ລາວມີແຜນຂະຫຍາຍສາໜາມບິນສາກົນວັດໄຕ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານມີແຜນໃນການຂະຫຍາຍສະໜາມບິນສາກົນວັດໄຕ ເພື່ອຕອບສະໜອງຄວາມຕ້ອງການໃນການຂົນສົ່ງຜູ້ໂດຍສານທີ່ເພີ່ມສູງຂຶ້ນ, ຕາມເຈົ້າໜ້າທີ່ການນຳລັດຖະບານ.

ສະໜາມບິນດັ່ງກ່າວສາມາດຮອງຮັບຜູ້ໂດຍສາານປະມານ 1.8 ລ້ານຄົນຕໍ່ປີ, ເຊິ່ງຄາດວ່າຈະເກີນ 1.5 ລ້ານຄົນໃນປີ 2020, ທ່ານ (ປອ) ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງກ່າວຕໍ່ໜັງສືພິມວຽງຈັນທາມສ໌ຫວ່າງໝໍ່ໆມານີ້. ຖ້າການຂະຫຍາຍອາຄານຜູ້ໂດຍສານ 2 ດຳເນີນຕາມແຜນ, ສະໜາມບິນດັ່ງກ່າວຈະສາມາດຮອງຮັບຜູ້ໂດຍສານໄດ້ 3 ລ້ານຄົນຕໍ່ປີ.

ອ່ານຕໍ່…

ສຸກສາຄອນ ແຫວນແກ້ວ