Higher education

ມະຫາວິທະຍາໄລ

ມະຫາວິທະຍາໄລລາວ,​ ມາເລເຊຍຮ່ວມມືກັນສົ່ງເສີມການຄົ້ນຄວ້າດ້ານສັງຄົມ

ຄູອາຈານລາວ ແລະ ຊ່ຽວຊານຈາກມະຫາວິທະຍາໄລມາລາຢາຂອງມາເລເຊຍ ໄດ້ລວມກັນຢູ່ນະຄອນຫຼວງວຽງຈັນໃນວັນພຸດຜ່ານມາ ໃນກອງປະຊຸມໄລຍະສາມວັນ ເພື່ອແລກປ່ຽນປະສົບການໃນການຄົ້ນຄວ້າດ້ານສັງຄົມ, ແນໃສ່ສົ່ງເສີມຄວາມສາມາດໃຫ້ແກ່ຄູຝຶກໃນຂະແໜງດັ່ງກ່າວ.“ກອງປະຊຸມຝຶກອົບຮົມຄູຝຶກເພື່ອສົ່ງເສີມຄວາມສາມາດໃນການຄົ້ນຄວ້າດ້ານສັງຄົມ ສຳລັບສະຖາບັນການສຶກສາຊັ້ນສູງຂອງລາວ ແລະ ມາເລເຊຍຄັ້ງທີໜຶ່ງ” (BRECIL) ໄດ້ຈັດຂຶ້ນຢູ່ທີ່ມະຫາວິທະຍາໄລແຫ່ງຊາດ (ມຊ) ໃນວັນທີ 4-6 ກັນຍານີ້.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ມະຫາວິທະຍາໄລແຫ່ງຊາດຈະຮັບນັກສຶກສາກວ່າ 8,000 ຄົນສຳລັບສົກປີນີ້

ມະຫາວິທະຍາໄລແຫ່ງຊາດວຽງຈັນ ຈະຮັບນັກສຶກສາປະມານ 8,100 ຄົນ ເພື່ອເຂົ້າຮຽນໃນ 13​ ຄະນະວິຊາສຳລັບສົກການສຶກສາທີ່ຈະມາເຖິງນີ້ ຜ່ານການສອບເສັງເຂົ້າມາຫາວິທະຍາໄລ.ການສອບເສັງດັ່ງກ່າວໄດ້ຈັດຂຶ້ນຢູ່ທີ່ມະຫາວິທະຍາໄລໃນວັນເສົາແລ້ວນີ້ ພາຍໃຕ້ການຊ້ອງໜ້າຂອງທ່ານ ສຈ.ປອ ສົມສີ ຍໍພັນໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ອະທິການບໍດີມະຫາວິທະຍາໄລ.ອ່ານຕໍ່   ...

ພົມພົງ ເຫຼົາອິນ

ນັກສຶກສາລາວ, ເກົາຫຼີ, ໄທຮ່ວມປະຊຸມເພື່ອແລກປ່ຽນກ່ຽວກັບການພັດທະນາໃນດ້ານວິສະວະກຳ

ວຽງຈັນ (ວຽງຈັນທາມສ໌/ANN) – ຄະນະວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ດຳເນີນການສົ່ງເສີມຄວາມຮູ້ດ້ານວິທະຍາສາດ ແລະ ເທັກໂນໂລຢີໃຫ້ແກ່ນັກສຶກສາ ດ້ວຍການສ້າງໂອກາດໃນການແລກປ່ຽນຄວາມຮູ້ໃຫ້ກັບນັກສຶກສາເກົາຫຼີ ແລະ ໄທ ຜ່ານກິດຈະກຳແຄັ້ມວິທະຍາສາດ.ກິດຈະກຳແຄັ້ມວິທະຍາສາດໂລກ GIST-NUOL ຄັ້ງທີສອງໃນປະເທດລາວ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 22-25 ກໍລະກົດນີ້ ຢູ່ທີ່ຄະນະວິສະວະກຳສາດ. ເຂົ້າຮ່ວມໃນງານດັ່ງກ່າວມີທ່ານ ສຈ ຄຳຜຸຍ ສຸດທິສົມບັດ ອະທິການບໍດີຄະນະ ພ້ອມດ້ວຍແຂກທີ່ມີກຽດ ແລະ ນັກສຶກສາ.ອ່ານຕໍ່ ...

ພົມພົງ ເຫຼົາອິນ
http://annx.asianews.network/content/lao-korean-thai-students-gather-share-advances-engineering-100657

ມະຫາວະທິຍາໄລແຫ່ງຊາດຊ່ວຍເຫຼືອນັກສຶກສາໃນການລົງທະບຽນອອນໄລເພື່ອສອບເສັງເຂົ້າມະຫາວິທະຍາໄລ

ນັກສຶກສາທີ່ມີບັນຫາໃນການລົງທະບຽນອອນໄລເພື່ອສອບເສັງເຂົ້າມະຫາວິທະຍາໄລແຫ່ງຊາດ ສາມາດພົວພັນກັບທາງມະຫາວິທະຍາໄລແຫ່ງຊາດໂດຍກົງໄດ້ທີ່ເບີ 021 771 860 ຫຼື ເຂົ້າເບິ່ງວິດີໂອແນະນະຜ່ານທາງເວັບໄຊ www.nuol.edu.la.ຕາມການເປີດເຜີຍຂອງເຈົ້າໜ້າທີ່ຮັບຜິດຊອບການລົງທະບຽນສອບເສັງອອນໄລ, ມະຫາວິທະຍາໄລແຫ່ງຊາດໄດ້ຈັດຕັ້ງຄະນະກຳມະການ ເພື່ອໃຫ້ຄຳແນະນຳແກ່ນັກສຶກສາທີ່ປະສົບບັນຫາໃນຂັ້ນຕອນການລົງທະບຽນສອບເສັງອອນໄລ ເຊິ່ງເປີດຮັບແຕ່ວັນທີ 1-30 ກໍລະກົດນີ້.ຜູ້ສະໝັກສ່ວນໃຫຍ່ທີ່ປະສົບບັນຫາໃນການລົງທະບຽນແມ່ນຍ້ອນເຂົາເຈົ້າບໍ່ປ້ອນຂໍ້ມູນສ່ວນຕົວທີ່ຈຳເປັນ ເພື່ອໃຫ້ລະບົບສາມາດອອກລະຫັດການລົງທະບຽນອັດຕະໂນມັດ, ຕາມເຈົ້າໜ້າທີ່.ອ່ານຕໍ່ ...

ແກ້ວວຽງຄອນ ບຸນວິເສດ

ນັກສຶກສາໄດ້ຄວາມຮູ້ເພີ່ມຂຶ້ນຈາກການແຂ່ງຂັນຖາມຕອບລະດັບມະຫາວິທະຍາໄລ

ມະຫາວິທະຍາໄລແຫ່ງຊາດ ແລະ ສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການຈະສືບຕໍ່ຊ່ວຍເຫຼືອນັກສຶກສາໃນການພັດທະນາຄວາມຮູ້ທົ່ວໄປໃຫ້ທັນກັບສະພາບ, ເສີມຂະຫຍາຍທັກສະພາສາອັງກິດ ແລະ ເສີມສ້າງອັດທະຍາໄສໃນການຮຽນຮູ້ ຈາກການແຂ່ງຂັນຖາມຕອບມະຫາວິທະຍາໄລຄັ້ງທີສອງ.ການແຂ່ງຂັນຖາມຕອບມະຫາວິທະຍາໄລຄັ້ງທີສອງໄດ້ຈັດຂຶ້ນທີ່ມະຫາວິທະຍາໄລແຫ່ງຊາດ (ມຊ) ນະຄອນຫຼວງວຽງຈັນ ໃນວັນພຸດຜ່ານມາ, ພາຍໃຕ້ການເຂົ້າຮ່ວມຂອງທ່ານອາຈານ ພູວົງ ວິໄລແສງ ຮອງຄະນະບໍດີຝ່າຍຄຸ້ມຄອງນັກສຶກສາ ຄະນະນິຕິສາດ ແລະ ວິທະຍາສາດການເມືອງ, ທ່ານ ຈອນ ຄອນໂນລີ ອຳນວຍການດ້ານຂໍ້ມູນຂ່າວສານຂອງ ສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ, ພ້ອນດ້ວຍນັກສຶກສາ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ເຈົົ້າຂອງລາງວັນໂນເບວແບ່ງປັນທັດສະນະກ່ຽວກັບເສດຖະກິດໂລກທີ່ມະຫາວິທະຍາໄລລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ສະມາຊິກພາກວິຊາ, ນັກຄົ້ນຄວ້າ ແລະ ນັກສຶກສາມະຫາວິທະຍາໄລແຫ່ງຊາດລາວ ກໍຄືຊ່ຽວຊານດ້ານນະໂຍບາຍ ແລະ ການພັດທະນາເສດຖະກິດ ໄດ້ຮັບປະໂຫຍດຈາກການເຂົ້າຮ່ວມການບັນຍາຍໂດຍທ່ານ ຟິນ ເອີລິງ ຄິດແລນ ເຈົ້າຂອງລາງວັນໂນເບວ ໃນອາທິດຜ່ານມາ.ທ່ານສາດສະດາຈານ ຄິດແລນ ເຊິ່ງໄດ້ຮັບລາງວັນໂນເບວສາຂາເສດຖະສາດ ໃນປີ 2004, ເປັນຜູ້ໄດ້ຮັບລາງວັນໂນເບວຜູ້ທີສາມ ທີ່ໄດ້ຮັບການເຊື້ອເຊີນໃຫ້ບັນຍາຍທີ່ມະຫາວິທະຍາໄລແຫ່ງຊາດ ເຊິ່ງເປັນສ່ວນໜຶ່ງຂອງງານກິດຈະກຳ Asean Event Series ຄັ້ງທີ 7 ພາຍໃຕ້ຫົວຂໍ້ “ຂົວຕໍ່ – ການສົນທະນາເພື່ອກ້າວສູ່ວັດທະນະທຳແຫ່ງສັນຕິພາບ.”ອ່ານຕໍ່ ...

ໂຕະຂ່າວ

ມະຫາວິທະຍາໄລລາວປົດແອກຮ້ານບັນເທິງທີ່ສົ່ງສຽງລົບກວນ

ມະຫາວິທະຍາໄລແຫ່ງຊາດລາວໄດ້ເພິກຖອນບັນດາຮ້ານບັນເທິງທີ່ຕັ້ງຢູ່ໃກ້ກັບມະຫາວິທະຍາໄລເກີນໄປ ແລະ ມອບໝາຍໃຫ້ເຈົ້າໜ້າທີ່ທຳການຕິດຕາມຮ້ານບັນເທິງເປົ້າໝາຍຢ່າງໃກ້ຊິດ ເພື່ອໃຫ້ຈັດສັນຍົກຍ້າຍໄປສູ່ສະຖານທີ່ເໝາະສົມ.ໃນປີທີ່ຜ່ານມາ ທາງມະຫາວິທະຍາໄລໄດ້ຮ່ວມມືກັບອຳນາດການປົກຄອງທ້ອງຖິ່ນ ເພື່ອຈັດຕັ້ງລະບົບເພື່ອກວດສອບຮ້ານອາຫານ, ຮ້ານກິນດື່ມ ແລະ ສະຖານບັນເທິງຕ່າງໆ ຕາມລະບຽບກົດໝາຍ ເພື່ອຈຳກັດການເພີ່ມຂຶ້ນຂອງປະກົດການຫຍໍ້ທໍ້ທາງສັງຄົມ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ມະຫາວິທະຍາໄລທົ່ວປະເທດປະກາດຜົນການສອບເສັງເຂົ້າຮຽນ

ມະຫາວິທະຍາໄລທົ່ວປະເທດໄດ້ປະກາດຜົນການຮັບນັກສຶກສາເຂົ້າຮຽນສຳລັບສົກຮຽນໃໝ່ ພາຍຫຼັງໄດ້ທຳການສອບເສັງເຂົ້າຮຽນ. ທ່ານ ຮສ ປອ ອຸດົມ ພອນຄຳແພງ ຮອງຄະນະບໍດີມະຫາວິທະຍາໄລແຫ່ງຊາດ ໄດ້ເປີດເຜີຍວ່າ ໃນສົກສຶກສານີ້ທາງມະຫາວິທະຍາໄລຈະຮັບນັກສຶກສາເຂົ້າຮຽນຈຳນວນ 7,575 ຄົນ ໃນ 13 ຄະນະວິຊາ.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ນັກສຶກສາມະຫາວິທະຍາໄລລົງທະບຽນສອບເສັງເຂົ້າຮຽນແບບອອນໄລ

ປະຈຸບັນມີນັກສຶກສາຫຼາຍກວ່າ 12,000 ຄົນທີ່ໄດ້ລົງທະບຽນສອບເສັງເພື່ອເຂົ້າຮຽນທີ່ມະຫາວິທະຍາໄລແຫ່ງຊາດສຳລັບສົກການສຶກສາທີ່ຈະມາເຖິງ ຜ່ານລະບົບອອນໄລ.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ມະຫາວິທະຍາໄລກຳປູເຈຍເປີດຫ້ອງຮຽນກ່ຽວກັບລາວ

ຫ້ອງຮຽນກ່ຽວກັບລາວທີ່ມະຫາວິທະຍາໄລກຳປູເຈຍໄດ້ເປີດຢ່າງເປັນທາງການໃນອາທິດຜ່ານມາ ເຊິ່ງມີເປົ້າໝາຍສົ່ງເສີມຄວາມເຂົ້າໃຈກ່ຽວກັບຮີດຄອງປະເພນີ ແລະ ວິຖີຊີວິດຂອງຄົນລາວ ແລະ ສົ່ງເສີມສາຍພົວພັນລະຫວ່າງສອງຊາດ.ອ່ານຕໍ່ ...

ວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

BZFFJ
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!