ຂອນໄມ້ຊ່ວຍຊີວິດຊາວປະມົງທີ່ຕິດເກາະຢູ່ກາງແມ່ນ້ຳຂອງ
ຈຳປາສັກ, ລາວ (ວຽງຈັນທາມສ໌/ANN) – ຊາວປະມົງທີ່ຕິດເກາະຢູ່ໂຂດຫີນກາງແມ່ນ້ຳຂອງ ເມືອງໂຂງ ແຂວງຈຳປາສັກ ໃນວັນຈັນຜ່ານມານີ້ໄດ້ຮັບການຊ່ວຍເຫຼືອໃນຕອນ 2 ໂມງເຊົ້າຂອງວັນພຸດນີ້.ຊາວປະມົງດັ່ງກ່າວເຊິ່ງຢືນຢັນຕົວວ່າແມ່ນທ້າວ ປອງ ອາຍຸ 41 ປີ ຢູ່ບ້ານພຽງດີ ໄດ້ຖືກນຳສົ່ງໄປສຸກສາລາໃນທ້ອງຖິ່ນທັນທີເພື່ອກວດສຸຂະພາບ.ອ່ານຕໍ່ ...
ໂຕະຂ່າວ
http://annx.asianews.network/content/driftwood-saves-fisherman-stranded-middle-mekong-103444
ອິນເດຍຈະລວມປະເທດລາວເຂົ້າໃນແຜນຕາຂ່າຍໄຟຟ້າໂລກ
ອິນເດຍມີແຜນລວມລາວເຂົ້າໃນແຜນຕາຂ່າຍໄຟຟ້າໂລກ, ເພື່ອຮອງຮັບຕໍ່ການປ່ຽນແປງຂອງສະຖາປັດຕະຍະກຳຄວາມໝັ້ນຄົງດ້ານພະລັງງານ.ປະເທດອິນເດຍຈະປ້ອງກັນບົດສະເໜີກ່ຽວກັບຕາຂ່າຍໄຟຟ້າໃນກອງປະຊຸມໃຫຍ່ຄັ້ງທີສອງຂອງອົງການພັດທະມິດພະລັງງານແສງອາທິດສາກົນ (ISA) ເຊິ່ງຈະຈັດຂຶ້ນຢູ່ເມືອງນິວເດລີ ໃນວັນທີ 30 ຕຸລາ ເຖິງ 2 ພະຈິກນີ້, ຕາມການລາຍງານຂອງສຳນັກຂ່າວ Livemint.ນອກຈາກປະເທດລາວ, ອິນເດຍຍັງມີເປົ້າໝາຍເລີ່ມຕົ້ນການເຊື່ອມຕໍ່ກັບປະເທດຕ່າງໆເຊັ່ນ ມຽນມາ, ໄທ, ກຳປູເຈຍ ແລະ ຫວຽດນາມ.ອ່ານຕໍ່ ...
The Laotian Times
https://laotiantimes.com/2019/08/27/india-include-laos-global-power-grid/
ລັດຖະບານຈະຫຼຸດຜ່ອນການພັດທະນາເສດຖະກິດທີ່ອີງໃສ່ຊັບພະຍາກອນທຳມະຊາດເປັນຫຼັກ
ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານໄດ້ຖະແຫຼງວ່າຈະຫຼຸດຜ່ອນການເອື່ອຍອີງໃສ່ຊັບພະຍາກອນທຳມະຊາດເກີນຈຳເປັນ ໃນການພັດທະນາເສດຖະກິດ ເຖິງຈະເຮັດໃຫ້ການຂະຫຍາຍຕົວຊັກຊ້າລົງ.ໃນກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ກ່າວວ່າເຖິງວ່າເສດຖະກິດຂອງລາວຈະຂະຫຍາຍຕົວໃນອັດຕາ 6.5 ເປີເຊັນໃນປີນີ້, ລາວກໍຍັງຄົງອີງໃສ່ຂະແໜງພະລັງງານ ແລະ ບໍ່ແຮ່ຫຼາຍເກີນໄປ.ນອກຈາກນີ້ ທຶນກູ້ຢືມຈາກຕ່າງປະເທດສຳລັບໂຄງການພັດທະນາພື້ນຖານໂຄງລ່າງທີ່ຄາດວ່າຈະໃຫ້ຜົນຕອບແທນທາງເສດຖະກິດຕ່ຳ ຈະຕ້ອງຖືກຈຳກັດ.ອ່ານຕໍ່ ...
ສົມສັກ ພົງຂາວ
http://annx.asianews.network/content/laos-reduce-economic-overreliance-natural-resources-98313
ຊຸກຍູ້ໃຫ້ອົງກອນພາກລັດປະຕິບັດຕາມກົດໝາຍວ່າດ້ວຍການຈັດຊື້
ອົງກອນພາກລັດທີ່ຕ້ອງການນຳໃຊ້ງົບປະມານລັດເກີນ 5 ລ້ານກີບຕ້ອງເຮັດສັນຍາປະມູນໂຄງການ, ອີງຕາມກະຊວງການເງິນ. ທ່ານ ສົມດີ ດວງດີ ລັດຖະມົນຕີກະຊວງການເງິນ ໄດ້ລົງນາມຮັບຮອງເອົາຂໍ້ຕົກລົງຂອງລັດຖະມົນຕີ ໃນຕົ້ນເດືອນນີ້ ເຊິ່ງກຳນົດຂັ້ນຕອນໃໝ່ທີ່ໜ່ວຍງານພາກລັດຕ້ອງປະຕິບັດໃນການນຳໃຊ້ງົບປະມານລັດ.ຂໍ້ຕົກລົງດັ່ງກ່າວແມ່ນໜຶ່ງໃນຄວາມພະຍາຍາມຂອງກະຊວງ ໃນການບັງຄັບໃຊ້ກົດໝາຍວ່າດ້ວຍການຈັດຊື້ແຫ່ງລັດໃນບັນດາໜ່ວຍງານລັດ ແລະ ເພື່ອຮັບປະກັນວ່າການໃຊ້ຈ່າຍງົບປະມານມີຄວາມຄຸ້ມຄ່າ ແລະ ສົມເຫດສົມຜົນ.ອ່ານຕໍ່ ...
ເອກະພອນ ພູທອນສີ
ເຈົ້າໜ້າທີ່ສັນຍາວ່າຈະສືບຕໍ່ຊ່ວຍເຫຼືອແຮງງານລາວໃນປະເທດໄທ
ເຈົ້າໜ້າທີ່ແຮງງານທ້ອງຖິ່ນຈະສືບຕໍ່ປະສານງານກັບກະຊວງແຮງງານຂອງໄທ ເພື່ອປົກປ້ອງສິດທິຂອງແຮງງານລາວໃນພາກໃຕ້ຂອງໄທ, ຕາມເຈົ້າໜ້າທີ່ການນຳ.ທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ໃຫ້ຄຳໝັ້ນຕໍ່ພະນັກງານໃນກອງປະຊຸມການຄຸ້ມຄອງແຮງງານປະຈຳປີ ທີ່ວຽງຈັນ ໃນວັນພຸດຜ່ານມານີ້.ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ
ເມເຈີຈະເປີດໂຮງໜັງແຫ່ງໃໝ່ໃນລາວ
ບໍລິສັດເມເຈີຊິນິເພັກສ໌ກຣຸ໊ບ ຜູ້ປະກອບການເຄືອຂ່າຍໂຮງຮູບເງົາທີ່ໃຫຍ່ທີ່ສຸດໃນໄທ ໄດ້ເຮັດຂໍ້ຕົກລົງກັບບໍລິສັດ ທີເຄ ກຣູ໊ບຂອງລາວ ເພື່ອເປີດໂຮງສາຍຮູບເງົາແຫ່ງໃໝ່ໃນຕ່າງປະເທດ ເພື່ອຂະຫຍາຍກິດຈະການສູ່ລະດັບພາກພື້ນອ່ານຕໍ່ ...
ນານັດ ສຸຊີວາ
ລັດຖະບານສະເໜີວິທີທາງຕໍ່ໜ້າໃນການຟື້ນຟູຫຼັງໄພພິບັດ
ວຽງຈັນ (ວຽງຈັນທາມສ໌/ANN) – ກອງປະຊຸມປຶກສາຫາລືເພື່ອການຟື້ນຟູຫຼັງໄພພິບັດວານນີ້ ໄດ້ມີການພົບປະຂອງກົມກອງລັດຖະບານ ແລະ ຄູ່ຮ່ວມພັດທະນາ ເພື່ອຫາລືວິທີທາງໃນຕໍ່ໜ້າ ແລະ ສືບຕໍ່ຜົນການປະເມີນຄວາມຕ້ອງການຫຼັງໄພພິບັດ (PDNA) ທີ່ໄດ້ດຳເນີນໃນປີ 2018.ໃນປີຜ່ານມາ ລາວໄດ້ຜະເຊີນກັບໄພນ້ຳຖ້ວມທີ່ຮ້າຍແຮງທີ່ສຸດໃນຮອບທົດສະວັດ ເຊິ່ງໄດ້ສົ່ງຜົນກະທົບຕໍ່ປະຊາຊົນກວ່າ 600,000 ຄົນໃນທົ່ວ 17 ແຂວງ ແລະ ນະຄອນຫຼວງວຽງຈັນ.ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ
ເຈົ້າໜ້າທີ່ລາວຖືກກ່າວຫາວ່າເມົາແລ້ວຂັບຕຳແລ້ວໜີ
ວຽງຈັນ (ວຽງຈັນທາມສ໌/ANN) – ປະຊາຊົນໄດ້ນຳໃຊ້ສື່ສັງຄົມອອນໄລ ໃນການສະແດງຄວາມບໍ່ພໍໃຈ ຫຼັງຈາກທີ່ໄດ້ຊົມບັນທຶກພາບທີ່ເຈົ້າໜ້າທີ່ຕຳຫຼວດຈົງໃຈຂັບລົດໜີພາຍຫຼັງມີສ່ວນພົວພັນກັບການເກີດອຸບັດຕິເຫດ.ວີດີໂອທີ່ແຜ່ກະຈາຍໃນສື່ສັງຄົມ Facebook ສະແດງໃຫ້ເຫັນລົດໂຕໂຢຕາ ຣີໂວ ປ້າຍທະບຽນ ກກ 4668 ຂອງລັດຖະບານ ໄດ້ມີສ່ວນໃນອຸບັດຕິເຫດຕຳກັບລົດຈັກ ແລະ ຕໍ່ມາໄດ້ຖືກໄລ່ຕາມໂດຍເຈົ້າໜ້າທີ່ຕຳຫຼວດຈໍລະຈອນ ກ່ອນທີ່ຈະຫຼົບໜີໄປ.ອ່ານຕໍ່ ...
ໂຕະຂ່າວ
ຊ່ຽວຊານກະສິກຳສຳຫຼວດກວດການະໂຍບາຍການພັດທະນາ
ກອງປະຊຸມກຸ່ມເຮັດວຽກໃນຂະແໜງກະສິກຳ ແລະ ພັດທະນາຊົນນະບົດ ໄດ້ຈັດຂຶ້ນທີ່ກະຊວງກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ໃນວັນອັງຄານນີ້ ເພື່ອຫາລືບັນຫາໃນຂະແໜງກະສິກຳ.ກອງປະຊຸມໄດ້ກວດກາປະເມີນຜົນການຈັດຕັ້ງປະຕິບັດວຽກງານໃນຂະແໜງການທີ່ກ່ຽວຂ້ອງພາຍໃຕ້ກຸ່ນເຮັດວຽກ ກໍຄືບັນຫາານກະເສດຕ່າງໆເຊັ່ນ ການລະບາດຂອງບົ້ງຝູງ ແລະ ພະຍາດອະຫິວາໝູອາຟຣິກາໃນລາວ, ເຊິ່ງສົ່ງຜົນກະທົບຕໍ່ການປູກສາລີ ແລະ ການລ້ຽງໝູ.ອ່ານຕໍ່ ...
ວິສິດ ເທບພະລັດ
ຂໍ້ຕົກລົງເພື່ອສົ່ງເສີມພາລະກິດຂອງລາວໃນການດຶງດູດນັກທ່ອງທ່ຽວຈີນ
ປະເທດລາວພວມມີການຊຸກຍູ້ສົ່ງເສີມການທ່ອງທ່ຽວ ໂດຍມອບໝາຍໃຫ້ບໍລິສັດສື່ໂຄສະນາຊັ້ນນຳຂອງຈີນ ໂຄສະນາກ່ຽວກັບສະຖານທີ່ທ່ອງທ່ຽວຂອງລາວໃນຕະຫຼາດຈີນ ເພື່ອດຶງດູດນັກທ່ອງທ່ຽວໃຫ້ຫຼາຍຂຶ້ນ.ກົມສົ່ງເສີມການທ່ອງທ່ຽວ ພາຍໃຕ້ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈກັບບໍລິສັດສື່ສານວັນທະນະທຳສາກົນ ເຟັງຫວງເຫ ປັກກິ່ງ ຈຳກັດ ທີ່ວຽງຈັນໃນວັນອັງຄານຜ່ານມານີ້.ອ່ານຕໍ່ ...
ສົມໄຊ ແສງດາຣາ
ຊ່ຽວຊານລາວ, ຍີ່ປຸ່ນຫາລືເສັ້ນທາງການພັດທະນາແບບຍືນຍົງ
ສະຖາບັນການສຶກສາ, ຄູອາຈານ, ກະຊວງ ແລະ ຊ່ຽວຊານຍີ່ປຸ່ນປະຊຸມກັນທີ່ວຽງຈັນໃນວັນສຸກແລ້ວນີ້ ເພື່ອຫາລືກ່ຽວກັບການພັດທະນາແບບຍືນຍົງໃນລາວ. ການຫາລືດັ່ງກ່າວແມ່ນສຸມໃສ່ການສ້າງຄວາມເຂັ້ມແຂງໃຫ້ແກ່ທຸລະກິດ SMEs ເພື່ອໃຫ້ເຂົາເຈົ້າມີສ່ວນຮ່ວມໃນການພັດທະນາປະເທດຊາດຫຼາຍຂຶ້ນ.ອ່ານຕໍ່ ...
ບັນນາທິການວຽງຈັນທາມສ໌
ລາວ ແລະ ບໍລິສັດອົສ໌ຕຣາລີຮ່ວມມືໃນການຕ້ານໂລກລະບາດໃນກ້ວຍ
ວຽງຈັນ (ວຽງຈັນທາມສ໌/ANN) – ກົມກະສິກຳ ກະຊວງກະສິກຳ ແລະປ່າໄມ້ ໄດ້ຕົກລົງຮ່ວມມືກັບບໍລິສັດ Soils North Pty Ltd ຂອງອົສ໌ຕຣາລີ ໃນການສ້າງສວນ ແລະ ຫ້ອງທົດລອງ ເພື່ອຕ້ານໂລກລະບາດໃນກ້ວຍ, Tropical Race 4 (TR4) ໃນລາວ.ໂຄງການຮ່ວມມືທາງດ້ານວິຊາການ ສຳລັບດຳເນີນການທົດລອງ ແລະ ທົດສອບປະກົດການເຮືອນກະຈົກຂອງ NSA Wilt Stop ເພື່ອຄວບຄຸມການລະບາດຂອງເຊື້ອລາ Fusarium ໃນສວນກ້ວຍໃນລາວ ໄດ້ມີການລົງນາມໃນມື້ວານນີ້ອ່ານຕໍ່ ...
ຄຳພອນ ສີວົງໄຊ
ຫຼາຍແຂວງຂອງລາວປະສົບໄພນ້ຳຖ້ວມໃນເຂດທີ່ຢູ່ອາໄສ ແລະ ພື້ນທີ່ກະສິກຳ
ວຽງຈັນ (ວຽງຈັນທາມສ໌/ANN) – ຫຼາຍແຂວງຂອງລາວກຳລັງປະສົບກັບໄພນ້ຳຖ້ວມ ຫຼັງຈາກມີຝົນຕົກໜັກຕິດຕໍ່ກັນ, ເຮັດໃຫ້ເຮືອນຊານທີ່ຢູ່ອາໄສ, ໄຮ່ນາຮົ້ວສວນ ແລະ ພື້ນທີ່ກະສິກຳຈົມຢູ່ໃຕ້ນ້ຳເປັນບາງສ່ວນ.ໂດຍສະພາະແມ່ນແຂວງເຊກອງໄດ້ຮັບຜົນກະທົບໜັກ ແລະ ລະດັບນ້ຳໃນແມ່ນ້ຳເຊກອງເພີ່ມຂື້ນຮອດ 12 ແມັດ, ຈໍ່ເຖິງລະດັບເຕືອນໄພ 13 ແມັດ, ຕາມການລາຍງານຂອງທ່ານ ບຸນທອງ ສີດອນຄົງ ເຈົ້າໜ້າທີ່ແຂວງ ຜ່ານສຳນັກຂ່າວວຽງຈັນທາມສ໌ໃນວັນອັງຄານນີ້.ອ່ານຕໍ່ ...
ສີລັດດາ ສຸລິຍົງ
http://annx.asianews.network/content/floodwater-inundates-houses-farms-provinces-103348
ໜ່ວຍທຸລະກິດໃນລາວຈັດການກັບສິ່ງທ້າທາຍໃນການຫັນສູ່ການດຳເນີນການແບບດິຈິຕອລ
ວຽງຈັນ (ວຽງຈັນທາມສ໌/ANN) – ຜູ້ປະກອບການທຸລະກິດໃນລາວ ໄດ້ຮຽນຮູ້ກ່ຽວກັບເຕັກໂນໂນຊີຫຼ້າສຸດ ເພື່ອຍົກລະດັບທັກສະກ່ຽວກັບ ‘ທຸລະກິດຍຸກ 4.0’ ໃນກອງປະຊຸມສຳມະນາທີ່ວຽງຈັນ ເພື່ອຮັບປະກັນການເຂົ້າເຖິງລູກຄ້າຢ່າງມີປະສິດທິຜົນ.ທັກສະໃໝ່ທີ່ໄດ້ຈາກກອງປະຊຸມສຳມະນາໃນຫົວຂໍ້ ‘ທຸລະກິດໃໝ່ໃນຍຸກ 4.0’ ໃນອາທິດແລ້ວນີ້, ແນໃສ່ການສົ່ງເສີມທຸລະກິດທ້ອງຖິ່ນໃຫ້ນຳໃຊ້ເຕັກໂນໂລຊີເຂົ້າໃນການສົ່ງເສີມການຂາຍ.ອ່ານຕໍ່ ...
ໂຕະຂ່າວ
ຜູ້ຕ້ອງສົງໄສສາລະພາບວ່າໄດ້ກະທຳຜິດຕໍ່ກົດໝາຍໂຄສະນາໃສ່ຮ້າຍ ສປປ ລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ຕຳຫຼວດແຂວງຈຳປາສັກ ໄດ້ລາຍງານໃນວັນອັງຄານນີ້ວ່າ ຜູ້ຕ້ອງສົງໄສຄະດີເຜີຍແຜ່ຂໍ້ມູນຂ່າວສານປອມ ຜ່ານຊ່ອງທາງລາຍງານສົດໃນ ເຟັສ໌ບຸກ ກ່ຽວກັບພາລະກິດບັນເທົາທຸກໄພນ້ຳຖ້ວມຂອງລັດຖະບານຢູ່ແຂວງພາກໃຕ້ຂອງລາວ ໄດ້ໃຫ້ການຍອມຮັບວ່າໄດ້ກະທຳຄວາມຜິດ.ທ່ານພັນໂທ ໄພຈິດ ໄຊຍະເດດ ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງຈຳປາສັກ ໄດ້ເປີດເຜີຍຜ່ານສຳນັກຂ່າວວຽງຈັນທາມສ໌ ໃນວານນີ້ວ່າ ຈາກການສືບສວນສອບສວນຕົວຈິງ, ນາງ ຮວ່າຍເຮືອງ ໄຊຍະບູລີ, ຫຼືວ່ານາງ ໝວຍ, ອາຍຸ 30 ປີ, ຢູ່ບ້ານສະເຫຼົ້າ, ເມືອງໂພນທອງ ແຂວງຈຳປາສັກ ໄດ້ຖືກກັກຕົວໃນວັນທີ 12 ກັນຍາ ໃນຂໍ້ຫາກະທຳຜິດຕໍ່ກົດໝາຍກ່ຽວກັບການໂຄສະນາໃສ່ຮ້າຍ ສປປ ລາວ.ອ່ານຕໍ່ ...
ໂຕະຂ່າວ
http://annx.asianews.network/content/suspect-confesses-breaking-anti-lao-pdr-propaganda-law-104460
ເຈົົ້າຂອງລາງວັນໂນເບວແບ່ງປັນທັດສະນະກ່ຽວກັບເສດຖະກິດໂລກທີ່ມະຫາວິທະຍາໄລລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ສະມາຊິກພາກວິຊາ, ນັກຄົ້ນຄວ້າ ແລະ ນັກສຶກສາມະຫາວິທະຍາໄລແຫ່ງຊາດລາວ ກໍຄືຊ່ຽວຊານດ້ານນະໂຍບາຍ ແລະ ການພັດທະນາເສດຖະກິດ ໄດ້ຮັບປະໂຫຍດຈາກການເຂົ້າຮ່ວມການບັນຍາຍໂດຍທ່ານ ຟິນ ເອີລິງ ຄິດແລນ ເຈົ້າຂອງລາງວັນໂນເບວ ໃນອາທິດຜ່ານມາ.ທ່ານສາດສະດາຈານ ຄິດແລນ ເຊິ່ງໄດ້ຮັບລາງວັນໂນເບວສາຂາເສດຖະສາດ ໃນປີ 2004, ເປັນຜູ້ໄດ້ຮັບລາງວັນໂນເບວຜູ້ທີສາມ ທີ່ໄດ້ຮັບການເຊື້ອເຊີນໃຫ້ບັນຍາຍທີ່ມະຫາວິທະຍາໄລແຫ່ງຊາດ ເຊິ່ງເປັນສ່ວນໜຶ່ງຂອງງານກິດຈະກຳ Asean Event Series ຄັ້ງທີ 7 ພາຍໃຕ້ຫົວຂໍ້ “ຂົວຕໍ່ – ການສົນທະນາເພື່ອກ້າວສູ່ວັດທະນະທຳແຫ່ງສັນຕິພາບ.”ອ່ານຕໍ່ ...
ໂຕະຂ່າວ
ງານວາງສະແດງສິນຄ້າອາຫານຈະສ້າງໂອກາດໃໝ່ໆທາງທຸລະກິດ
ງານວາງສະແດງສິນຄ້າອາຫານນາໆຊາດລາວຄັ້ງທີໜຶ່ງ ຄາດວ່າຈະຂະຫຍາຍໂອກາດດ້ານການສົ່ງອອກ ແລະ ສົ່ງເສີມການຂະຫຍາຍເຄືອຂ່າຍທຸລະກິດສຳລັບຜະລິດຕະພັນອາຫານ.ທ່ານ ສຸກນິກອນ ລາດຊະວົງ ປະທານບໍລິສັດໂຄງການ Pas ກ່າວໃນກອງປະຊຸມສື່ມວນຊົນວ່າ ງານວາງສະແດງສິນຄ້າດັ່ງກ່າວຈະຈັດຂຶ້ນໃນວັນທີ 15-19 ມີນາ 2019 ນີ້ ທີ່ສູນການຄ້າລາວໄອເຕັກ, ເຊິ່ງຕັ້ງຈັດໂດຍທາງບໍລິສັດເອງ ຮ່ວມກັບກົມສົ່ງເສີມການຄ້າ ພາຍໃຕ້ກະຊວງອຸດສາຫະກຳ ແລະ ການຄ້າ.ອ່ານຕໍ່ ...
ທີມບັນນາທິການວຽງຈັນທາມສ໌
ລາວ, ເກົາຫຼີໃຕ້ຕົກລົງສືບຕໍ່ການພັດທະນາຊົນນະບົດ
ວຽງຈັນ (ວຽງຈັນທາມສ໌/ANN) –– ເກົາຫຼີໃຕ້ ຕົກລົງສືບຕໍ່ສົ່ງເສີມລາວ ໃນກິດຈະກຳການພັດທະນາຊຸມຊົນຊົນນະບົດ ຜ່ານໂຄງການແຊມູ ອຸນດອງ.ອົງການຮ່ວມມືສາກົນເກົາຫຼີ (KOICA) ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ ຮ່ວມກັບກະຊວງກະສິກຳ ແລະ ປ່າໄມ້ ໃນວັນພຸດນີ້ ເພື່ອສືບຕໍ່ເສີມຂະຫຍາຍກິດຈະກຳການພັດທະນາຊຸມຊົນຊົນນະບົດໃນລາວ.ອ່ານຕໍ່ ...
ໂຕະຂ່າວ
ເຈົ້າໜ້າທີ່, ຜູ້ປະກອບການທຸລະກິດຮຽນຮູ້ກ່ຽວກັບ ກົດວ່າດ້ວຍຖິ່ນກຳເນີດສິນຄ້າຂອງ FTA
ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ລັດຖະບານ ແລະ ຕາງໜ້າຈາກຂະແໜງການເອກະຊົນເຂົ້າຮ່ວມກອງປະຊຸມວິຊາການ ເພື່ອຮຽນຮູ້ກ່ຽວກັບກົດລະບຽບ ແລະ ຜົນປະໂຫຍດຂອງການນຳໃຊ້ “ຖະແຫຼງການວ່າດ້ວຍແຫຼ່ງກຳເນີດສິນຄ້າ” ພາຍໃຕ້ ກົດວ່າດ້ວຍຖິ່ນກຳເນີດສິນຄ້າຂອງ ເຂດການຄ້າເສລີອາຊຽນ-ອອສ໌ເຕຣເລຍ-ນິວຊີແລນ (AANZFTA) ສຳລັບລາວ.ອ່ານຕໍ່ ...
ໂຕະຂ່າວ
ລາວ ແລະ ກຳປູເຈຍຮ່ວມມືໃນໂຄງການກ່ຽວກັບຊັບພະຍາກອນແຫຼ່ງນ້ຳຂ້າມຊາຍແດນ
ວຽງຈັນ (ວຽງຈັນທາມສ໌/ANN) – ລາວ ແລະ ກຳປູເຈຍໄດ້ຕົກລົງກ່ຽວກັບການປະຕິບັດການຮ່ວມ ກ່ຽວກັບບູລິມະສິດຕົ້ນຕໍຂອງໂຄງການຮ່ວມມືໃນການພັດທະນາ ແລະ ການຄຸ້ມຄອງຊັບພະຍາກອນແຫຼ່ງນ້ຳຂ້າມຊາຍແດນ.ຕົວແທນຈາກສອງຊາດໄດ້ຮ່ວມຫາລືແຜນການໃນກອງປະຊຸມຂອງຄະນະກວດສອບລະດັບພາກພື້ນ, ເຊິ່ງໄດ້ກຳນົດເອົາການທ່ອງທ່ຽວແບບອະນຸລັກ ແລະ ການຄຸ້ມຄອງການປະມົງເປັນບູລິມະສິດສູງສຸດສຳລັບໂຄງການ ລະຫວ່າງແຂວງສະຕັງເຕຣັງຂອງກຳປູເຈຍ ແລະ ແຂວງຈຳປາສັກຂອງລາວ.ອ່ານຕໍ່ ...
ໂຕະຂ່າວ