News

ອາເມລິກາສືບຕໍ່ຊ່ວຍເຫຼືອໂຄງການອາຫານໂຮງຮຽນ

ລັດຖະບານສະຫະລັດໄດ້ປະກາດໃຫ້ການຊ່ວຍເຫຼືອຊຸດໃໝ່ເປັນຈຳນວນ 27.4 ລ້ານໂດລາສະຫະລັດ ເພື່ອເປັນທຶນໃຫ້ແກ່ໂຄງການອາຫານໂຮງຮຽນ ເພື່ອຊ່ວຍສ້າງຄວາມເຂັ້ມແຂງໃນການລິເລີ່ມໂຄງການອາຫານໂຮງຮຽນແຫ່ງຊາດຂອງລັດຖະບານລາວ.ອ່ານຕໍ່  ...

ວຽງຈັນທາມສ໌

ແຂວງຈຳປາສັກຈะພັດທະນາແຫຼ່ງທ່ອງທ່ຽວພູເພື່ອດຶງດູດນັກທ່ອງທ່ຽວ

ອຳນາດການປົກຄອງແຂວງຈຳປາສັກມີແຜນພັດທະນາສະຖານທີ່ທ່ອງທ່ຽວພູສະເຫຼົ້າ ເມືອງໂພນທອງ ເພື່ອດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວຊົມພື້ນທີ່ໃຫ້ຫຼາຍຂຶ້ນ. ອຳນາດການປົກຄອງທ້ອງຖິ່ນກຳລັງຢູ່ໃນໄລຍະປະມວນຜົນຂໍ້ມູນສຳລັບສ້າງແຜນການບໍລິຫານການທ່ອງທ່ຽວ ຫຼັງຈາກທີ່ໄດ້ລົງສຳຫຼວດສະຖານທີ່ຕົວຈິງ ແລະ ຈະພັດທະນາສິ່ງອຳນວຍຄວາມສະດວກດ້ານການທ່ອງທ່ຽວຕາມຄວາມເໝາະສົມ.ອ່ານຕໍ່  ...

ວຽງຈັນທາມສ໌

ຊ່ຽວຊານລັດຖະບານ ແລະ ສາກົນ ຄົ້ນຄວ້າບັນຫາຖະໜົນພັງ

ເຈົ້າໜ້າທີ່ລັດຖະບານ ແລະ ສະມາຊິກອົງການຈັດຕັ້ງສາກົນໄດ້ປະຊຸມກັນທີ່ວຽງຈັນໃນມື້ວານນີ້ ເພື່ອປຶກສາຫາລືການກ່ຽວກັບສ້ອມແປງຖະໜົນຫົນທາງ ແນໃສ່ປັບປຸງການສັນຈອນບົນທ້ອງຖະໜົນ ແລະ ປ້ອງກັນຄວາມເສຍຫາຍຂອງຖະໜົນເນື່ອງຈາກລົດບັນທຸກໜັກເກີນຂອບເຂດ.ອ່ານຕໍ່  ...

ວຽງຈັນທາມສ໌

ການລິເລີ່ມຂອງອົງການເອັມອາຊີໃນການເປັນໜຶ່ງໃນອົງການຈັດຕັ້ງແຫ່ງທຳອິດໃນລາວທີ່ບໍ່ນຳໃຊ້ເຈ້ຍ

ຄະນະກຳມາທິການແມ່ນ້ຳຂອງ (ເອັມອາຊີ) ສັນຍາວ່າຈະເປັນໜຶ່ງໃນບັນດາອົງການຈັດຕັ້ງທີ່ບໍ່ນຳໃຊ້ເຈ້ຍແຫ່ງທຳອິດໃນລາວ ເພື່ອປະກອບສ່ວນໃນພາລະກິດການປົກປັກຮັກສາສິ່ງແວດລ້ອມ ແລະ ສົ່ງເສີມການຂະຫຍາຍຕົວຂອງພາກພື້ນແບບຍືນຍົງ.ອ່ານຕໍ່ ...

ເດິລາວທຽນທາມສ໌

ພະນັກງານສາທາຈະເລີ່ມແຜນປະຕິບັດງານດ້ານໂພຊະນາການ

ການຕື່ມທາດອາຫານເສີມໃສ່ໃນອາຫານປຸງແຕ່ງສຳເລັດຮູບ ເປັນໜຶ່ງໃນວິທີການທີ່ມີປະສິດທິຜົນ ແລະ ປະຢັດງົບປະມານໃນການປັບປຸງສະຖານະພາບດ້ານໂພຊະນາການຂອງປະຊາຊົນ ທີ່ຊ່ຽວຊານສາທາລະນະສຸກກຳລັງໃຫ້ຄວາມສົນໃຈ. ໃນກອງປະຊຸມໃນວັນພະຫັດທີ່ຜ່ານມານີ້ ໄດ້ມີການປຶກສາຫາລືບັນຫາດັ່ງກ່າວ ເຊິ່ງຊ້ອງໜ້າໂດຍ ທ່ານນາງ ຊາຣາ ກໍດອນຈິບສັນ ອຳນວຍການໃຫຍ່ ຜູ້ຕາງໜ້າອົງການອາຫານໂລກປະຈຳລາວ ພ້ອມພະນັກງານຈາກກະຊວງສາທາລະນະສຸກ, ກະຊວງແຜນການ ແລະ ການລົງທຶນ, ກະຊວງກະສິກຳ ແລະ ປ່າໄມ້, ກະຊວງອຸດສາຫະກຳ ແລະ ການຄ້າ,​ ກະຊວງສຶກສາທິການ ແລະ ກິລາ, ແລະ ກະຊວງການເງິນ.ອ່ານຕໍ່ ...

ວຽງຈັນທາມສ໌

ແຂວງຫົວພັນຈະພັດທະນາແກ້ງລິດໃຫ້ເປັນແຫຼ່ງທ່ອງທ່ຽວ

ແກ້ງລິດ ເມືອງແອດ ແຂວງຫົວພັນ ກຳລັງຈະຖືກພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວ ສຳລັບນັກທ່ອງທ່ຽວ ເພື່ອສົ່ງເສີມການທ່ອງທ່ຽວດ້ານຄວາມສວຍງາມທາງທັດສະນິຍະພາບຂອງແຂວງ. ທ່ານພູວັນ ເພັດມີໄຊ ຮອງຫົວໜ້າພະແນກຖະແຫຼງຂ່າວ,​ ວັດທະນະທຳ ແລະ ທ່ອງທ່ຽວແຂວງຫົວພັນ ໄດ້ກ່າວຜ່ານໜັງສືພິມວຽງຈັນທາມສ໌ໃນວັນສຸກແລ້ວນີ້ວ່າ ແກ້ງຕາດຢູ່ບ້ານນາຄຳນີ້ ມີຄວາມສວຍງາມຫຼາຍ ແລະ ມີທ່າແຮງໃນການດຶງດູດນັກທ່ອງທ່ຽວ. ການພັດທະນາກິດຈະກຳການທ່ອງທ່ຽວຢູ່ຕາມແກ້ງລຳນ້ຳແອດນີ ຈະເປັນການສ້າງລາຍຮັບໃຫ້ແກ່ປະຊາຊົນທ້ອງຖິ່ນ. ນອກນັ້ນ ໃນພື້ນທີ່ດັ່ງກ່າວຍັງມີຖ້ຳ ແລະນ້ຳຕົກຕາດຕ່າງໆທີ່ໜ້າສົນໃຈ.ອ່ານຕໍ່ ...

ວຽງຈັນທາມສ໌

ນາຍົກກ່າວ: ຊັບພະຍາກອນມະນຸດເປັນກຸນແຈສຳລັບການລວມສູນດ້ານເສດຖະກິດຂອງອາຊຽນ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ເຫັນຄວາມສຳຄັນຂອງການພັດທະນາຊັບພະຍາກອນມະນຸດ ເພື່ອສົ່ງເສີມການຂະຫຍາຍຕົວດ້ານເສດຖະກິດ ແລະ ເຮັດໃຫ້ລາວສາມາດລວມຕົວເຂົ້າກັບບັນດາປະເທດໃນພາກພື້ນ ແລະ ໃນໂລກ. ທ່ານາຍົກໄດ້ໃຫ້ຄຳໂອວາດດັ່ງກ່າວແກ່ນັກສຶກສາ ແລະ ນັກວິຊາການ ທີ່ມະຫາວິທະຍາໄລແຂວງຈຳປາສັກ ໃນວັນສຸກທ່ີຜ່ານມານີ້.ອ່ານຕໍ່ ...

ວຽງຈັນທາມສ໌

ປະທານສະພາລາວ ແລະ ໄທ ໄດ້ປຶກສາຫາລືດ້ານສາຍພົວພັນ ແລະ ການຮ່ວມມື

ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດລາວ ແລະ ທ່ານ ພອນເພັດ ວິຈິດຊົລໄຊ ປະທານສະພາແຫ່ງຊາດໄທ ໄດ້ກ່າວຕົກລົງເພີ່ມທະວີສາຍພົວພັນ ແລະ ການຮ່ວມມືລະຫວ່າງສອງປະເທດ,​ ໂດຍສະເພາະລະຫວ່າງສະພາສອງຊາດ.ອ່ານຕໍ່ ...

ວຽງຈັນທາມສ໌

ລັດຖະບານຈະເພີ່ມການສ້າງເຂດອະນຸລັກພັນປາ

ການຫຼຸດລົງຂອງປະຊາກອນປາໃນລາວ ເຮັດໃຫ້ລັດຖະບານຈຳຕ້ອງເພີ່ມຈຳນວນເຂດອະນຸລັດພັນປາ ເພື່ອເປັນການຮັກສາຄວາມຍືນຍົງຂອງປະຊາກອນປາ. ໃນຊ່ວງທົດສະວັດທີ່ຜ່ານມາ ບັນດາຊ່ຽວຊານໄດ້ໃຫ້ເຫດຜົນໃນການຫຼຸດລົງຂອງປະລິມານປາໃນແມ່ນ້ຳ ຍ້ອນການຫາປາແບບບໍ່ຍືນຍົງ, ຍ້ອນມົນລະພິດ ແລະ ຍ້ອນການເພີ່ມຂຶ້ນຂອງປະຊາກອນ.ອ່ານຕໍ່ ...

ວຽງຈັນທາມສ໌

ຕາຂ່າຍໄຟຟ້າລາວຫັນເປັນທັນສະໄໝ

ຂັ້ນຕອນກ່ຽວກັບການຕິດຕາມ, ຕິດຕັ້ງ ແລະ ແກ້ໄຂບັນຫາກ່ຽວກັບເຄືອຂ່າຍໄຟຟ້າມີປະສິດທິຜົນກວ່າເດີມ ຫຼັງຈາກມີການນຳໃຊ້ລະບົບຂໍ້ມູນຂ່າວສານດ້ານພູມສາດເຂົ້າໃນຂະແໜງການພະລັງງານໃນລາວ.ອ່ານຕໍ່ ...

ວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

XYyPC
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!