ຊ່ຽວຊານອາຊຽນປະເມີນຄວາມສ່ຽງຕໍ່ເນື່ອງກ່ຽວກັບລະເບີດມິນພາກພື້ນດິນ
ວຽງຈັນ (ວຽງຈັນທາມສ໌/ANN) – ບັນດາປະເທດອາຊຽນພົບປະກັບຄູ່ຮ່ວມພັດທະນາ ໃນວັນຈັນຜ່ານມາ ເພື່ອຫາລືຜົນກະທົບດ້ານມະນຸດສະທຳຂອງລະເບີດມີນຕໍ່ຕ້ານພົນລະເຮືອນ, ບົມບີ ແລະ ວັດຖຸລະເບີດທີ່ຍັງຕົກຄ້າງຈາກສົງຄາມ.ຄະນະກຳມະການອົງການກາແດງສາກົນ (ICRC) ປະຈຳລາວ ພ້ອມທັງກະຊວງການຕ່າງປະເທດ, ຊ່ຽວຊານຕ່າງປະເທດ, ແລະ ເຈົ້າໜ້າທີ່ລັດຖະບານຈາກລາວ, ກຳປູເຈຍ, ອິນໂດເນເຊຍ, ມຽນມາ, ຟິລິປິນ, ໄທ, ແລະ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມສຳມະນາໄລຍະສອງວັນດັ່ງກ່າວ ທີ່ວຽງຈັນ.ອ່ານຕໍ່ ...
ໂຕະຂ່າວ
ບັນດາປະເທດໃນພາກພື້ນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຮ່ວມແບ່ງປັນຄວາມຮູ້ກ່ຽວກັບການຄຸ້ມຄອງພົນລະເມືອງ
ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ຮັບຜິດຊອບວຽກງານຄຸ້ມຄອງພົນລະເມືອງ ຈາກປະເທດລາວ, ຈີນ, ມຽນມາ, ໄທ, ຫວຽດນາມ ແລະ ກຳປູເຈຍ ໄດ້ປະຊຸມກັນທີ່ນະຄອນປາກເຊ ແຂວງຈຳປາສັກ ໃນອາທິດນີ້ ເພື່ອຫາລືກ່ຽວກັບການຂຶ້ນທະບຽນພົນລະເຮືອນ ແລະ ສະຖິຕິທີ່ສຳຄັນ (CRVS).ທ່ານ ສີພຸກ ວົງພັກດີ ຮອງລັດຖະມົນຕີກະຊວງພາຍໃນ, ທ່ານ ສົມສະນິດ ບຸດຕິວົງ ຮອງເຈົ້າແຂວງຈຳປາສັກ, ແລະ ທ່ານ ສິນ ເສິນ ທີ່ປຶກສາຈາກສະຖານທູດຈີນປະຈຳລາວ ໄດ້ເປັນປະທານຮ່ວມໃນກອງປະຊຸມ ເພື່ອສົ່ງເສີມການສ້າງຄວາມສາມາດໃນຂະແໜງດັ່ງກ່າວ.ອ່ານຕໍ່ ...
ໂຕະຂ່າວ
ລົດບັນທຸກຈີນຕ້ອງລໍຄິວຍາວເພື່ອຂ້າມຊາຍແດນເຂົ້າຢຸນນານ
ຫຼວງນ້ຳທາ, ລາວ (ວຽງຈັນທາມສ໌/ANN) – ລົດບັນທຸກຈີນຂົນໝາກໄມ້ ແລະ ພືດຜັກຈາກລາວໄປຈີນ ຜ່ານດ່ານຊາຍແດນບໍ່ເຕັນ-ໂມຫານ ແຂວງຫຼວງນ້ຳທາ ຖືກເຮັດໃຫ້ຊັກຊ້າ ເຊິ່ງໝາຍຄວາມວ່າມີຍານພາຫະນະລຳຖ້າເປັນຈຳນວນຫຼວງຫຼາຍຕາມແຄມຖະໜົນ.ໃນຂະນະທີ່ລົດບັນທຸກຈຳນວນຫຼາຍຕ້ອງຈອດລໍຖ້າ, ແລະ ຄົນຂັບນອນຄ້າງໃນລົດ ເພື່ອລໍຖ້າໃຫ້ດ່ານເປີດໃນວັນຖັດໄປ. ອ່ານຕໍ່ ...
ຄອນສະຫວັນ ລາດຊະເພົາ
ບໍ່ຕ້ອງລຽນຄິວອີກຕໍ່ໄປ: ການສະໝັກການຍື່ນຄຳຮ້ອງຂໍວິຊາຜ່ານກົງສຸນໄທປະຈຳນະຄອນວຽງຈັນຈະເປີດອອນໄລ
ການສະໝັກວິຊາໄປປະເທດໄທຈາກປະເທດລາວຢູ່ວຽງຈັນ ຈະມີການນຳໃຊ້ລະບົບການຮັບສະໝັກແບບອອນໄລ ຕາມການຢືນຢັນຂອງສະຖານທູດໄທ.ການລຽນຄິວທີ່ກົງສຸນໄທໃນວຽງຈັນຈະບໍ່ມີອີກຕໍ່ໄປ ເນື່ອງຈາກຈະມີການຈະມີການເປີດຮັບສະໝັກແບບອອນໄລໂດຍກົງ ແລະ ບໍ່ມີການຮັບສະໝັກແບບເກົ່າ. ຂໍ້ມູນກ່ຽວກັບລະບົບດັ່ງກ່າວຈະມີການເປີດເຜີຍຢ່າງເປັນທາງການຜ່ານທາງສະຖານທູດໃນວັນທີ 28 ມັງກອນນີ້ ແລະ ຈະມີຜົນບັງຄັບໃຊ້ນັບແຕ່ວັນທີ 1 ກຸມພາເປັນຕົ້ນໄປ.ອ່ານຕໍ່ ...
The Laotian Times
ກອງປະຊຸມປະເທດອາຊຽນສົ່ງເສີມການນຳໃຊ້ເທັກໂນໂລຢີ ຄລາວ ຄອມພິວຕິງ ໃນລະດັບພາກພື້ນ
ວຽງຈັນ (ວຽງຈັນທາມສ໌/ANN) – ລາວຮ່ວມຫາລືກັບບັນດາປະເທດສະມາຊິກອາຊຽນ ເພື່ອຊຸກຍູ້ການຈັດການດ້ານນະໂຍບາຍຂອງລັດ ແລະ ຂອບການຄຸ້ມຄອງເພື່ອສົ່ງເສີມການນຳໃຊ້ເທັກໂນໂລຢີ ຄລາວ ຄອມພິວຕິງ.ກອງປະຊຸມໄລຍະສອງວັນດັ່ງກ່າວ ທີ່ນະຄອນວຽງຈັນ ເຊິ່ງຈັດໂດຍກະຊວງໄປສະນີ ແລະ ໂທລະຄົມມະນາຄົວລາວ ມີຜູ້ເຂົ້າຮ່ວມ 60 ກວ່າຄົນຈາກບັນດາປະເທດສະມາຊິກອາຊຽນ, ຊ່ຽວຊານຈາກຍີ່ປຸ່ນ, ເຈົ້າໜ້າຈາກທີ່ກະຊວງຕ່າງໆ, ພ້ອມດ້ວຍຕາງໜ້າບໍລິສັດໂທລະຄົມ ແລະ ໄອຊີທີ ແລະ ຈະສຳເລັດໃນມຶ້ນີ້ .ອ່ານຕໍ່ ...
ໂຕະຂ່າວ
http://annx.asianews.network/content/asean-meeting-promotes-regional-cloud-computing-98859
ການຄ້າຊາຍແດນ ແລະ ການກວດສອບລາຄາຈະສືບຕໍ່ດຳເນີນຕາມປົກກະຕິໃນຊ່ວງພັກປີໃໝ່ລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ລາຄາຜະລິດຕະພັນອາຫານຈະມີການຄວບຄຸມກວດກາໃນຊ່ວງພັກປີໃໝ່ລາວ ແລະ ດ່ານຊາຍແດນສາກົນຈະຍັງຄົງສືບຕໍ່ເປີດບໍລິການນຳເຂົ້າ ແລະ ສົ່ງອອກສິນຄ້າໃນຊ່ວງໄລຍະດັ່ງກ່າວ.ການບໍລິການທີ່ດ່ານຊາຍແດນສາກົນຈະຍັງຄົງເປີດຕາມປົກກະຕິໃນຊ່ວງພັກປີໃໝ່ ແລະ ບໍ່ມີມາດຕະການຫ້າມ ຫຼື ປ່ຽນແປງພິເສດໃດໆ, ທ່ານ ສຸລິຍອນ ພິລາວົງ ຫົວໜ້າກົມການຄ້າຂາອອກ ຂາເຂົ້າ ເປີດເຜີຍຕໍ່ໜັງສືພິມວຽງຈັນທາມສ໌.ອ່ານຕໍ່ ...
ໂຕະຂ່າວ
ມົນລະພິດໃນນະຄອນວຽງຈັນເຖິງຂີດອັນຕະລາຍ
ວຽງຈັນ (ວຽງຈັນທາມສ໌/ANN) – ໄຟປ່າໃນລາວ ແລະ ປະເທດເພື່ອນບ້ານເຮັດໃຫ້ເກີດມົນລະພິດທາງອາກາດໃນລະດັບອັນຕະລາຍ ໃນຫຼາຍພາກຂອງລາວ ໂດຍສະເພາະແມ່ນໃນນະຄອນຫຼວງວຽງຈັນ.ທ່ານນາງ ສີສຸພັນ ຫຼວງລາດ ຫົວໜ້າກົມຄວບຄຸມມົນລະພິດ ພາຍໃຕ້ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ລາຍງານຜ່ານໜັງສືພິມວຽງຈັນທາມສ໌ໃນວັນພະຫັດນີ້ວ່າ ໄດ້ເກີດຝຸ່ນລະອອງມົນລະພິດຂະໜາດນ້ອຍ (PM) 2.5 ໃນຫຼາຍພາກຂອງປະເທດລາວ ແລະ ສະພາບມົນລະພິດໃນນະຄອນວຽງຈັນແມ່ນເກີນຂີດລະດັບປອດໄພ.ອ່ານຕໍ່ ...
ພົມພົງ ເຫຼົາອິນ
ລາວຕ້ອງເລັ່ງມືຄວາມພະຍາຍາມໃນການປັບປຸງສະພາບແວດລ້ອມການດຳເນີນທຸລະກິດ: ຂະແໜງເອກະຊົນ
ວຽງຈັນ (ວຽງຈັນທາມສ໌/ANN) – ເຖິງວ່າລັດຖະບານໄດ້ພະຍາຍາມປັບປຸງສະພາບແວດລ້ອມດຳເນີນທຸລະກິດໃນລາວ, ຄວາມຄືບໜ້າໃນວຽກງານດັ່ງກ່າວກໍຍັງດຳເນີນໄປຢ່າງຊັກຊ້າ ທຽບກັບຄວາມຮຽກຮ້ອງຕ້ອງການໃນການສົ່ງເສີມການຄ້າ ແລະ ການລົງທຶນ.ນີ້ແມ່ນຄຳເຫັນຈາກທ່ານນາງ ວະລີ ເວດສະພົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (LNCCI), ເຊິ່ງທ່ານໄດ້ເປີດເຜີຍຕໍ່ສື່ມວນຊົນໃນວັນສຸກແລ້ວນີ້ ພາຍຫຼັງກອງປະຊຸມປຶກສາຫາລືຂອງຂະແໜງການລັດ ແລະ ເອກະຊົນທີ່ນະຄອນວຽງຈັນ.ອ່ານຕໍ່ ...
ບຸນແຝງ ໄພມະນີວົງ
http://annx.asianews.network/content/efforts-improve-business-environment-need-be-speeded-private-sector-103147
ຕະຫຼາດຫຼັດຊັບອະທິບາຍວຽກງານຂອງຕະຫຼາດທຶນໃຫ້ແກ່ນັກລົງທຶນ
ວຽງຈັນ (ວຽງຈັນທາມສ໌/ANN) – ນັກລົງທຶນ, ນາຍໜ້າລົງທຶນ, ນັກສຶກສາການເງິນ ແລະ ຕາງໜ້າຈາກບໍລິສັດທີ່ຈົດທະບຽນໃນຕະຫຼາດຫຼັກຊັບ ເຂົ້າຮ່ວມການແລກປ່ຽນໄລຍະສອງວັນ ທີ່ຕະຫຼາດຫຼັກຊັບລາວ (LSX) ເພື່ອເສີມຂະຫຍາຍຄວາມຮູ້ກ່ຽວກັບຕະຫຼາດທຶນ ຈາກຊ່ຽວຊານທີ່ມີປະສົບການຈາກລາວ ແລະ ໄທ.ງານປະຕູສູ່ການລົງທຶນ 2019 ໃນຫົວຂໍ້ ‘ການຂະຫຍາຍທຸລະກິດໃນຕະຫຼາດທຶນ’ ມີຜູ້ເຂົ້າຮ່ວມຫຼາຍຮ້ອຍຄົນ ທີ່ມີຄວາມສົນໃຈຮຽນຮູ້ກ່ຽວກັບວຽກງານຂອງຕະຫຼາດການເງິນ, ທຶນ, ແລະ ເງິນ ຈາກຜູ້ຊ່ຽວຊານສະເພາະດ້ານ.ອ່ານຕໍ່ ...
ບຸນແຝງ ໄພມະນີວົງ
http://annx.asianews.network/content/lsx-explains-workings-capital-market-investors-104556
Germany, EU roll out funding to accelerate lower Mekong projects
Germany and the EU continue to grant new funding, worth €8.92 million ($10.15 million), to the Mekong River Commission (MRC) to enhance the Mekong cross-border water cooperation among the lower Mekong countries – Cambodia, Laos, Thailand and Vietnam, said an MRC press release The Post ...
ການກໍ່ສ້າງຂົວທາງລົດໄຟຂ້າມນ້ຳຂອງດຳເນີນກ່ອນກຳນົດການ
ຫຼວງພະບາງ, ລາວ (ວຽງຈັນທາມສ໌/ANN) – ການກໍ່ສ້າງຂົວຂ້າມນ້ຳຂອງຢູ່ແຂວງຫຼວງພະບາງ ສຳລັບເສັ້ນທາງລົດໄຟລາວ-ຈີນ ກຳລັງດຳເນີນກ່ອນກຳນົດການ ຕາມບໍລິສັດກໍ່ສ້າງຂອງຈີນ.ໃນວັນອາທິດຜ່ານມານີ້ ບໍລິສັດທີ່ຮັບຜິດຊອບໂຄງການກໍ່ສ້າງຂົວ ແລະ ທາງລົດໄຟ ໄດ້ເຊື້ອເຊີນສື່ມວນຊົນທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມງານສະຫຼອງຜົນລຳເລັດໃນການຈອດຂົວເຊື່ອມຕໍ່ລະຫວ່າງສອງຝັ່ງແມ່ນ້ຳຂອງ.ອ່ານຕໍ່ ...
ໂຕະຂ່າວວຽງຈັນທາມສ໌
http://annx.asianews.network/content/work-mekong-railway-bridge-running-ahead-schedule-101108
ບໍລິສັດ LOCA, ລ້ານຊ້າງປະກັນໄພ ຮ່ວມມືກັນເພື່ອປັບປຸງມາດຕະຖານການຄຸ້ມຄອງ
LOCA ຜູ້ໃຫ້ບໍລິການລົດຮັບສົ່ງອອນໄລ ລາຍທຳອິດຂອງລາວ ໄດ້ເຊັນຂໍ້ຕົກລົງການຮ່ວມມືກັບບໍລິສັດ ລ້ານຊ້າງປະກັນໄພ ມະຫາຊົນ ນະຄອນຫຼວງວຽງຈັນ ເພື່ອສົ່ງເສີມມາດຕະຖານການປົກປ້ອງໃນການບໍລິການ.ພາຍໃຕ້ຂໍ້ຕົກລົງດັ່ງກ່າວ, ທັງສອງບໍລິສັດ ຈະເລີ່ມໃຫ້ການຄຸ້ມຄອງມາດຕະຖານສຳລັບການບໍລິການ LOCA, ເພື່ອຄຸ້ມຄອງສຸຂະພາບຂອງຜູ້ຂັບຂີ່.ອ່ານຕໍ່ ...
Taejun Kang
ແຂວງຈຳປາສັກຈະເປັນເຈົ້າພາບຈັດງານມະຫາກຳຊັບສິນທາງປັນຍາ
ຈຳປາສັກ, ລາວ (ວຽງຈັນທາມສ໌/ANN) – ໃນວັນສຸກແລ້ວນີ້ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີໄດ້ຈັດກອງປະຊຸມສື່ມວນຊົນ ເພື່ອຖະແຫຼງກ່ຽວກັບແຜນການໃນການຈັດງານມະຫາກຳຊັບສິນທາງປັນຍາ 2019 ເຊິ່ງຈະຈັດຂຶ້ນທີ່ແຂວງຈຳປາສັກ ໃນວັນທີ 24-28 ເມສານີ້.ງານດັ່ງກ່າວຈະມີການວາງສະແດງຜະລິດຕະພັນໃນ 162 ບູທ໌ ຈາກປະເທດລາວ ແລະ ບັນດາປະເທດສະມາຊິກອາຊຽນ, ເຊິ່ງແນໃສ່ສ້າງເຄືອຂ່າຍໃຫ້ມີຄວາມເຂັ້ມແຂງ. ໃນຕອນແລງຂອງແຕ່ລະມື້ຈະມີກິດຈະກຳ ຄອນເສີດພ້ອມທັງການສະແດງ ຈາກສິລະປິນທ້ອງຖິ່ນ ແລະ ນັກສະແດງຕ່າງໆ.ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ
ເລີ່ມທຳການສຶກສາກ່ຽວກັບພືດເຊື້ອເພີງຊີວະພາບຢູ່ເມືອງໄຊທານີ
ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານໄດ້ອະນຸຍາດໃຫ້ສອງບໍລິສັດທ້ອງຖິ່ນດຳເນິນການສຶກສາຄວາມເປັນໄປໄດ້ກ່ຽວກັບການສ້າງຕັງໂຮງງານຜະລິດເຊື້ອເພີງຊີວະພາບຈາກແກ່ນໝາກເຍົາ ແລະ ນ້ຳມັນພືດ, ແລະ ຈັດຕັ້ງໂຮງກັ່ນນ້ຳມັນກາຊວນ ແລະ ນ້ຳມັນເຊື້ອໄຟ ຢູ່ເມືອງໄຊທານີ ນະຄອນຫຼວງວຽງຈັນ.ບົດບັນທຶກຄວາມເຂົ້າໃຈ (MOU) ຂອງສອງໂຄງການດັ່ງກ່າວໄດ້ມີການລົງນາມລະຫວ່າງລັດຖະບານ, ບໍລິສັດທຶນຈຳກັດ ແລະ ບໍລິສັດໝາກຄໍ້ລາວປິໂຕຣລຽມຈຳກັດ.ອ່ານຕໍ່ ...
ເພັດສະໝອນ ຈັນດາລາ
Changing Mekong currents compound dam anxieties in Southeast Asia

Several factors are disrupting the terrain for investment in large hydropower dams, and governments should take note. The government of Laos officially submitted the Pak Beng Dam to the Mekong River Commission in mid-November and has begun preparatory work around the future dam site. While ...
Viettel on course to achieve overseas sales target of $1.5b

Viettel Group’s is likely to achieve its ex-Việt Nam revenue target of US$1.5 billion this year, thanks to a sudden spurt in sales in some of its new markets. Laos and Cambodia are considered the two best and steadiest international markets for Viettel. Unitel, Viettel’s Lao ...
Mekong nations pressed to share data as water level falls to new low
The inter-governmental Mekong River Commission on Friday urged China and Southeast Asian countries to share more data on hydropower dam operations, as water flow in the Mekong hit record low levels for a second consecutive year. A report by the commission attributes the low water level ...
Hydropower dams, water diversion threaten Mekong Delta's water security
Scientists have once again raised their concerns about water security in the Mekong Delta, saying that hydropower dams on the Mekong River’s upper course as well as Thailand, Laos and Cambodia’s plans to divert the river are the biggest threats. Le Anh Tuan, deputy head ...
Chinese-Owned Banana Plantations Fueling Exploitation in Myanmar
The early 2000s saw a boom in the banana farming sector in southern China. By 2008, the fruit had become an increasingly popular target of investment, with low supply and soaring prices, and banana plantations were set up across China, as well as in Myanmar ...
YAN NAING
ພາກພື້ນແມ່ນ້ຳຂອງ ສຸມໃສ່ການຄວບຄຸມພະຍາດຕັບອັກເສບຊະນິດ B, ແລະ ລຶບລ້າງພະຍາດຕັບອັກເສບຊະນິດ C
(ຂປລ) ນັກຄົ້ນຄວ້າ ແລະ ຊ່ຽວຊານດ້ານສຸຂະພາບ 100 ກວ່າຄົນຈາກປະເທດລາວ, ໄທ, ມຽນມາ, ຫວຽດນາມ, ກຳປູເຈຍ, ມາເລເຊຍ, ອິນເດຍ, ຟິລິປິນ, ອອສ໌ເຕຼເລຍ, ຝຼັ່ງ ແລະ ຈີນ (ເປັນຄັ້ງທຳອິດ) ໄດ້ຮ່ວມປະຊຸມທີ່ນະຄອນຫຼວງວຽງຈັນ ໃນວັນທີ 27-29 ພະຈິກນີ້ ເພື່ອສ້າງພື້ນຖານສຳລັບເຄືອຂ່າຍລະດັບພາກພື້ນ ໃນການຕ້ານພະຍາດຕັບອັກເສບ, ເຊິ່ງເປັນບັນຫາສຸຂະພາບຕົ້ນຕໍໃນພາກພື້ນແມ່ນ້ຳຂອງ.ພາຍໃຕ້ການຮ່ວມຈັດຕັ້ງໂດຍສູນຄົ້ນຄວ້າລະບາດວິທະຍາລາວ Christophe Mérieux, ກະຊວງສາທາລະນະສຸກລາວ, ຮ່ວມກັບມູນນິທິ Mérieux ແລະ ສະຖາບັນຄົ້ນຄວ້າເພື່ອການພັດທະນາ (IRD), ກອງປະຊຸມປຶກຫາລືກ່ຽວກັບພະຍາດໄວຣັສຕັບອັກເສບຊຸດນີ້ ຈະເປີດໂອກາດໃຫ້ແກ່ຜູ້ຊ່ຽວຊານ ໄດ້ສືບຕໍ່ຫາລືປະເດັນຈາກກອງປະຊຸມຊຸດກ່ອນ, ທັງແລກປ່ຽນຄວາມຮູ້ ແລະ ຂໍ້ມູນເຊິ່ງກັນແລະກັນ. ບັນດາອົງການຈັດຕັ້ງຕ່າງໆເຊັ່ນ Inserm, ສະຖາບັນປາສ໌ເຕີ, ອົງການແພດບໍ່ມີພົມແດນ ແລະ ອົງການອະນາໄມໂລກ ...
ໂຕະຂ່າວ ຂປລ