ອາຊຽນ, ຈີນສົ່ງເສີມການຝຶກອົບຮົມເຈົ້າໜ້າທີ່ຕຳຫຼວດເພື່ອຕ້ານອາດຊະຍາກຳຂ້າມຊາຍແດນ
ວຽງຈັນ (ວຽງຈັນທາມສ໌/ANN) – ລາວຮ່ວມມືກັບຈີນ, ປະເທດສະມາຊິກອາຊຽນ ແລະ ປະເທດເພື່ອນບ້ານ ຫາລືກ່ຽວກັບການສະໜັບສະໜູນສອງຝ່າຍໃນການສ້າງສະຖາບັນ ແລະ ສູນຝຶກອົບຮົມຕຳຫຼວດ.ການຮ່ວມມືດັ່ງກ່າວໄດ້ມີການຫາລືໃນລະຫວ່າງກອງປະຊຸມໂຕະມົນ ເພື່ອຍົກລະດັບຄວາມສາມາດດ້ານການບັງຄັບໃຊ້ກົດໝາຍ ຂອງປະທານສະຖາບັນຕຳຫຼວດຈີນ-ອາຊຽນ ແລະ ປະເທດເພື່ອນບ້ານຄັ້ງທີ 3 ທີ່ວຽງຈັນ ໃນວັນອັງຄານຜ່ານມານີ້.ອ່ານຕໍ່ ...
ພົມພົງ ເຫຼົາອິນ
http://annx.asianews.network/content/asean-china-bolster-police-training-against-cross-border-crime-98721
ຄາດໝາຍການຂະຫຍາຍຕົວຜັກດັນການຄົ້ນຄວ້າເສດຖະກິດສຳລັບສະໜາມບິນພູພຽງບໍລະເວນ
ບໍລິສັດຈີນກຳລັງດຳເນີນການສຶກສາຄວາມເປັນໄປໄດ້ ສຳລັບການພັດທະນາຕົວເມືອງໃໝ່ໃນເຂດພູພຽງບໍລະເວນ ພາກໃຕ້ຂອງລາວ ເພື່ອສະໜັບສະໜູນໂຄງການຂະໜາດຍັກ. ບໍລິສັດຈີນດັ່ງກ່າວມີຄວາມສົນໃຈໃນການກໍ່ສ້າງສະໜາມບິນສາກົນ, ຕົວເມືອງຍຸກໃໝ່, ສະຖານທີ່ທ່ອງທ່ຽວທາງທຳມະຊາດ ແລະ ຄົ້ນຫາການສຳປະທານທີ່ດິນຂະໜາດໃຫຍ່ເພື່ອການປູກຝັງ ແລະ ລ້ຽງສັດ.ອ່ານຕໍ່ ...
ສົມສັກ ພົງຂາວ
ນາຍົກຕອບຄຳຊັກຖາມຂອງ ສສຊ ຕໍ່ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ IX ໃນກອງປະຊຸມສະພາຄັ້ງປະຖົມມະລຶກ
ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີຄົນໃໝ່ ສະເໜີວິທີການແກ້ໄຂ້ບັນຂອງລັດຖະບານຊຸດທີ່ 9 ຂອງທ່ານນາຍົກຂຶ້ນໃຫ້ຄໍາເຫັນ ແລະ ຕອບຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດ(ສສຊ) ຊຸດທີ IX ຄັ້ງປະຖົມມະລຶກ ທ່ານສາມາດກົດເບິ່ງວີດີໂອດັ່ງ ຕໍ່ໄປນີ້ >>> ...
ນັກຫຼິ້ນໂຍຄະຫຼັ່ງໄຫຼໄປທາດຫຼວງ ແລະ ຫຼວງພະບາງ
ປະຊາຊົນຊາວວຽງຈັນ ແລະ ຊາວຕ່າງປະເທດຮ່ວມກັນຝຶກໂຍຄະເພື່ອສຸຂະພາບກາຍ ແລະ ສຸຂະພາບຈິດເນື່ອງໃນວັນໂຍຄະສາກົນຄັ້ງທີ 4. ໃນວັນພະຫັດທີ່ຜ່ານມານີ້ ທ່ານ ບົວລານ ສິລິປັນຍາ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ຣາວີ ຊັງກາ ໄອໂຊລາ ເອກອັກຄະລັດຖະທູດອິນເດຍປະຈຳລາວໄດ້ເຂົ້າຮ່ວມໃນງານຝຶກໂຍຄະດັ່ງກ່າວ ແລະ ມີການຝຶກຫາຍໃຈເຂົ້າເລິກໆເພື່ອເປັນການຜ່ອນຄາຍ.ອ່ານຕໍ່ ...
ວຽງຈັນທາມສ໌
ວັນຣີໄຊເຄິນສາກົນ ວຽງຈັນ

ງານບູລະນະອາຄານເກົ່າເພື່ອສ້າງເປັນພື້ນທີ່ສະແດງສິລະປະຂອງຊຸມຊົນວັນທີ: 17 ພຶດສະພາ 2018ເວລາ: 4 ໂມງແລງເປັນຕົ້ນໄປສະຖານທີ່: ຮ້ານຄາເຟ ດຳດຳ/ບາລາວດີ (ແຄມຂອງ) ສາມແຍກຖະໜົນເຈົ້າຟ້າງຸຸຸ່ມຕັດຖະໜົນສິບົວບານ, ວຽງຈັນ, ລາວຈຸດປະສົງ: ສະເຫຼີມສະຫຼອງວັນວັນຣີໄຊເຄິນສາກົນ ໂດຍການຮ່ວມໃຈເຮັດວຽກເພື່ອຊຸມຊົນ ໃບູລະນະ ແລະອະນາໄມອາຄານໂຮງຮຽນພິມດີດເກົ່າ ອ່ານຕໍ່ ...
Khiri Travel
ໂຄງການເຂື່ອນນ້ຳອູຈະສຳເລັດໃນປີ 2020
ຫຼວງນ້ຳທາ, ລາວ (ວຽງຈັນທາມສ໌/ANN) – ແມ່ນ້ຳອູເຊິ່ງຕັ້ງຢູ່ທາງພາກເໜືອຂອງລາວ ຈະມີເຂື່ອນໄຟຟ້າທັງໝົດເຈັດແຫ່ງ ເຊິ່ງປະຈຸບັນບາງສ່ວນໄດ້ສຳເລັດການກໍ່ສ້າງ ແລະ ມີການຜະລິດກະແສໄຟຟ້າເພື່ອຮັບໃຊ້ສັງຄົມແລ້ວ.ເຂື່ອນທັງໝົດຈະສຳເລັດພາຍໃນປີ 2020 ເຊິ່ງການຜະລິດໄຟຟ້າຈາກເຂື່ອນດັ່ງກ່າວຈະສະໜອງກະແສໄຟຟ້າ 42% ສຳລັບການນຳໃຊ້ພາຍໃນປະເທດ.ອ່ານຕໍ່ ...
ໂຕະຂ່າວ
ເຈົ້າໜ້າທີ່ສືບສວນສອບສວນນິຕິເວດຮັບການຝຶກອົບຮົມທີ່ປະເທດເກົາຫຼີ
ວຽງຈັນ (ວຽງຈັນທາມສ໌/ANN) – ອົງການຮ່ວມມືສາກົນແຫ່ງປະເທດເກົາຫຼີ (KOICA) ສົ່ງເສີມ ເຈົ້າໜ້າທີ່ຕຳຫຼວດລາວໃຫ້ເຂົ້າຮ່ວມໂຄງການສ້າງຄວາມສາມາດດ້ານວິທະຍາສາດທາງນິຕິເວດ ແລະ ເທັກໂນໂລຢີດ້ານການສືບສວນສອບສວນຄະດີອາຍາ ທີ່ສາທາລະນະລັດເກົາຫຼີ.ອົງການ KOICA ໄດ້ເຊື້ອເຊີນເຈົ້າໜ້າທີ່ຈາກກະຊວງປ້ອງກັນຄວາມສະຫງົບໃຫ້ເຂົ້າຮ່ວມໃນໂຄງການດັ່ງກ່າວ ເຊິ່ງຈັດຂຶ້ນໃນວັນທີ 9-22 ພຶດສະພານີ້.ອ່ານຕໍ່ ...
ແກ້ວວຽງຄອນ ບຸນວິເສດ
ຂ່າວຫຼ້າສຸດກ່ຽວກັບບຸນມະໂຫລານຮູບເງົາຫຼວງພະບາງ 2018

ຄະນະຮັບຜິດຊອບບຸນມະໂຫລານຮູບເງົາຫຼວງພະບາງໄດ້ແຈ້ງການກ່ຽວກັບງານກິດຈະກຳຮູບເງົາປະຈຳປີ ຄັ້ງທີເກົ້າ ທີ່ຈະຈັດຂຶ້ນໃນວັນທີ 7-12 ທັນວາ 2018. ບຸນດັ່ງກ່າວ ເຊິ່ງຈັດຂຶ້ນເພື່ອສະເຫຼີມສະຫຼອງການສາຍຮູບເງົາອາຊີຕາເວັນອອກສຽງໃຕ້ ໃນເດືອນທັນວາຂອງແຕ່ລະປີ ທີ່ນະຄອນຫຼວງພະບາງເມືອງມໍລະດົກໂລກຂອງອົງການຢູເນັສໂກ ຈະມີການສະແດງສາຍຮູບເງົາປະເພດຕ່າງໆ, ຮູບເງົາສັ້ນ, ການສົນທະນາກ່ຽວກັບຮູບເງົາ ແລະ ກິດຈະກຳຕ່າງໆ.ອ່ານຕໍ່ ...
ເດິລາວທຽນທາມສ໌
16 ຄົນເສຍຊີວິດຢູ່ເສັ້ນທາງດ່ວນວັງວຽງກ່ອນການເປີດນຳໃຊ້ຢ່າງເປັນທາງການ
6 ຄົນໄດ້ເສຍຊີວິດຢູ່ເສັ້ນທາງດ່ວນ ລະຫວ່າງນະຄອນຫຼວງວຽງຈັນ-ວັງວຽງ ນັບແຕ່ຫົນທາງເລິ່ມເປີດນຳໃຊ້. ອີງຕາມການລາຍງານໂດຍຂ່າວສານຄວາມສະຫງົບຂອງລາວ. ອ່ານຕໍ່ . ...
ໄພບູນ ທະນາບົວສີ
ພາກພື້ນແມ່ຂອງຫາລືກ່ຽວກັບຜົນກະທົບຂອງຄວາມເຊື່ອຕໍ່ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ
ວຽງຈັນ (ວຽງຈັນທາມສ໌/ANN) – ຕາງໜ້າຈາກບັນດາປະເທດໃນພາກພື້ນແມ່ຂອງຄື ລາວ, ກຳປູເຈຍ, ໄທ, ມຽນມາ ແລະ ຫວຽດນາມ ປະຊຸມກັນເພື່ອຮັດແໜ້ດຄວາມເຂົ້າໃຈກ່ຽວກັບຜົນກະທົບຂອງຄວາມເຊື່ອ ແລະ ການປະຕິບັດກ່ຽວກັບເພດ ເພື່ອຕ້ານການນຳໃຊ້ຄວາມຮຸນແຮງຕໍ່ແມ່ຍິງ.ອ່ານຕໍ່ ...
ວຽງດາວັນ ບັນພະຮັກສາ
ສະຖານນີກະຈາຍສັນຍານພາຍໃຕ້ທຶນຂອງຫວຽດນາມເລີ່ມໃຫ້ບໍລິການ
(ຂປລ/VNA) ສະຖານນີສົ່ງສັນຍານວິທະຍຸ ແລະ ໂທລະທັດພາຍໃຕ້ທຶນຂອງຫວຽດນາມເລີ່ມໃຫ້ບໍລິການໃນແຂວງສະຫວັນນະເຂດ ທາງພາກກາງຂອງລາວ ຕັ້ງແຕ່ວັນທີ 25 ທັນວາ ພາຍຫຼັງການກໍ່ສ້າງສາມປີ.ສະຖານນີກະຈາຍສັນຍານໃນເນື້ອທີ 10,000 ຕາແມັດ ໄດ້ຮັບການສ້າງຕັ້ງຂຶ້ນດ້ວຍທຶນການກໍ່ສ້າງລວມເກືອບ 115 ຕື້ດົງຫວຽດນາມ (4.9 ລ້ານໂດລາ) ພາຍໃຕ້ທຶນຊ່ວຍເຫຼືອລ້າຂອງລັດຖະບານຫວຽດນາມ.ອ່ານຕໍ່ ...
ບັນນາທິການ ຂປລ
ມູນນິທິ WeloveU ຊ່ວຍບູລະນະໂຮງຮຽນມັດທະຍົມຊົນເຜົ່າເຊໂປນ
(ຂປລ) ໃນວັນທີ 12 ກຸມພາຜ່ານມາໄດ້ມີພິທີມອບອາຄານໂຮງຮຽນມັດທະຍົມຊົນເຜົ່າເຊໂປນທີ່ໄດ້ຮັບການສ້ອມແປງໃໝ່ ຈາກມູນນິທິ WeloveU ສາກົນ ໃຫ້ແກ່ຄະນະບໍລະຫານໂຮງຮຽນຊົນເຜົ່າ ເມືອງເຊໂປນ ແຂວງສະຫວັນນະເຂດ.ທ່ານນາງ ຄີມ ອ໋ອກຄີ ຕາງໜ້າມູນນິທິ WeloveU ສາກົນກ່າວວ່າ ການບູລະນະຄັ້ງນີ້ລວມມີ ການສ້ອມແປງຫ້ອງນ້ຳ, ຫ້ອງປະຊຸມ, ອາຄານຮຽນ ແລະ ນ້ຳບາດານ.ອ່ານຕໍ່ ...
ຂປລ
ຮອງນາຍົກຮັບຟັງບັນຫາການຂາດແຄນຖະໜົນເພື່ອເຂົ້າເຖິງແຫຼ່ງທ່ອງທ່ຽວທາງທຳມະຊາດ
ຖະໜົນເປັນສິ່ງຈຳເປັນໃນການເຊື່ອມຕໍ່ນັກທ່ອງທ່ຽວກັບແຫຼ່ງທ່ອງທ່ຽວ ຕາມການສະເໜີຂອງເຈົ້າໜ້າທີ່ລະດັບສູງຂອງລັດຖະບານໃນການແກ້ໄຂບັນຫາຕໍ່ຮອງນາຍົກລັດຖະມົນຕີ. ບັນຫາການທ່ອງທ່ຽວໄດ້ມີການຫາລືໃນທີ່ກອງປະຊຸມທົບທວນການຈັດຕັ້ງປະຕິບັດແຜນງານປີທ່ອງທ່ຽວລາວ 2018 ໃນໄລຍະຫົກເດືອນຕົ້ນປີແລະ ການວາງແຜນການລ່ວງໜ້າສຳລັບໄລຍະດວລາທີ່ຍັງເຫຼືອ.ອ່ານຕໍ່ ...
ສີລັດດາ ສຸລິຍົງ
ນັກທ່ອງທ່ຽວໃນນະຄອນຫຼວງວຽງຈັນຈະໄດ້ຮັບບໍລິການ WiFi ຟຼີ
ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານຈະເປີດນຳໃຊ້ລະບົບຟຼີ WiFi ຕາມສະຖານທີ່ທ່ອງທ່ຽວທີ່ສຳຄັນໃນນະຄອນຫຼວງວຽງຈັນ ພາຍໃຕ້ໂຄງການສະໜັບສະໜູນຂອງບໍລິສັດ Asia-Pacific Telecommunity.ກອງປະຊຸມວິຊາການ ແລະ ເປີດຕົວລະບົບຟຼີ WiFi ເພື່ອສົ່ງເສີມການບໍລິການສາທາລະນະ ແລະ ການທ່ອງທ່ຽວໃນລາວ ໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນໃນວັນອັງຄານນີ້.ອ່ານຕໍ່ ...
ພົມພົງ ເຫຼົາອິນ
http://annx.asianews.network/content/vientiane-tourist-sites-set-get-free-wifi-103349
ສິນຄ້າກະເສດຕ້ອງມີການປັບປຸງຍົກລະດັບເພື່ອການສົ່ງອອກ: ເຈົ້າໜ້າທີ່
ວຽງຈັນ (ວຽງຈັນທາມສ໌/ANN) – ອຳນາດການປົກຄອງວຽງຈັນ ຫວັງວ່າຊາວກະສິກອນເມືອງປາກງື່ມ ນະຄອນຫຼວງວຽງຈັນ ຈະໄດ້ຮັບໂອກາດໃນການສົ່ງອອກຜະລິດຕະຜົນຂອງຕົນສູ່ຕະຫຼາດຕ່າງປະເທດ ເມື່ອເສັ້ນທາງລົດໄຟລາວ-ຈີນເລີ່ມປະຕິບັດການ.ເມືອງປາກງື່ມເປັນເມືອງຂະໜາດນ້ອຍ ເຊິ່ງຕັ້ງຢູ່ທາງຕອນໃຕ້ຂອງນະຄອນວຽງຈັນ ມີດິນອຸດົມສົມບູນເໝາະແກ່ການປູກຝັງ ໂດຍສະເພາະແມ່ນປູກເຂົ້າ ແລະ ພືດພັນຕ່າງໆ.ອ່ານຕໍ່ ...
ໂຕະຂ່າວ
MRC ຈັດກອງປະຊຸມຫາລືກ່ຽວກັບເຂື່ອນປາກລາຍ
ຫຼວງພະບາງ: ມື້ວານນີ້ ຄະນະກຳມາທິການແມ່ນ້ຳຂອງ (MRC) ໄດ້ຈັດກອງປະຊຸມລະດັບພາກພື້ນ ເພື່ອໃຫ້ບັນດາຜູ້ມີສ່ວນຮ່ວມຫາລືກ່ຽວກັບລັກສະນະຫຼ້າສຸດຂອງເຂື່ອນໄຟຟ້ານ້ຳຂອງທີ່ປາກລາຍ.ລັດຖະບານລາວໄດ້ຮ້ອງຂໍໃນກາງປີກາຍນີ້ວ່າ ຄວນລິເລີ່ມຂະບວນການກ່ຽວກັບການປຶກສາຫາລືລ່ວງໜ້າ ກ່ຽວກັບໂຄງການເຂື່ອນໄຟຟ້າປາກລາຍທີ່ມີແຜນສ້າງມາເປັນທົດສະວັດແລ້ວ.ອ່ານຕໍ່ ...
ເອກະພອນ ພູທອນສີ
ແມ່ຍິງໃນວຽກງານຂໍ້ມູນເປີດ
ແມ່ນຫຍັງທີ່ເຮັດໃຫ້ແມ່ຍິງໃນພາກພື້ນແມ່ນ້ຳຂອງບໍ່ສາມາດເຂົ້າເຖິງຂໍ້ມູນເປີດໄດ້? ທຳຄວາມເຂົ້າໃຈຕໍ່ສິ່ງກີດຂວາງທີ່ພາໃຫ້ແມ່ຍິງບໍ່ສາມາດເຂົ້າເຖິງຂໍ້ມູນເປີດໄດ້ຢູ່ໃນປະເທດກຳປູເຈຍ, ລາວ, ມຽນມາ ແລະ ຫວຽດນາມ ພາບຖ່າຍໂດຍ Mimi Thian ຈາກ Unsplash. Licensed freely on Unsplash.ຄວາມບໍ່ສະເໝີພາບທາງເພດ ໄດ້ຊີ້ໃຫ້ເຫັນເຖິງຊີວິດຂອງແມ່ຍິງໃນທົ່ວໂລກ. ພວກເຮົາໂຄງການ the Open Development Initiative, ມີຈຸດປະສົງຢາກເຂົ້າໃຈບັນຫາດັ່ງກ່າວວ່າມັນໄດ້ສົ່ງຜົນກະທົບຕໍ່ແມ່ຍິງຢູ່ໃນບັນດາປະເທດແມ່ນ້ຳຂອງກຳປູເຈຍ, ລາວ, ມຽນມາ ແລະ ຫວຽດນາມ (CLMV) ໃນການເຂົ້າເຖິງຂໍ້ມູນເປີດແນວໃດ. ໃນປີ 2019, ພວກເຮົາໄດ້ລົງສຳຫຼວດ ແລະ ສຳເລັດຜົນການສຶກສາວິໃຈກ່ຽວກັບຫົວຂໍ້ນີ້ ແລະ ໄດ້ນຳເອົາຜົນສະຫຼຸບລົງເຜີຍແຜ່ຢູ່ໃນຂໍ້ມູນເປີດເພື່ອການພັດທະນາຂອງປະເທດແມ່ນຳ້ຂອງ (the Open Development Mekong). ທ່ານສາມາດດາວໂຫຼດ ບົດລາຍງານວິຊາການສະບັບພາສາລາວ ໄດ້ທີ່ນີ້ >>> ເຖິງແມ່ນວ່າແຕ່ລະປະເທດ CLMV ຈະມີເອກະລັກສະເພາະ, ແຕ່ແມ່ຍິງພາຍໃນພາກພື້ນນີ້ຍັງພົບກັບສິ່ງກີດຂວາງທີ່ຄ້າຍຄຽງກັນເຊັ່ນ: ຂາດການຊຸກຍູ້ທີ່ພຽງພໍຈາກສະຖາບັນ ...
Mekong-Ganga countries to boost ties in water resources management
Six countries of the Mekong-Ganga Cooperation (MGC), namely Cambodia, Laos, Myanmar, Thailand, Vietnam and India, have agreed to enhance cooperation in managing and sustainably using water resources. Foreign ministers of the MGC countries reached the consensus at their ninth meeting on August 2 within the framework ...
Mega deals lead to false trail
In a major drive to promote travel from neighbouring countries during the last quarter, the Tourism Authority Thailand has teamed up with AirAsia, Bangkok Airways and VietJet Air to offer cheap fares. The so called ‘Mega Deal to ThailandTravel Is a Big Deal” encourages tourists ...
Japan partners with ASEAN countries on disaster insurance
Japan will work with Southeast Asian nations like Laos and Myanmar to provide immediate financing after natural disasters so that recovery funds can be quickly distributed. Keep reading ...
Nikkei staff writers