ຜູ້ຕ້ອງສົງໄສສາລະພາບວ່າໄດ້ກະທຳຜິດຕໍ່ກົດໝາຍໂຄສະນາໃສ່ຮ້າຍ ສປປ ລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ຕຳຫຼວດແຂວງຈຳປາສັກ ໄດ້ລາຍງານໃນວັນອັງຄານນີ້ວ່າ ຜູ້ຕ້ອງສົງໄສຄະດີເຜີຍແຜ່ຂໍ້ມູນຂ່າວສານປອມ ຜ່ານຊ່ອງທາງລາຍງານສົດໃນ ເຟັສ໌ບຸກ ກ່ຽວກັບພາລະກິດບັນເທົາທຸກໄພນ້ຳຖ້ວມຂອງລັດຖະບານຢູ່ແຂວງພາກໃຕ້ຂອງລາວ ໄດ້ໃຫ້ການຍອມຮັບວ່າໄດ້ກະທຳຄວາມຜິດ.

ທ່ານພັນໂທ ໄພຈິດ ໄຊຍະເດດ ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງຈຳປາສັກ ໄດ້ເປີດເຜີຍຜ່ານສຳນັກຂ່າວວຽງຈັນທາມສ໌ ໃນວານນີ້ວ່າ ຈາກການສືບສວນສອບສວນຕົວຈິງ, ນາງ ຮວ່າຍເຮືອງ ໄຊຍະບູລີ, ຫຼືວ່ານາງ ໝວຍ, ອາຍຸ 30 ປີ, ຢູ່ບ້ານສະເຫຼົ້າ, ເມືອງໂພນທອງ ແຂວງຈຳປາສັກ ໄດ້ຖືກກັກຕົວໃນວັນທີ 12 ກັນຍາ ໃນຂໍ້ຫາກະທຳຜິດຕໍ່ກົດໝາຍກ່ຽວກັບການໂຄສະນາໃສ່ຮ້າຍ ສປປ ລາວ.

ອ່ານຕໍ່…

ໂຕະຂ່າວ
http://annx.asianews.network/content/suspect-confesses-breaking-anti-lao-pdr-propaganda-law-104460