ເດີເນເຊິນ

ແພດລາວຮ່ວມມືກັບມະຫາວິທະຍາໄລຂອງໄທໃນການຕ້ານພະຍາດມະເລັງທໍ່ນ້ຳບີ

ໂຄງການໃໝ່ພາຍໃຕ້ການດຳເນີນງານຂອງສະຖາບັນສາທາລະນະສຸກ ແລະ ການແພດເຂດຮ້ອນຂອງລາວ ແມ່ນການປັບປຸງການປິ່ນປົວພະຍາດມະເຮັງທໍ່ນ້ຳບີໃນລາວ ແລະ ຫຼຸດຜ່ອນອັດຕາການເສຍຊີວິດຈາກພະຍາດດັ່ງກ່າວ.ອ່ານຕໍ່ ...

ສຳນັກຂ່າວວຽງຈັນທາມສ໌

ເຄບີແບັງພ້ອມທີ່ຈະໃຫ້ບໍລິການທະນາຄານຜ່ານທາງມືຖືໃນລາວ

ທະນາຄານກະສິກອນຈຳກັດມະຫາຊົນ (ເຄບີແບັງ) ມີແຜນສົ່ງເສີມທຸລະກິດໃນລາວ ໂດຍການຂໍອະນຸຍາດເປີດຕົວການບໍລິການທະນະຄານຜ່ານໂທລະສັບມືຖື ແລະ ລະບົບດິຈິຕອລ ເພື່ອສົ່ງເສີມການຂະຫຍາຍທຸລະກິດໃຫ້ໄດ້ 15 ເປີເຊັນໃນປີ 2019, ຕາມການເປີດເຜີຍຂອງທ່ານ ພັດທະນະພົງ ຕັນສົມບູນ ຮອງປະທານລະດັບໜຶ່ງຂອງ ເຄບີແບັງ.ອ່ານຕໍ່ ...

ສົມລັກ ສີມະລີ

ທະນາຄານ ເຄແບັງ ໝາຍຂະຫຍາຍທຸລະກິດໃນລາວ

ເພື່ອເປັນສ່ວນໜຶ່ງຂອງຍຸດທະສາດຫຼັກໃນການຂະຫຍາຍທຸລະກິດໃນບັນດາປະເທດ AEC+3, ທະນາຄານ KBank  ພ້ອມແລ້ວທີ່ຈະຂະຫຍາຍທຸລະກິດໃນ ສປປ ລາວ ຜ່ານການບໍລິການ ແລະ ການກະກຽມການຮ່ວມງານກັບທ້ອງຖິ່ນ, ຕາມການເປີດເຜີຍຂອງທະນາຄານຕໍ່ສື່ມວນຊົນໃນວັນສຸກແລ້ວນີ້.ສຳລັບປີ 2019 ທາງທະນາຄານຕັ້ງເປົ້າສຳລັບປ່ອຍເງິນກູ້ຢືມໃຫ້ໄດ້ 3 ຕື້ບາດໄທ, ເງິນຝາກໃຫ້ໄດ້ 2 ຕື້ບາດໄທ ແລະ ແລກປ່ຽນທຸລະກຳການເງິນໃຫ້ໄດ້  18 ຕື້ບາດໄທ.ອ່ານຕໍ່ ...

The Nation

ONYX ຈະເປີດທຸລະກິດອະສັງຫາລິມະຊັບແຫ່ງທີສອງໃນລາວ

ກຸ່ມບໍລິສັດບໍລິການ ONYX, ໜຶ່ງໃນທຸລະກິດການໂຮງແຮມຊັ້ນນຳຂອງພາກພື້ນ, ເປີດເຜີຍໃນວັນອັງຄານຜ່ານມາກ່ຽວກັບຂໍ້ຕົກລົງການຈັດການຮ່ວມກັບບໍລິສັດການລົງທຶນ, ພັດທະນາ ແລະ ກໍ່ສ້າງອາຊີປະຈຳລາວ (AIDC) ໃນການກໍ່ຕັ້ງໂຮງແຮມອາມາຣີແຫ່ງໃໝ່ໃນໃຈກາງນະຄອນຫຼວງວຽງຈັນ.AIDC ແມ່ນທຸລະກິດຮ່ວມລົງທຶນ ແລະ ກໍ່ສ້າງຂອງກຸ່ມບໍລິສັດຕັງຊາຣອນ, ຜູ້ຮັບເໝົາກໍ່ສ້າງໂຮງແຮມອາມາຣີວັງວຽງ ທີ່ໄດ້ເປີດຕົວໃນຕົ້ນປີນີ້.ອ່ານຕໍ່ ...

ບັນນາທິການ The Nation

ພາກພື້ນບໍ່ພ້ອມຮັບມືຕໍ່ການລະບາດຂອງຢາເສບຕິດໃນປະຈຸບັນ

ອາທິດແລ້ວນີ້ ທີ່ວຽງຈັນໄດ້ມີການຈັດກອງປະຊຸມລະດັບສູງກ່ຽວກັບການຕ້ານອາດຊະຍາກຳຂ້າມຊາດໃນລາວ ແລະ ພາກພື້ນແມ່ນ້ຳຂອງ ຂອງສຳນັກງານສະຫະປະຊາຊາດວ່າດ້ວຍການຕ້ານຢາເສບຕິດ ແລະ ອາດຊະຍາກຳ (UNODC). ເຂົ້າຮ່ວມໃນກອງປະຊຸມຂອງ UNODC ດັ່ງກ່າວມີເຈົ້າໜ້າທີ່ຝ່າຍລາວ, ຄູ່ຮ່ວມງານສາກົນ, ແລະ ຊ່ຽວຊານສະເພາະດ້ານຈາກບັນດາປະເທດເພື່ອນບ້ານ.ວາລະກອງປະຊຸມແມ່ນແນໃສ່ການປັບປຸງຄວາມເຂົ້າໃຈສ່ວນລວມກ່ຽວກັບຄວາມອ່ອນໄຫວຂອງລາວຕໍ່ການຈັດຕັ້ງອາດສະຍາກຳຂ້າມຊາດ. ນອກຈາກຫາລືກ່ຽວກັບບັນຫາອາດສະຍາກຳຂ້າມຊາດ, ກອງປະຊຸມຍັງສຸມໃສ່ບັນຫາການເພີ່ມຂຶ້ນຂອງການຜະລິດຢາເສບຕິດໃນພາກພື້ນລຸ່ມແມ່ນ້ຳຂອງ.ອ່ານຕໍ່ ...

John Coyne

ການຫາລືເພີ່ມເຕີມກ່ຽວກັບໂຄງການເຂື່ອນປາກແບງ, ແຕ່ວ່າໃຜຈະເປັນຜູ້ຮັບຟັງ?

ກອງປະຊຸມໃນອາທິດນີ້ຂອງຄະນະຜູ້ແທນໄທ ກ່ຽວກັບເຂື່ອນໄຟຟ້ານ້ຳຕົກແຫ່ງທີສາມໃນລ້ອງແມ່ນ້ຳຂອງຕອນລຸ່ມທີ່ປາກແບງຂອງລາວ ຊຸກຍູ້ໃຫ້ບໍລິສັດຮັບເໝົາຈີນ, ດາຕັງຄອບ, ດຳເນີນການສຶກສາຄວາມເປັນໄປດ້ານຂ້າມຊາຍແດນໃນການດຳເນີນໂຄງການ ເພື່ອແກ້ໄຂຂໍ້ຂັດແຍ່ງທີ່ຍັງຄ້າງຄາ.ອ່ານຕໍ່  ...

The Nation

ລາວຍັງປະສົບບັນຫາດ້ານໂຄງສ້າງ ເຖິງຈະມີການຂະຫຍາຍຕົວທີ່ເຂັ້ມແຂງ

ລາວຍັງຕ້ອງຜະເຊີນກັບສິ່ງທ້າທາຍ ແລະ ບັນຫາຄົງຄ້າງຫຼາຍຢ່າງທີ່ຂັດຂວາງການພັດທະນາດ້ານເສດຖະກິດມະຫາພາກ ເຖິງວ່າຈະມີການຂະຫຍາຍຕົວສູງທາງດ້ານເສດຖະກິດ ເມື່ອສົມທຽບກັບປະເທດໃນພາກພື້ນ.ການຂາດສະຖຽນລະພາບດ້ານເສດຖະກິດມະຫາພາກຍັງຄົງໜ້າເປັນຫ່ວງ ເຖິງວ່າອັດການຂະຫຍາຍຕົວດ້ານເສດຖະກິດຂອງລາວຈະມີສູງທຽບກັບບັນດາປະເທດໃນອາຊຽນ.ອັດຕາການເຕີບຕົວດັ່ງກ່າວຍັງບອບບາງ ແລະ ບໍ່ຍືນຍົງ ຍ້ອນວ່າຂະແໜງການຊັບພະຍາກອນຍັງຄົງພົ້ນເດັ່ນໃນໂຄງສ້າງການຂະຫຍາຍຕົວ ແລະ ຂະແໜງການໄຟຟ້າ ແລະ ການກໍ່ສ້າງຍັງອີງໃສ່ແຫຼ່ງທຶນເປັນຫຼັກ ແທນທີ່ຈະນຳໃຊ້ແຮງງານ ອີງຕາມບົດລາຍງານຂອງກະຊວງແຜນການ ແລະ ການລົງທຶນ.ອ່ານຕໍ່ ...

ວຽງຈັນທາມສ໌

ອຸດສາຫະກຳການທ່ອງທ່ຽວສົ່ງເສີມການເຕີບຕົວທາງດ້ານເສດຖະກິດໃນລາວ

ຊ່ຽວຊານໄດ້ໃຫ້ຄຳເຫັນວ່າອຸດສາຫະກຳການທ່ອງທ່ຽວຂອງລາວບໍ່ພຽງແຕ່ມີບົດບາດສຳຄັນໃນການກະຕຸ້ນການຂະຫຍາຍຕົວດ້ານເສດຖະກິດ ແຕ່ຍັງສ້າງໂອກາດໃນການເຮັດວຽກໃຫ້ແກ່ຄົນລາວຢ່າງຫຼວງຫຼາຍ.ສະພາການທ່ອງທ່ຽວແລະເດີນທາງຂອງສະຫະປະຊາຊາດໄດ້ເປີດເຜີຍບົດລາຍງານຫຼັງສຸດ ເຊິ່ງຊີ້ໃຫ້ເຫັນວ່າການທ່ອງທ່ຽວໄດ້ສ້າງການຈ້າງງານໃນລາວຈຳນວນ 114,000 ອັດຕາ. ນອກຈາກນີ້ຍັງມີການຄາດຄະເນວ່າຕົວເລກຈະເພີ່ມຂຶ້ນເປັນ 121,000 ອັດຕາໃນປີ 2028, ເຊິ່ງທຽບເທົ່າກັບ 3 ເປີເຊັນຂອງການມີວຽກເຮັດງານທຳທັງໝົດຂອງປະເທດ.ອ່ານຕໍ່ ...

ສົມສັກ ພົງຂາວ

ຊຸກຍູ້ໃຫ້ລັດຖະບານລາວເລັ່ງຫັນລັດວິສາຫະກິດເປັນເອກະຊົນ

ນັກເສດຖະສາດລາວຊຸກຍູ້ລັດຖະບານໃຫ້ເລັ່ງມືຂະບວນການຫັນລັດວິສາຫະກິດໃຫ້ເປັນເອກະຊົນ ເຊິ່ງເປັນສ່ວນໜຶ່ງຂອງມາດຕະການປັບປຸງສະຖານະພາບທາງການເງິນ.ນັກເສດຖະສາດທີ່ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດໃຫ້ຄຳແນະນຳດັ່ງກ່າວຈາກການຄົ້ນຄວ້າເສດຖະກິດໃນເດືອນມິນາ ແນໃສ່ຊ່ວຍຫຼຸດຜ່ອນເງິນອຸດໜູນຈາກພາກລັດ.ອ່ານຕໍ່ ...

ເດີເນເຊິນ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

kNte8
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!