ນັກສຶກສາລາວ, ເກົາຫຼີ, ໄທຮ່ວມປະຊຸມເພື່ອແລກປ່ຽນກ່ຽວກັບການພັດທະນາໃນດ້ານວິສະວະກຳ

ວຽງຈັນ (ວຽງຈັນທາມສ໌/ANN) – ຄະນະວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ດຳເນີນການສົ່ງເສີມຄວາມຮູ້ດ້ານວິທະຍາສາດ ແລະ ເທັກໂນໂລຢີໃຫ້ແກ່ນັກສຶກສາ ດ້ວຍການສ້າງໂອກາດໃນການແລກປ່ຽນຄວາມຮູ້ໃຫ້ກັບນັກສຶກສາເກົາຫຼີ ແລະ ໄທ ຜ່ານກິດຈະກຳແຄັ້ມວິທະຍາສາດ.

ກິດຈະກຳແຄັ້ມວິທະຍາສາດໂລກ GIST-NUOL ຄັ້ງທີສອງໃນປະເທດລາວ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 22-25 ກໍລະກົດນີ້ ຢູ່ທີ່ຄະນະວິສະວະກຳສາດ. ເຂົ້າຮ່ວມໃນງານດັ່ງກ່າວມີທ່ານ ສຈ ຄຳຜຸຍ ສຸດທິສົມບັດ ອະທິການບໍດີຄະນະ ພ້ອມດ້ວຍແຂກທີ່ມີກຽດ ແລະ ນັກສຶກສາ.

ອ່ານຕໍ່…

ພົມພົງ ເຫຼົາອິນ
http://annx.asianews.network/content/lao-korean-thai-students-gather-share-advances-engineering-100657