Water and sanitation infrastructure and facilities
ພື້ນຖານໂຄງລ່າງດ້ານສຸຂະອະນາໄມ ແລະ ນ້ຳໃນຊົນນະບົດ
ອີຢູ ໃຫ້ການສະໜັບສະໜູນໂຄງການສະໜອງນຳ້ສະອາດຢູ່ແຂວງສະຫວັນນະເຂດ ຜ່ານໂຄງການ SUNWIP
ສຳນັກຂ່າວສານປະເທດລາວ- ລັດຖະບານ ສປປ ລາວ ແລະ ສະຫະພາບເອີຣົບ (ອີຢູ) ໄດ້ຮ່ວມມືກັນພັດທະນາໂຄງການ ສະໜອງນ້ຳໃຊ້ ຢູ່ແຂວງຄຳມ່ວນ ແລະ ສະຫວັນນະເຂດ ໂດຍຜ່ານ ຂອບຂະຫຍາຍພື້ນຖານໂຄງຮ່າງ ດ້ານໂພສະນາການ ແລະ ໂຄງການ WASH, ເພື່ອແນໃສ່ເປົ້າໝາຍເພື່ອການພັດທະນາແບບຍືນຍົງທີ 2 ແລະ ທີ 4. ມູນຄ່າການການສະໜັບສະໜູນຈາກສະຫະພາບເອີຣົບຈຳນວນ 16.95 ລ້ານເອີໂຣ ຊຶ່ງໃນນັ້ນ 1.95 ລ້ານເອີໂຣ ແມ່ນເປັນສ່ວນຂອງລັດຖະບານ ສປປ ລາວ. ແຫຼ່ງຂ່າວຈາກ: ສຳນັກຂ່າວສານປະເທດລາວ ...
ໂຕະຂ່າວສານປະເທດລາວ
ກະຊວງສ້າງລະບຽບການຄຸ້ມຄອງທຸລະກິດການຂຸດເຈາະບໍ່ນ້ຳໃນລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ການຂຸດເຈາະນ້ຳສ້າງໃນລາວຈະບໍ່ສາມາດເຮັດໄດ້ຕາມສະດວກຄືທີ່ຜ່ານມາ ເນື່ອງຈາກກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຈະກ້າວເຂົ້າມາຄຸ້ມຄອງກິດຈະການດັ່ງກ່າວ.ທ່ານ ສົມມາດ ພົນເສນາ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ລົງນາມໃນຂໍ້ຕົກລົງຂອງລັດຖະມົນຕີໃນທ້າຍເດືອນທີ່ຜ່ານມາ ກ່ຽວກັບການອະນຸຍາດໃຫ້ເຈົ້າໜ້າທີ່ຊັບພະຍາກອນທຳມະຊາດທຳການຄຸ້ມຄອງທຸລະກິດການຂຸດເຈາະນ້ຳສ້າງນ້ຳບາດານໃນທົ່ວປະເທດ.ນີ້ກໍເນື່ອງຈາກວ່າ ທຸລະກິດຂຸດເຈາະນ້ຳສ້າງນ້ຳບາດານດັ່ງກ່າວມີການຂະຫຍາຍຕົວຢ່າງວ່ອງໄວ. ມີປະຊາຊົນຈຳນວນຫຼາຍ ໂດຍສະເພາະໃນຊົນນະບົດ ໃຊ້ບໍລິການທຸລະກິດດັ່ງກ່າວໃນການຂຸດເຈາະນ້ຳບາດານ ເພື່ອຈຸດປະສົງການນຳໃຊ້ພາຍໃນຄົວເຮືອນ, ການລ້ຽງສັດ, ການປູກຝັງ, ຫຼື ເພື່ອການຄ້າ.ອ່ານຕໍ່ ...
ເອກະພອນ ພູທອນສີ
ສະໂມສອນໂຣແຕຣີແລັດເນີ ນຳພາດຳເນີນໂຄງການກ່ຽວກັບນ້ຳໃຊ້ສຳລັບຊຸມຊົນບ້ານໃນລາວ
ບ້ານໃນເຂດຫ່າງໄກຂອງລາວ ເຊິ່ງເປັນປະເທດທີ່ໄດ້ຮັບຜົນສະທ້ອນຈາກການຖິ້ມລະເບີດຫຼາຍທີ່ສຸດໃນປະຫວັດສາດ ມີປະຊາກອນໜຶ່ງໃນສາມເສຍຊີວິດໃນສະໄໝສົງຄາມ ຍັງບໍ່ມີການເຂົ້າເຖິງແຫຼ່ງນ້ຳສະອາດ ເຊິ່ງສົ່ງຜົນຕໍ່ສຸຂະພາບ ແລະ ການສຶກສາຂອງເດັກ.ບ້ານຊຽງດາ ໄດ້ມີນ້ຳປະປາໃຊ້ເປັນຄັ້ງທຳອິດ ເຮັດໃຫ້ເດັນນ້ອຍ ແລະ ແມ່ຍິງບໍ່ຈຳເປັນຕ້ອງເດີນທາງໄກໄປຂົນນ້ຳຈາກບ່ອນອື່ນເພື່ອມາໃຊ້ໃນໂຮງຮຽນ ແລະ ຄົວເຮືອນ. ນີ້ຍ້ອນມີການຊ່ວຍເຫຼືອຈາກສະໂມສອນໂຣແຕຮີ ລັດເນີ ແລະ ສະໂມສອນໃນ ບີຊີ ອອນຕາຮິໂອ ລວມທັງ ແລະ ສະໂມສອນ ຊໍເວີເຊັນ.ອ່ານຕໍ່ ...
ເດວຕາ ອອບຕິມີສ