ການເປີດໂຕ Discover Laos Today ລະບົບເທັກໂນໂລຢີຄົບວົງຈອນເພື່ອການເດີນທາງ

ວຽງຈັນ (ວຽງຈັນທາມສ໌/ANN) – Discover Laos Today, ລະບົບເທັກໂນໂລຢີຄົບວົງຈອນເພື່ອການເດີນທາງ ເພື່ອສ້າງແຮງບັນດານໃຈໃຫ້ຄົນທົ່ວໂລກ ໃນການເດີນທາງມາຢ້ຽມຢາມ ແລະ ທ່ອງທ່ຽວໃນລາວ ໄດ້ມີການເປີດໂຕໃນອາທິດແລ້ວນີ້ ທີ່ເມືອງມໍລະດົກໂລກຫຼວງພະບາງ ເພື່ອສົ່ງເສີມການບໍລິການດ້ານການທ່ອງທ່ຽວລາວໃຫ້ແກ່ຊາວໂລກ.

ເຂົ້າຮ່ວມໃນພິທີເປີດໂຕດັ່ງກ່າວ ມີທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ສຸລິທິບ ໜໍ່ຂຸນພົນ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງຫຼວງພະບາງ, ພ້ອມດ້ວຍຕາງໜ້າຜູ້ປະກອບການທ່ອງທ່ຽວ 100 ກວ່າແຫ່ງຈາກບັນດາໂຮງແຮມ, ຮ້ານອາຫານ ແລະ ບໍລິສັດທ່ອງທ່ຽວ.

ອ່ານຕໍ່…

ໂຕະຂ່າວ