ການພັດທະນາດ້ານສັງຄົມ

ການສຶກສາ ແລະ ການຝຶກອົບຮົມ

ລັດເຊຍມອບໂອກາດດ້ານທຶນການສຶກສາສຳລັບນັກສຶກສາລາວ

ນັກສຶກສາລາວຫຼາຍກວ່າ 90 ຄົນໄດ້ຮັບທຶກການສຶກສາລັດເຊຍ ເພື່ອເຂົ້າສຶກສາໃນລະດັບ ປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກທີ່ປະເທດລັດເຊຍ.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ເຢຍລະມັນຊ່ວຍເຫຼືອໂຮງຮຽນການຊ່າງແຫ່ງໃໝ່ 1 ລ້ານຢູໂຣ

ລັດຖະບານເຢຍລະມັນຈະໃຫ້ການຊ່ວຍເຫຼືອລາວ ໂດຍການສະໜັບສະໜູນທຶນຮອນເຄິ່ງໜຶ່ງໃນການກໍ່ສ້າງວິທະຍາໄລການຊ່າງລາວ-ເຢຍລະມັນແຫ່ງທີ່ສອງ ເຊິ່ງມີມູນຄ່າ 2 ລ້ານຢູໂຣ ໃນນະຄອນວຽງຈັນ.  ໂຄງການກໍ່ສ້າງດັ່ງກ່າວຄາດວ່າຈະເລີ່ມລົງມືໃນທ້າຍປີນີ້, ແລະ ກະຊວງສຶກສາທິການ ແລະ ກິລາ ໄດ້ເລືອກເຟັ້ນສະຖານທີ່ທີ່ເດີ່ນໂຮງຮຽນປະຖົມ ບ້ານຊຽງດາ ເມືອງໄຊເສດຖາ ເຊິ່ງຕັ້ງຢູ່ແຄມທາງເບຕົງເສັ້ນໃໝ່ໄປສະຖານນີລົດໄຟ ລາວ-ໄທ.ອ່ານຕໍ່ ...

ຄອນສະຫວັນ ລາດຊະເພົາ

ບໍລິສັດໄຟຟ້າຫົງສາສົ່ງເສີມການພັດທະນານັກສຶກສາຊັບພະວິຊາລາວ

(ຂປລ) ບໍລິສັດໄຟຟ້າຫົງສາ ເຈົ້າຂອງໂຮງງານໄຟຟ້າພະລັງຖ່ານຫີນຂະໜາດ 1,878-ເມກາວັດ ທີ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ກັບວິທະຍາໄລສັບພະວິຊາ ເພື່ອຊ່ວຍເຫຼືອການຝຶກອົບຮົມນັກສຶກສາ.ອ່ານຕໍ່ ...

ຂປລ

ກະຊວງສຶກສາລົງໂທດຫ້າມສອນສຳລັບຄູອາຈານທີ່ຊ່ວຍນັກສຶກສາໂກງການສອບເສັງ

ກະຊວງສຶກສາທິການ ແລະ ກິລາໄດ້ລົງໂທດຫ້າມສອນສຳລັບຄູອາຈານສີ່ຄົນ ທີ່ມີສ່ວນພົວພັນກ່ຽວຂ້ອງໃນການແກ້ຂໍ້ສອບໃຫ້ນັກຮຽນໃນການສອບເສັງຈົບຊັ້ນມັດທະຍົມຕອນປາຍ ສຳລັບສົກສຶກສາ 2017-2018.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ມູນນິທິເກື້ອຝັນເດັກມອບເງິນຊ່ວຍເຫຼືອ 26.5 ຕື້ກີບເພື່ອສົ່ງເສີມການສຶກສາ

ມູນນິທິເກື້ອຝັນເດັກແຫ່ງສະວິດເຊີແລນໄດ້ມອບເງິນຊ່ວຍເຫຼືອຈຳນວນກວ່າ 26.5 ຕື້ກີບ (3,137,600 ໂດລາສະຫະລັດ) ເພື່ອພັດທະນາການສຶກສາໃນລາວ.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ນັກຮຽນທີ່ເມືອງສະໜາມໄຊຄາດຈະໃຫ້ກັບເຂົ້າຮຽນພາຍໃນເດືອນກັນຍານີ້

ນ້ອງນັກຮຽນໃນທົ່ວປະເທດກຳລັງກັບເຂົ້າສູ່ການສຶກສາຮ່ຳຮຽນຕາມກຳນົດການ ແຕ່ວ່າເດັກນັກຮຽນທີ່ເມືອງສະໜາມໄຊ ແຂວງອັດຕະປື ພັດຜະເຊີນກັບອຸປະສັກຫຼາຍຢ່າງໃນການກັບສູ່ກິດຈະກຳການສຶກສາຕາມແຜນ.ອ່ານຕໍ່ ...

ເດິລາວທຽນທາມສ໌

ມາເລເຊຍຈັດງານ "ນິທັດສະການການສຶກສາໃນມາເລເຊຍ 2018"

(ຂປລ) ສະຖານທູດມາເລເຊຍ ວຽງຈັນ ສປປ ລາວ ຮ່ວມກັບອົງການການສຶກສາມາເລເຊຍຈັດ “ນິທັດສະການການສຶກສາໃນມາເລເຊຍ 2018” ທີ່ໂຮງຮຽນມັດທະຍົມສົມບູນວຽງຈັນ ໃນວັນທີ 8 ກັນຍາ 2018. ເຂົ້າຮ່ວມໃນງານດັ່ງກ່າວມີແຂກ ແລະ ຜູ້ເຂົ້າຮ່ວມກວ່າ 400 ຄົນ ເຊິ່ງລວມມີລັດຖະກອນ, ຫົວໜ້າອຳນວນການໂຮງຮຽນ, ອຳນວຍການວິທະຍາໄລ, ທີ່ປຶກສານັກຮຽນ, ພະນັກງານ ແລະ ນັກຮຽນນັກສຶກສາຈາກສະຖາບັນຕ່າງໆໃນລາວ.ອ່ານຕໍ່ ...

ຂປລ

ລາວເລັ່ງມືປະຕິຮູບການສຶກສາເພື່ອລົບລ້າງການບໍ່ຮູ້ໜັງສື

ລາວກຳລັງເລັ່ງໃສ່ເປົ້່າໝາຍການລົບລ້າງຄວາມບໍ່ຮູ້ໜັງສື ໂດຍວາງແຜນໃຫ້ພົນລະເມືອງທີ່ມີອາຍຸລະຫວ່າງ 15-35 ປີຮຽນຈົບຊັ້ນມັດທະຍົມຕົ້ນພາຍໃນປີ 2020 ເຊິ່ງມີເປົ້າໝາຍສຸມໃສ່ການພັດທະນາ ແລະ ເພີ່ມອັດຕາການເຂົ້າໂຮງຮຽນຊັ້ນປະຖົມ ແລະ ມັດທະຍົມຕົ້ນ.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ນັກຮຽນທຶນລາວຄົນທຳອິດໄດ້ທຶນເຂົ້າຮຽນທີ່ອອກສ໌ເຟິດ

ປີນີ້ມີນັກສຶກສາລາວຈຳນວນ 8 ຄົນໄດ້ຮັບການຄັດເລືອກໃຫ້ໄປສຶກສາທີ່ສະຫະລາດຊະອານາຈັກ ໃນລະດັບປະລິນຍາໂທ ເຊິ່ງໄດ້ຮັບການສະໜັບສະໜູນໂດຍລັດຖະບານລາດຊະອານາຈັກ ຜ່ານໂຄງການທຶນການສຶກສາເຊວິນິງສຳລັບສົກຮຽນ 2018-2019. ນັກສຶກສາຈຳນວນດັ່ງກ່າວຈະໄປສຶກສາໃນຂະແໜງທຸລະກິດສາກົນ, ການທ່ອງທ່ຽວ, ຈິດຕະວິທະຍາ, ແລະ ສຶກສາສາດທີ່ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກ ເຊັ່ນມະຫາວິທະຍາໄລລອນດອນ.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ລັດຖະບານສິງກະໂປໃຫ້ທຶນຝຶກອົບຮົມດ້ານທັກສະພາສາອັງກິດສຳລັບລັດຖະກອນ

(ຂປລ) ກະຊວງການຕ່າງປະເທດສິງກະໂປໃຫ້ທຶນການຝຶກອົບຮົມສຳລັບລັດຖະກອນລາວຈຳນວນ 31 ຄົນ ໃນຫຼັກສູດ “ພາສາອັງກິດພື້ນຖານ ແລະ ທັກສະໃນການສື່ສານ” ແຕ່ວັນທີ 13 ຫາ 31 ສິງຫາ 2018 ທີ່ຜ່ານມາ.ອ່ານຕໍ່ ...

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

gAx36
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!