ນາຍົກຊຸກຍູ້ການປູກພືດກະສິກຳອິນຊີ; ຊາວກະສິກອນຕ້ອງການແຫຼ່ງທຶນ ແລະ ຕະຫຼາດ

ວຽງຈັນ (ວຽງຈັນທາມສ໌/ANN) – ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ແນະນຳໃຫ້ຊາວກະສິກອນເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ທຳການປູກພືດພັນໂດຍນຳໃຊ້ວິທີການກະສິກຳອິນຊີ ພາຍຫຼັງຮູ້ວ່າຫຼາຍເຈົ້າໄດ້ມີການນຳໃຊ້ສານເຄມີ ເຮັດໃຫ້ເກີດສານພິດຕົກຄ້າງໃນພືດພັນ.ໃນການລົງຢ້ຽມຢາມຊາວກະສິກອນບ້ານບໍ່ໂອ ໃນວັນຈັນຜ່ານມາ, ພະນະທ່ານນາຍົກໄດ້ສັງເກດເຫັນວ່າ ບ້ານເຫຼົ່ານີ້ທີ່ເຄີຍເປັນຜູ້ສະໜອງພືດຜັກຕົ້ນຕໍສູ່ຕະຫຼາດໃນນະຄອນຫຼວງວຽງຈັນ, ເຄີຍປູກພືດຜັກຜົນລະປູກຕ່າງໆ ທີ່ມີຄຸນນະພາບ ແລະ ລົດຊາດທີ່ແຊບຊ້ອຍ.ແຕ່ມາໃນປະຈຸບັນພັດບໍ່ເປັນເຊັ່ນນັ້ນ, ຍ້ອນວ່າພືດຜັກຜົນລະປູກບາງຊະນິດ ເມື່ອນຳໄປກວດສອບແລ້ວພົບສານເຄມີຕົກຄ້າງ.ອ່ານຕໍ່  ...

ສຸກສາຄອນ ແຫວນແກ້ວ
http://annx.asianews.network/content/pm-pushes-organic-crops-farmers-need-finance-and-markets-101592

ລະບົບຊົນລະປະທານຈະສະໜອງນ້ຳສຳລັບພື້ນທີ່ປູກຝັງ 1,500 ເຮັກຕາ

ວຽງຈັນ (ວຽງຈັນທາມສ໌/ANN) – ແຜນຊົນລະປະທານທີ່ຫາກໍ່ສຳເລັດ ຄາດວ່າຈະສ້າງຜົນປະໂຫຍດໃຫ້ແກ່ຊາວກະສິກອນກວ່າ 60,000 ຄົນ ດ້ວຍການສະໜອງນ້ຳສູ່ພື້ນທີ່ກະສິກຳ  1,542 ເຮັກຕາ.ໂຄງການດັ່ງກ່າວໄດ້ມີການມອບຮັບຢ່າງເປັນທາງການໃນມື້ວານນີ້ ຈາກຜູ້ຮັບເໝົາໃຫ້ແກ່ອຳນາດການປົກຄອງວຽງຈັນ ຢູ່ບ້ານດົງໝາກຄາຍ ເມືອງໄຊທານີ.ແຜນຊົນລະປະທານດັ່ງກ່າວແມ່ນສ່ວນໜຶ່ງຂອງໂຄງການຄຸ້ມຄອງຄວາມສ່ຽງ ແລະ ຫຼຸດຜ່ອນຜົນກະທົບຈາກໄພນ້ຳຖ້ວມ ແລະ ແຫ້ງແລ້ງ ພາຍໃຕ້ການສະໜັບສະໜູນຂອງທະນາຄານພັດທະນາອາຊີ  (ADB) ແລະ ລັດຖະບານລາວ.ອ່ານຕໍ່ ...

ແກ້ວວຽງຄອນ ບຸນວິເສດ
http://annx.asianews.network/content/irrigation-system-provide-water-1500-hectares-crops-101522

ຂະແໜງກະສິກຳຜະເຊີນບັນຫາອັດຕາການຂະຫຍາຍຕົວຊັກຊ້າ

ວຽງຈັນ (ວຽງຈັນທາມສ໌/ANN) – ຂະແໜງກະສິກຳບໍ່ມີການຂະຫຍາຍຕົວເທົ່າທີ່ຄວນ ຍ້ອນຜົນຈາກສະພາບອາກາດທີ່ຮ້າຍແຮງ, ຕາມບົດລາຍງານຫຼ້າສຸດຂອງລັດຖະບານ.ລັດຖະບານຄາດວ່າຂະແໜງດັ່ງກ່າວຈະຂະຫຍາຍຕົວໃນອັດຕາ 2.8 ເປີເຊັນໃນປີນີ້ ຖ້າບໍ່ມີໄພນ້ຳຖ້ວມ, ແຫ້ງແລ້ງ ຫຼື ສະພາບອາກາດທີ່ຮ້າຍແຮງໃນແບບຕ່າງໆ.ນັກເສດຖະສາດກັງວົນວ່າ ການຜະລິດກະສິກຳຂອງລາວໃນປີນີ້ຈະຫຼຸດຜ່ອນລົງ ເນື່ອງຈາກລະດູແລ້ງທີ່ແກ່ຍາວ, ການລະບາດຂອງພະຍາດ ແລະ ໄພນ້ຳຖ້ວມ. ອ່ານຕໍ່ ...

ສົມສັກ ພົງຂາວ
http://annx.asianews.network/content/agriculture-experiences-slow-growth-rate-101452

ລາວຈະຫັນປ່ຽນການຜະລິດກະສິກຳເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດໃນອາຊຽນ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານກຳລັງຫັນປ່ຽນລະບົບກະສິກຳໃນລາວ ຈາກການຜະລິດເພື່ອກຸ້ມຕົນເອງ ສູ່ການຜະລິດເພື່ອເປັນສິນຄ້າ ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດໃນອາຊຽນ ແລະ ເພື່ອຊ່ວຍເຫຼືອຊາວກະສິກອນໃນການຮັບມືກັບການປ່ຽນແປງຂອງຕະຫຼາດກະສິກຳ ແລະ ສະບຽງອາຫານຂອງພາກພື້ນ.ເພື່ອສະໜັບສະໜູນຂະບວນການພັດທະນາທາງດ້ານກະສິກຳດັ່ງກ່າວ, ລັດຖະບານ ໂດຍສະເພາະແມ່ນກົມປູກຝັງ ພາຍໃຕ້ກະຊວງກະສິກຳ ແລະ ປ່າໄມ້ ຈະໃຫ້ການສະໜັບສະໜູນທາງດ້ານນະໂນບາຍ ແລະ ວິຊາການ ເພື່ອຈັດຕັ້ງປະຕິບັດແຜນການດັ່ງກ່າວ, ທ່ານ ຈັນທາ ທິບພະວົງພັນ ຮອງຫົວໜ້າກົມປູກຝັງກ່າວຄຳເຫັນໃນກອງປະຊຸມຂອງຄະນະກຳມະການກວດກາໂຄງການແຫ່ງຊາດ.ອ່ານຕໍ່  ...

ໂຕະຂ່າວ
http://annx.asianews.network/content/laos-transforming-farming-meet-needs-asean-market-101333

ລາຄາອາຫານທີ່ສູງຂຶ້ນສົ່ງຜົນກະທົບຕໍ່ປະຊາຊົນຜູ້ມີລາຍໄດ້ຕ່ຳ

ວຽງຈັນ (ວຽງຈັນທາມສ໌/ANN) – ປະຊາຊົນຈຳນວນຫຼາຍ ໂດຍສະເພາະແມ່ນຜູ້ທີ່ມີລາຍໄດ້ຕ່ຳ ກຳລັງໄດ້ຮັບຜົນກະທົບຈາກລາຄາອາຫານທີ່ເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ.ພວກເຂົາເວົ້າວ່າລາຄາອາຫານທີ່ສູງເຮັດໃຫ້ຄ່າຄອງຊີບສູງຂຶ້ນເຊັ່ນດຽວກັນ, ເຊິ່ງໝາຍຄວາມວ່າພວກເຂົາຕ້ອງກິນໃຫ້ໜ້ອຍລົງ ຫຼື ຕ້ອງປ່ຽນວິທີການດຳລົງຊີວິດເພື່ອຮັບມືກັບສະພາບເສດຖະກິດໃນປະຈຸບັນ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/rising-food-prices-hit-low-income-earners-101263

ຊາວຄ້າຂາຍໄດ້ຮັບຜົນກະທົບຈາກການຈຳກັດການນຳເຂົ້າສິນຄ້າຜ່ານດ່ານຊາຍແດນສູ່ປະເທດຈີນ

ວຽງຈັນ (ວຽງຈັນທາມສ໌/ANN) – ຊາວຄ້າຂາຍຢູ່ແຂວງພາກເໜືອຂອງລາວໃນປະຈຸບັນ ມີທາງເລືອກທີ່ໜ້ອຍລົງໃນການນຳສິນຄ້າເຂົ້າສູ່ປະເທດຈີນ ຫຼັງຈາກທີ່ເຈົ້າໜ້າທີ່ຈີນໄດ້ມີການສັ່ງຫ້າມການນຳເຂົ້າສິນຄ້າຢູ່ຕາມດ່ານຊາຍແດນທ້ອງຖິ່ນ.ສິນຄ້າທຸກໆປະເພດ ລວມທັງສິນຄ້າກະເສດ ແມ່ນສາມາດນຳເຂົ້າສູ່ປະເທດຈີນຜ່ານດ່ານຊາຍແດນສາກົນຫຼັກຢູ່ທີ່ເມືອງບໍ່ເຕັນ ແຂວງຫຼວງນ້ຳທາເທົ່ານັ້ນ, ຕາມເຈົ້າໜ້າທີ່ອຸດສາຫະກຳ ແລະ ການຄ້າຂອງລາວ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/traders-suffer-after-curb-import-entry-points-china-101193

ຊາວກະສິກອນຕ້ອງຜະເຊີນກັບການຂາດທຶນຫຼາຍລ້ານກີບຈາກການລະບາດຂອງບົ້ງ

ວຽງຈັນ (ວຽງຈັນທາມສ໌/ANN) – ແສງຈັນ ວິໄລລັກ ຊາວສວນສາລີຫວານຈຳຕ້ອງຜະເຊີນກັບການຂາດທຶນກວ່າ 20 ລ້ານກີບໃນປີນີ້ ເນື່ອງຈາກພືດພັນເຄື່ອງປູກໄດ້ຮັບຜົນເສຍຫາຍຮ້າຍແຮງຈາກການລະບາດຂອງບົ້ງຝູງສາລີຢູ່ແຂວງໄຊຍະບູລີ.ຄອບຄົວຂອງແສງຈັນແມ່ນໜຶ່ງໃນຈຳນວນ 150 ຄອບຄົວທີ່ເຮັດອາຊີບຫຼັກໃນການປູກສາລີຂາຍ, ເຊິ່ງເປັນແຫຼ່ງລາຍຮັບທີ່ສຳຄັນສຳລັບຊາວບ້ານແສນພົນ ເມືອງປາກລາຍ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/farmers-stand-lose-millions-kip-caterpillar-infestation-101015

ຊາວສວນສາລີແຂວງໄຊຍະບູລີປະສົບກັບການຂາດທຶນມະຫາສານ

ວຽງຈັນ (ວຽງຈັນທາມສ໌/ANN) – ແຂວງໄຊຍະບູລີ ຄາດວ່າຈະຂາດທຶນເຖິງ 30% ໃນການສະໜອງສາລີຫວານສູ່ຕະຫຼາດທັງພາຍໃນ ແລະ ຕ່າງປະເທດໃນປີນີ້ ເນື່ອງຈາກການໂຈມຕີຂອງບົ້ງຝູງສາລີ.ການລະບາດຂອງສັດຕູພືດດັ່ງກ່າວໃນປະຈຸບັນ (Spodoptera frugiperda) ໃນທົ່ວແຂວງໄດ້ສ້າງບັນຫາອັນໃຫຍ່ຫຼວງໃຫ້ແກ່ຊາວກະສິກອນ ແລະ ອຳນາດການປົກຄອງ ໃນການຄວບຄຸມການລະບາດ.ທ່ານ ສົມຫວັງ ແກ້ວວິໄລສັກ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງໄຊຍະບູລີ ກ່າວວ່າ 30 ເປີເຊັນຂອງພື້ນທີ່ໄຮ່ສາລີທັງໝົດ 35,000 ເຮັກຕາ ໄດ້ຮັບຄວາມເສຍຫາຍຈາກການລະບາດຂອງບົ້ງສາລີດັ່ງກ່າວ.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌
http://annx.asianews.network/content/sweetcorn-farmers-suffer-huge-losses-xayaboury-100823

ອົງການສາກົນມີແຜນສະໜັບສະໜູນການພັດທະນາກະສິກຳຄັ້ງໃຫຍ່ໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ອົງການກອງທຶນສາກົນເພື່ອການພັດທະນາກະສິກຳ (IFAD) ມີແຜນອະນຸມັດການຊ່ວຍເຫຼືອດ້ານການເງິນຊຸດໃໝ່ ໃນການຈັດຕັ້ງປະຕິບັດໂຄງການໃນຊົນນະບົດ ແນໃສ່ສົ່ງເສີມການຜະລິດເປັນສິນຄ້າ.ໂຄງການດັ່ງກ່າວ ຊຶ່ງເປັນສ່ວນໜຶ່ງຂອງສືບຕໍ່ການຊ່ວຍເຫຼືອໃນປະຈຸບັນ ຈະດຳເນີນແຕ່ປີ 2020-2026 ໃນມູນຄ່າລວມ US$30 ລ້ານໂດລາ ເຊິ່ງຄາດວ່າຈະໄດ້ຮັບການອະນຸມັດໃນປີນີ້.ເຈົ້າໜ້າທີ່ໄດ້ເປີດເຜີຍຂໍ້ມູນດັ່ງກ່າວຕໍ່ສື່ມວນຊົນໃນໂອກາດທີ່ທ່ານ ກິວເບີດ ຟ. ຮຸງໂບ ປະທານ IFAD ພ້ອນດ້ວຍຄະນະ ເດີນທາງຢ້ຽມຢາມແຂວງຊຽງຂວາງເພື່ອກວດສອບຄວາມຄືບໜ້າຂອງໂຄງການໃນອາທິດນີ້.ອ່ານຕໍ່ ...

ແກ້ວວຽງຄອນ ບຸນວິເສດ
http://annx.asianews.network/content/major-int%E2%80%99l-boost-planned-agricultural-development-laos-100822

ແຂວງຜົ້ງສາລີ ເດີນໜ້າຕ້ານພະຍາດອະຫິວາໝູອາຟຣິກາຫຼັງຈາກພົບການລະບາດເພີ່ມຂຶ້ນ

ວຽງຈັນ (ວຽງຈັນທາມສ໌/ANN) – ອຳນາດການປົກຄອງແຂວງຜົ້ງສາລີ ກຳລັງລະດົມຄວາມພະຍາຍາມໃນທ້ອງຖິ່ນ ເພື່ອສະກັດກັ້ນການລະບາດຂອງພະຍາດໄຂ້ຫວັດໝູອາຟຣິກາ ຫຼັງຈາກທີ່ສະຖານະການຫຼ້າສຸດພົບໝູຕາຍອີກ 338 ໂຕໃນແຂວງພາກເໜືອ.ມາເຖິງປະຈຸບັນ ຢູ່ແຂວງຜົ້ງສາລີ ພົບໝູຕາຍຍ້ອນພະຍາດດັ່ງກ່າວແລ້ວ 1,000 ໂຕ ຕາມການລາຍງານຂອງເຈົ້າໜ້າທີ່ແຂວງ.ອຳນາດການປົກຄອງທ້ອງຖິ່ນໄດ້ມີການຕັ້ງດ່ານກວດເພື່ອສະກັດກັ້ນການນຳເອົາສັດລ້ຽງອອກຈາກເຂດບ້ານມົນສະຫວັນ ແລະ ບ້ານຫາດເຊີຍ ເມືອງຂວາ ທີ່ພົບການລະບາດຂອງພະຍາດດັ່ງກ່າວ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ
http://annx.asianews.network/content/phongsaly-battling-african-swine-fever-following-another-outbreak-100735

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

X2NmR
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!