Manufacturing

ການທ່ອງທ່ຽວ

ການເປີດໂຕ Discover Laos Today ລະບົບເທັກໂນໂລຢີຄົບວົງຈອນເພື່ອການເດີນທາງ

ວຽງຈັນ (ວຽງຈັນທາມສ໌/ANN) – Discover Laos Today, ລະບົບເທັກໂນໂລຢີຄົບວົງຈອນເພື່ອການເດີນທາງ ເພື່ອສ້າງແຮງບັນດານໃຈໃຫ້ຄົນທົ່ວໂລກ ໃນການເດີນທາງມາຢ້ຽມຢາມ ແລະ ທ່ອງທ່ຽວໃນລາວ ໄດ້ມີການເປີດໂຕໃນອາທິດແລ້ວນີ້ ທີ່ເມືອງມໍລະດົກໂລກຫຼວງພະບາງ ເພື່ອສົ່ງເສີມການບໍລິການດ້ານການທ່ອງທ່ຽວລາວໃຫ້ແກ່ຊາວໂລກ.ເຂົ້າຮ່ວມໃນພິທີເປີດໂຕດັ່ງກ່າວ ມີທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ສຸລິທິບ ໜໍ່ຂຸນພົນ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງຫຼວງພະບາງ, ພ້ອມດ້ວຍຕາງໜ້າຜູ້ປະກອບການທ່ອງທ່ຽວ 100 ກວ່າແຫ່ງຈາກບັນດາໂຮງແຮມ, ຮ້ານອາຫານ ແລະ ບໍລິສັດທ່ອງທ່ຽວ.ອ່ານຕໍ່ ...

ໂຕະຂ່າວ

ນະຄອນຫຼວງວຽງຈັນ ຢູ່ໃນເສັ້ນທາງໃນການບັນລຸເປົ້າໝາຍຈຳນວນນັກທ່ອງທ່ຽວ ສຳລັບປີ 2019

ເຈົ້າໜ້າທີ່ນະຄອນຫຼວງວຽງຈັນໝັ້ນໃຈວ່າ ເປົ້າໝາຍຈຳນວນນັກທ່ອງທ່ຽວ 2 ລ້ານຄົນສຳລັບປີທ່ອງທ່ຽວລາວ-ຈີນ 2019 ຈະສາມາດບັນລຸໄດ້.ທ່ານນາງ ວິໄລທອງ ຈັນທະລາຕີ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວນະຄອນຫຼວງວຽງຈັນ ກ່າວຕໍ່ສຳນັກຂ່າວວຽງຈັນທາມສ໌ວ່າ ອຳນາດການປົກຄອງນະຄອນຫຼວງຮ່ວມກັບບໍລິສັດເອກະຊົນ ໄດ້ສົມທົບຄວາມພະຍາຍາມໃນການດຶງດູດນັກທ່ອງທ່ຽວ ດ້ວຍການກໍ່ສ້າງ ແລະ ປັບປຸງສະຖານທີ່ທ່ອງທ່ຽວ.ສ່ວນໜຶ່ງຂອງຄວາມພະຍາຍາມດັ່ງກ່າວກໍຄື ການດຳເນີນການບູລະນະຫໍພິພິດຕະພັນຫໍພະແກ້ວ ແລະ ພະທາດຫຼວງ.ອ່ານຕໍ່ ...

ສີລັດດາ ສຸລິຍົງ

ແຂວງໄຊຍະບູລີ ມີແຜນຈັດຂະບວນແຫ່ຊ້າງຢ່າງຍິ່ງໃຫຍ່ ໃນງານບຸນຊ້າງທີ່ຈະມາເຖິງ

ວຽງຈັນ (ວຽງຈັນທາມສ໌/ANN) – ບຸນຊ້າງປະຈຳປີ ຢູ່ໄຊຍະບູລີ ຈະມີການຈັດສະແດງຂະບວນຊ້າງທີ່ຍິ່ງໃຫຍ່ ແລະ ໄດ້ບັນຍາກາດ ເຊິ່ງໃນຕໍ່ໜ້າຈະມີການສະແດງຊ້າງເຜືອກທີ່ຫາຍາກ.ບຸນຊ້າງຈະຈັດຂຶ້ນໃນວັນທີ 22-28 ກຸມພາ, ທ່ານ ຍັນຍອງ ສີປະເສີດ ຮອງເຈົ້າແຂວງແຂວງໄຊຍະບູລີ ກ່າວໃນກອງປະຊຸມຖະແຫຼງຂ່າວຂອງແຂວງ ໃນວັນອັງຄານນີ້.ບຸນຊ້າງຄັ້ງທີ 14 ນີ້ ຈະມີການຈັດກິດຈະກຳຫຼາຍຮູບຫຼາຍສີ ເຊັ່ນ ການສະແດງຊ້າງ ແລະ ການວາງສະແດງສິນຄ້າໜຶ່ງເມືອງ, ໜຶ່ງຜະລິດຕະພັນ (ODOP).ອ່ານຕໍ່ ...

ໂຕະຂ່າວ

ນະຄອນກຸມາໂມໂຕະຂອງຍີ່ປຸ່ນ ອາໄສລາວໃນການສົ່ງເສີມການທ່ອງທ່ຽວ

ນະຄອນກຸມາໂມໂຕະຂອງຍີ່ປຸ່ນ ກ່າວວ່າຈະເສີມຂະຫຍາຍຄວາມພະຍາຍາມ ໃນການສົ່ງເສີມເສັ້ນທາງການບິນໃໝ່ ເພື່ອເຊື່ອມຕໍ່ຕົວເມືອງກັບປະເທດລາວ ທ່າມກາງການຫຼຸດຈຳນວນລົງຂອງຜູ້ໂດຍສານທີ່ນຳໃຊ້ສະໜາມບິນຂອງຕົວເມືອງ.ໃນເດືອນຕຸລາທີ່ຜ່ານມາ ຫ້ອງການການບິນພົນລະເຮືອນຍີ່ປຸ່ນ ໄດ້ອະນຸມັດໃຫ້ບໍລິສັດການບິນລາວ ໃນການເປີດໂຕສອງເສັ້ນທາງການບິນໃໝ່ ເພື່ອເຊື່ອມຕໍ່ນະຄອນຫຼວງວຽງຈັນ ແລະ ເມືອງທ່ອງທ່ຽວຫຼວງພະບາງ ກັບນະຄອນກຸມາໂມໂຕະ. ເສັ້ນທາງການບິນໃໝ່ນີ້ຈະເລີ່ມເປີດໃຫ້ບໍລິການໃນວັນທີ 18 ມີນາ 2020.ອ່ານຕໍ່ ...

Taejun Kang

ໂຮງແຮມ SureStay ເປີດໃຫ້ບໍລິການຢູ່ໃຈກາງນະຄອນຫຼວງວຽງຈັນ

ບໍລິສັດ Best Western ໂຮງແຮມ ແລະ ຣີສອດ ສືບຕໍ່ນຳສະເໜີກຸ່ມໂຮງແຮມ SureStay ພາຍໃຕ້ຈຸດໝາຍການທ່ອງທ່ຽວໃໝ່ທົ່ວອາຊີ ກັບການເປີດໂຕໂຮງແຮມໃໝ່ ຢູ່ໃຈກາງນະຄອນຫຼວງວຽງຈັນຂອງລາວ.ໂຮງແຮມ SureStay by Best Western ວຽງຈັນໄດ້ມີການເປີດໂຕໃນວັນທີ 19 ພະຈິກ 2019 ເຊິ່ງຕັ້ງຢູ່ໃຈກາງນະຄອນວຽງຈັນ, ໃກ້ກັບແຄມແມ່ນ້ຳຂອງ ແລະ ຖະໜົນຄົນຍ່າງຂອງຕົວເມືອງທີ່ຄຶກຄັກ. ໃຊ້ເວລາຂັບລົດຈາກສະໜາມບິນສາກົນວັດໄຕ ພຽງ 15 ນາທີ.ອ່ານຕໍ່ ...

Jasmina Yap

ຮ້ານອາຫານຄົວລາວ ເຜີຍໂສມໜ້າຫ້ອງໂຖງປັບປຸງໃໝ່ ເນື່ອງໃນໂອກາດວັນຄົບຮອບ 25 ປີ

ຮ້ານອາຫານຄົວລາວ ເຊິ່ງມີຊື່ສຽງໃນຖານະໜຶ່ງໃນຮ້ານອາຫານລາວທີ່ໄດ້ຮັບຄວາມນິຍົມທີ່ສຸດ, ສະເຫຼີມສະຫຼອງວັນຄົບຮອບ 25 ປີ ຂອງການກໍ່ຕັ້ງທຸລະກິດ ດ້ວຍການເປີດໂຕສອງຫ້ອງໂຖງທີ່ຫາກໍ່ສຳເລັດການປັບປຸງ ທີ່ບໍລິເວນຊັ້ນສອງຂອງຮ້ານ, ພາຍໃຕ້ໂສມໜ້າໃໝ່ ທີ່ທັນສະໄໝ.ຮ້ານອາຫານພວກເຮົາ ບໍ່ໄດ້ທຳການປັບປຸງຫ້ອງໂຖງຄັ້ງໃຫຍ່ມາດົນແລ້ວ. ພວກເຮົາຮູ້ວ່າເຖິງເວລາແລ້ວ ທີ່ຕ້ອງປັບປຸງການຕົບແຕ່ງ ເພື່ອໃຫ້ເຂົ້າກັບອາຫານຊັ້ນຄຸນນະພາບ, ” ທ່ານນາງ ດາລາພອນ ພົນເສນາ ເຈົ້າຂອງຮ້ານອາຫານລຸ້ນທີ່ສອງ ກ່າວເຜີຍ.ອ່ານຕໍ່ ...

ລັດສະໝີ ພອນວິໄລ

ລາວໄດ້ຮັບໃບຢັ້ງຢືນມໍລະດົກໂລກທົ່ງໄຫຫີນ

ໃນວັນຈັນນີ້ ຄະນະກຳມະການມໍລະດົກໂລກ ຂອງອົງການຢູເນັສ໌ໂກ (UNESCO) ໄດ້ມອບໃບຢັ້ງຢືນການຂຶ້ນທະບຽນມໍລະດົກໂລກທົ່ງໄຫຫີນ ໃຫ້ແກ່ປະເທດລາວ.ທ່ານ ຮສ.ປອ ບໍ່ແສງຄຳ ວົງດາລາ ທູດພິເສດຂອງລັດຖະບານລາວ ເປັນຜູ້ຮັບໃບຢັ້ງຢືນດັ່ງກ່າວໃນກອງປະຊຸມລັດຖະມົນຕີວັດທະນະທຳ ໃນຂອບຂອງກອງປະຊຸມໃຫຍ່ UNESCO ສະໄໝທີ 40 ເຊິ່ງຈັດຂຶ້ນທີ່ນະຄອນປາຣີສ, ຝຼັ່ງ.ອ່ານຕໍ່ ...

ສີລັດດາ ສຸລິຍົງ

ວັງວຽງ ກະກຽມຕ້ອນຮັບນັກທ່ອງທ່ຽວ ໃນຊ່ວງລະດູໜາວ

ອຳນາດການປົກຄອງເມືອງວັງວຽງ ແຂວງວຽງຈັນ ຮັບປະກັນຄວາມພ້ອມ ໃນການຕ້ອນຮັບນັກທ່ອງທ່ຽວ ທີ່ຄາດວ່າຈະຫຼັ່ງໄຫຼເຂົ້າມາໃນຊ່ວງລະດູການທ່ອງທ່ຽວທີ່ຈະມາເຖິງນີ້.ທ່ານເຈົ້າເມືອງ ຄຳຜອງ ດວງວິໄລ ໄດ້ກ່າວຕໍ່ສຳນັກຂ່າວວຽງຈັນທາມສ໌ ວ່າ “ພວກເຮົາກຽມພ້ອມ ເພື່ອຕ້ອນຮັບນັກທ່ອງທ່ຽວ ແລະ ໄດ້ກະກຽມສິ່ງອຳນວຍຄວາມສະດວກທຸກຢ່າງ, ເຊັ່ນ ໂຮງແຮມລະດັບສູງ ແລະ ບ້ານພັກ, ລວມເຖິງ ຮ້ານອາຫານ ແລະ ກິດຈະກຳທ່ອງທ່ຽວພັກຜ່ອນຫຼາກຫຼາຍສີສັນ.” “ຈຳນວນນັກທ່ອງທ່ຽວຕອນນີ້ ເລີ່ມຈະເພີ່ມຂຶ້ນແລ້ວ ໂດຍສະເພາະແມ່ນນັກທ່ອງທ່ຽວຈາກຈີນ, ເກົາຫຼີໃຕ້ ແລະ ຝຣັ່ງ. ໜຶ່ງໃນສິ່ງອຳນວຍຄວາມສະດວກໃໝ່ທີ່ພວກເຮົາໄດ້ກະກຽມສຳລັບນັກທ່ອງທ່ຽວ ກໍຄື ຂົວຂ້າມນ້ຳຊອງໃໝ່ ເຊິ່ງປະຊາຊົນ ແລະ ນັກທ່ອງທ່ຽວສາມາດນຳໃຊ້ໂດຍບໍ່ເສຍຄ່າ,” ທ່ານກ່າວເພີ່ມເຕີມ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ແຂວງຈຳປາສັກ ຢູ່ໃນເສັ້ນທາງການຕ້ອນຮັບນັກທ່ອງທ່ຽວໜຶ່ງລ້ານຄົນໃນປີນີ້

ແຂວງຈຳປາສັກ ປະສົບຜົນສຳເລັດໃນການດຶງດູດນັກທ່ອງທ່ຽວ ຜ່ານການຍົກລະດັບດ້ານການບໍລິການ, ເຊິ່ງຈຳນວນນັກທ່ອງທ່ຽວໃນລະດູການນີ້ຄາດວ່າຈະມີເກີນ 1 ລ້ານຄົນ.ທ່ານນາງ ມາລາ ຈັນທະລາມ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ກ່າວຕໍ່ສຳນັກຂ່າວວຽງຈັນທາມສ໌ ວ່າ ທາງແຂວງໄດ້ທຳການຍົກລະດັບມາດຕະຖານໂຮງແຮມ, ຮ້ານອາຫານ ແລະ ສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງແຂວງ.ອ່ານຕໍ່ ...

ວຽງດາວັນ ບັນພະຮັກສາ

ພຸດທະສາຊະນິກະຊົນຫຼາຍພັນຄົນ ຮ່ວມພິທີຕັກບາດພຣະທາດຫຼວງ

ວຽງຈັນ (ວຽງຈັນທາມສ໌/ANN) – ພຸດທະສາຊະນິກະຊົນທຸກຊັ້ນຄົນ ຮ່ວມພິທີຕັກບາດທີ່ເດີ່ນພຣະທາດຫຼວງ ໃນຕອນເຊົ້າຂອງວັນຈັນຜ່ານມານີ້ ເຊິ່ງເປັນມື້ສຸດທ້າຍຂອງບຸນນະມັດສະການພະທາດຫຼວງ ບຸນປະເພນີປະຈຳປີຂອງຊາວລາວ.ເຈົ້າໜ້າທີ່ການນຳ, ພ້ອມທັງປະຊາຊົນລາວຈາກທົ່ວປະເທດ ແລະ ນັກທ່ອງທ່ຽວຕ່າງປະເທດ ໄດ້ເຂົ້າຮ່ວມພິທີຕັກບາດເທໂວທີ່ເດີ່ນພຣະທາດຫຼວງ, ເຊິ່ງມີພະສົງ ແລະ ສາມະເນນຈາກປະເທດລາວ ແລະ ປະເທດເພື່ອນບ້ານ ມາຮັບຖວາຍບິນທະບາດ.ນອກຈາກພິທີຕັກບາດ ປະຊາຊົນລາວຍັງມີການນຸ່ງຖືຊຸດພື້ນເມືອງ ພ້ອມນຳເອົາເຄື່ອງສັກກາລະບູຊາຕ່າງໆ ມາຮ່ວມບູຊາພຣະທາດຫຼວງ.ອ່ານຕໍ່ ...

ວິສິດ ເທບພະລັດ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

4Epmc
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!