ການແຜ່ລະບາດຂອງເຊື້ອໄວຣັສ໌ໃນປະເທດເພື່ອນບ້ານເຮັດໃຫ້ການບໍລິໂພກຊິ້ນໝູໃນປະເທດຫຼຸດລົງ

ວຽງຈັນ (ວຽງຈັນທາມສ໌/ANN) – ການແຜ່ລະບາດຂອງເຊື້ອໄວຣັສ໌ອະຫິວາໝູອາຟຣິກາໃນປະເທດເພື່ອນບ້ານ ໄດ້ສ້າງຄວາມກັງວົນຕໍ່ຜູ້ບໍລິໂພກໃນລາວ, ເຮັດໃຫ້ການບໍລິໂພກຊິ້ນໝູໃນປະເທດຫຼຸດລົງຢ່າງທັນຕາ.ຜູ້ບໍລິໂພກມີຄວາມກັງວົນທີ່ເພີ່ມຂຶ້ນ ພາຍຫຼັງທີ່ເຈົ້າໜ້າທີ່ລາວໄດ້ກວດພົບເຊື້ອໄວຣັສ໌ໃນຊີ້ນ, ເຄື່ອງໃນ ແລະ ກະດູກໝູນຳເຂົ້າ. ລັດຖະບານໄດ້ອກແຈ້ງການງົດການນຳເຂົ້າໝູ ແລະ ຜະລິດຕະພັນໝູຈາກຈີນ ແລະ ຫວຽດນາມ, ແຕ່ວ່າຜູ້ບໍລິໂພກຫຼາຍຄົນກໍໄດ້ຕັດສິນໃຈງົດກິນຊິ້ນໝູ ຈົນກວ່າຈະມີການຄວບຄຸມການແຜ່ລະບາດຂອງພະຍາດໃນປະເທດເພື່ອນບ້ານ.ອ່ານຕໍ່ ...

ສຸກສະໄໝ ບູລົມ

ລັດຖະບານລາວຮ່າງມາດຕະການປ້ອງກັນໄຂ້ຫວັດໝູ

ວຽງຈັນ, 22 ມີນາ (ຊິນຫົວ) — ລັດຖະບານລາວໄດ້ສ້າງມາດຕະການກະກຽມ ແລະ ສະກັດກັ້ນເພື່ອຮັບມືກັບການລະບາດຂອງພະຍາດໄຂ້ຫວັດໝູໃນປະເທດເພື່ອນບ້ານ ແລະ ຄວາມສ່ຽງໃນການແຜ່ລະບາດທີ່ອາດເກີດຂຶ້ນ, ໂດຍສະເພາະໃນພື້ນທີ່ຊາຍແດນລາວ, ຕາມການລາຍງານຂອງໜັງສືພິມທ້ອງຖິ່ນ ວຽງຈັນທາມສ໌.ກະຊວງກະສິກຳ ແລະ ປ່າໄມ້ັກໍໄດ້ອອກແຈ້ງການຫ້າມການນຳເຂົ້າໝູ ແລະ ຜະລິດຕະພັນໝູ.ອ່ານຕໍ່ ...

ໂຕະຂ່າວ

ກຸ່ມຊາວຈິນຕົກລົງດຳເນີນບົດວິເຄາະຄວາມເປັນໄປໄດ້ກ່ຽວກັບການຈັດຊື້ໝາກໄມ້ລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ກຸ່ມຜູ້ຊື້ຈາກແຂວງສີສວນ ປະເທດຈີນຄາດວ່າຈະນຳເຂົ້າໝາກໄມ້ຈາກລາວເຖິງ 50 ໂຕນຕໍ່ປີ, ເຊິ່ງລວມມີ ໝາກກ້ວຍ, ໝາກນັດ, ແລະ ໜາກນ໋ອດ.ທຸລະກິດລາວ ແລະ ຈີນ ໄດ້ຕົກລົງສືບຕໍ່ການຮ່ວມມີໃນການເຮັດບົດວິເຄາະຄວາມເປັນໄປໄດ້ກ່ຽວກັບການສົ່ງອອກຜະລິດຕະພັນກະສິກຳໄປປະເທດຈີນ, ເຊິ່ງຊ່ວຍສົ່ງເສີມໃຫ້ຊາວກະສິກອນລາວສາມາດຈຳໜ່າຍສິນຄ້າກະເສດສີຂຽວ ແລະ ສະອາດ.ອ່ານຕໍ່ ...

ໂຕະຂ່າວ

ສາລະວັນຍຶດເຄື່ອງໃນໝູຜິດກົດໝາຍທີ່ນຳເຂົ້າຈາກຫວຽດນາມ

ສາລະວັນ, ລາວ (ວຽງຈັນທາມສ໌/ANN) – ໃນວັນພຸດຜ່ານມານີ້ ເຈົ້າໜ້າທີ່ແຂວງສາລະວັນໄດ້ຍຶດເຄື່ອງໃນໝູຈຳນວນປະມານ 350 ກິໂລ ທີ່ນຳເຂົ້າຜິດກົດໝາຍມາຈາກປະເທດຫວຽດນາມ.ຂອງກາງດັ່ງກ່າວແມ່ນຍຶດໄດ້ທີ່ດ່ານສາກົນລາໄລ ເຊິ່ງຕັ້ງຢູ່ຊາຍແດນລະຫວ່າງແຂວງສາລະວັນ ແລະ ແຂວງທົວທຽນເຫີ ຂອງຫວຽດນາມ.ອ່ານຕໍ່ ...

ສຸກສະໄໝ ບູລົມ

ການກັກເກັບນ້ຳຢູ່ແຂວງໄຊຍະບູລີ

(ຂປລ) ເປັນໄລຍະເກືອບສີ່ປີແລ້ວ ທີ່ອົງການ UNDP ໄດ້ມີໂຄງການຢູ່ແຂວງໄຊຍະບູລີ ທາງພາກເໜືອຂອງລາວ ເພື່ອຊ່ວຍເຫຼືອຊາວກະສິກອນທີ່ທຸກຍາກໃນການຜະເຊີນໜ້າກັບການປ່ຽນແປງຂອງສະພາບອາກາດ.ໃນເດືອນກຸມພານີ້, ໂຄງການຈະລົງຢ້ຽມຢາມໜຶ່ງໃນບ້ານເປົ້າໝາຍ ເພື່ອສຶກສາວ່າເຂົາເຈົ້າສາມາດຈັດການກັບສະພາບອາກາດທີ່ມີການປ່ຽນແປງໄດ້ຄືແນວໃດນັບແຕ່ດຳເນີນໂຄງການມາ.ເປົ້າໝາຍການພັດທະນາແບບຍືນຍົງ ທີ່ມີການຮັບຮອງໃນທົ່ວໂລກໃນປີ 2015, ເຮັດໃຫ້ໂຄງການໃນອົງການ UNDP ລາວ ຍິ່ງເພີ່ມທະວີຄວາມຮັບຜິດຊອບ ເພື່ອຮັບປະກັນວ່າໂຄງການພັດທະນາຕ່າງໆ ບໍ່ພຽງແຕ່ໃຫ້ການຊ່ວຍເຫຼືອຊຸມຊົນທີ່ທຸກຍາກໃນ ສປປ ລາວ ແບບຊົ່ວຄັ້ງຊົ່ວຄາວ, ແຕ່ຈະເປັນການສ້າງພື້ນຖານທີ່ໝັ້ນຄົງສຳລັບການສ້າງອະນາຄົດທີ່ຍືນຍົງຂອງເຂົາເຈົ້າອີກດ້ວຍ.ອ່ານຕໍ່ ...

ຂປລ

ການຮ່ວມມືດ້ານການຄົ້ນຄວ້າອອສ໌ເຕຣເລຍ-ລາວ ສົ່ງເສີມການພັດທະນາດ້ານກະສິກຳ

ວຽງຈັນ (ວຽງຈັນທາມສ໌/ANN) – ສູນຄົ້ນຄວ້າດ້ານກະສິກຳສາກົນ ອອສ໌ເຕຣເລຍ (ACIAR) ສືບຕໍ່ການຮ່ວມມືກັບລັດຖະບານລາວ ໃນການຄົ້ນຄວ້າກ່ຽວກັບລະບົບການກະສິກຳແບບຍືນຍົງ ເພື່ອແກ້ໄຂບັນຫາທ້າທາຍທີ່ເກີດຂຶ້ນໃນບັນດາປະເທດກຳລັງພັດທະນາ.ຕາມຂໍ້ມູນຈາກສູນ, ອອສ໌ເຕຣເລຍໄດ້ໃຫ້ທຶນ AUD 4.8 ລ້ານໂດລາອອສ໌ເຕຣເລຍ ເພື່ອສະໜັບສະໜູນ 22 ໂຄງການຄົ້ນຄວ້າເພື່ອການພັດທະນາກະສິກຳ ສຳລັບປີ 2018-2019.ອ່ານຕໍ່ ...

ໂຕະຂ່າວ

ກະຊວງເຕືອນຜູ້ລ້ຽງໝູກ່ຽວກັບການລະບາດຂອງພະຍາດຫູສີຟ້າໃນໝູ

ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງກະສິກຳ ແລະ ປ່າໄມ້ໄດ້ອອກແຈ້ງການເຕືອນຊາວກະສິກອນຜູ້ລ້ຽງໝູ ກ່ຽວກັບການລະບາດຂອງເຊື້ອໄວຣັສ໌ ພີອາອາເອັສ໌ ໃນຫຼາຍແຂວງພາກເໜືອຂອງລາວ.ກະຊວງຍັງໄດ້ແຈ້ງໃຫ້ອຳນາດການປົກຄອງຂັ້ນແຂວງ ດຳເນີນຂັ້ນຕອນເພື່ອປ້ອງກັນ ແລະ ຄວບຄຸມພະຍາດເພື່ອສະກັດກັ້ນການລະບາດຂອງພະຍາດດັ່ງກ່າວໄປຍັງພື້ນທີ່ອື່ນ.ອ່ານຕໍ່ ...

ໂຕະຂ່າວ

ລາວງົດການນຳເຂົ້າໝູ ແລະ ຊີ້ນໝູຈາກຈີນ ແລະ ຫວຽດນາມ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານລາວແຈ້ງງົດການນຳເຂົ້າໝູ ແລະ ຜະລິດຕະພັນຊີ້ນໝູຈາກຈີນ ແລະ ຫວຽດນາມຊົ່ວຄາວ ຫຼັງພົບການການລະບາດຂອງພະຍາດອະຫິວາໝູອາຟຣິກາໃນປະເທດດັ່ງກ່າວ.ກະຊວງກະສິກຳ ແລະ ປ່າໄມ້ໄດ້ອອກແຈ້ງການເພື່ອສະກັດກັ້ນການລະບາດຂອງພະຍາດດັ່ງກ່າວໃນລາວ.ອ່ານຕໍ່ ...

ໂຕະຂ່າວ

ລາວສົ່ງເສີມການຜະລິດຕາມຍຸດທະສາດການພັດທະນາກະສິກຳ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານວາງເປົ້າໝາຍແນໃສ່ການນຳໃຊ້ວິທີການຜະລິດທັນສະໄໝຕາມນະໂຍບາຍການພັດທະນາກະສິກຳແຫ່ງຊາດ ເພື່ອຊ່ວຍຊຸກຍູ້ການປະຕິບັດວາລະນະໂຍບາຍກ່ຽວກັບຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ການຫຼຸດຜ່ອນຄວາມທຸກຍາກໃນຊົນນະບົດ.ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄດ້ກ່າວໃນກອງປະຊຸມປະຈຳປີຂອງຂະແໜງກະສິກຳ ແລະ ປ່າໄມ້ ໃນວັນອັງຄານຜ່ານມານີ້ວ່າ ການພັດທະນາວຽກງານກະສິກຳແມ່ນມີບົດບາດສຳຄັນຕໍ່ການຂະຫຍາຍຕົວຂອງຂະແໜງການອື່ນໆ.ດ້ວຍເຫດນີ້ ລັດຖະບານ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງ ຈຶ່ງຄວນສຸມໃສ່ການນຳໃຊ້ລະບຽບກົດໝາຍ ໃນການຄຸ້ມຄອງວຽກງານກະສິກຳ ແລະ ປ່າໄມ້ ໂດຍສະເພາະໃນພື້ນທີ່ຊົນນະບົດ ເພື່ອສົ່ງເສີມການພັດທະນາທີ່ຍືນຍົງ.ອ່ານຕໍ່ ...

ອຸ່ນຄຳ ພິມມະຕະ

ຝຣັ່ງອະນຸມັດທຶນຊ່ວຍເຫຼືອກວ່າ 14 ຕື້ກີບສຳລັບໂຄງການຊາໃນລາວ

ລັດຖະບານຝຣັ່ງໄດ້ອະນຸມັດທຶນຊ່ວຍເຫຼືອປະມານ 14 ຕື້ກີບ (1.5 ລ້ານຢູໂຣ) ສຳລັບໂຄງການຕ່ອງໂສ້ຄຸນຄ່າຂອງຊາໃນລາວ. ໂຄງການໄລຍະສາມປີດັ່ງກ່າວ ແມ່ນແນໃສ່ການປັບປຸງຄຸນນະພາບຊີວິດການເປັນຢູ່ ແລະ ລາຍຮັບຂອງຜູ້ຜະລິດຊາລາຍຍ່ອຍ ແລະ ເພື່ອພັດທະນາໂຄງສ້າງການຄຸ້ມຄອງຕ່ອງໂສ້ການສະໜອງຜະລິດຕະພັນຊາໃນລາວ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

YKH39
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!