Public land lease
ເຂດເສດຖະກິດພິເສດ
ບັນຫາການຈ່າຍຄ່າຊົດເຊີຍກຳນົດຄວາມຄືບໜ້າຂອງໂຄງການເຂດເສດຖະກິດພິເສດມະຫານະທີສີທັນດອນ
ເຂດເສດຖະກິດພິເສດໃໝ່ຢູ່ແຂວງຈຳປາສັກ ທີ່ເອີ້ນກັນວ່າ ມະຫານະທີສີພັນດອນຈະບໍ່ສາມາດດຳເນີນໄດ້ຖ້າບໍ່ສຳເລັດການຈ່າຍຄ່າຊົດເຊີຍສຳລັບປະຊາຊົນທີ່ໄດ້ຮັບຜົນກະທົບ ຕາມການລາຍງານຂອງການນຳອຳນາດການປົກຄອງເຂດເສດຖະກິດພິເສດແຂວງ. ລັດຖະບານໄດ້ເຊັນສັນຍາສຳປະທານກັບບໍລິສັດຮັບເໝົາຈີນ (ບໍລິສັດການລົງທຶນມະຫານະທີສີທັນດອນ (ຮອງກົງ)ລາວ ຈຳກັດ) ຮ່ວມກັບບໍລິສັດແອວທີວີກໍ່ສ້າງຂົວທາງຈຳກັດ ສຳລັບໂຄງການກໍ່ສ້າງດັ່ງກ່າວ.ອ່ານຕໍ່ ...
ສົມສັກ ພົງຂາວ
ນັກລົງທຶນໃຊ້ງົບກວ່າ 200 ລ້ານໂດລາໃນການພັດທະນາເຂດເສດຖະກິດພິເສດຢູ່ນະຄອນຫຼວງຂອງລາວ
(ວຽງຈັນທາມສ໌/ເອເອັນເອັນ) ນັກພັດທະນາເຂດເສດຖະກິດພິເສດບຶງທາດຫຼວງ ໄດ້ໃຊ້ເງິນ 200 ລ້ານໂດລາໃນໂຄງການພັດທະນາດັ່ງກ່າວ ນັບແຕ່ເລີ່ມການປະຕິບັດງານ ປີ 2012.ອ່ານຕໍ່ ...
ວຽງຈັນທາມສ໌
ດຳລັດໃໝ່ໃຫ້ການຫຼຸດຜ່ອນອາກອນສຳລັບນັກລົງທຶນໃນເຂດເສດຖະກິດພິເສດຂອງລາວ
ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດໄດ້ຮັບອະນຸຍາດໃຫ້ຫຼຸດຜ່ອນອາກອນຈຳນວນໜຶ່ງ ພາຍໃຕ້ດຳລັດສະບັບດັດແກ້ກ່ຽວກັບເຂດເສດຖະກິດພິເສດ ແລະ ສະເພາະ (SEZs) ເຊິ່ງວາງອອກໂດຍລັດຖະບານ. ດຳລັດໃໝ່ສະບັບນີ້ໄດ້ເນັ້ນນະໂຍບາຍຂອງລັດຖະບານກ່ຽວກັບການພັດທະນາເຂດເສດຖະກິດພິເສດ, ຄວາມຕ້ອງການໃນການຈັດຕັ້ງ , ນະໂຍບາຍສຳລັບນັກທົງທຶນ, ການຂົນສົ່ງແບບຄົບວົງຈອນ ແລະ ພັນທະຂອງນັກພັດທະນາໃນການຝຶກອົບຮົມ ແລະ ຈ້າງງານແຮງງານລາວ.ອ່ານຕໍ່ ...
ສົມສັກ ພົງຂາວ
ວາງແຜນສ້າງທ່າເຮືອບົກສຳລັບເຂດເສດຖະກິດພິເສດວັງເຕົ່າ
ລັດຖະບານໄດ້ອອກໃບອະນຸຍາດໃຫ້ນັກລົງທຶນທ້ອງຖິ່ນດຳເນີນການຄົ້ນຄວ້າເສດຖະກິດ ສຳລັບການສ້າງທ່າເຮືອບົກໃນເຂດເສດຖະກິດພິເສດວັງເຕົ່າ ແຂວງຈຳປາສັກ. ທ່າເຮືອດັ່ງກ່າວເຊິ່ງຄາດວ່າຈຳໃຊ້ງົບປະມານກໍ່ສ້າງ 15 ລ້ານໂດລາສະຫະລັດ ຈະຖືກສ້າງເພື່ອປັບປຸງລະບົບການຂົນສົ່ງພາຍໃນ ແລະ ຍົກລະດັບການເຊື່ອມໂຍງປະເທດທີ່ບໍ່ມີທາງອອກສູ່ທະເລກັບພາກພື້ນ.ອ່ານຕໍ່ ...
ສົມສັກ ພົງຂາວ
ລັດຖະບານ, ຄູ່ພັດທະນາໃກ້ສຳເລັດຂໍ້ຕົກລົງກ່ຽວກັບເຂດເສດຖະກິດພິເສດຄອນພະເພັງ
ລັດຖະບານ ແລະ ນັກລົງທຶນຈີນກຳລັງຈະສຳເລັດລາຍລະອຽດຂໍ້ຕົກລົງການສຳປະທານ ສຳລັບເຂດເສດຖະກິດພິເສດຄອນພະເພັງໃນຕອນໃຕ້ສຸດຂອງແຂວງຈຳປາສັກ. ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ກ່າວໃນກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດທີ່ວຽງຈັນວ່າ ລັດຖະບານຈະລົງນາມຂໍ້ຕົກລົງຮ່ວມກັບຄູ່ພັດທະນາສຳລັບໂຄງການດັ່ງກ່າວເມື່ອເຖິງເວລາທີ່ເໝາະສົມ.ອ່ານຕໍ່ ...
ວຽງຈັນທາມສ໌
ຊຸມຊົນລາວຢ້ານຖືກຫຼອກຈາກຜູ້ຮັບເໝົາເຂດເສດຖະກິດພິເສດໃໝ່ໃນແຂວງຈຳປາສັກ
ເກືອບ 150 ຄອບຄົວໃນ 6 ບ້ານໃນເມືອງໂຂງ ພາກໃຕ້ຂອງແຂວງຈຳປາສັກກ່າວວ່າ ພວກເຂົາບໍ່ຕ້ອງການຍ້າຍອອກຈາກທີ່ຢູ່ອາໄສ ແລະ ທີ່ດິນເດີມຂອງຕົນ ເພື່ອການພັດທະນາເຂດເສດຖະກິດພິເສດ ຍ້ອນຢ້ານວ່າຜູ້ຮັບເໝົາຈະບໍ່ຈ່າຍຄ່າຊົດເຊີຍຢ່າງຍຸດຕິທຳ.ອ່ານຕໍ່ ...
ໂຣຊານ ເຢຣິນ