News

ວຽງຈັນມີແຜນຈັດກິດຈະກຳສົ່ງເສີມການທ່ອງທ່ຽວລ້ອງນ້ຳງື່ມ

ວຽງຈັນ ມີການວາງແຜນພັດທະນາການບໍລິການການທ່ອງທ່ຽວນ້ຳງື່ມ ເມືອງໄຊທານີ ເພື່ອດຶງດູດນັກທ່ອງທ່ຽວ. ທ່ານບົວລີ ແກ້ວມະນີວັນ ຫົວໜ້າຫ້ອງການຖະແຫຼງຂ່າວ,​ ວັດທະນະທຳ ແລະ ທ່ອງທ່ຽວນະຄອນຫຼວງໄດ້ແຈ້ງຕໍ່ນັກຂ່າວວຽງຈັນທາມສ໌ວ່າ ທາງຫ້ອງການນະຄອນຫຼວງ ແລະ ຂັ້ນເມືອງ ໄດ້ລົງສຳຫຼວດສະຖານທີ່ທ່ອງທ່ຽວ ໃນ 23 ບ້ານລຽບຕາມແຄມງື່ມ ເພື່ອເກັບກຳຂໍ້ມູນ ແລະ ວາງແຜນກິດຈະກຳເພື່ອສົ່ງເສີມການທ່ອງທ່ຽວພື້ນຖານທຳມະຊາດ ແລະ ວິຖີຊີວິດແບບທ້ອງຖິ່ນ.ອ່ານຕໍ່ ...

ວຽງຈັນທາມສ໌

ລາວກະກຽມຕ້ອນຮັບວັນເດັກນ້ອຍສາກົນ

ປະຊາຊົນລາວທົ່ວປະເທດໄດ້ກະກຽມກິດຈະກຳຫຼາກຫຼາຍສີສັນ ເພື່ອສະເຫຼີມສະຫຼອງວັນເດັກນ້ອຍສາກົນ (1 ມິຖຸນາ) ແລະ ເພື່ອສົ່ງເສີມອະນາຄົດອັນສົດໃສສຳລັບເດັກນ້ອຍ.ອ່ານຕໍ່ ...

ວຽງຈັນທາມສ໌

ກະຊວງເດີນໜ້າກຽມພ້ອມຮັບມືຜົນກະທົບຈາກສະພາບອາກາດທີ່ຮຸນແຮງ

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍຄະນະລັດຖະບານທີ່ກ່ຽວຂ້ອງ ໄດ້ຈັດບັ້ນປະຊຸມກ່ຽວກັບການຄຸ້ມຄອງໄພພິບັດທາງທຳມະຊາດໃນມື້ວານນີ້. ກອງປະຊຸມດັ່ງກ່າວໄດ້ສຸມໃສ່ຄວາມຈຳເປັນໃນການຈັດສັນຊັບພະຍາກອນ ເພື່ອກຽມພ້ອມຮັບມືຕໍ່ສະພາບອາກາດທີ່ຮຸນແຮງ ເພື່ອທີ່ຈະຫຼຸດຜ່ອນຜົນກະທົບຕໍ່ຊຸມຊົນທ້ອງຖິ່ນ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ການທ່ອງທ່ຽວສ້າງໂອກາດໃນການມີວຽກເຮັດງານທຳໃຫ້ແກ່ຄົນລາວ

ອຸດສາຫະກຳການທ່ອງທ່ຽວໃນລາວບໍ່ພຽງແຕ່ມີບົດບາດສຳຄັນໃນການກະຕຸ້ນການຂະຫຍາຍຕົວດ້ານເສດຖະກິດ ແຕ່ຍັງສ້າງໂອກາດໃນການເຮັດວຽກໃຫ້ແກ່ຄົນທ້ອງຖິ່ນ ຕາມຄຳເຫັນຂອງຊ່ຽວຊານ. ສະພາການທ່ອງທ່ຽວແລະເດີນທາງໂລກຂອງສະຫະປະຊາຊາດ ໄດ້ເປີດເຜີຍໃນບົດລາຍງານສະບັບຫຼັງສຸດໃນຊ່ວງບໍ່ດົນມານີ້ ເຊິ່ງໄດ້ລະບຸວ່າ ການທ່ອງທ່ຽວໃນລາວໄດ້ສົ່ງຜົນໃຫ້ສ້າງອາຊີບໂດຍກົງຈຳນວນ 114,000 ອັດຕາ.ອ່ານຕໍ່ ...

ສົມສັກ ພົງຂາວ

ອົງການ CPA ອົດສະຕຣາລີ ແລະ ມຊ ຮ່ວມມືກັນສົ່ງເສີມອາຊີບສຳລັບນັກສຶກສາ

ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດລາວ ຮ່ວມມືກັບ ອົງການ CPA ອົດສະຕຣາລີ ເພື່ອສົ່ງເສີມການມີວຽກເຮັດງານທຳສຳລັບນັກສຶກສາ ໂດຍຜ່ານການສົ່ງເສີມທາງດ້ານການສຶກສາ. ມຊ ເປັນມະຫາວິທະຍາໄລແຫ່ງທຳອິດໃນລາວທີ່ສ້າງສາຍສຳພັນກັບ ອົງການ CPA ອົດສະຕຣາລີ ໜຶ່ງໃນອົງການການບັນຊີທີ່ໃຫຍ່ທີ່ສຸດໃນໂລກ ໂດຍການລົງນາມໃນຂໍ້ຕົກລົງ.ອ່ານຕໍ່ ...

ສັງຄົມໄຊ ບຸບຜານຸວົງ

ດຳລັດໃໝ່ເພື່ອຊຸກຍູ້ດ້ານການປົກຄອງຂອງລັດ

ລັດຖະບານໄດ້ອອກດຳລັບສະບັບໃໝ່ ເພື່ອຮັດແໜ້ນການຮ່ວມມື ລະຫວ່າງສຳນັກງານນາຍົກລັດຖະມົນຕີ ແລະ ກະຊວງ,​ ແຂວງ ແລະອົງການຈັດຕັ້ງທຽບເທົ່າກະຊວງ. ດຳລັດດັ່ງກ່າວແມ່ນແນໃສ່ສົ່ງເສີມການເຮັດວຽກຮ່ວມກັນ ແລະ ຊຸກຍູ້ການປະຕິບັດງານ ທັງເປັນການຫຼີກລ່ຽງການເຮັດວຽກຊ້ຳກັນໃນອົງກອນຂອງລັດ ແລະ ເພື່ອສົ່ງເສີມໃຫ້ແຕ່ລະຂະແໜງການຮັບຜິດຊອບຕໍ່ພາລະກິດທີ່ໄດ້ຮັບມອບໝາຍຢ່າງເຕັມສ່ວນ.ອ່ານຕໍ່ ...

ວຽງຈັນທາມສ໌

ຄັດເລືອກສາມບໍລິສັດກໍ່ສ້າງທາງດ່ວນວຽງຈັນ

ສາມບໍລິສັດໄດ້ຖືກຄັດເລືອກໃຫ້ດຳເນີນການກໍ່ສ້າງເສັ້ນທາງດ່ວນເຊື່ອມຕໍ່ໃຈກາງນະຄອນຫຼວງວຽງຈັນຫາເຂດຊານເມືອງ ເພື່ອຈຸດປະສົງຫຼຸດຜ່ອນຄວາມຄັບຄາໜາແໜ້ນໃນການຈໍລະຈອນໃນເຂດຕົວເມືອງ. ເສັ້ນທາງດ່ວນເຊິ່ງມີໄລຍະທາງ 15 ກມ ດັ່ງກ່າວ ແມ່ນເລີ່ມຕົ້ນແຕ່ບໍລິເວນສູນການຄ້າລາວໄອເຕັກ ເມືອງໄຊເສດຖາ ໄປຫາບ້ານດົງໝາກຄາຍ ເມືອງໄຊທານີ. ເສັ້ນທາດັ່ງກ່າວເປັນຈະສ້າງເປັນຖະໜົນສີ່ເລນ, ກວ້າງ 54 ແມັດ, ຕັດຂະໜານໄປຕາມຖະໜົນໄກສອນພົມວິຫານ.ອ່ານຕໍ່ ...

ວຽງຈັນທາມສ໌

ລັດຖະບານ ພ້ອມຄູ່ຮ່ວມພັດທະນາ ປຶກສາຫາລືກະກຽມຈັດກອງປະຊຸມໂຕະມົນ

ຄະນະລັດຖະບານ ແລະ ຄູ່ຮ່ວມພັດທະນາສາກົນ ໄດ້ພົບປະກັນໃນມື້ວານນີ້ຢູ່ວຽງຈັນ ເພື່ອລາຍງານຄວາມຄືບໜ້າ ແລະ ປັບປຸງການກະກຽມການຈັດກອງປະຊຸມໂຕະມົນ ເຊິ່ງຈະຈັດຂຶ້ນໃນເດືອນພະຈິກປີນີ້. ການພົບປະດັ່ງກ່າວແມ່ນຈັດຂຶ້ນທີ່ກະຊວງແຜນການ ແລະ ການລົງທຶນ ເຊິ່ງມີທ່ານລັດຖະມົນຕີ ປອ ສຸພັນ ແກ້ວມີໄຊ ແລະ ທ່ານນາງ ຄາຣິນາ ອິມໂມເນັນ ຜູ້ປະສານງານປະຈຳ ສປຊ ທັງເປັນຜູ້ຕາງໜ້າ ອົງການ UNDP ເປັນປະທານຮ່ວມ.ອ່ານຕໍ່ ...

ວຽງຈັນທາມສ໌

ປະທານປະເທດຮຽກຮ້ອງສະຫວັນນະເຂດໃຫ້ເລັ່ງມືໃນການພັດທະນາ

ທ່ານປະທານປະເທດ ບຸນຍັງ ວໍລິຈິດ ຮຽກຮ້ອງໃຫ້ແຂວງສະຫວັນນະເຂດເພີ່ມທະວີຄວາມພະຍາຍາມໃນການແກ້ໄຂປະກົດການຫຍໍ້ທໍ້ທາງສັງຄົມ ເພື່ອຮັກສາສະຖຽນລະພາບໃນການພັດທະນາເສດຖະກິດ ແລະ ສັງຄົມພາຍໃນແຂວງ. ຕາມການລາຍງານຂອງສື່ທ້ອງຖິ່ນ, ທ່ານປະທານປະເທດໄດ້ໃຫ້ທິດຊີ້ນຳ ໃນໂອກາດໂອ້ລົມກັບອຳນາດການປົກຄອງແຂວງ ໃນພາລະກິດລົງຢ້ຽມຢາມແຂວງດັ່ງກ່າວໃນອາທິດທີ່ຜ່ານມາ.ອ່ານຕໍ່ ...

ວຽງຈັນທາມສ໌

ສະພາຈະປຶກສາຫາລື 13 ຮ່າງກົດໝາຍ

ນັກກົດໝາຍຈະປຶກສາຫາລື 13​ ຮ່າງກົດໝາຍໃນກອງປະຊຸມສະໄໝສາມັນ ຄັ້ງທີ 5 ຂອງສະພານິຕິບັນຍັດແຫ່ງຊາດ ຊຸດທີ 8 ເພື່ອເດີນໜ້າການກໍ່ສ້າງລາວ ໃຫ້ເປັນປະເທດທີ່ປົກຄອງໂດຍກົດໝາຍ. ທ່ານນາງສວນສະຫວັນ ວິຍະເກດ ເລຂາທິການໃຫຍ່ສະພາແຫ່ງຊາດ ໃນຖະແຫຼງຜ່ານສື່ມວນຊົນໃນມື້ວານນີ້ວ່າ ກອງປະຊຸມປຶກສາຫາລືດັ່ງກ່າວມີແຜນຈະຈັດຂຶ້ນໃນວັນທີ 5-28, ເຊິ່ງຈັດຂຶ້ນສອງຄັ້ງຕໍ່ປີ, ຈະພິຈາລະນາຫ້າຮ່າງກົດໝາຍໃໝ່ ແລະ ຮ່າງກົດໝາຍດັດແກ້ອີກ 8 ສະບັບ.ອ່ານຕໍ່ ...

ວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

STFrA
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!