ພື້ນຖານໂຄງລ່າງ

ນັກຂັບຂີ່ລາວທີ່ມີໃບອະນຸຍາດສາມາດຂັບຂີ່ຕາມທ້ອງຖະໜົນໃນອາຊຽນ

ອຳນາດການປົກຄອງທ້ອງຖິ່ນໄດ້ຊີ້ແຈງວ່າ ນັກຂັບຂີ່ລາວທີ່ຖືໃບອະນຸຍາດຂັບຂີ່ສາກົນສາມາດຂັບຂີ່ຍານພາຫະນະໄດ້ຢ່າງເສລີ ໃນບັນດາປະເທດຕ່າງໆທົ່ວໂລກທີ່ລາວໄດ້ລົງນາມໃນອະນຸສັນຍາທີ່ກ່ຽວຂ້ອງ.ນອກນີ້ ນັກຂັບຂີ່ທີ່ຖືໃບຂັບຂີ່ລາວແມ່ນມີສິດຂັບຂີ່ໃນບັນດາປະເທດອາຊຽນໄດ້ຢ່າງເປັນທາງການ ຖ້າຫາກວ່າມີຊື່ໃນໃບຂັບຂີ່ເປັນພາສາອັງກິດ.ອ່ານຕໍ່ ...

ໄພສີທອງ ຈັນດາລາ

ລາວວອນຍີ່ປຸ່ນໃຫ້ສືບຕໍ່ຊ່ວຍເຫຼືອໃນການປັບປຸງລະບົບນ້ຳປະປາ

ລັດຖະບານຈະຮ້ອງຂໍຍີ່ປຸ່ນໃຫ້ສືບຕໍ່ຊ່ວຍເຫຼືອທາງດ້ານການເງິນ ແລະ ວິຊາການໃນການປັບປຸງລັດວິສາຫະກິດນ້ຳປະປາວຽງຈັນ ເພື່ອເພີ່ມທ່າແຮງໃນການເຂົ້າເຖິງນ້ຳປະປາຂອງປະຊາຊົນ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ລັດວິສາຫະກິດລົດເມນະຄອນຫຼວງປັບຂຶ້ນຄ່າໂດຍສານ

(ຂປລ) ລັດວິສາຫະກິດລົດເມນະຄອນຫຼວງ (VSBE) ປັບຂຶ້ນຄ່າໂດຍສານເປັນສອງເທົ່າສຳລັບນັກຮຽນທີ່ນຳໃຊ້ລົດເມໂດຍສານສາຍທ່າງ່ອນ, ດົງໂດກ ແລະ ໂພນຕ້ອງ-ດົງໂດກ.ການຂຶ້ນຄ່າລົດເມດັ່ງກ່າວແມ່ນສຳລັບຜູ້ທີ່ນຳໃຊ້ບັດຂຶ້ນລົດເມໄຟຟ້າແບບຫົກເດືອນ ແລະ ໜຶ່ງປີ. ການປັບຂຶ້ນຄ່າໂດຍສານດັ່ງກ່າວແມ່ນມີຜົນຕັ້ງແຕ່ວັນທີ 5 ພະຈິກເປັນຕົ້ນໄປ.ອ່ານຕໍ່ ...

ຂປລ

ນັກວິໄຈຊີ້: ເສັ້ນທາງລົດໄຟລາວ-ຈີນ ຈະເປີດກວ້າງການສ້າງເຂດເສດຖະກິດພິເສດ  

ອົງການຄົ້ນຄວ້າເສດຖະກິດອັນດັບຕົ້ນຂອງລັດຖະບານແນະນຳ ການລົງທຶນຄວນສຸມໃສ່ຫຼາຍຂົງເຂດ ເຊິ່ງເນັ້ນການໃຊ້ປະໂຫຍດ ແລະ ສ້າງປະໂຫຍດສູງສຸດຈາກເສັ້ນທາງລົດໄຟ ລາວ-ຈີນ.ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ (NERI) ສະເໜີໃນການສຳຫຼວດຫຼ້າສຸດທີ່ມີການເຜີຍແຜ່ຫວ່າງມໍ່ໆມານີ້ວ່າ ມັນມີຄວາມເປັນໄປໄດ້ທີ່ຈະສ້າງເຂດເສດຖະກິດພິເສດ (SEZs) ລຽບຕາມສາຍທາງລົດໄຟຄວາມໄວສູງໄລຍະ 407 ກມ, ໂດຍສຸມໃສ່ການຂະຫຍາຍເຂດອຸດສາຫະກຳ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ບົດວິພາກເສດຖະກິດສຳລັບເສັ້ນທາງດ່ວນວຽງຈັນ-ປາກເຊ ຕອນທີ 4 ມີແຜນລິເລີ່ມ

ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ບໍລິສັດກໍ່ສ້າງຂົວທາງແຫ່ງປະເທດຈີນ (CRBC) ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈກ່ຽວກັບບົດວິພາກເສດຖະກິດຂອງເສັ້ນທາງດ່ວນແຕ່ວຽງຈັນຫາປາກເຊ ຕອນທີ 4 ໃນວັນຈັນທີ່ຜ່ານມາ.ຕອນທາງດັ່ງກ່າວແມ່ນນັບແຕ່ເສັ້ນທາງເລກທີ 15 ແຂວງສາລະວັນ ຫາເມືອງປາກເຊ ແຂວງຈຳປາສັກ, ມີໄລຍະທາງລວມ 82 ກມ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ບໍລິສັດຮັບເໝົາ ເລັ່ງມືການກໍ່ສ້າງເສັ້ນທາງ ດອນນົກຂຸ້ມ-450 ປີ

ບໍລິສັດຮັບເໝົາກໍ່ສ້າງເສັ້ນທາງໄລຍະ 11 ກມ ແຕ່ບ້ານດອນນົກຂຸ້ມ ເມືອງສີສັດຕະນາກ ຫາເສັ້ນທາງ 450 ປີ ເມືອງໄຊເສດຖາ ກຳລັງເລັ່ງມືຂະບວນການກໍ່ສ້າງ ,ແນໃສ່ສຳເລັດໂຄງການພາຍໃນທ້າຍປີ 2019.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ມືສະອາດ - ເຄັດລັບເພື່ອຮັກສາສຸຂະພາບ

(ຂປລ) ການສົ່ງເສີມຄວາມຮູ້ ແລະ ຄວາມເຂົ້າໃຈກ່ຽວກັບຄວາມສຳຄັນໃນການລ້າງມືດ້ວຍສະບູ ແມ່ນວິທີການໃນການປ້ອງກັນພະຍາດ ແລະ ຮັກສາສຸຂະພາບທີ່ງ່າຍ ແລະ ມີປະສິດທິຜົນ.ດັ່ງນັ້ນ ກະຊວງສຶກສາທິການ ແລະ ກິລາ ຈຶ່ງໄດ້ຈັດສະເຫຼີມສະຫຼອງວັນລ້າງມືໂລກ 2018 ທີ່ໂຮງຮຽນປະຖົມທ່າເດື່ອ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.ອ່ານຕໍ່ ...

ຂປລ

ການບິນລາວຈະເປີດຖ້ຽວບິນໄປເມືອງສາງຊາ

ຫຼວງພະບາງ, 18 ຕຸລາ 2018: ບໍລິສັດການບິນລາວຈະເປີດຖ້ຽວບິນ ເພື່ອດຶງດູດນັກທ່ອງທ່ຽວຈີນຈາກເມືອງສາງຊາ ເຂົ້າມາເມືອງມໍລະດົກໂລກຫຼວງພະບາງ. ຖ້ຽວບິນດັ່ງກ່າວ ເຊິ່ງຈະເລີ່ມໃນວັນທີ 31 ຕຸລານີ້, ເປັນຖ້ຽວບິນລາຍອາທິດ ມີແຜນການບິນທຸກໆວັນພຸດ ແຕ່ຍັງບໍ່ສາມາດຈອງຜ່ານທາງເວັບໄຊຂອງການບິນລາວເທື່ອ.ອ່ານຕໍ່ ...

ດອນ ຣອສ໌

ຄະນະກຳມະການຄວາມປອດໄພທາງອາກາດຫາລືເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານການບິນພົນລະເຮືອນ

ຄະນະກຳມະການແຫ່ງຊາດເພື່ອສົ່ງເສີມຄວາມປອດໄພດ້ານການບິນພົນລະເຮືອນ ພົບປະກັນວານນີ້ເພື່ອຫາລືວິທີສ້າງຄວາມເຂັ້ມແຂງດ້ານຄວາມປອດໄພ ສຳລັບຜູ້ເດີນທາງທາງອາກາດແຫ່ງຊາດທັງພາຍໃນ ແລະ ຕ່າງປະເທດ.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ການກໍ່ສ້າງເສັ້ນທາງແຫ່ງຊາດເລກທີ 11 ຈະເລີ່ມລົງມືໃນປີນີ້

ການກໍ່ສ້າງຕອນທາງຂອງເສັ້ນທາງແຫ່ງຊາດເລກທີ 11 ແຕ່ບ້ານໂຄກເຂົ້າດໍ-ໂນນສະຫວັນ ຫາເມືອງຊະນະຄາມ ຫາບ້ານວັງ ແລະ ບ້ານນ້ຳສັງ ຈະຈະເລີ່ມລົງມືໃນທ້າຍປີນີ້, ເຊິ່ງຄາດວ່າຈະສຳເລັດການໍ່ສ້າງພາຍໃນສາມປີ.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

HWEDr
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!