News
ກະຊວງແຮງງານ ແລະ ບັນດາຄູ່ຮ່ວມງານຫາລືບັນຫາສຸຂະພາບ ແລະ ຄວາມປອດໄພຂອງຜູ້ອອກແຮງງານ
ເຈົ້າໜ້າທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍຄູ່ຮ່ວມງານໄດ້ປະຊຸມກັນທີ່ນະຄອນວຽງຈັນເພື່ອຫາລືບັນຫາໃນປະຈຸບັນກ່ຽວກັບສຸຂະພາບ ແລະ ຄວາມປອດໄພໃນການອອກແຮງງານໃນລາວ.ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ
ລັດຖະບານມອບຫຼຽນກາມິດຕະພາບໃຫ້ແກ່ເອກອັກຄະລັດຖະທູດຝຣັ່ງ
ລັດຖະບານມອບຫຼຽນກາມິດຕະພາບໃຫ້ແກ່ທ່ານນາງ ຄຣໍດິນ ເລີດຸກຊ໌ ເອກອັກຄະລັດຖະທູດຝຣັ່ງທີ່ກຳລັງຈະໝົດວາລະການປະຕິບັດງານໃນລາວ ເພື່ອລະລຶກເຖິງຜົນງານໃນພາລະກິດຂອງທ່ານໃນລາວ.ອ່ານຕໍ່ ...
ນັກຂ່າວວຽງຈັນທາມສ໌
ມາເລເຊຍບໍລິຈາກ 100,000 ໂດລາສະຫະລັດເພື່ອຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມໃນລາວ
(ຂປລ) ທ່ານ ໂມດ ອາທານ ເອກອັກຄະລັດຖະທູດເມເລເຊຍປະຈຳລາວເຂົ້າພົບທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເພື່ອແຈ້ງກ່ຽວກັບການມອບທຶນຊ່ວຍເຫຼືອຈຳນວນ 100,000 ໂດລາສະຫະລັດ ເພື່ອບັນເທົາທຸກຜູ້ປະສົບໄພນ້ຳຖ້ວມໃນລາວອ່ານຕໍ່ ...
ຂປລ
ນາຍົກ: ຕ້ອງເພີ່ມຄວາມພະຍາຍາມໃນການປັບປຸງມາດຕະຖານການສຶກສາ
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ຜູ້ບໍລິຫານການສຶກສາເພີ່ມຄວາມພະຍາຍາມໃນການປັບປຸງມາດຕະຖານການສຶກສາbເພື່ອຕອບສະໜອງຄວາມຕ້ອງການໃນການພັດທະນາປະເທດຊາດ. ທ່ານນາຍົກໄດ້ໃຫ້ຄຳໂອວາດກ່ອນການໄຂສົກຮຽນໃໝ່ໃນເດືອນນີ້.ອ່ານຕໍ່ ...
ນັກຂ່າວວຽງຈັນທາມສ໌
ອົສ໌ຕຣາລີເພີ່ມການຊ່ວຍເຫຼືອສຳລັບຜູ້ປະສົບໄພນ້ຳຖ້ວມແຂວງອັດຕະປື
ລັດຖະບານອົສ໌ຕຣາລີຈະໃຫ້ທຶນຊ່ວຍເຫຼືອເພີ່ມເຕີມມູນຄ່າ 2.2 ລ້ານໂດລາອົສຕຣາລີ ເພື່ອດຳເນີນການຊ່ວຍເຫຼືອວຽກງານບັນເທົາທຸກ ແລະ ຟື້ນຟູດ້ານໂພຊະນາການ, ການສຶກສາ, ການປົກປ້ອງເດັກ ແລະ ການເກັບກູ້ລະເບີດທີ່ຍັງບໍ່ທັນແຕກ ສຳລັບຊຸມຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມທີ່ແຂວງອັດຕະປື.ອ່ານຕໍ່ ...
ນັກຂ່າວວຽງຈັນທາມສ໌
ລັດຖະບານຕັ້ງເປົ້າໝາຍການສ້າງຄວາມດຸ່ນດ່ຽງໃນການຜະລິດກະສິກຳຕໍ່ກັບການບໍລິໂພກ
ລາວວາງຄາດໝາຍໃນການເພີ່ມທະວີການຜະລິດກະສິກຳເພື່ອຕອບສະໜອງຕໍ່ການບໍລິໂພກທີ່ເພີ່ມຂຶ້ນ, ແລະ ຮັບປະກັນການພັດທະນາປະເທດຊາດແບບຍືນຍົງໃນອະນາຄົດ. ຊ່ຽວຊານຈາກກົມແຜນການ ກະຊວງແຜນການ ແລະ ການລົງທຶນລາຍງານໃນກອງປະຊຸມທີ່ນະຄອນວຽງຈັນວ່າດ້ວຍເປົ້າໝາຍການພັດທະນາແບບຍືນຍົງ (SDG) ກ່ຽວກັບການຜະລິດ ແລະ ການບໍລິໂພກແບບຍືນຍົງ (SDG12) ວ່າ ປະຈຸບັນປະເທດລາວມີການນຳເຂົ້າສິນຄ້າຫຼາຍກວ່າການຜະລິດພາຍໃນ.ອ່ານຕໍ່ ...
ນັກຂ່າວວຽງຈັນທາມສ໌
ທີມເກັບກູ້ລະເບີດສະສາງພື້ນທີ່ສະໜາມທີ່ຈັດສັນສຳລັບການກໍ່ສ້າງທີ່ຢູ່ອາໄສທີ່ເມືອງສະໜາມໄຊ
ທີມເກັບກູ້ລະເບີດ ຢູເອັກໂຊ ລາວເຊິ່ງກຳລັງທຳການເກັບກູ້ຢູ່ແຂວງອັດຕະປືຄາດຈະສຳເລັດການກວດກູ້ລະເບີດທີ່ຍັງບໍ່ທັນແຕກອອກຈາກພື້ນທີ່ທີ່ໄດ້ຈັດສັນສຳລັບການສ້າງທີ່ຢູ່ອາໄສໃໝ່ສຳລັບຜູ້ປະສົບໄພນ້ຳຖ້ວມທີ່ເມືຶອງສະໜາມໄຊໃນເດືອນໜ້າ. ໜຶ່ງໃນພື້ນທີ່ສະໜາມດັ່ງກ່າວໄດ້ສຳເລັດການກວດກູ້ແລ້ວ ເຊິ່ງທີມນັກເກັບກູ້ໄດ້ສະສາງ ແລະ ທຳລາຍລະເບີດລູກຫວ່ານໄດ້ 14 ໜ່ວຍ.ອ່ານຕໍ່ ...
ນັກຂ່າວວຽງຈັນທາມສ໌
ຮອງນາຍົກຮຽກຮ້ອງໃຫ້ມີການເຂັ້ມງວມຕື່ມຕໍ່ການປະຕິບັດການຕ້ານການຄ້າມະນຸດ
ຄະນະກຳມະການຕ້ານການຄ້າມະນຸດຕ້ອງການໂຄງຮ່າງການຈັດຕັ້ງ ເຊິ່ງສະໜັບສະໜູນການປະຕິບັດການໃຫ້ມີປະສິດທະພາບ ໃນການຕ້ານກິດຈະກຳທີ່ຜິດກົດໝາຍ ທັງເປັນການສ້າງຄວາມຮູ້ຄວາມເຂົ້າໃຈໃຫ້ແກ່ມະຫາຊົນຕໍ່ກັບອັນຕະລາຍຂອງກິດຈະກຳດັ່ງກ່າວ.ອ່ານຕໍ່ ...
ນັກຂ່າວວຽງຈັນທາມສ໌
ເລີ່ມການຕໍ່ໄລຍະເວລາການຍົກເວັ້ນວີຊາສຳລັບເກົາຫຼີ ແລະ ການຍົກເວັ້ນວີຊາການທູດສຳລັບນອກແວ
ປະຊາຊົນສາທາລະນະລັດເກົາຫຼີທີ່ມາຢ້ຽມຢາມລາວສາມາດຢູ່ໃນລາວເປັນໄລຍະສູງສຸດ 30 ວັນໂດຍບໍ່ຕ້ອງມີວີຊາ ຫຼັງມີການຕໍ່ໄລຍະການຍົກເວັ້ນວີຊາ ເຊິ່ງມີຜົນນັບແຕ່ມື້ນີ້ໄປ. ຂະນະດຽວກັນ ການຍົກເວັ້ນວີຊາການສຳລັບນັກການທູດລາວ ແລະ ນອກແວ ກໍຈະມີຜົນນຳໃຊ້ນັບແຕ່ມື້ນີ້ເຊັ່ນດຽວກັນ ຕາມການແຈ້ງການຂອງກະຊວງ.ອ່ານຕໍ່ ...
ນັກຂ່າວວຽງຈັນທາມສ໌
ທະນາຄານແຫ່ງລັດເຕືອນການນຳໃຊ້ສະກຸນເງິນອິເລັກໂທຣນິກຄຣິບໂຕ
ທະນາຄານແຫ່ງລັດໄດ້ອອກແຈ້ງການເຕືອນສາທາລະນະຊົນ ຕໍ່ການນຳໃຊ້ສະກຸນເງິນອິເລັກໂທຣນິກ ເຊັ່ນ ບິດຄອຍ, ເອເທີຣຽມ ແລະ ໄລທ໌ຄອຍ ເຊິ່ງເປັນສະກຸນເງິນທີ່ບໍ່ມີການຄຸ້ມຄອງ ແລະ ບໍ່ມີການຜູກມັດກັບຄັງສຳຮອງເງິນສົດຕົວຈິງໃດໆ.ອ່ານຕໍ່ ...
ເດິລາວທຽນທາມສ໌