບໄພທີ່ອັດຕະປື

(ຂປລ) ໃນວັນອັງຄານຜ່ານມາ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ມອບສິ່ງຂອງຊ່ວຍເຫຼືອບັນເທົາທຸກທີ່ໄດ້ຮັບບໍລິຈາກຈາກພໍ່ແມ່ປະຊາຊົນ ແລະ ອົງການຈັດຕັ້ງທ້ອງຖິ່ນ ແລະ ສາກົນ ໃຫ້ແກ່ຄອບຄົວຜູ້ປະສົບໄພນ້ຳຖ້ວມທີ່ອັດຕະປື ກວ່າ 300 ຄອບຄົວ.ເຄື່ອງຊ່ວຍເຫຼືອດັ່ງກ່າວລວມມີ ເຄື່ອງໃຊ້ໃນຊີວິດປະຈຳວັນ ແລະ ອາຫານແຫ້ງ.ອ່ານຕໍ່ ...

ຂປລ

ຜູ້ປະສົບໄພນ້ຳຖ້ວມໃນລາວຜະເຊີນກັບໄຂ້ຍູງ ແລະ ການຂາດໂພຊະນາການ

ຫົກເດືອນຫຼັງຈາກສັນເຂື່ອນເຊປຽນ-ເຊນ້ຳນ້ອຍແຕກຢູ່ທາງພາກໃຕ້ຂອງລາວ ເຮັດໃຫ້ເກີດໄພນ້ຳຖ້ວມທຳລາຍເຮືອນຊານບ້ານຊ່ອງ, ປະຊາຊົນທີ່ລອດຊີວິດໃນປະຈຸບັນກຳລັງຜະເຊີນໄພຈາກພະຍາດໄຂ້ຍູງ ແລະ ພາວະທຸພະໂພຊະນາການ.ອ່ານຕໍ່ ...

PRATCH RUJIVANAROM 

ຜູ້ປະສົບໄພເຂື່ອນແຕກໃນລາວໄດ້ຮັບຄ່າທຳຂັວນ

ເງິນຈຳນວນ US$710,000 ໂດລາ (ກວ່າ 6 ຕື້ກີບ) ໄດ້ຮັບການເບີກຈ່າຍໃຫ້ແກ່ຄອບຄົວຜູ້ປະສົບໄພ 71 ຄົນທີ່ເສຍຊີວິດ ຫຼື ຍັງຄົງສູນຫາຍເນື່ອງຈາກເຫດສັນເຂື່ອນແຕກທີ່ເມືອງສະໜາມໄຊ ແຂວງອັດຕະປື.ຜູ້ປະສົບໄພຈຳນວນ 71 ຄົນດຈາກເຫດເສົ້າສະຫຼົດໃນເດືອນກໍລະກົດ 2018 ດັ່ງກ່າວລວມມີ 22 ຜູ້ສູນຫາຍ ແລະ 49 ຜູ້ເສຍຊີວິດ.ຄອບຄົວຂອງຜູ້ປະສົບເຄາະແຕ່ລະລາຍໄດ້ຮັບຄ່າທຳຂັວນຄອບຄົວລະ US$10,000 ໂດລາ ຕາມການແຈ້ງການຂອວສຳນັກງງານນາຍົກລັດຖະມົນຕີ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

Laos' dam disaster victims stare at uncertain future

Fears linger for livelihoods as new villages being built for Lao victims may not be suitable for agricultureTHE VICTIMS of the Xi Pian-Xe Namnoi Dam collapse may not be able to return to their normal lives any time soon because the locations of their new ...

Pratch Rujivanarom 

ເກີດແຜ່ນດິນໄຫວຂະໜາດນ້ອຍທີ່ແຂວງຫຼວງນ້ຳທາ ແລະ ແຂວງຜົ້ງສາລີ

ໃນອາທິດນີ້ໄດ້ເກີດເຫດແຜ່ນດິນໄຫວຕາມໜ່ວຍວັດແທກຣິກເຕີຂະໜາດ 4.0 ແລະ 4.7  ທີ່ແຂວງຜົ້ງສາລີ ແລະ ແຂວງຫຼວງນ້ຳທາຕາມລຳດັບ.ອ່ານຕໍ່  ...

ວຽງດາວັນ ບັນພະຮັກສາ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

d3SWF
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!