ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ບໍ່ໄດ້ຮັບຜົນກະທົບຈາກເຫດແຜ່ນດິນໄຫວທີ່ເກີດຂຶ້ນ
ວຽງຈັນ, 21 ພະຈິກ (Xinhua) — ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ຜູ້ຮັບຜິດຊອບການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ທາງພາກເໜືອຂອງລາວ, ລາຍງານໃນວັນພະຫັດນີ້ວ່າ ການກໍ່ສ້າງເສັ້ນທາງລົດໄຟ ບໍ່ໄດ້ຮັບຜົນກະທົບຈາກເຫດແຜ່ນດິນໄຫວລະດັບຕື້ນທີ່ເກີດຂຶ້ນ.ເຫດແຜ່ນດິນໄຫວຂະໜາດ 6.1 ດັ່ງກ່າວ ແມ່ນເກີດຂຶ້ນຢູ່ເຂດຊາຍແດນລະຫວ່າງພາກເໜືອຂອງໄທ ແລະ ລາວ ໃນເວລາ 6:50 ໂມງ ຂອງວັນພະຫັດນີ້ ໃນລະດັບຄວາມເລິກ 10 ກມ, ຕາມໜ່ວຍງານສຳຫຼວດທໍລິນີວິທະຍາຂອງສະຫະລັດ.ອ່ານຕໍ່ ...
huaxia
ວິສາຫະກິດຮ່ວມປະສົມລາວ-ຈີນ ຈະເປັນຜູ້ສະໜອງພະລັງງານສຳລັບເສັ້ນທາງລົດໄຟໃໝ່
ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດ China Southern Power Grid (CSG) ແລະ ລັດວິສາຫະກິດໄຟຟ້າລາວ (EDL) ຈະຮ່ວມທີມກັນ ໃນການສະໜອງພະລັງງານ ສຳລັບເສັ້ນທາງລົດໄຟໃໝ່ ເຊິ່ງໄດ້ມີພິທີຖະແຫຼງການຈັດຕັ້ງວິສາຫະກິດຮ່ວມປະສົມ ທີ່ວຽງຈັນ ໃນອາທິດແລ້ວນີ້.ວິສາຫະກິດຮ່ວມປະສົມດັ່ງກ່າວ ໃສ່ຊື່ຢ່າງເປັນທາງການວ່າ ບໍລິສັດການລົງທຶນດ້ານພະລັງງານລາວ-ຈີນ. ທ່ານ ປອ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ປີ້ ຢາຊຽງ ຮອງປະທານບໍລິສັດ CSG ໄດ້ຮ່ວມຖະແຫຼງກ່ຽວກັບການເປີດຕົວວິສາຫະກິດຮ່ວມປະສົມດັ່ງກ່າວ ພາຍໃຕ້ການເປັນສັກຂີພະຍານຂອງທ່ານ ຈຽງ ໄຈຕົງ ເອກອັກຄະລັດຖະທູດຈີນປະຈຳລາວ. ອ່ານຕໍ່ ...
ໂຕະຂ່າວ
ທາງລົດໄຟລາວ-ຈີນ ສຳເລັດແລ້ວ 78 ສ່ວນຮ້ອຍ
ວຽງຈັນ (ວຽງຈັນທາມສ໌/ANN) – ການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ໄລຍະທາງ 414-ກມ ຈາກຊາຍແດນຈີນ ເຖິງນະຄອນຫຼວງວຽງຈັນ ດຳເນີນໄປໄດ້ດີ ແລະ ປະຈຸບັນແມ່ນສຳເລັດແລ້ວ 78.2 ສ່ວນຮ້ອຍ.ຕາມບົດລາຍງານຂອງຄະນະຄຸ້ມຄອງຄອງການ ເມື່ອວັນທີ 30 ກັນຍາ, ໂຄງສ້າງທີ່ສຳຄັນທຸກຢ່າງ ເຊັ່ນ ອຸໂມງ, ຂົວ, ແລະ ຕົວຮອງຮັບທາງລົດໄຟຊັ້ນເທິງ ແມ່ນກໍ່ສ້າງສຳເລັດແລ້ວ. ແຕ່ວ່າການປູລາງລົດໄຟ ພ້ອມດ້ວຍອຸປະກອນອຳນວຍຄວາມສະດວກອື່ນໆ ຍັງບໍ່ທັນສຳເລັດ ເນື່ອງຈາກຢູ່ໃນຂໍ້ຕົກລົງຄົນລະສະບັບ.ອ່ານຕໍ່ ...
ໂຕະຂ່າວ
ລັດຖະບານລາວ ກຽມພ້ອມເປີດເສັ້ນທາງລົດໄຟລາວ-ຈີນໃນປີ 2021
ວຽງຈັນ – ເຈົ້າໜ້າທີ່ກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ກຳລັງຮຽນຮູ້ກ່ຽວກັບການປະຕິບັດການທາງລົດໄຟຈາກຜູ້ຊ່ຽວຊານຈີນ ທີ່ນະຄອນຫຼວງວຽງຈັນ ເພື່ອກະກຽມສຳລັບການເປີດເສັ້ນທາງລົດໄຟລາວ-ຈີນ ໃນປີ 2021.ຫຼັກສູດຝຶກອົບຮົມກ່ຽວກັບເທັກໂນໂລຢີທາງລົດໄຟຂັ້ນສຸດທ້າຍ ກຳລັງຈັດຂຶ້ນທີ່ສູນຝຶກອົບຮົມສູນກາງແນວລາວສ້າງຊາດ ແຕ່ວັນສຸກແລ້ວນີ້ ເຖິງວັນທີ 28 ພະຈິກ, ເຊິ່ງມີຜູ້ເຂົ້າຮ່ວມຫຼັກສູດດັ່ງກ່າວ 45 ຄົນ, ຕາມການລາຍງານຂອງສຳນັກຂ່າວທ້ອງຖິ່ນ ວຽງຈັນທາມສ໌ໃນວັນຈັນນີ້.ອ່ານຕໍ່ ...
Xinhua News
ອິນໂດເນເຊຍແຈ້ງວັນທີ່ເລີ່ມຕົ້ນໂຄງການກໍ່ສ້າງເສັ້ນທາງລົດໄຟຫວຽດ-ລາວ ມູນຄ່າ $1.9 ຕື້ໂດລາ
ສະມາຄົມກໍ່ສ້າງທາງລົດໄຟອິນໂດເນເຊຍ ໄດ້ຖະແຫຼງແຜນການກໍ່ສ້າງເສັ້ນທາງລົດໄຟເຊື່ອມຕໍ່ລະຫວ່າງຫວຽດນາມ ແລະ ລາວ ທີ່ຈະເລີ່ມໃນປີ 2021 ໃນມູນຄ່າ $1.9 ຕື້ໂດລາ.ສະມາຄົມດັ່ງກ່າວແມ່ນປະກອບດ້ວຍບໍລິສັດ INKA, ເຊິ່ງເປັນບໍລິສັດທາງລົດໄຟແຫ່ງລັດຂອງອິນໂດເນເຊຍ, ແລະ ບໍລິສັດທາງລົດໄຟອິນໂດເນເຊຍ ເຊິ່ງເປັນຜູ້ດຳເນີນການຫຼັກ. ນອກຈາກນີ້ ຍັງປະກອບໄປດ້ວຍ ບໍລິສັດໄຟຟ້າ Len Industri ແລະ ບໍລິສັດຜູ້ຮັບເໝົາ Waskita Karya.ທາງສະມາຄົມໄດ້ລົງນາມໃນຂໍ້ຕົກລົງການຮ່ວມມືກັບບໍລິສັດ HT ກໍ່ສ້າງຂອງຫວຽດນາມ ແລະ ບໍລິສັດ ປີໂຕຼເທຼດຂອງລາວ.ອ່ານຕໍ່ ...
GCR Staff
ລັດຖະບານອະນຸມັດໃຫ້ບໍລິສັດ ປີໂຕຼເທຼດ ດຳເນີນໂຄງການພັດທະນາເສັ້ນທາງລົດໄຟລາວ-ຫວຽດ
ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານລາວໄດ້ມອບໝາຍໃຫ້ບໍລິສັດ ປິໂຕຼລຽມເທຼດດິງລາວມະຫາຊົນ (ປີໂຕຼເທຼດ) ດຳເນີນການສຶກສາຄວາມເປັນໄປໄດ້ ກ່ຽວກັບໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຫວຽດ ແຕ່ເມືອງທ່າແຂກ ແຂວງຄຳມ່ວນ ຫາຊາຍແດນຫວຽດນາມ.ກະຊວງແຜນການ ແລະ ການລົງທຶນ ໃນນາມຂອງລັດຖະບານລາວ ແລະ ບໍລິສັດ ປີໂຕຼເທຼດ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ ທີ່ນະຄອນວຽງຈັນໃນວັນອັງຄານນີ້ ເພື່ອດຳເນີນການສຶກສາຄວາມເປັນໄປໄດ້ ແລະ ອອກແບບລາຍລະອຽດສຳລັບເສັ້ນທາງລົດໄຟດັ່ງກ່າວ.ອ່ານຕໍ່ ...
ໂຕະຂ່າວ
ການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ສຳເລັດແລ້ວເກືອບ 80 ສ່ວນຮ້ອຍ
NANNING, 22 ກັນຍາ (Xinhua) — ການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ສຳເລັດແລ້ວເກືອບ 80 ສ່ວນຮ້ອຍ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີຂອງລາວກ່າວເປີດເຜີຍໃນວັນເສົານີ້.ເສັ້ນທາງດັ່ງກ່າວຈະເປັນພື້ນຖານໂຄງລ່າງຕົ້ນຕໍສຳລັບເສັ້ນທາງເສດຖະກິດລະຫວ່າງສອງປະເທດ ແລະ ຊ່ວຍສົ່ງເສີມຂະແໜງການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ທ່ານ ສອນໄຊກ່າວໃນງານວາງສະແດງສິນຄ້າຈີນ-ອາຊຽນ ເຊິ່ງຈັດຢູ່ເມືອງໜານໜິງ ເມືອງຫຼວງຂອງເຂດປົກຄອງຕົນເອງກວາງສີຈວງຂອງຈີນ.ເສັ້ນທາງລົດໄຟລາວ-ຈີນ ເຊິ່ງຈະໃຫ້ບໍລິການໃນຄວາມໄວ 160 ກມ ຕໍ່ຊົ່ວໂມງ ຄາດວ່າຈະເປີດດຳເນີນການໃນປີ 2021.ອ່ານຕໍ່ ...
Li Xia
http://www.xinhuanet.com/english/2019-09/22/c_138412982.htm
ລາວຊຸກຍູ້ການພັດທະນາເສັ້ນທາງລົດໄຟເພື່ອການເຊື່ອມຕໍ່ໃນພາກພື້ນ
ວຽງຈັນ (ວຽງຈັນທາມສ໌/ANN) – ລາວພວມເດີນໜ້າສົ່ງເສີມການພັດທະນາເສັ້ນທາງລົດໄຟ ເພື່ອເສີມຂະຫຍາຍຜົນປະໂຫຍດທາງດ້ານເສດຖະກິດຕາມແລວທາງການຂົນສົ່ງຫຼາຍຊ່ອງທາງ ເພື່ອການເຊື່ອມຕໍ່ພາກພື້ນ.ເຈົ້າໜ້າທີ່ການນຳໂຍທາທິການ ແລະ ຂົນສົ່ງ ຍົກສູງພາລະກິດຂອງລັດຖະບານ ຈາກຄຳເຫັນໃນກອງປະຊຸມກຸ່ມເຮັດວຽກກ່ຽວກັບເສັ້ນທາງລົດໄຟສິງກະໂປ-ຄຸນໝິງ (SWG-SKRL) ທີ່ວຽງຈັນໃນວັນພະຫັດຜ່ານມານີ້.ອ່ານຕໍ່ ...
ສົມໄຊ ແສງດາຣາ
http://annx.asianews.network/content/laos-pushing-rail-link-development-regional-connectivity-103545
ລາວຕ້ອງຂົນສົ່ງສິນຄ້າຜ່ານຖ້ຽວລົດໄຟຂ້າມຊາຍແດນໃຫ້ຫຼາຍຂຶ້ນ
ວຽງຈັນ (ວຽງຈັນທາມສ໌/ANN) – ການບໍລິການຂົນສົ່ງສິນຄ້າທາງລົດໄຟຂ້າມຊາຍແດນທີ່ຫາກໍ່ເປີດໂຕ ຕ້ອງການການຂົນສົ່ງສິນຄ້າຈາກລາວໄປໄທທີ່ເພີ່ມຂຶ້ນເພືື່ອຄວາມສຳເລັດທາງທຸລະກິດ.ຂະບວນລົດໄຟດັ່ງກ່າວສາມາດຂົນສົ່ງສິນຄ້າ 10 ເຖິງ 20 ຕູ້ເຂົ້າ ແລະ ອອກປະເທດ, ແຕ່ວ່າປະເທດລາວມີຈຳນວນຜູ້ສົ່ງອອກໜ້ອຍກວ່າຈຳນວນຜູ້ນຳເຂົ້າ. ນີ້ແມ່ນບັນຫາທີ່ພາກສ່ວນທີ່ກ່ຽວຂ້ອງຕ້ອງຮ່ວມກັນແກ້ໄຂ.ອ່ານຕໍ່ ...
ໂຕະຂ່າວ
http://annx.asianews.network/content/more-lao-cargo-needed-fill-cross-border-freight-train-101904
ລາວເປີດໂຕການບໍລິການລົດໄຟຂົນສົ່ງສິນຄ້າຖ້ຽວທຳອິດ
ການບໍລິການລົດໄຟຂົນສົ່ງສິນຄ້າຖ້ຽວທຳອິດເພື່ອເຂົ້າ ແລະ ອອກປະເທດລາວໄດ້ມີການເປີດຕົວໃນມື້ວານນີ້, ເຊິ່ງມີການຂົນສົ່ງເບຍລາວຂ້າມຂົວມິດຕະພາບໄທ-ລາວ.ປະຈຸບັນສາມາດຂົນສົ່ງສິນຄ້າຈາກສະຖານນີລົດໄຟສາງທ່ານາແລ້ງ ວຽງຈັນຂອງລາວ ຜ່ານເສັ້ນທາງລົດໄຟໄປເຖິງທ່າເຮືອແຫຼມຊະບັງຂອງໄທໄດ້ແລ້ວ.ອ່ານຕໍ່ ...
The Laotian Times
https://laotiantimes.com/2019/08/02/first-freight-train-launched-from-laos/