Manufacturing

ການທ່ອງທ່ຽວ

ລາວ, ຫວຽດນາມ ວາງແຜນຮ່ວມກັນສົ່ງເສີມການທ່ອງທ່ຽວ

ລາວ ແລະ ຫວຽດນາມ ວາງແຜນຮ່ວມມືກັນເພື່ອສົ່ງເສີມການທ່ອງທ່ຽວ ໂດຍຜ່ານກິດຈະກຳຮູບແບບຕ່າງໆ ເພື່ອຈຸດປະສົງດຶງດູດນັກທ່ອງທ່ຽວໃນສອງປະເທດໃຫ້ຫຼາຍຂຶ້ນ.ເຈົ້າໜ້າທີ່ການນຳ ຈາກສີ່ແຂວງພາກໃຕ້ຂອງລາວ ແລະ ແຂວງພາກກາງ ແລະ ພາກໃຕ້ຂອງຫວຽດນາມ ກໍຄືຜູ້ປະກອບການທຸລະກິດກ່ຽວກັບການທ່ອງທ່ຽວ ໄດ້ຫາລືຫວ່າງໝໍ່ໆມານີ້ ກ່ຽວກັບການລິເລີ່ມດັ່ງກ່າວໃນກອງປະຊຸມຢູ່ແຂວງຈຳປາສັກ.ອ່ານຕໍ່ ...

ສີລັດດາ ສຸລິຍົງ

ລາວຄົ້ນຄວ້າວິທີການໃນການສົ່ງເສີມອຸດສາຫະກຳການທ່ອງທ່ຽວ

ວຽງຈັນ (ວຽງຈັນທາມສ໌/ANN) – ຂະແໜງການລັດ ແລະ ເອກະຊົນຈະຮ່ວມມືກັນໃນການຈັດການກັບບັນຫາທີ່ເປັນອຸປະສັກຕໍ່ຂະແໜງການທ່ອງທ່ຽວ ເຊິ່ງເປັນສ່ວນໜຶ່ງຂອງພາລະກິດລັດຖະບານ ໃນການສົ່ງເສີມການປະກອບສ່ວນຂອງຂະແໜງການບໍລິການໃນການພັດທະນາເສດຖະກິດ.ໃນວັນສຸກແລ້ວນີ້ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (LNCCI) ໄດ້ຈັດກອງປະຊຸມພິເສດ ເພື່ອຄົ້ນຄວ້າຫາລື ກ່ຽວກັບວິທີການໃນການສົ່ງເສີມອຸດສະຫະກຳການທ່ອງທ່ຽວ.ປະທານຮ່ວມໃນກອງປະຊຸມປຶກສາຫາລືກ່ຽວກັບການທ່ອງທ່ຽວດັ່ງກ່າວ ມີທ່ານ ສະຫວັນກອນ ຣາຊມຸນຕຼີ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ແລະ ທ່ານ ດາວວອນ ພະຈັນທະວົງ ຮອງປະທານບໍລິຫານ LNCCI, ພາຍໃຕ້ການເຂົ້າຮ່ວມຂອງຂະແໜງການລັດ ແລະ ເອກະຊົນ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/laos-seeks-ways-bolster-tourism-industry-105757

ແອັບມືຖືບໍລິການລົດຮັບສົ່ງລາວ ຈະຈັດສະແດງໃນກອງປະຊຸມພາກພື້ນແມ່ນ້ຳຂອງ

ວຽງຈັນ (ວຽງຈັນທາມສ໌/ANN) – ການປະຕິບັດການບໍລິການຮັບສົ່ງໃນລາວຈະເປັນຕົວແທນປະເທດລາວ ຢູ່ໃນກອງປະຊຸມການລິເລີ່ມນະວັດຕະກຳການທ່ອງທ່ຽວ ພາກພື້ນແມ່ນ້ຳຂອງ (MIST) ທີ່ປະເທດໄທໃນອາທິດໜ້ານີ້.LOCA, ທຸລະກິດນະວັດຕະກຳໃໝ່ ແລະ ໜຶ່ງດຽວທີ່ໃຫ້ການບໍລິການລົດຮັບສົ່ງໃນລາວ ໄດ້ຮັບການຄັດເລືອກໃຫ້ເປັນຕົວແທນປະເທດລາວ ໃນການເຂົ້າແຂ່ງຂັນຮອບສຸດທ້າຍໃນກອງປະຊຸມ MIST ໃນລະຫວ່າງວັນທີ 8-9 ຕຸລານີ້ ທີ່ນະຄອນບາງກອກ. ທ່ານ ສຸລິໂຍ ວົງດາລາ ຜູ້ກໍ່ຕັ້ງ ແລະ ຫົວໜ້າວິຊາການຂອງ LOCA ກ່າວໃນວັນພຸດນີ້ວ່າ ຂະແໜງການທ່ອງທ່ຽວແມ່ນສ່ວນປະກອບໜຶ່ງທີ່ສຳຄັນໃນ GDP  ແລະ ການລິເລີ່ມທາງນະວັດຕະກຳຈະຊ່ວຍດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາລາວ ຍ້ອນການບໍລິການທີ່ສະດວກສະບາຍຄືຂອງທາງບໍລິສັດ.ອ່ານຕໍ່ ...

ໂຕະຂ່າວວຽຈັນທາມສ໌
http://annx.asianews.network/content/lao-ride-hailing-service-app-feature-mekong-meet-105511

ສວນອຸດທິຍານທຳມະຊາດແຂວງສາລະວັນ ຈະກັບມາເປີດບໍລິການພາຍໃນເດືອນນີ້

ວຽງຈັນ (ວຽງຈັນທາມສ໌/ANN) – ນັກທ່ອງທ່ຽວທີ່ຕັ້ງຕາລໍຄອຍ ສາມາດເຂົ້າມາຮ່ວມມ່ວນຊື່ນກັບກິດຈະກຳທີ່ຫຼາກຫຼາຍ ແລະ ຊົມຄວາມສວຍງາມຂອງທຳມະຊາດໃນສວນອຸດທິຍານ ພູຜາສຸກ ແຂວງສາລະວັນ ເຊິ່ງຈະກັບມາເປີດໃຫ້ບໍລິການຕາມປົກກະຕິໃນກາງເດືອນນີ້.ທ່ານ ປັນຍາ ມຸດສິກະ ເຈົ້າໜ້າທີ່ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ໄດ້ເປີດເຜີຍຜ່ານສຳນັກຂ່າວວຽງຈັນທາມສ໌ວ່າ ສວນອຸດທິຍານດັ່ງກ່າວໄດ້ທຳການປິດໃຫ້ບໍລິການໃນຊ່ວງລະດູຝົນຂອງທຸກໆປີ ເນື່ອງຈາກມີຝົກຕົກໜັກ ແລະ ເພື່ອຈຸດປະສົງໃນການບູລະນະສ້ອມແປງ.ສວນອຸດທິຍານດັ່ງກ່າວ ປະກອບດ້ວຍຖ້ຳຫຼາຍແຫ່ງ, ໃນນັ້ນມີຖ້ຳ ພູຜາສຸກ ຊຶ່ງເປັນໜຶ່ງໃນຖ້ຳທີ່ສວຍງາມທີ່ສຸດ. ແຕ່ວ່າໃນຊ່ວງລະດູຝົນ ລະດັບນ້ຳພາຍໃນຖ້ຳດັ່ງກ່າວຈະຂຶ້ນສູງ ແລະ ບໍ່ສາມາດເຂົ້າຊົມໄດ້.ອ່ານຕໍ່ ...

ສີລັດດາ ສຸລິຍົງ
http://annx.asianews.network/content/saravan-nature-park-reopen-month-105440

ນະຄອນຫຼວງວຽງຈັນຈະເປັນເຈົ້າພາບຈັດກອງປະຊຸມສຸດຍອດການທ່ອງທ່ຽວນະຄອນໃນພາກພື້ນແມ່ນ້ຳຂອງ

ວຽງຈັນ (ວຽງຈັນທາມສ໌/ANN) –  ນະຄອນຫຼວງວຽງຈັນຈະເປັນເຈົ້າພາບຈັດກອງປະຊຸມສຸດຍອດການທ່ອງທ່ຽວ ນະຄອນໃນພາກພື້ນລຸ່ມແມ່ນ້ຳຂອງ 2019 ໃນລະຫວ່າງວັນທີ 12-15 ຕຸລານີ້ ເພື່ອສົ່ງເສີມການຮ່ວມມືດ້ານການທ່ອງທ່ຽວ ແລະ ວັດທະນະທຳ ລະຫວ່າງຕົວເມືອງໃນປະເທດກຳປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ.ທ່ານນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວນະຄອນຫຼວງວຽງຈັນ ໄດ້ເປີດເຜີຍໃນງານຖະແຫຼງຂ່າວໃນອາທິດແລ້ວນີ້ ກ່ຽວກັບການຈັດກອງປະຊຸມດັ່ງກ່າວ.ກອງປະຊຸມຄະນະຜູ້ແທນດັ່ງກ່າວຈະນຳໂດຍເຈົ້າຄອງ ຫຼື ຮອງເຈົ້າຄອງນະຄອນໂຮຈິມິນ ປະເທດຫວຽດນາມ, ນະຄອນພະນົມເປັນ ປະເທດກຳປູເຈຍ, ນະຄອນຢ້າງ ກຸ້ງປະເທດມຽນມາ, ນະຄອນກຸງເທບ ປະເທດໄທ ແລະ ນະຄອນຫຼວງວຽງຈັນ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/vientiane-host-mekong-mayors%E2%80%99-tourism-summit-105364

ງານວາງສະແດງການທ່ອງທ່ຽວ ເປີດຊ່ອງທາງເພື່ອການທ່ອງທ່ຽວແບບຍືນຍົງໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ງານວາງສະແດງຊ່ອງທາງເພື່ອການທ່ອງທ່ຽວແບບຍືນຍົງຄັ້ງທີສອງ ໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນໃນວັນສຸກແລ້ວນີ້, ພາຍຫຼັງທີ່ງານຄັ້ງທຳອິດໃນປີກາຍນີ້ທີ່ແຂວງຫຼວງພະບາງໄດ້ຮັບການຕອບຮັບທີ່ດີ.ງານວາງສະແດງດັ່ງກ່າວແມ່ນງານຕະຫຼາດນັດພິເສດສະເພາະຂະແໜງຂອງພາກພື້ນ ສຳລັບຂະແໜງການທ່ອງທ່ຽວ ເພື່ອສະເຫຼີມສະຫຼອງ, ສຶກສາຮຽນຮູ້ ແລະ ວາງສະແດງແນວໂນ້ມ, ຄວາມຮູ້, ເທັກໂນໂລຢີຫຼ້າສຸດໃນການຈັດການທ່ອງທ່ຽວ ແລະ ການບໍລິການແບບຍືນຍົງ.ງານວາງສະແດງດັ່ງກ່າວມີໜ່ວຍງານວາງສະແດງ 54 ໜ່ວຍງານ ຈາກລາວ ແລະ ບັນດາປະເທດໃນພາກພື້ນແມ່ນ້ຳຂອງ ເພື່ອວາງສະແດງຜະລິດຕະພັນ, ການບໍລິການ ແລະ ການລິເລີ່ມໃໝ່ໆ ເຊິ່ງດຳເນີນໃນໄລຍະສອງວັນ ແຕ່ວັນທີ 27-28 ກັນຍານີ້.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌
http://annx.asianews.network/content/expo-offers-solutions-sustainable-tourism-laos-105202

ວັດຖຸບູນຮານທີ່ຂຸດພົບໃນລາວ ອາດຊ່ວຍໃນການດຶງດູດນັກທ່ອງທ່ຽວ

ວຽງຈັນ (ວຽງຈັນທາມສ໌/ANN) – ການຄົ້ນພົບເໝືອງເກົ່າຢູ່ເມືອງວິລະບູລີ ແຂວງສະຫວັນນະເຂດ ອາດຊ່ວຍດຶງດູດນັກທ່ອງທ່ຽວເຂົ້າມາໃນພືນທີ່ ແລະ ຊ່ວຍສ້າງລາຍໄດ້ເສີມໃຫ້ແກ່ຊຸມຊົນທ້ອງຖິ່ນ.ເຈົ້າໜ້າທີ່ຈາກຂະແໜງການລັດຖະບານ ແລະ ເອກະຊົນ ສະແດງຄວາມເຫັນໃນພິທີມອບຮັບວັດຖຸບູຮານທີ່ຄົ້ນພົບ ລະຫວ່າງບໍລິສັດລ້ານຊ້າງມິເນີໂຣ ຈຳກັດ ແລະ ລັດຖະບານລາວ.ທີມນັກບູຮານຄະດີ ໄດ້ຄົ້ນພົບຫຼັກຖານຮ່ອງເໝືອງເກົ່າ 200 ກວ່າແຫ່ງຢູ່ໃນສະໜາມຂຸດຄົ້ນບໍ່ແຮ່ເຊໂປນ ໃນເດືອນມີນາປີກາຍນີ້, ເຊິ່ງຜູ້ຊ່ຽວຊານກ່າວວ່າມີອາຍຸເກົ່າແກ່ກວ່າ 3,000 ປີ.ອ່ານຕໍ່ ...

ສົມໄຊ ແສງດາຣາ
http://annx.asianews.network/content/unearthed-artefacts-laos-promise-be-huge-draw-tourists-104983

ການຂະຫຍາຍຕົວຂອງການທ່ອງທ່ຽວໃນລາວດຶງດູດໂຮງແຮມຊັ້ນນຳຂອງໂລກ

ເຄືອຂ່າຍໂຮງແຮມ ແລະ ບ້ານພັກລະດັບສາກົນ ຮິວຕັນ ໄດ້ຖະແຫຼງແຜນການໃນການເປີດສາຂາເຄືອຂ່າຍຂອງໂຮງແຮມແຫ່ງທຳອິດຢູ່ນະຄອນຫຼວງວຽງຈັນຂອງລາວ, ຄຽງຄູ່ກັບບັນດາໂຮງແຮມຊັ້ນນຳຂອງໂລກຫຼາຍແຫ່ງ ທີ່ຫຼັ່ງໄຫຼກັນມາເປີດສາຂາໃນປະເທດລາວ ເພື່ອຫວັງສ້າງກຳໄລຈາກຂະແໜງການທ່ອງທ່ຽວທີ່ກຳລັງຂະຫຍາຍຕົວຢ່າງວ່ອງໄວ.ໂຮງແຮມ ຮິວຕັນ ໄດ້ມີພິທີວາງສິລາເລີກການກໍ່ສ້າງໃນວັນທີ 9 ກັນຍາທີ່ຜ່ານມາ ສຳລັບໂຮງແຮມ DoubleTree ໂດຍຮິວຕັນວຽງຈັນ ແຫ່ງໃໝ່ ຮ່ວມກັບບໍລິສັດ TPD, ສາຂາກຸ່ມບໍລິສັດ TK Group ລາວ.ໂຮງແຮມຂະໜາດ 188 ຫ້ອງດັ່ງກ່າວ ຄາວວ່າຈະເປີດບໍລິການໃນປີ 2022 ເຊິ່ງຕັ້ງຢູ່ໃກ້ກັບສວນນ້ຳພຸ, ສະຖານທີ່ສາທາລະນະຊື່ດັງຢູ່ໃຈກາງຕົວເມືອງ.ອ່ານຕໍ່ ...

Taejun Kang
https://laotiantimes.com/2019/09/24/lao-tourism-boom-attracts-global-hotel-brands/

ງານວາງສະແດງທຸລະກິດການທ່ອງທ່ຽວ ຈະຈັດຂຶ້ນໃນວັນທີ 27-28 ກັນຍາ 2019

ພາຍຫຼັງການຕອບຮັບທີ່ດີຈາກການຈັດງານຄັ້ງທຳອິດໃນປີຜ່ານມາຢູ່ແຂວງຫຼວງພະບາງ, ງານວາງສະແດງຊ່ອງທາງທຸລະກິດການທ່ອງທ່ຽວແບບຍືນຍົງ (STSE) ຈະຈັດຂຶ້ນໃນອາທິດນີ້ ທີ່ນະຄອນວຽງຈັນ ໃນລະຫວ່າງວັນທີ 27-28 ກັນຍານີ້ ທີ່ໂຮງແຮມຄຼາວພຼາຊາ. ງານ STSE ແມ່ນຕະຫຼາດນັດສຳລັບອຸດສະຫະກຳການທ່ອງທ່ຽວຊັ້ນນຳຂອງພາກພື້ນ ເພື່ອສະເຫຼີມສະຫຼອງ, ຄົ້ນຫາ, ແລະ ວາງສະແດງທ່າອ່ຽງ, ຄວາມຮູ້ ແລະ ເທັກໂນໂລຢີຫຼ້າສຸດ ໃນດ້ານການທ່ອງທ່ຽວແບບຍືນຍົງ ແລະ ການໃຫ້ບໍລິການ.ໃນງານດັ່ງກ່າວຈະມີໜ່ວຍງານວາງສະແດງທັງໝົດ 54 ໜ່ວຍງານຈາກລາວ ແລະ ພາກພື້ນແມ່ນ້ຳຂອງ ເຊິ່ງຈະສະແດງຜະລິດຕະພັນ, ການບໍລິການ ແລະ ການລິເລີ່ມຂອງຕົນ ໃນໄລຍະການວາງສະແດງສອງວັນ, ເຊິ່ງສາມາດເຂົ້າຊົມໄດ້ໂດຍບໍ່ເສຍຄ່າ. ຫົວໜ່ວຍທຸລະກິດເຫຼົ່ານີ້ ມີຫຼາຍປະເພດທຸລະກິດທີ່ກ່ຽວຂ້ອງກັບຫົວຂໍ້ຂອງງານເຊັ່ນ ເຄື່ອງໃຊ້ໃນໂຮງແຮມທີ່ເປັນມິດຕໍ່ສິ່ງແວດລ້ອມ, ເຄື່ອງຫັດຖະກຳ, ອາຫານປອດສານພິດ, ການລິເລີ່ມ ແລະ ໂຄງການຕ່າງໆ ກໍຄືກິດຈະກຳທົວ ແລະ ທີ່ພັກ.ອ່ານຕໍ່ ...

The Laotian Times
https://laotiantimes.com/2019/09/24/second-sustainable-tourism-solutions-expo-to-be-held-on-27-28-september-2019/

ລາວສົ່ງເສີມການຄ້າ, ການລົງທຶນ ໃນງານບຸນທ່ອງທ່ຽວຫູໜານ

ວຽງຈັນ (ວຽງຈັນທາມສ໌/ANN) – ຄະນະຜູ້ແທນລາວ ເຂົ້າຮ່ວມງານບຸນທ່ອງທ່ຽວວັດທະນະທຳສາກົນຫູໜານ 2019 ໃນທ້າຍອາທິດແລ້ວນີ້ ເພື່ອສົ່ງເສີມການຮ່ວມມືລະຫວ່າງສອງປະເທດ ໃນຂະແໜງການທ່ອງທ່ຽວ, ການຄ້າ ແລະ ການລົງທຶນ.ທ່ານ ສະຫວັນກອນ ຣາຊມຸນຕຼີ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນຳພາຄະນະຜູ້ແທນລາວ ລວມທັງເຈົ້າໜ້າທີ່ກະຊວງ ແລະ ບໍລິສັດທ່ອງທ່ຽວຂອງລາວ ເຂົ້າຮ່ວມງານດັ່ງກ່າວທີ່ເມືອງຫູໜານ ປະເທດຈີນ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/laos-boost-trade-investment-through-huanan-tourism-festival-104809

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

NtcWk
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!