covid-19

ສປປ ລາວ ສືບຕໍ່ມາດຕະການປ້ອງກັນໂຄວິດ-19 ໂດຍຍັງຕ້ອງເອົາໃຈໃສ່ເຂດສ່ຽງ

ນາຍົກລັດຖະມົນຕີອອກ ແຈ້ງການສືບຕໍ່ປະຕິບັດມາດຕະການເຝົ້າລະວັງການແຜ່ລະບາດຂອງພະຍາດໂຄວິດ-19, ສະບັບເລກທີ 595/ຫສນຍ , ຊຶ່ງໄດ້ລະບຸບາງນະໂຍບາຍໂຍະຍານ ແລະ ສືບຕໍ່ເຄັ່ງຄັດບາງມາດຕະການ. ອ່ານເພິ່ມເຕີມ .  ...

ລັດສະໝີ ພອນວິໄລ

ວັກຊິນໄຟເຊີ (Pfizer) ຈະຖືກນຳໃຊ້ເພື່ອປົກປ້ອງກຸ່ມທີ່ມີຄວາມສ່ຽງຫຼາຍທີ່ສຸດ

ການສົ່ງຢາວັກຊີນ 100,620  ໂດສ ໄດ້ມາຮອດລາວໃນວັນຈັນ, ໂດຍການໃຫ້ບໍລິສັດ COVAX Facility ເປັນຄູ່ຮ່ວມມືລະຫວ່າງອົງການ ນະວັດຕະກຳເພື່ອຕ້ານພະຍາດລະບາດ, Gavi, ໜ່ວຍງານວັກຊິນພັນທະມິດ, ອົງການ UNICEF, ແລະ ອົງການອະນາໄມໂລກ (WHO).ລັດຖະບານຈະນຳໃຊ້ປະລິມານດັ່ງກ່າວ ເພື່ອສັກໃຫ້ແກ່ປະຊາຊົນຈຳນວນ 50.300 ສຳລັບກຸ່ມສ່ຽງ ແລະມີພະຍາດປະຈຳຕົວ; ການສັກຢາວັກຊີນຮອບໃໝ່ ຈະເລີ່ມຕົ້ນໃນເດືອນໜ້າ, ໂດຍຈະໃຊ້ໃນນະຄອນຫຼວງວຽງຈັນ ແລະ ບາງນະຄອນ/ແຂວງໃຫຍ່ຕາມລຳດັບຂອງຈຳນວນທີ່ມີການແຜ່ລະບາດຫຼາຍໃນຊຸມຊົນ. ອ່່ານເພິ່ມເຕີມ   ...

ເພັດໂພໄຊ ແສງປະເສີດ

ພາກສ່ວນສັງຄົມພົນລະເຮືອນປະກອບສ່ວນຊຸກຍູ້ລັດຖະບານເພື່ອຮັບມືກັບການປ້ອງກັນພະຍາດລະບາດ COVID-19 ຢູ່ບັນດາ10 ທົ່ວປະເທດ

ໃນວັນທີ 28 ພຶດສະພາ, 10 ອົງການຈັດຕັ້ງທາງສັງຄົມພົນລະເຮືອນ (CSOs)  ໄດ້ລົງນາມໃນຂໍ້ຕົກລົງຮ່ວມມື ເພື່ອຕອບສະໜອງ ຕໍ່ການລະບາດຂອງພະຍາດໂຄວິດ-19 ໃນ 10 ແຂວງທົ່ວປະເທດລາວ. ຊຶ່ງເປັນຂໍ້ຕົກລົງຮ່ວມກັບ Plan International ກຳນົດເວລາ 12 ເດືອນ ເພື່ອຈັດຕັ້ງປະຕິບັດກິດຈະກຳ ເພື່ອປ້ອງກັນ ແລະ ຫຼຸດຜ່ອນການລະບາດ COVID-19 ຫຼື (CiSAC) ໃນໄລຍະຍາວ. ໂຄງການນີ້ແມ່ນທຶນສະໜັບສະໜູນຈາກສະຫະພາບເອີຣົບຕໍ່ລັດຖະບານລາວ.ອ່ານເພິ່ມເຕີມ   ...

ຂ່າວສານປະເທດລາວ

Telcos Discount Voice Calls and Data Rates During Lockdown Period

ຜູ້ໃຫ້ບໍລິການດ້ານການຄົມມະນາຄົມ (ອົງການດັດສົມໂທລະຄົມ) ສະເໜີໃຫ້ບັນດາບໍລິສັດໂທລະຄົມ ຫຼຸດລາຄາ 15% ໃຫ້ຜູ້ໃຊ້ສຳລັບທຸກປະເພດບໍລິການ(ໂທລະສັບຕັ້ງໂຕະ, ບໍ່ມີສາຍ, ເບີລາຍເດືອນ ແລະ ເຕີມເງິນ); ພ້ອມທັງ ສົ່ງຂໍ້ຄວາມສັ້ນ (SMS) ຫາຜູ້ໃຊ້ບໍລິການຈາກຜູ້ໃຫ້ບໍລິການ ເພື່ອແຈ້ງໃຫ້ຮັບຮູ້ ກ່ຽວກັບສ່ວນຫຼຸດ ພ້ອມທັງສົ່ງເວັບໄຊຄະນະສະເພາະກິດ ເພື່ອຊ່ວຍກັນຕິດຕາມດ້ານຂໍ້ມູນຂ່າວກ່ຽວກັບໂຄວິດ-19 ຊຶ່ງໃຫ້ເລິ່ມຈັດຕັ້ງປະຕິບັດນັບແຕ່ວັນທີ 31 ພຶດສະພາ – ວັນທີ 30 ມິຖຸນາ.ດາວໂຫຼດເອກະສານທາງການໄດ້ທີ່ນີ້ >>> HERE ອ່ານເພິ່ມເຕີມ   ...

ໄພບູນ ທະນະບົວສີ

ປະຊາກອນຫຼາຍກ່ວາ 84,000 ຄົນກຳລັງເຂົ້າສູ່ພາວະຄວາມທຸກຍາກຈາກຜົນກະທົບຂອງພະຍາດລະບາດ

ສະຖິຕິໄດ້ຊີ້ໃຫ້ເຫັນວ່າປະຊາກອນຈຳນວນ 84,418 ຄົນວ່າງງານ ແລະ ປະສົບຄວາມຫຍຸ້ງຍາກຫຼາຍຢ່າງທາງການເງິນທົ່ວປະເທດ ເນື່ອງຈາກຜົນກະທົບຂອງໂຄວິດ-19 ລວມທັງຜູ້ທີ່ອອກຈາກວຽກຢູ່ປະເທດອື່ນນຳເຊັ່ນກັນ. ຕົວເລກດັ່ງກ່າວແມ່ນໄດ້ຮັບຮອງໂດຍອຳນາດການປົກຄອງບ້ານ ພາຍຫລັງການສຳຫຼວດຄົວເຮືອນທຸກຍາກ ແລະ ມີລາຍຮັບຕ່ຳ ຈາກການປະເມີນຈຳນວນປະຊາຊົນທີ່ຕ້ອງການຄວາມຊ່ວຍເຫຼືອຈາກລັດຖະບານ.ອ່ານເພິ່ມເຕີມ   ...

ເພັດໂພໄຊ ແສງປະເສີດ

ສປປ ລາວ ສືບຕໍ່ມາດຕະການປິດເມືອງໄປຕື່ມ 15 ວັນ

ລັດຖະບານ ສືບຕໍ່ຂະຫຍາຍກຳນົດເວລາລອກດາວໄປຕື່ມ 15 ວັນ (ເລິ່ມຈາກວັນທີ 21 ພຶດສະພາ – 4 ມິຖຸນາ 2021) ພ້ອມສືບຕໍ່ປະຕິບັດມາດຕະການຄວບຄຸມ ແລະ ປ້ອງກັນໃນບາງເຂດ. ອ່ານເພິ່ມເຕີມ.   ...

ຂ່າວສານປະເທດລາວ

ບັນດາທະນາຄານ, ສະຖາບັນການເງິນໄດ້ສັ່ງໃຫ້ເລື່ອນການຈ່າຍເງິນຕົ້ນ ແລະ ດອກເບັ້ຍ

ທະນາຄານແຫ່ງ ສປປ ລາວ ໄດ້ອອກຄຳສັ່ງ ໃຫ້ທະນາຄານທຸລະກິດ ແລະ ສະຖາບັນການເງິນຈຸລະພາກ ເລື່ອນກຳນົດເວລາສຳລັບການຈ່າຍເງິນຕົ້ນ ແລະ ດອກເບ້ຍ ສຳລັບຜູ້ທີ່ໄດ້ກູ້ຢືມເງິນເພື່ອໃຊ້ຈ່າຍໃນການດຳລົງຊີວິດ ເປັນເວລາ 3 ເດືອນ (ນັບແຕ່ເດືອນພຶດສະພາເປັນຕົ້ນໄປ).  ຂໍ້ຕົກລົງສະບັບ ລົງວັນທີ 13 ພຶດສະພາ, 2021, ໂດຍມີຈຸດປະສົງເພື່ອຫຼຸດຜ່ອນຜົນກະທົບຂອງສະພາບການ Covid-19 ຕໍ່ຜູ້ກູ້ຢືມເງິນຂອງທະນາຄານການຄ້າ ແລະ ສະຖາບັນການເງິນ ທີ່ເປັນພະນັກງານຂອງທຸລະກິດ ຫຼື ອົງການຈັດຕັ້ງທີ່ໄດ້ຢຸດກິດຈະການທາງທຸລະກຳ ແລະ ນັກທຸລະກິດອິດສະຫຼະ ທີ່ຂາດລາຍໄດ້.ອ່ານເພິ່ມເຕີມ  ...

ຂ່າວສານປະເທດລາວ

ອຳນາດການປົກຄອງນະຄອນຫຼວງວຽງຈັນສັ່ງປິດອານາເຂດບັນດາໝູ່ບ້ານສີແດງທີ່ມີການແຜ່ເຊື້ອທີ່ຮຸນແຮງ

ອຳນາດການປົກຄອງນະຄອນຫຼວງວຽງຈັນ ໄດ້ສັ່ງໃຫ້ປິດລ້ອມເປັນເວລາ 14​ ວັນ ບັນດາເຂດສີແດງຂອງເມືອງບ່ອນທີ່ມີຈຳນວນຜູ້ຕິດເຊື້ອ Covid-19 ສູງທີ່ສຸດ. ໃນກອງປະຊຸມຄະນະກຳມະການແຫ່ງຊາດເພື່ອການປ້ອງກັນ ແລະ ຄວບຄຸມ Covid-19 ໃນອາທິດທີ່ຜ່ານມາ, ທ່ານ ຮອງນາຍົກລັດຖະມົນຕີ ສຈ.ດຣ.ກິແກ້ວ ໄຂຄຳພິທູນ ໄດ້ແນະນຳບັນດາຕົວເມືອງ ໃຫ້ປິດຕົວເມືອງທີ່ມີການລະບາດເຊັ່ນບ້ານ ຝາຍ, ໂພນໄຊ, ດົງປາລານ, ໜອງຈັນ ແລະ ໂພນສີນວນ ຢູ່ເມືອງໄຊເສດຖາ.  ອ່ານເພິ່ມເຕີີມ  ...

ພົມພົງ ລາວອິນ

ສປປ ລາວ ພົບໜຶ່ງກໍລະນີເສຍຊີວິດດ້ວຍພະຍາດໂຄວິດ-19

ຊາວຫວຽດນາມເພດ ອາຍຸ 53 ປີ ໄດ້ເສຍຊີວິດຍ້ອນພະຍາດໂຄວິດ-19 ຢູ່ປະເທດລາວ, ເຊິ່ງເປັນການເສຍຊີວິດກໍລະນີທຳອິດຈາກເຊື້ອໄວຣັດດັ່ງກ່າວໃນປະເທດ ຕາມການລາຍງານຂອງຄະນະກຳມະການປ້ອງກັນ ແລະ ຄວບຄຸມແຫ່ງຊາດຂອງ Covid-19 ໄດ້ໃນວັນອາທິດຜ່ານມານີ້. ຜູ້ຍິງຄົນນີ້ເຮັດວຽກຢູ່ສະໂມສອນຄາຣາໂອເກະ ຢູ່ບ້ານນາໄຊ ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ ໂດຍຜູ້ກ່ຽວໄດ້ມີພະຍາດປະຈຳຕົວເຊັ່ນເບົາຫວານ ຈຶ່ງເຮັດໃຫ້ເກີດອາການແຊກຊ້ອນ ແລະ ເຮັດໃຫ້ສະພາບການຂອງນາງຊຸດໂຊມລົງພາຍໃນເວລາພຽງສອງສາມມື້ເທົ່ານັ້ນ. ສືບຕໍ່ອ່ານ  ...

ສົມສັກ ພົງຂາວ

ສືບຕໍ່ຂະຫຍາຍກຳນົດເວລາລອກດາວຈົນເຖິງວັນທີ 20 ພຶດສະພາ

ລັດຖະບານໄດ້ຂະຫຍາຍກຳນົດເວລາລອກດາວໄປຕື່ມອີກ 15​ ວັນ ຈົນເຖິງວັນທີ 20 ພຶດສະພາ ເນື່ອງຈາກຈຳນວນຕົວເລກຜູ້ຕິດເຊື້ອໂຄວິດ-19​ ຍັງສືບຕໍ່ເພິ່ມຂື້ນ. ລັດຖະບານ ໄດ້ອອກມາດຕະການລອກດາວພາຍໃນນະຄອນຫຼວງວຽງຈັນນັບຕັ້ງແຕ່ ວັນທີ 22 ເມສາ ພາຍຫຼັງການແຜ່ລາມຢ່າງຂວາງຂອງພະຍາດລະບາດ ຕິດຕາມດ້ວຍ 17 ແຂວງກໍໄດ້ອອກມາດຕະການເຊັ່ນດຽວກັນໃນວັນຕໍ່ໆມາ.  ວີດີໂອງານຖະແຫຼງຂ່າວທາງການ.ອ່ານເພິ່ມເຕີມ  ...

ສຸກສາຄອນ ແວ່ນແກ້ວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

W64hx
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!