ພື້ນຖານໂຄງລ່າງ

ຫ້ອງການໄປສະນີ ແລະ ບໍລິສັດລາວແຊັດ (LAOSAT) ຮ່ວມມືໃນການຂະຫຍາຍເຄືອຂ່າຍໂທລະຄົມມະນາຄົມ

ວຽງຈັນ (ວຽງຈັນທາມສ໌/ANN) – ໃນການພັດທະນາຂະແໜງການໂທລະຄົມ, ລັດວິສາຫະກິດໄປສະນີລາວ (APL) ແລະ ບໍລິສັດ Laos-Pacific Satellite Co., Ltd. (LAOSAT) ໄດ້ຕົກລົງຮ່ວມມືໃນການບໍລິການດ້ານໂທລະຄົມມະນາຄົມໃນທົ່ວປະເທດ.ອ່ານຕໍ່ ...

ໂຕະຂ່າວ

ການບິນລາວຄາດຍອດຈອງປີ້ຍົນຂອງຊາວຈີນຈະເພີ່ມຂຶ້ນ

ພະນັກງານການບິນລາວເຊື່ອວ່າຈຳນວນລູກຄ້າຊາວຈີນຈະເພີ່ມຂຶ້ນເປັນ 241,500 ຄົນໃນປີນີ້.ຕົວເລກດັ່ງກ່າວແມ່ນເພີ່ມຂຶ້ນປະມານ 42% ທຽບກັບປີຜ່ານມາ ເຊິ່ງມີຍອດຈອງຖ້ຽວບິນຂອງປະຊາຊົນຈີນລວມ 170,500 ຖ້ຽວ.ອ່ານຕໍ່ ...

ສຸກສະໄໝ ບູລົມ

EDL ຫຼຸດຄ່າໄຟສຳລັບການຊົນລະປະທານ ແລະ ຟາມລ້ຽງສັດໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດວິສາຫະກິດໄຟຟ້າລາວ (EDL) ພາຍໃຕ້ກະຊວງພະລັງງານ ແລະ ບໍ່ແຮ່ແນະນຳພະນັກງານຂອງຕົນໃນທົ່ວປະເທດ ໃຫ້ຮັບປະກັນການຄິດໄລ່ຄ່ານຳໃຊ້ກະແສໄຟຟ້າໃນອັດຕາຫຼຸດຜ່ອນສຳລັບການນຳໃຊ້ໂປມນ້ຳຊົນລະປະທານ ແລະ ຟາມລ້ຽງສັດ.ທ່ານ ຄຳປະເສີດ ເທບປັນຍາ ຮອງອຳນວຍການ EDL ລາຍງານຜ່ານໜັງສືພິມວຽງຈັນທາມສ໌ວ່າ ອັດຕາຄ່າໄຟໃໝ່ໃນເລີ່ມຕົ້ນນຳໃຊ້ນັບແຕ່ ວັນທີ 1 ມັງກອນປີນີ້ ໄປເຖິງວັັນທີ 1 ມັງກອນ 2020. ການຫຼຸດຄ່າໄຟຟ້າດັ່ງກ່າວແມ່ນເພື່ອຊ່ວຍເຫຼືອຊາວກະສິກອນໃນການຟື້ນຟູຈາກໄພນ້ຳຖ້ວມໃນປີຜ່ານມາ.ອ່ານຕໍ່ ...

ວຽງດາວັນ ບັນພະຮັກສາ

ວຽງຈັນ:​ ການຍົກລະດັບຖະໜົນສາຍ ຕານມີໄຊ-ສີເກີດຊັກຊ້າມາແລ້ວ 9 ເດືອນ

ໂຄງການຍົກລະດັບຖະໜົນໄລຍະ 9 ກມ ຈາກສີ່ແຍກຕານມີໄຊ ເມືອງໄຊທານີ ຫາທາງແບ່ງສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ອາດຕ້ອງມີການຕໍ່ເວລາອີກ 9 ເດືອນ ເນື່ອງຈາກໜ້າວຽກຊັກຊ້າກວ່າກຳນົດການ.ໂຄງການດັ່ງກ່າວແມ່ນໜຶ່ງໃນໂຄງການບູລິມະສິດການພັດທະນາພື້ນຖານໂຄງລ່າງນະຄອນຫຼວງວຽງຈັນ ຍ້ອນວ່າການຍົກລະດັບຖະໜົນດັ່ງກ່າວຈະເຮັດໃຫ້ການສັນຈອນເຈົ້າໃນຕົວເມືອງສະດວກຍິ່ງຂຶ້ນ. ນອກນີ້ມັນຍັງເປັນທາງເວັ້ນສຳລັບລົດບັກທຸກໜັກທີ່ສັນຈອນລະຫວ່າງແຂວງພາກເໜືອ ແລະ ແຂວງພາກໃຕ້ ແລະ ການສັນຈອນຈາກຕົວເມືອງວຽງຈັນຫາຂົວມິດຕະພາບລາວ-ໄທ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ການບິນລາວເປີດຖ້ຽວບິນໄປຊຽງໄຮ

ບໍລິສັດການບິນລາວ ຜູ້ປະກອບການການບິນແຫ່ງຊາດ ໄດ້ເລີ່ມເປີດຖ້ຽວບິນລາຍອາທິດໄປນະຄອນຊຽງໄຮ ເພື່ອຮອງຮັບກະແສນັກທ່ອງທ່ຽວຈາກຈີນ ແລະ ລູກຄ້າອື່ນໆ ໃນລະຫວ່າງປີທ່ອງທ່ຽວລາວ-ຈີນ 2019.ການເລີ່ມໃຫ້ບໍລິການດັ່ງກ່າວແມ່ນເນືື່ອງໃນໂອກາດການເປີດປີທ່ອງທ່ຽວລາວ-ຈີນທີ່ວຽງຈັນ.ຖ້ຽວບິນດັ່ງກ່າວຈະໃຊ້ເວລາເດີນທາງປະມານ ສາມຊົ່ວໂມງເຄິ່ງ ແລະ ຈະເປັນທາງເລືອກທີ່ດີທີ່ສຸດສຳລັບລູກຄ້າທີ່ຕ້ອງການຫຼີກລ່ຽງການລໍຖ້າຢູ່ສະໜາມບິກສາກົນຕ່າງໆ.ອ່ານຕໍ່ ...

ວຽງຈັນທາມສ໌

ການບິນລາວຖະແຫຼງ ການບູລະນະທາງເດີນເຮົືອບິນເຮັດໃຫ້ຕ້ອງງົດໃຊ້ສະໜາມບິນອຸດົມໄຊໃນເດືອນກຸມພາ

ຜູ້ເດີນທາງທາງຍົນຫວ່າງແຂວງອຸດົມໄຊ ແລະ ນະຄອນຫຼວງວຽງຈັນ ຄາດວ່າຈະຍັງຄົງສືບຕໍ່ລະຄອຍສຳລັບເດືອນກຸມພາ ເນື່ອງຈາກທາງເດີນເຮືອບິນເມືອງໄຊຕ້ອງການການຍົກລະດັບ.ການບິນລາວແຈ້ງການເຖິງລູກຄ້າກ່ຽວກັບການງົດຖ້ຽວບິນໄປອຸດົມໄຊໃນເດືອນກຸມພາ 2019 ເນື່ອງຈາກທາງເດືອນເຮືອບິນຂອງສະໜາມບິນແຂວງຍັງຄົງຢູ່ໃນໄລຍະການບູລະນະ ແລະ ສ້ອມແປງ.ອ່ານຕໍ່ ...

The Laotian Times

ຖ້ຽວບິນວຽງຈັນ-ຊຽງໄຮ ຜ່ານສາຍການບິນລາວ ລາຄາ $US 199 ໂດລາບວກອາກອນ

ປີໃໝ່ກຸດຈີນກຳລັງຈະມາເຖິງ, ແລະ ດ້ວຍເຫດເພື່ອການສະເຫຼີມສະຫຼອງຖ້ຽວບິນລະຫວ່າງເມືອງເອກດ້ານເສດຖະກິດຊຽງໄຮ ແລະ ນະຄອນຫຼວງວຽງຈັນຂອງລາວ. ຖ້ຽວບິນ ວຽງຈັນ-ຊຽງໄຮ ຈະໃຫ້ບໍລິການໃນລາຄາພິເສດ $US199 + ອາກອນ ເພື່ອສົ່ງເສີມການທ່ອງທ່ຽວຜ່ານສະໜາມບິນສາກົນວັດໄຕ ໄປກັບສາຍການບິນລາວ ເຊິ່ງມີການກະກຽມຖ້ຽວບິນ 4 ຄັ້ງຕໍ່ອາທິດ ນັບແຕ່ວັນທີ 28 ມັງກອນນີ້ເປັນຕົ້ນໄປ.ອ່ານຕໍ່ ...

The Laotian Times

ລາວໝາຍຕາທ່າແຮງໃນການເຊື່ອມໂຍງອິນເຕີເນັດໃນພາກພື້ນ

ລາວສາມາດເປັນຂົວຕໍ່ສາຍສັນຍານອິນເຕີເນັດພາຍໃນພາກພື້ນໃນອະນາຄົດ ຍ້ອນລັກສະນະທີ່ຕັ້ງທາງພູມປະເທດ, ຕາມນັກວາງນະໂຍບາຍອິນເຕີເນັດ.“ລາວມີທ່າແຮງໃນການເຊື່ອມໂຍງອີນເຕີເນັດຂອງພາກພື້ນ”, ທ່ານ ແກ້ວວິສຸກ ສຸລະພົມ ຫົວໜ້າສູນອິນເຕີເນັດລາວກ່າວ.ອ່ານຕໍ່ ...

Ekaphone Phouthonesy

ໂຄງການທາງລົດໄຟ ບາງກອກ-ໜອງຄາຍຂອງໄທກັບມາເດີນໜ້າພາຍໃຕ້ການສະໜັບສະໜູນຂອງຈີນ

ການກໍ່ສ້າງເຄືອຂ່າຍທາງລົດໄຟຄວາມໄວສູງ ໃນພາກຂອງໄທ ເພື່ອເຊື່ອມຕໍ່ພາກພື້ນ ເຊິ່ງເຊື່ອມໂຍງກັບແຜນການທາງສາຍໃໝ One Belt One Road ຂອງຈີນ ກັບມາດຳເນີນອີກຄັ້ງ ຫຼັງຈາກທີ່ມີການເລື່ອນແກ່ຍາວມາຫຼາຍປີຈົນສົ່ງຜົນຕໍ່ຄວາມຄືບໜ້າຂອງໂຄງການ.ພີທິວາງສິລາເລີກສຳລັບການກໍ່ສ້າງຕອນທາງໄລຍະ 3.5 ກມ ຊຸດທຳອິດໄດ້ມີຂຶ້ນໃນເດືອນທັນວາ 2018 ພາຍໃຕ້ການເປັນປະທານຂອງທ່ານ ປະຍຸດ ຈັນໂອຊາ ນາຍົກໄທ.ໂດຍມີແຜນເຊື່ອມຕໍ່ກັນເສັ້ນທາງລົດໄຟລາວ-ຈີນທີ່ຊາຍແດນລາວ, ທາງລົດໄຟດັ່ງກ່າວຈະເຊື່ອມຕໍ່ນະຄອນຫຼວງບາງກອກຂອງໄທ ເຂົ້າກັບເມືອງໜອງຄາຍທາງພາກອິສານ ເຊິ່ງມີຊາຍແດນຕິດກັບປະເທດລາວ ໃນໄລຍະທາງ  873 ກມ (542 ໄມ).ອ່ານຕໍ່  ...

The Laotian Times

ລາວໂທລະຄົມຊື້ຫຸ້ນບໍລິສັດວິມໂປຄອມ

ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດລາວໂທລະຄົມ ຜູ້ປະກອບການດ້ານໂທລະຄົມຊັ້ນນຳຂອງລາວ ຊ້ອນຊື້ຫຸ້ນຂອງບໍລິສັດວິມໂປຄອມຈຳກັດ (ບີລາຍ) ໃນມູນຄ່າ 42 ລ້ານໂດລາ.ລູກຄ້າຂອງເຄືອຂ່າຍບີລາຍຈະຍັງຄົງສາມາດນຳໃຊ້ເບີຫຼັກ 7 ຄຽງຄູ່ກັບເຄືອຂ່າຍເບີຫຼັກ 5 ຕາມຂໍ້ມູນຫຼ້າສຸດໃນເດືອນມັງກອນ.ອ່ານຕໍ່ ...

ໂຕະຂ່າວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

h4mv8
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!