News
ສະຖານີຕິດຕາມກວດກາແມ່ນໍ້າຂອງ MRC ຈະປົກປ້ອງປະຊາຊົນເຂດລຸ່ມແມ່ນໍ້າໄດ້ດີກວ່າ
ໃນວັນສຸກມື້ນີ້, ຄະນະກຳມາທິການແມ່ນ້ຳຂອງ (MRC) ໄດ້ຈັດພິທີເປີດສະຖານີຕິດຕາມລະດັບນ້ຳແຫ່ງທຳອິດ ທີ່ຕັ້ງຢູ່ເທິງອ່າງແມ່ນ້ຳຂອງຕອນລຸ່ມ. ສະຖານີດັ່ງກ່າວເປັນສ່ວນໜຶ່ງຂອງແຜນງານ MRC ທີ່ກວ້າງຂຶ້ນ ເພື່ອຫຼຸດຜ່ອນຄວາມສ່ຽງຕໍ່ຊາວເອເຊຍຕາເວັນອອກສຽງໃຕ້ຫຼາຍລ້ານຄົນ ທີ່ຊີວິດ ແລະ ຊີວິດການເປັນຢູ່ ຢູ່ລຸ່ມນ້ຳ ໄດ້ຮັບຜົນກະທົບຈາກກະແສນ້ຳທີ່ໄຫຼມາຢ່າງບໍ່ຄາດຄິດ.ສະຖານີ ຕິດຕາມ ກວດກາ ແຫ່ງໃໝ່ນີ້ມີຢູ່ຊຽງໂຄກ ຕິດກັບ ຊາຍແດນ ພາກເໜືອ ຂອງລາວ ກັບ ພະມ້າ, ຈະຮຽກຮ້ອງໃຫ້ມີການຮ່ວມມື ທີ່ MRC ທີ່ໄດ້ໃຫ້ການສະໜັບສະໜູນມາແຕ່ດົນນານ. ໃນກໍລະນີນີ້, ມຽນມາມີໂອກາດທີ່ຈະຮ່ວມກັນເກັບກໍາຂໍ້ມູນກັບເພື່ອນຮ່ວມງານຂອງລາວກ່ຽວກັບການປ່ອຍນ້ໍາ – ທັງຈະເປັນການເຂົ້າເຖິງຢ່າງວ່ອງໄວຂື້ນຂອງປະຊາຊົນຫຼາຍລ້ານຄົນທີ່ດໍາລົງຊີວິດຢູ່ລຸ່ມນ້ໍາ.ອ່ານເພິ່ມເຕີມ ...
ມະນີພອນ ວົງພະຈັນ
ການນຳໃຊ້ເຕັກໂນໂລຊີ ເພື່ອຈັດການກັບຄວາມສ່ຽງໄພນໍ້າຖ້ວມ, ໄພແຫ້ງແລ້ງ ຢູ່ໃນເຂດລຸ່ມແມ່ນໍ້າຂອງ
ໃນຕົ້ນປີນີ້, ອົງການ MRC ແລະ ສະຖາບັນພັດທະນາເກົາຫຼີ (KDI) ໄດ້ເປີດຕົວໂຄງການຄົ້ນຄ້ວາຮ່ວມກັນພາຍໃຕ້ໂຄງການແບ່ງປັນຄວາມຮູ້ (KSP) 2020-2021. ໂຄງການດັ່ງກ່າວມີຈຸດປະສົງເພື່ອສະແດງໃຫ້ເຫັນການນຳເອົາເຕັກໂນໂລຍີສູງເພື່ອມາຊຸກຍູ້ປະເທດກຳປູເຈຍ, ສປປ ລາວ, ໄທ ແລະ ຫວຽດນາມ ໃນການຫຼຸດຜ່ອນຜົນກະທົບຈາກໄພນໍ້າຖ້ວມ ແລະ ໄພແຫ້ງແລ້ງ. ໂດຍການນໍາໃຊ້ເຕັກໂນໂລຍີດາວທຽມທີ່ທັນສະໄໝ, ປັນຍາປະດິດ (AI) ແລະ ຂໍ້ມູນໃຫຍ່, ມາຊ່ວຍປັບປຸງຍຸດທະສາດການຫຼຸດຜ່ອນ, ການຕອບສະໜອງ ແຜນການເຜີຍແຜ່ຂໍ້ມູນຂ່າວສານ. ອ່ານຕໍ່ທີ່ນີ້ ...
ລາວຊຽນທາມສ໌
ຟຣັ່ງໃຫ້ການສະໜັບສະໜູນຄະນະກຳມະການແມ່ນ້ຳຂອງ (MRC) ໃນການຕິດຕາມກວດການການໄຫຼວຽນຂອງແມ່ນ້ຳຂອງ
ລັດຖະບານຝຣັ່ງ ໄດ້ໃຫ້ເງິນ 1.5 ລ້ານເອີໂຣ ແກ່ຄະນະກຳມາທິການແມ່ນ້ ຳຂອງ (MRC) ເພື່ອຕິດຕາມກວດກາສະພາບຝົນ ແລະ ກະແສນ້ ຳ ເພື່ອໃຫ້ເຂົ້າໃຈກ່ຽວກັບການປ່ຽນແປງຂອງກະແສ ແລະ ຜົນກະທົບທີ່ກ່ຽວຂ້ອງກັບໂຄງການພັດທະນາ. ທຶນສະໜັບສະ ໜູນຄືດັ່ງກ່າວ ຈະສືບຕໍ່ປັບປຸງ ແລະ ຂະຫຍາຍເຄືອຂ່າຍຂອງຕົນເພື່ອການຕິດຕາມ ແລະ ຄຸ້ມຄອງໂຄງລ່າງທາງນ້ ຳຕາມແມ່ນ້ ຳ ສາຍສຳຄັນຕ່າງໆ ແລະ ແມ່ນ້ ຳຂອງໃຫ້ດີກ່ວາເກົ່າ.ອ່ານເພິ່ມເຕີມ. ...
ຜູ້ລາຍງານຂ່າວທາມສ໌
MRC ກຳລັງທຳການຕິດຕາມການໄຫຼຂອງນ້ຳໃນແມ່ນ້ຳຂອງຢ່າງໃກ້ຊິດ
ວຽງຈັນ (ວຽງຈັນທາມສ໌/ANN) — ຄະນະກຳມາທິການແມ່ນ້ຳຂອງ (MRC) ກຳລັງຕິດຕາມການໄຫຼຂອງນ້ຳໃນແມ່ນ້ຳຂອງຢ່າງໃກ້ຊິດ ທ່າມກາງໄພຂົ່ມຂູ່ທີ່ເພີ່ມທະວີຂຶ້ນຈາກການປ່ຽນແປງຂອງສະພາບອາກາດ.“ພາຍໃຕ້ສະພາບໃນປະຈຸບັນທີ່ການໄຫຼຂອງກະແສນ້ຳມີຕ່ຳ ແລະ ໄພແຫ້ງແລ້ງທີ່ຮ້າຍແຮງເປັນປະຫວັດສາດ, MRC ກຳລັງມີການຄາດຄະເນ ແລະ ແຈ້ງຂໍ້ມູນຂ່າວສານຕໍ່ພາກສ່ວນກ່ຽວຂ້ອງກ່ຽວກັບການປ່ຽນແປງການໄຫຼຂອງນ້ຳໃນແມ່ນ້ຳຂອງ, ເພື່ອໃຫ້ບັນດາປະເທດ ແລະ ຊຸມຊົນໃນຂົງເຂດລຸ່ມແມ່ນ້ຳຂອງໄດ້ກຽມຕົວ ແລະ ວາງແຜນຮັບມື,” ທ່ານ ປອ ສຸເທ ເຂັມ ຜູ້ຊ່ຽວຊານການປະເມີນແມ່ນ້ຳຂອງຄະນະເລຂາທິການ MRC ກ່າວໃນອາທິດນີ້.ອ່ານຕໍ່ ...
ເອກະພອນ ພູທອນສີ
http://annx.asianews.network/content/mrc-steps-monitoring-mekong-flows-102040