ປະຊາກອນ ແລະ ການສຳຫຼວດພົນລະເມືອງ

ບັນດາປະເທດໃນພາກພື້ນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຮ່ວມແບ່ງປັນຄວາມຮູ້ກ່ຽວກັບການຄຸ້ມຄອງພົນລະເມືອງ

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ຮັບຜິດຊອບວຽກງານຄຸ້ມຄອງພົນລະເມືອງ ຈາກປະເທດລາວ, ຈີນ, ມຽນມາ, ໄທ, ຫວຽດນາມ ແລະ ກຳປູເຈຍ ໄດ້ປະຊຸມກັນທີ່ນະຄອນປາກເຊ ແຂວງຈຳປາສັກ ໃນອາທິດນີ້ ເພື່ອຫາລືກ່ຽວກັບການຂຶ້ນທະບຽນພົນລະເຮືອນ ແລະ ສະຖິຕິທີ່ສຳຄັນ (CRVS).ທ່ານ ສີພຸກ ວົງພັກດີ ຮອງລັດຖະມົນຕີກະຊວງພາຍໃນ, ທ່ານ ສົມສະນິດ ບຸດຕິວົງ ຮອງເຈົ້າແຂວງຈຳປາສັກ, ແລະ ທ່ານ ສິນ ເສິນ ທີ່ປຶກສາຈາກສະຖານທູດຈີນປະຈຳລາວ ໄດ້ເປັນປະທານຮ່ວມໃນກອງປະຊຸມ ເພື່ອສົ່ງເສີມການສ້າງຄວາມສາມາດໃນຂະແໜງດັ່ງກ່າວ.ອ່ານຕໍ່ ...

ໂຕະຂ່າວ

ແຮງງານລາວອົບພະຍົບທີ່ຕ້ອງການໜີຈາກຄວາມທຸກຍາກ ບໍ່ເກງກົວຕໍ່ໄພອັນຕະລາຍໃນການໄປອອກແຮງງານຢູ່ປະເທດໄທ

ແຮງງານລາວ, ເຊິ່ງຫຼາຍຄົນຍັງຢູ່ໃນໄວໜຸ່ມ ແລະ ບາງຄົນກໍຍັງເປັນໄວລຸ້ນ ໄດ້ຫຼັ່ງໄຫຼກັນໄປອອກແຮງງານຢູ່ປະເທດໄທເພື່ອນບ້ານໃນປີນີ້ໃນອັດຕາທີ່ເພີ່ມຂຶ້ນ, ​ໂດບບໍ່ເກງກົວຕໍ່ການຂູດຮີດແຮງງານ ແລະ ສະພາບການເຮັດວຽກທີ່ສ່ຽງຕໍ່ອັນຕະລາຍ ເພື່ອຊອກຫາວຽກເຮັດງານທຳຊ່ວຍເຫຼືອຄອບຄົວທາງບ້ານ, ຕາມແຫຼ່ງຂ່າວໃນປະເທດໄທ.ຫຼາຍຄົນກໍໄດ້ຮັບການຊຸກຍູ້ຈາກພໍ່ແມ່ໃຫ້ໄປອອກແແຮງງານຢູ່ຕ່າງປະເທດ, ຕາມແຫຼ່ງຂ່າວ. ບາງຄົນກໍຕົກເປັນເຫຍື່ອຂອງການຄ້າມະນຸດ ແລະ ຕິດກັບດັກໜີ້ສິນ, ຫຼື ຖືກເສຍຊີວິດຍ້ອນອຸບັດຕິເຫດແຮງງານ ຫຼື ອຸບັດຕິເຫດບົນທ້ອງຖະໜົນ.ໃນວັນຈັນຜ່ານມາ, ສົບຂອງແຮງງານລາວອົບພະຍົບ 9 ຄົນທີ່ເສຍຊີວິດໃນວັນທີ 18 ສິງຫາ ເນື່ອງຈາກອຸບັດຕິເຫດລົດຕຳກັນໃນຂະນະເດີນທາງໄປຊາຍແດນເພື່ອຕໍ່ວີຊາທ່ອງທ່ຽວເພື່ອເຂົ້າປະເທດໄທ ໄດ້ຖືກສົ່ງກັບສູ່ຄອບຄົວ. ສ່ວນອີກສົບໜຶ່ງແມ່ນໄດ້ເຮັດພິທີເຜົາຢູ່ປະເທດໄທ. ອ່ານຕໍ່ ...

ໜ່ວຍຂ່າວ RFA ລາວ
https://www.rfa.org/english/news/laos/migrants-08272019160657.html

ແຮງງານຍ້າຍຖິ່ນລາວເສຍຊີວິດສິບຄົນ, ບາດເຈັບອີກສາມຈາກອຸບັດຕິເຫດທາງລົດຢູ່ປະເທດໄທ

ແຮງງານຍ້າຍຖິ່ນສິບຄົນເຊິ່ງບໍ່ມີເອກະສານສິບຄົນຖືກເສຍຊີວິດ ແລະ ອີກສາມຄົນໄດ້ຮັບບາດເຈັບສາຫັດຈາກເຫດລົດຕຳກັນໃນຕອນເຊົ້າຂອງວັນອາທິດ ຢູ່ຈັງຫວັດສະແກ້ວ ທາງພາກຕາເວັນອອກຂອງປະເທດໄທ ໃນຂະນະທີ່ພວມໂດຍສານລົດຕູ້ໄປຈັງຫວັດຈັນທະບູລີ ໃນບໍລິເວນຊາຍແດນປະເທດກຳປູເຈຍ ເພື່ອຕໍ່ວີຊາທ່ອງທ່ຽວ, ຕາມການເປີດເຜີຍຂອງເຈົ້າໜ້າທີ່ຕຳຫຼວດໄທ.ພັນຕຳຫຼວດເອກ ໃຈຍະນັນ ຈິລາພິຍະເຊດ ຫົວໜ້າສະຖານນີຕຳຫຼວດອຳເພີວັງສົມບູນຈັງຫວັດສະແກ້ວ ເປີດເຜີຍຕໍ່ໜ່ວຍຂ່າວ RFA ລາວວ່າ, “ເກີດອຸບັດຕິເຫດບົນທ້ອງຖະໜົນສາຍສະແກ້ວ ຈັງຫວັດສະແກ້ວ ເມື່ອລົດຕູ້ຂົນສົ່ງແຮງງານລາວໄດ້ຕຳໃສ່ກັບລົດພ່ວງ ເຮັດໃຫ້ແຮງງານລາວເສຍຊີວິດເປັນຍິງຫົກຄົນ ແລະ ຊາຍສີ່ຄົນ.”ອ່ານຕໍ່ ...

ໜ່ວຍຂ່າວ RFA ລາວ
https://www.rfa.org/english/news/laos/ten-lao-migrant-workers-die-08202019144737.html

ລາວວາງແຜນດຳເນີນການສຳຫຼວດກະສິກຳຊຸດໃໝ່

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານຈະດຳເນີນການສຳຫຼວດກະສິກຳຄັ້ງໃຫຍ່ໃນປີນີ້, ເພື່ອນຳໃຊ້ຜົນການສຳຫຼວດດັ່ງກ່າວເປັນບ່ອນອີງໃນການວາງແຜນພັດທະນາເສດຖະກິດສັງຄົມຊຸມໃໝ່ສຳລັບປີ 2020-2025.ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນ ເປັນປະທານໃນກອງປະຊຸມໃນວັນສຸກຜ່ານມາ ເຊິ່ງເປັນກອງປະຊຸມຂອງຜູ້ມີສ່ວນຮ່ວມ ເພື່ອຫາລືການກະກຽມການສຳຫຼວດກະສິກຳທົ່ວປະເທດຄັ້ງທີສາມ, ເຊິ່ງຄາດວ່າຈະມີຂຶ້ນໃນປີນີ້.ຕາມການເປີດເຜີຍໃນກອງປະຊຸມສື່ມວນຊົນຂອງຜູ້ຈັດກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ປຶກສາຫາລືປະເດັນສຳຄັນກ່ຽວກັບການກະກຽມຕ່າງໆ ເຊັ່ນ ແຜນດຳເນີນງານ, ຂັ້ນຕອນການສຳຫຼວດ, ແລະ ງົບປະມານສຳລັບການດຳເນີນການ.ອ່ານຕໍ່ ...

ເອກະພອນ ພູທອນສີ

ຊາວໜຸ່ມລາວເລີ່ມໄປອອກແຮງງານຢູ່ປະເທດຈີນຫຼາຍຂຶ້ນ

ຊາວໜຸ່ມໃນບັນດາແຂວງພາກເໜືອຂອງລາວ ມີການຍ້າຍຖິ່ນຂ້າມຊາຍແດນໄປຈີນຫຼາຍຂຶ້ນ ເພື່ອຊອກຫາວຽກເຮັດງານທຳ ແລະ ຄ່າແຮງງານທີ່ສູງກວ່າ.ຍ້ອນທ່າແຮງທີ່ຈຳກັດໃນລາວ, ຊາວໜຸ່ມຈາກເຂດພູດອຍຫ່າງໄກສອກຫຼີກ ເລືອກທີ່ຈະເປັນຜູ້ຍ້າຍຖິ່ນໂດຍບໍ່ມີເອກະສານ ໄປແຂວງຢຸນນານປະເທດຈີນ ເຊິ່ງເຂົາສາມາດຫາເງິນໄດ້ຫຼາຍກວ່າໃນການອອກແຮງງານໃນໜ້າວຽກດຽວກັນຢູ່ລາວ.ອ່ານຕໍ່  ...

RFA’s Lao Service

ຄະນະຮັບຜິດຊອບສັນຍາເຜີຍແຜ່ຜົນການສຳຫຼວດກະສິກຳ

ຄະນະຮັບຜິດຊອບແຈ້ງເລື່ອນການສຳຫຼວດກະສິກຳທົ່ວປະເທດ ຫຼື ການສຳຫຼວດດ້ານກະສິກຳຂອງລາວຄັ້ງທີ 3 (LCA3), ແຕ່ໄດ້ໃຫ້ສັນຍາວ່າຈະເຜີຍແຜ່ຜົນການສຳຫຼວດກະສິກຳດັ່ງກ່າວກ່ອນຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 9 (NSEDP).ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ບົດລາຍງານ UNDP-ILO ສົມທຽບຂະບວນການຍ້າຍຖິ່ນຂອງແຮງງານລະຫວ່າງ ສປປ ລາວ ແລະ ໄທ

ບົດລາຍງານສະບັບໃໝ່ຈາກອົງການ ສະຫະປະຊາຊາດເພື່ອການພັດທະນາ (UNDP) ແລະ ອົງການແຮງງານສາກົນ (ILO ) ເປີດເຜີຍວ່າ ການຍ້າຍຖິ່ນຂອງແຮງງານແບບສະໝ່ຳສະເໝີ ໃຫ້ຜົນທາງບວກຫຼາຍກວ່າການຍ້າຍຖິ່ນບໍ່ສະໝ່ຳສະເໝີລະຫວ່າງ ສປປ ລາວ ແລະ ໄທ.ອ່ານຕໍ່ ...

UNDP-ILO

ລາວຈະດຳເນີນການສຳຫຼວດພົນລະເມືອງຄັ້ງຕໍ່ໄປໃນປີ 2020

ລາວຈະດຳເນີນການສຳຫຼວດພົນລະເມືອງຄັ້ງຕໍ່ໄປໃນປີ 2020 ເພື່ອໃຫ້ໄດ້ຂໍ້ມູນທີ່ທັນຕໍ່ສະພາບການສຳລັບຕົວຊີ້ວັດ, ພື້ນຖານ ແລະ ເປົ້າໝາຍເພື່ອປະກອບໃສ່ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 2021-2025. ການສຳຫຼວດພົນລະເມືອງແມ່ນນຳໃຊ້ເຂົ້າໃນການວາງຄາດໝາຍໃນແຜນພັດທະນາແຫ່ງຊາດ ແລະ ເພື່ອປະກອນສ່ວນໂດຍກົງຕໍ່ພາລະກິດເພື່ອຮັບປະກັນການຫຼຸດພົ້ນຈາກສະຖະດ້ອຍພັດທະນາທີ່ສຸດ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ຊ່ຽວຊານພາກພື້ນຫາລືວິທີການໃນການສຳຫຼວດພົນລະເມືອງປີ 2020

ບັນດາການນຳ ແລະ ເຈົ້າໜ້າທີ່ວິຊາການຈາກທົ່ວອາຊີເຂົ້າຮ່ວມກອງປະຊຸມປຶກສາຫາລືກ່ຽວກັບວິທີການໃນການສຳຫຼວດພົນລະເມືອງ ທີ່ນະຄອນວຽງຈັນ ເພື່ອຫາລືບັນດາວິທີການໃໝ່ໆສຳລັບການສຳຫຼວດພົນລະເມືອງປີ 2020.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ປະກາດສະມາຊິກອົງການຈັດຕັ້ງສາກົນເພື່ອການຍ້າຍຖິ່ນຖານ

ລາວໄດ້ເຂົ້າເປັນສະມາຊິກອົງການຈັດຕັ້ງສາກົນເພື່ອນການຍ້າຍຖິ່ນຖານ (IOM),  ຈາກການປະກາດປະເທດສະມາຊິກ ໃນກອງປະຊຸມສະພາ IOM ສະໄໝພິເສດຄັ້ງທີສອງ ທີ່ຈັດຂຶ້ນຢູ່ເຈັນນິວາ ທ້າຍອາທິດແລ້ວນີ້.ອ່ານຕໍ່ ...

ວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

hSU7g
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!