ພື້ນຖານໂຄງລ່າງ

ຜູ້ຢູ່ອາໄສທີ່ໄດ້ຮັບຜົນກະທົບຈາກໂຄງການທາງດ່ວນວຽງຈັນຄວນຮຽກຮ້ອງຄ່າເສຍຫາຍກ່ອນທ້າຍເດືອນມັງກອນນີ້

ວຽງຈັນ (ວຽງຈັນທາມສ໌/ANN) – ອຳນາດການປົກຄອງແຈ້ງຕໍ່ປະຊາຊົນ ແລະ ອົງການຈັດຕັ້ງຕ່າງໆ ທີ່ຊັບສິນຂອງຕົນຕັ້ງຢູ່ໃນເຂດແຜນການຕັດເສັ້ນທາງດ່ວນວຽງຈັນ ໃຫ້ເຮັດລາຍການຊັບສິນທີ່ຈະໄດ້ຮັບຜົນກະທົບ ແລະ ຍື່ນຕໍ່ເຈົ້າໜ້າທີ່ເພື່ອຮຽກຮ້ອງຄ່າຊົດເຊີຍພາຍໃນທ້າຍເດືອນນີ້.ຫ້ອງການປົກຄອງເມືອງໄຊເສດຖາ ແລະ ໄຊທານີ ໄດ້ອອກແຈ້ງການສະເພາະຕໍ່ສື່ມວນຊົນທ້ອງຖິ່ນ ກ່ຽວກັບການວາງກຳນົດການບໍ່ໃຫ້ເກີນວັນທີ 30 ມັງກອນນີ້ ເນື່ອງຈາກຍັງມີເຈົ້າຂອງຊັບສິນຫຼາຍລາຍທີ່ຍັງບໍ່ທັນຍື່ນຄຳຮ້ອງ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ລັດຖະບານລົງທຶນໂຄງການນ້ຳປະປາສຳລັບຊາວນະຄອນວຽງຈັນ

 ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານລົງທຶນເພີ່ມເຕີມໃນການຂະຫຍາຍໂຄງລ່າງນ້ຳປະປາ ຈີ່ນາຍໂມ້ ເພື່ອຮັບປະກັນການສະໜອງນ້ຳຢ່າງພຽງພໍສຳລັບຊາວນະຄອນຫຼວງວຽງຈັນ.ໂຄງການດັ່ງກ່າວປະຈຸບັນແມ່ນກຳລັງດຳເນີນການດ້ານລາຍລະອຽດຂັ້ນສຸດທ້າຍ ຫຼັງຈາກທີ່ລັດຖະບານຍີ່ປຸ່ນຕົກລົງອະນຸມັດທຶນກູ້ຢືມໃນປີ 2016, ຕາມລັດວິສາຫະກິດນ້ຳປະປານະຄອນຫຼວງ (NPNL).ອ່ານຕໍ່ ...

ໂຕະຂ່າວ

ສະຄູດຈະເປີດຕົວຖ້ຽວບິນສາຍກົງ ສິງກະໂປ-ລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ສະຄູດ ສາຍການບິນລາຄາຍ່ອມເຍົາຂອງສິງກະໂປແອລາຍ ຈະພ້ອມໃຫ້ບໍລິການຖ້ຽວບິນ ສິງກະໂປ-ລາວ ໃນເດືອນເມສາປີນີ້ ໃນລາຄາປີ້ຍົນເລີ່ມຕົ້ນ US$88 ໂດລາ ຕາມການເປີດເຜີຍໃນວານນີ້.ສະຄູດຈະໃຫ້ບໍລິການບິນຮັບສົ່ງຈາກສິງກະໂປ ຫາວຽງຈັນ ຫາຫຼວງພະບາງ. ເຊິ່ງຖ້ຽວບິນຈະເລີ່ມຈາກສິງກະໂປ ໄປຫາຫຼວງພະບາງ ຕາມດ້ວຍວຽງຈັນ ກ່ອນທີ່ຈະບິນກັບໄປສິງກະໂປ ຕາມຂໍ້ມູນຈາກ Straits Times ໜັງສືພິມຊັ້ນນຳຂອງສິງກະໂປ.ອ່ານຕໍ່ ...

ໂຕະຂ່າວ

ໂຄງການທາງລົດໄຟຈີນໃນລາວເຮັດໃຫ້ຊາວກະສິກອນປະສົບຄວາມຫຍຸ້ງຍາກ

ໂຄງການທາງລົດໄຟ ເພື່ອເຊື່ອມຕໍ່ປະເທດລາວທີ່ບໍ່ມີຊາຍແດນຕິດທະເລ ເຂົ້າກັບປະເທດຈີນ ຄາດວ່າຈະສ້າງປະໂຫຍດທາງດ້ານເສດຖະກິດໃຫ້ແກ່ປະເທດລາວ ດ້ວຍການຫຼຸດຜ່ອນຕົ້ນທຶນການສົ່ງອອກ ແລະ ສິນຄ້າບໍລິໂພກ ເຊິ່ງຈະຊ່ວຍສົ່ງເສີມການພັດທະນາເສດຖະກິດສັງຄົມບົນຜືນແຜ່ນດິນອັນທຸກຍາກທີ່ມີປະຊາກອນເກືອບເຈັດລ້ານຄົນນີ້.ແຕ່ທັງນີ້ທັງນັ້ນ ໂຄງການທາງລົດໄຟດັ່ງກ່າວ ເຊິ່ງຄາດວ່າຈະສຳເລັດໃນປີ 2021 ໄດ້ສົ່ງຜົນກະທົບຕໍ່ 4,400 ຄອວຄົວໂດຍປະມານທີ່ຕ້ອງເສຍສະຫຼະທີ່ດິນຂອງຕົນ. ຕາມດຳລັດສະບັບເລກທີ 84 ເດືອນເມສາ 2016, ພົນລະເມືອງລາວທີ່ຕ້ອງສູນເສຍທີ່ດິນໃຫ້ແກ່ໂຄງການພັດທະນາຕ້ອງໄດ້ຮັບເງິນຊົດເຊີຍສຳລັບການສູນເສຍລາຍຮັບ, ຊັບສິນ, ເຄື່ອງປູກຂອງຝັງ ແລະ ພືດພັນທັນຍາຫານ.ອ່ານຕໍ່ ...

RFA’s Lao Service

ຂະແໜງການກໍ່ສ້າງໃນລາວຕັ້ງເປົ້າຂະຫຍາຍຕົວຢ່າງເຂັ້ມແຂງໃນປີ 2019

ວຽງຈັນ (Vientiane Times/ANN) – ລາວຄາດວ່າຂະແໜງການກໍ່ສ້າງໃນປີນີ້ຈະຂະຫຍາຍຕົວຢ່າງໜ້ອຍ 10% ພາຍໃຕ້ມາດຕະການຂອງລັດຖະບານໃນການສົ່ງເສີມການລົງທຶນ ແລະ ກະຕຸ້ນເສດຖະກິດ.ທ່າອ່ຽງດັ່ງກ່າວແມ່ນມາຈາກຫຼາຍປັດໄຈ ເຊັ່ນ ການລົງທຶນດ້ານການບໍລິການ, ການພັດທະນາພື້ນຖານໂຄງລ່າງ ແລະ ອະສັງຫາລິມະຊັບ ເຊິ່ງມີສ່ວນພົວພັນກົມກຽວກັນຢ່າງແໜ້ນແຟ້ນ.ອ່ານຕໍ່ ...

ໂຕະຂ່າວ

ການກໍ່ສ້າງທາງດ່ວນວຽງຈັນໄລຍະ 15 ກມ ຈະເລີ່ມລົງມືໃນໄວໆນີ້

ການກໍ່ສ້າງທາງດ່ວນເພື່ອເຊື່ອມຕໍ່ສູນການຕົວເມືອງກັບເຂດຊານເມືອງວຽງຈັນຈະເລີ່ມລົງມືໃນເດືອນໜ້າ ຕາມການລາຍງານຂອງການນຳລັດຖະບານ.ການກໍ່ສ້າງທາງໄລຍະ 15 ກມ ຈະຊ່ວຍຫຼຸດຜ່ອນບັນຫາລົດຕິດ ແລະ ຮອງຮັບຄວາມຕ້ອງການໃນການສັນຈອນທີ່ເພີ່ມຂຶ້ນຂອງຕົວເມືອງ ໃຫ້ມີຄວາມວ່ອງໄວ ແລະ ສະດວກສະບາຍ.ອ່ານຕໍ່  ...

ສຸກສາຄອນ ແຫວນແກ້ວ

ໂຄງການບູລະນະຖະໜົນຕ້ອງໃຊ້ງົບ 1,200 ພັນຕື້ກີບ

(ຂປລ) ກົມຂົວທາງກ່າວວ່າຕ້ອງໃຊ້ງົບປະມານ 1,200 ພັນຕື້ກີບ ໃນການຈັດຕັ້ງປະຕິບັດ 20 ໂຄງການ ແລະ 148 ສັນຍາຮັບເໝົາໃນການກໍ່ສ້າງ ແລະ ບູລະນະຖະໜົນຫົນທາງໃນທົ່ວປະເທດ.ໃນຈຳນວນງົບປະມານດັ່ງກ່າວ, 896 ຕື້ກີບແມ່ນຈະໃຊ້ໃນການບູລະນະ ແລະ ສ້ອມແປງຖະໜົນ, 251 ຕື້ ແມ່ນສຳລັບຍົກລະດັບຖະໜົນ, ແລະ ອີກ 93 ຕື້ ແມ່ນສຳລັບການຕິດຕັ້ງທໍ່ລະບາຍນ້າ ແລະ ຂອບທາງ.ອ່ານຕໍ່ ...

ບັນນາທິການ ຂປລ

ອຸປະຕິເຫດຕາມທ້ອງຖະໜົນມີຜູ້ເສຍຊີວິດກວ່າ 200 ຄົນໃນວຽງຈັນໃນຊ່ວງປີໃໝ່ 2019

(ຂປລ) ໃນຊ່ວງການສະເຫຼີມສະຫຼອງປີໃໝ່ສາກົນ 2019 ທີ່ວຽງຈັນມີຜູ້ເສຍຊີວິດຍ້ອນອຸປະຕິເຫດຕາມທ້ອງຖະໜົນແລ້ວ 238 ຄົນ. ເຖິງຢ່າງໃດກໍຕາມ ຍອດຜູ້ເສຍຊີວິດກໍມີການຫຼຸດລົງ 5% ທຽບກັບປີຜ່ານມາ. ປີນີ້ມີຈຳນວນການເກີດອຸປະຕິເຫດຫຼຸດລົງ 36%.ອ່ານຕໍ່ ...

ບັນນາທິການ ຂປລ

ການເປີດເສລີດ້ານການຂົນສົ່ງອາດຊ່ວຍຫຼຸດຕົ້ນທຶນດ້ານການບໍລິການຂົນສົ່ງ: ຕາມຜົນຄົ້ນຄວ້າຫຼ້າສຸດ

ການຄົ້ນຄວ້າຫຼ້າສຸດສະແດງວ່າ ຕົ້ນທຶນດ້ານການບໍລິການຂົນສົ່ງໃນລາວອາດຖືກລົງ ຖ້າລັດຖະບານລາວອະນຸຍາດໃຫ້ບໍລິສັດຕ່າງປະເທດໃນການໃຫ້ບໍລິການ.ການຄົ້ນຄວ້າ ພາຍໃຕ້ການສະໜັບສະໜູນທຶນຂອງກຸ່ມທະນາຄານໂລກ ແລະ ຄູ່ຮ່ວມພັດທະນາສາກົນໃນລາວ ສະແດງວ່າຕົ້ນທຶນຂອງການບໍລິການຂົນສົ່ງຕາມເສັ້ນທາງ ອາດຫຼຸດຜ່ອນລົງໄດ້ ຖ້າລັດຖະບານອະນຸຍາດໃຫ້ບໍລິສັດຕ່າງປະເທດເຂົ້າມາດຳເນີນກິດຈະການ ແທນທີ່ການຜູກຂາດບໍລິສັດຂົນສົ່ງພາຍໃນ.ອ່ານຕໍ່ ...

ເອກະພອນ ພູທອນສີ

ສະຖານນີກະຈາຍສັນຍານພາຍໃຕ້ທຶນຂອງຫວຽດນາມເລີ່ມໃຫ້ບໍລິການ

(ຂປລ/VNA) ສະຖານນີສົ່ງສັນຍານວິທະຍຸ ແລະ ໂທລະທັດພາຍໃຕ້ທຶນຂອງຫວຽດນາມເລີ່ມໃຫ້ບໍລິການໃນແຂວງສະຫວັນນະເຂດ ທາງພາກກາງຂອງລາວ ຕັ້ງແຕ່ວັນທີ 25 ທັນວາ ພາຍຫຼັງການກໍ່ສ້າງສາມປີ.ສະຖານນີກະຈາຍສັນຍານໃນເນື້ອທີ 10,000 ຕາແມັດ ໄດ້ຮັບການສ້າງຕັ້ງຂຶ້ນດ້ວຍທຶນການກໍ່ສ້າງລວມເກືອບ 115 ຕື້ດົງຫວຽດນາມ (4.9 ລ້ານໂດລາ) ພາຍໃຕ້ທຶນຊ່ວຍເຫຼືອລ້າຂອງລັດຖະບານຫວຽດນາມ.ອ່ານຕໍ່ ...

ບັນນາທິການ ຂປລ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

C3UWh
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!