Vientiane Times/ANN

LNCCI เป€เบฅเบทเปˆเบญเบ™เบ‡เบฒเบ™เบ•เบฐเบซเบผเบฒเบ”เบ™เบฑเบ”เบœเบฐเบฅเบดเบ”เบ•เบฐเบžเบฑเบ™เบฅเบฒเบงเป„เบ›เป€เบ”เบทเบญเบ™เบเปเบฅเบฐเบเบปเบ”

ວຽງຈັນ (ວຽງຈັນທາມສ໌/ANN) – ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (LNCCI) ໄດ້ເລື່ອນງານຕະຫຼາດນັດຜະລິດຕະພັນລາວ 2019 ໄປເປັນວັນທີ 20-28 ກໍລະກົດ ຫຼັງຈາກທີ່ເຫດອັກຄີໄພໄດ້ສ້າງຄວາມເສຍຫາຍໃຫ້ແກ່ສູນການຄ້າລາວ-ໄອເຕັກ ເຊິ່ງໃນເບື້ອງຕົ້ນໄດ້ມີແຜນຈັດງານໃນວັນທີ 10-19 ພຶດສະພາ.ເຫດອັກຄີໄພໄດ້ເກີດຂຶ້ນໃນຕອນເຊົ້າຂອງມື້ເປີດງານ, ສ້າງຄວາມເສຍຫາຍໃຫ້ແກ່ຕົວອາຄານ ແລະ ຮ້ານຄ້າຈຳນວນ 24 ຮ້ານ, ດັ່ງນັ້ນຈຶ່ງຕ້ອງມີການເລື່ອນການຈັດງານດັ່ງກ່າວອອກໄປ.ໃນຂະນະດຽວກັນ ສູນການຄ້າລາວ-ໄອເຕັກ ຈະຕ້ອງມີການປິດເພື່ອປັບປຸງຊົ່ວຄາວ ເພື່ອຮັບປະກັນຄວາມປອດໄພດ້ານໂຄງສ້າງ.ອ່ານຕໍ່ ...

เป€เบžเบฑเบ”เบชเบฐเปเบญเบ™ เบˆเบฑเบ™เบ”เบฒเบฅเบฒ

เบˆเบฑเบ™เบเบฒเบšเบฑเบ™เปƒเบ™เบชเบฐเบ–เบฒเบ™เบ—เบตเปˆเป€เบฎเบฑเบ”เบงเบฝเบเปเบšเบšเบเบตเปˆเบ›เบธเปˆเบ™เบˆเบฐเป€เบžเบตเปˆเบกเบ„เบธเบ™เบ„เปˆเบฒเปƒเบซเป‰เปเบเปˆเบฅเบนเบเบˆเป‰เบฒเบ‡เบฅเบฒเบง

ຈຳປາສັກ, ລາວ (ວຽງຈັນທາມສ໌/ANN) – ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (LNCCI), ເຊິ່ງຮັບຜິດຊອບໃນການສ້າງຄວາມເຂັ້ມແຂງດ້ານຄວາມສາມາດດ້ານທຸລະກິດໃນລາວ ຫວັງວ່າການພັດທະນາທັກສະໃນຂະແໜງເອກະຊົນຈະເຮັດໃຫ້ທຸລະກິດປະສົບຄວາມສຳເລັດຍິ່ງຂຶ້ນ.ໃນອາທິດນີ້ ຊຸດຝຶກອົບຮົມການສ້າງຄວາມສາມາດ ແມ່ນຈະຈັດຂຶ້ນແຕ່ວັນທີ 20-24 ພຶດສະພາ ທີ່ແຂວງຈຳປາສັກ. ພາຍໃຕ້ຫົວຂໍ້ “ໂຄງການພັດທະນາລູກຈ້າງແບບມືອາຊີບໃນລາວ”, ຈະເຮັດໃຫ້ລູກຈ້າງກາຍເປັນມືອາຊີບ ແລະ ຫ້າວຫັນຍິ່ງຂຶ້ນໃນການເຮັດວຽກ.ອ່ານຕໍ່ ...

เบšเบธเบ™เปเบเบ‡ เป„เบžเบกเบฐเบ™เบตเบงเบปเบ‡

เบฅเบฒเบงเบ‚เบฒเบ”เบ”เบนเบ™เบเบฒเบ™เบ„เป‰เบฒเป€เบžเบตเปˆเบกเบ‚เบถเป‰เบ™เปƒเบ™เป„เบ•เบกเบฒเบ”เบ—เบณเบญเบดเบ”เบ‚เบญเบ‡เบ›เบต 2019

ວຽງຈັນ (ວຽງຈັນທາມສ໌/ANN) – ມູນຄ່າລວມໃນການສົ່ງອອກ ແລະ ນຳເຂົ້າສິນຄ້າຂອງລາວໃນໄຕມາດທຳອິດຂອງປີ 2019 ຫຼຸດຕົວເລກໃນໄລຍະດຽວກັນຂອງປີກາຍປະມານ 1.53 ເປີເຊັນ, ໂດຍບໍ່ລວມມູນຄ່າການນຳເຂົ້າ ແລະ ສົ່ງອອກກະແສໄຟຟ້າ.ມູນຄ່າການຄ້າລວມໃນສາມເດືອນຕົ້ນປີນີ້ ແຕະລະດັບ US$2,317 ລ້ານໂດລາ, ເຊິ່ງໃນນັ້ນການນຳເຂົ້າສິນຄ້າມີມູນຄ່າ US$1.229 ລ້ານໂດລາ ແລະ ມູນຄ່າໃນການສົ່ງອອກແມ່ນ US$1,086 ລ້ານໂດລາ. ນີ້ສົ່ງຜົນໃຫ້ມີການຂາດດູນການຄ້າ US$143 ລ້ານໂດລາ, ຕາມກະຊວງອຸດສາຫະກຳ ແລະ ການຄ້າ.ອ່ານຕໍ່ ...

เป‚เบ•เบฐเบ‚เปˆเบฒเบง

เบฅเบฒเบงเบกเบตเปเบœเบ™เบชเป‰เบฒเบ‡เบเบฐเบ”เบฒเบ™เบ‚เปˆเบฒเบงเบชเบฐเบžเบฒเบšเบญเบฒเบเบฒเบ”เบชเบณเบฅเบฑเบšเบŠเบฒเบงเบเบฐเบชเบดเบเบญเบ™

ວຽງຈັນ (ວຽງຈັນທາມສ໌/ANN) – ຊາວກະສິກອນທົ່ວປະເທດຈະໄດ້ຮັບຂໍ້ມູນການພະຍາກອນສະພາບອາກາດຕາມລະດູການ ເຊິ່ງເຜີຍແຜ່ໂດຍກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃຫ້ແກ່ຫ້ອງການເມືອງ ແລະ ແຂວງ.ກະດານຂ່າວສະພາບອາກາດ ເຊິ່ງຈະສ້າງໂດຍພະແນກກາລະວິທະຍາ ແລະ ກະເສດອຸຕຸນິຍົມວິທະຍາ ພາຍໃຕ້ກົມອຸຕຸນິຍົມວິທະຍາ ແລະ ອຸທຸກະສາດ ຈະສະໜອງຂໍ້ມູນຂ່າວສານກ່ຽວກັບສະພາບຝົນຕົກໃຫ້ແກ່ຊາວກະສິກອນເປັນຫຼັກ.ອ່ານຕໍ່ ...

เบžเบปเบกเบžเบปเบ‡ เป€เบซเบผเบปเบฒเบญเบดเบ™

เบฅเบฒเบงเบˆเบฐเบชเป‰เบฒเบ‡เปเบœเบ™เบงเบฒเบ”เบŠเปˆเบญเบ‡เบ—เบฒเบ‡เบชเบณเบฅเบฑเบšเบเบฒเบ™เบ›เบฐเบ•เบดเบฎเบนเบšเบเบฒเบ™เบฅเบปเบ‡เบ—เบถเบ™

ວຽງຈັນ (ວຽງຈັນທາມສ໌/ANN) – ແຜນວາດການປະຕິຮູບການລົງທຶນ (IRM) ແມ່ນກົນໄກສຳຄັນອັນໜຶ່ງສຳລັບການພັດທະນານະໂຍບາຍການລົງທຶນ ເພື່ອດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ (FDI) ແລະ ສາມາດຊ່ວຍເຫຼືອປະເທດທີ່ມີຄວາມຕ້ອງການພັດທະນາ ແລະ ດຶງດູດການລົງທຶນ.ໃນພິທີເປີດກອງປະຊຸມປຶກສາຫາລື ກ່ຽວກັບຮ່າງບົດລາຍງານກ່ຽວກັບແຜນວາດການປະຕິຮູບການລົງທຶນສຳລັບປະເທດລາວຂອງກະຊວງແຜນການ ແລະ ການລົງທຶນ ໃນອາທິດແລ້ວນີ້, ທ່ານນາງ ຄຳຈັນ ວົງແສງບຸນ ຮອງລັດຖະມົນຕີ ໄດ້ກ່າວວ່າ ເປົ້າໝາຍຂອງແຜນວາດ IRM ແມ່ນການສະເໜີການຄົ້ນຄວ້າດ້ານການຄຸ້ມຄອງ ແລະ ວາງທິດທາງສຳລັບການມີສ່ວນຮ່ວມຕົວຈິງໃນການລົງທຶນ.ອ່ານຕໍ່ ...

เป‚เบ•เบฐเบ‚เปˆเบฒเบง

เบฅเบฒเบงเบกเบตเปเบœเบ™เบŠเบธเบเบเบนเป‰เบเบฒเบ™เปƒเบŠเป‰เบˆเปˆเบฒเบเปเบšเบšเบšเปเปˆเปƒเบŠเป‰เป€เบ‡เบดเบ™เบชเบปเบ”

ວຽງຈັນ (ວຽງຈັນທາມສ໌/ANN) – ທະນາຄານແຫ່ງ ສປປ ລາວ (BOL) ກຳລັງທຳການຮ່າງແຜນເພື່ອສົ່ງເສີມການໃຊ້ຈ່າຍແບບບໍ່ໃຊ້ເງິນສົດ ແລະ ອຳນວຍຄວາມສະດວກ ແລະ ຄຸ້ມຄອງການເຄື່ອນໄຫວທາງການເງິນໃນລາວ.ການນຳໃຊ້ກະເປົາເງິນແບບອີເລັກໂທຮນິກ (e-wallets) ຜ່ານລະບົບທະນາຄານພວມກາຍເປັນຮູບແບບໃໝ່ໃນການໃຊ້ຈ່າຍຂອງຜູ້ທີ່ຢູ່ອາໄສໃນຕົວເມືອງ. ເຂົາເຈົ້າມີການຈ່າຍອາກອນ, ບິນຄ່ານ້ຳຄ່າໄຟ, ບິນຄ່າສິນຄ້າ ແລະ ບໍລິການ, ແລະ ທຳການໂອນເງິນຕ່າງໆຜ່ານທາງໂທລະສັບມືຖື. ເຊິ່ງຕໍ່ໄປຈະບໍ່ມີຄວາມຈຳຈະເປັນຕ້ອງລຽນແຖວເພື່ອຊຳລະເງິນຄ່າຕ່າງໆອີກ.ອ່ານຕໍ່ ...

เบกเบฐเบ™เบตเบˆเบฑเบ™ เบ›เบฑเบ™เบชเบตเบงเบปเบ‡เป„เบŠ

FEATURE: เบ™เบฑเบเบ‚เบธเบ”เป€เบˆเบฒเบฐเบ™เป‰เบณเบชเป‰เบฒเบ‡เบขเบนเปˆเบฅเบฒเบง

ບໍ່ແກ້ວ, ລາວ (ວຽງຈັນທາມສ໌/ANN) – ສິ່ງທີ່ມີຊີວິດທັງໝົດ ບໍ່ວ່າຈະເປັນພືດ, ​ສັດ ຫຼື ຄົນກໍລ້ວນແລ້ວແຕ່ຕ້ອງການນ້ຳເພື່ອການດຳລົງຊີວິດ. ແຕ່ວ່າເຖິງວ່າປະເທດລາວອຸດົມສົມບູນໄປດ້ວຍນ້ຳ ແລະ ແມ່ນ້ຳລຳເຊ, ໃນລະດູແລ້ງປະຊາຊົນໃນຫຼາຍບ້ານ ກໍ່ຍັງບໍ່ທັນເຂົ້າເຖິງແຫຼ່ງນ້ຳສະອາດ ເຊິ່ງເຮັດໃຫ້ມີຄວາມສ່ຽງສູງຕໍ່ສຸຂະພາບ ແລະ ຊີວິດການເປັນຢູ່ຂອງເຂົາເຈົ້າ.ລັດຖະບານໄດ້ທຳການສູ້ຊົນເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງທີ 6 (SDG 6) ເພື່ອຮັບປະກັນການສະໜອງ ແລະ ການຄຸ້ມຄອງນ້ຳ ແລະ ສຸຂາພິບາານແບບຍືນຍົງສຳລັບທຸກຄົນພາຍໃນປີ 2030. ແຕ່ຍັງຕ້ອງມີການບຸກບືນຕື່ມ ເນື່ອງຈາກການສຳຫຼວດຕົວຊີ້ວັດທາງດ້ານສັງຄົມຂອງລາວ ໃນປີ 2018 ເປີດເຜີຍວ່າ ປະຊາຊົນລາວ 17% ບໍ່ມີການເຂົ້າເຖິງແຫຼ່ງນ້ຳສະອາດ.ນີ້ໝາຍຄວາມວ່າມີປະຊາຊົນຢ່າງໜ້ອຍ 30,000 ຄົນທີ່ບໍ່ມີນ້ຳໃຊ້ພຽງພໍໃນຊີວິດປະຈຳວັນ. ແນ່ນອນວ່າຄົນເຫຼົ່ານີ້ແມ່ນອາໄສຢູ່ໃນຊຸມຊົນຊົນນະບົດ ແລະ ປະກອບອາຊີບກະສິກຳ.ບ້ານໃນເຂດຊົນນະບົດພູສູງຫຼາຍແຫ່ງແມ່ນຕັ້ງຢູ່ໃກ້ກັບບໍ່ນ້ຳພຸທຳມະຊາດ ເຊິ່ງຊ່ວຍສະໜອງນ້ຳໃຊ້ທີ່ສະອາດໄດ້ເປັນຢ່າງດີ. ແຕ່ວ່າ ຫຼາຍບ້ານໃນຊົນນະບົດໃນເຂດທົ່ງພຽງທີ່ຕັ້ງຢູ່ຫ່າງຈາກແມ່ນ້ຳລຳເຊ ຍັງຕ້ອງອາໄສໂປມນ້ຳ ແລະ ນ້ຳສ້າງເພື່ອນຳໃຊ້ນ້ຳຈາກບາດານ.ອ່ານຕໍ່ ...

เบ›เบฐเบ•เบดเบ—เบดเบ™ เป€เบžเบฑเบ”เป€เบกเบทเบญเบ‡เบžเบงเบ™

เบ›เบฐเบ—เบฒเบ™เบญเบปเบ‡เบเบฒเบ™ย KOICA เบขเป‰เบฝเบกเบขเบฒเบกเบฅเบฒเบง เปเบ™เปƒเบชเปˆเป€เบชเบตเบกเบ‚เบฐเบซเบเบฒเบเบเบฒเบ™เบฎเปˆเบงเบกเบกเบทเบฅเบฒเบง-เป€เบเบปเบฒเบซเบผเบต

ວຽງຈັນ (ວຽງຈັນທາມສ໌/ANN) – ອົງການຮ່ວມມືສາກົນແຫ່ງປະເທດເກົາຫຼີ (KOICA) ກຳລັງກະກຽມໂຄງການລວນສູນຟື້ນຟູໄພພິບັດສຳລັບແຂວງອັດຕະປື ແລະ ຈະສືບຕໍ່ຊ່ວຍເຫຼືອລາວໃນຂະແໜງການຕ່າງໆ. ທ່ານນາງ ລີ ມິກຢຸງ ປະທານອົງການ KOICA ໄດ້ພົບປະກັບທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ເພື່ອຫາລືກ່ຽວກັບການຊ່ວຍເຫຼືອລາວ ໃນລະຫວ່າງການຢ້ຽມຢາມປະເທດລາວຢ່າງເປັນທາງການ ໃນອາທິດແລ້ວນີ້.ອ່ານຕໍ່ ...

เบ—เบตเบกเบ‚เปˆเบฒเบงเบงเบฝเบ‡เบˆเบฑเบ™เบ—เบฒเบกเบชเปŒ

เบฅเบฒเบงเบกเบตเปเบœเบ™เบ‚เบฐเบซเบเบฒเบเบชเบฒเปœเบฒเบกเบšเบดเบ™เบชเบฒเบเบปเบ™เบงเบฑเบ”เป„เบ•

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານມີແຜນໃນການຂະຫຍາຍສະໜາມບິນສາກົນວັດໄຕ ເພື່ອຕອບສະໜອງຄວາມຕ້ອງການໃນການຂົນສົ່ງຜູ້ໂດຍສານທີ່ເພີ່ມສູງຂຶ້ນ, ຕາມເຈົ້າໜ້າທີ່ການນຳລັດຖະບານ.ສະໜາມບິນດັ່ງກ່າວສາມາດຮອງຮັບຜູ້ໂດຍສາານປະມານ 1.8 ລ້ານຄົນຕໍ່ປີ, ເຊິ່ງຄາດວ່າຈະເກີນ 1.5 ລ້ານຄົນໃນປີ 2020, ທ່ານ (ປອ) ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງກ່າວຕໍ່ໜັງສືພິມວຽງຈັນທາມສ໌ຫວ່າງໝໍ່ໆມານີ້. ຖ້າການຂະຫຍາຍອາຄານຜູ້ໂດຍສານ 2 ດຳເນີນຕາມແຜນ, ສະໜາມບິນດັ່ງກ່າວຈະສາມາດຮອງຮັບຜູ້ໂດຍສານໄດ້ 3 ລ້ານຄົນຕໍ່ປີ.ອ່ານຕໍ່ ...

เบชเบธเบเบชเบฒเบ„เบญเบ™ เปเบซเบงเบ™เปเบเป‰เบง

เบฅเบฑเบ”เบ–เบฐเบกเบปเบ™เบ•เบตเป€เบ™เบฑเป‰เบ™เบ„เบงเบฒเบกเบชเบณเบ„เบฑเบ™เบ‚เบญเบ‡เบงเบฑเบ”เบ—เบฐเบ™เบฐเบ—เบณ เปƒเบ™เบเบญเบ‡เบ›เบฐเบŠเบธเบกเบงเปˆเบฒเบ”เป‰เบงเบเบ„เบงเบฒเบกเบชเบตเบงเบดเป„เบฅเปƒเบ™เบญเบฒเบŠเบฝเบ™เบ—เบตเปˆเบˆเบตเบ™

ປັກກິ່ງ (ວຽງຈັນທາມສ໌/ANN) – ວັດທະນະທຳມີບົດບາດສຳຄັນໃນຂະບວນການພັດທະນາເສດຖະກິດສັງຄົມ ແລະ ເປັນພື້ນຖານໃນການສ້າງ ແລະ ຮັກສາສາຍສຳພັນມິດຕະພາບອັນຍາວນານ, ທ່ານລັດຖະມົນຕີກ່າວ ໃນກອງປະຊຸມທີ່ນະຄອນປັກກິ່ງອາທິດແລ້ວນີ້.ໃນກອງປະຊຸມສົນທະນາກ່ຽວກັບຄວາມຈະເລີນຂອງອາຊີ ທີ່ນະຄອນຫຼວງຂອງຈີນ, ທ່ານ (ສ.ປອ) ບໍ່ແສງຄຳ ວົງດາຣາ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ເນັ້ນເຖິງຄວາມສຳຄັນຂອງຄວາມສຳເລັດໃນການພັດທະນາດ້ານວັດທະນະທຳ.ອ່ານຕໍ່ ...

เบชเบธเบเบชเบฒเบ„เบญเบ™ เปเบซเบงเบ™เปเบเป‰เบง

เบ•เบดเบ”เบ•เปเปˆเบžเบงเบเป€เบฎเบปเบฒ

เบ•เบดเบ”เบ•เปเปˆเบžเบงเบเป€เบฎเบปเบฒ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

เป€เบญเบเบฐเบชเบฒเบ™เบ–เบทเบเบฅเบถเบšเปเบฅเป‰เบง
เบœเบดเบ”เบžเบฒเบ”!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

cTGjf
* เบเปˆเบญเบ‡เบชเบฐเปเบ”เบ‡เบ„เบงเบฒเบกเบ„เบดเบ”เป€เบซเบฑเบ™เบšเปเปˆเบชเบฒเบกเบฒเบ”เบ–เบทเบเบ›เบฐเปƒเบซเป‰เบงเปˆเบฒเบ‡เป€เบ›เบปเปˆเบฒเป„เบ”เป‰! เบกเบตเบšเบฒเบ‡เบขเปˆเบฒเบ‡เบœเบดเบ”เบžเบฒเบ”, เบเบฐเบฅเบธเบ™เบฒเบชเบปเปˆเบ‡เบŸเบญเบกเปƒเปเปˆ! เบเบฐเบฅเบธเบ™เบฒเป€เบžเบตเปˆเบกเบฅเบฐเบซเบฑเบ”เบเปˆเบญเบ™เบซเบ™เป‰เบฒเบ—เปเบฒเบญเบดเบ”.

เบ‚เบญเบšเปƒเบˆเบ—เบตเปˆเป€เบชเบเบชเบฐเบซเบผเบฐเป€เบงเบฅเบฒเบ•เบดเบ”เบ•เปเปˆเบžเบงเบเป€เบฎเบปเบฒ!