ພະລັງງານ

ລາວເຂັ້ມງວດໃນການກວດສອບເພື່ອຮັບປະກັນວ່ານ້ຳມັນເຊື້ອໄຟໃນລາວສອດຄ່ອງຕາມມາດຕະຖານ

ວຽງຈັນ (ວຽງຈັນທາມສ໌/ANN) – ກົມມາດຕະຖານ ແລະ ວັດແທກ ພາຍໃຕ້ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຈະດຳເນີນການກວດການ້ຳມັນເຊື້ອໄຟຢູ່ຕາມປ້ຳນ້ຳມັນໃນທົ່ວປະເທດໃນປີນີ້ ເພື່ອຮັບປະກັນວ່າຜະລິດຕະພັນຕ່າງໆສອດຄ່ອງຕາມມາດຕະຖານທີ່ກຳນົດໂດຍລັດຖະບານ.ໃນປີ 2017, ທາງກົມໄດ້ກວດພົບຕົວຢ່າງຂອງນ້ຳມັນເຊື້ອໄຟທີ່ຜະສົມເຫຼົ້າ, ນ້ຳກົດ ຫຼື ນ້ຳມັດກາດ ໃນ 30% ຂອງປ້ຳນ້ຳມັນທັງໝົດທີ່ກວດສອບ, ແຕ່ມາໃນປີ 2018 ຕົວເລກດັ່ງກ່າວຫຼຸດລົງເຫຼືອພຽງ 10%. ອ່ານຕໍ່ ...

ໂຕະຂ່າວ

ການທົບທວນຄວາມສ່ຽງໂຄງການເຂື່ອນໄຟຟ້ານ້ຳຕົກປາກລາຍຂອງລາວ

ວຽງຈັນ, ລາວ – ໃນຂະນະທີ່ໂຄງການກໍ່ສ້າງເຂື່ອນປາກລາຍພວມມີການດຳເນີນການ, ເຈົ້າໜ້າທີ່ທີ່ກ່ຽວຂ້ອງກໍໄດ້ມີການຈັດກອງປະຊຸມທີ່ນະຄອນຫຼວງວຽງຈັນ ເພື່ອຫາລືກ່ຽວກັບມາດຕະການໃນການຄຸ້ມຄອງຄວາມສ່ຽງ.ບົດສະຫຼຸບຂໍ້ສະເໜີ ແລະ ຄຳແນະນຳ ກ່ຽວກັບການຫຼຸດຜ່ອນຜົນກະທົບທີ່ອາດເກີດຂຶ້ນ ແລະ ມາດຕະການການຄຸ້ມຄອງຄວາມສ່ຽງ ແລະ ຮ່າງບົດລາຍງານການທົບທວນດ້ານວິຊາການສະບັບສຸດທ້າຍ ແມ່ນນອນຢູ່ໃນຫົວຂໍ້ຫຼັກໃນການຫາລືຂອງກຸ່ມຄະນະກຳມະການຮ່ວມ (JCWG) ຄະນະກຳມາທິການແມ່ນ້ຳຂອງ (MRC) ເພື່ອດຳເນີນຂະບວນການແຈ້ງ, ປຶກສາຫາລືລ່ວງໜ້າ ແລະ ຕົກລົງກ່ຽວກັບໂຄງການ (PNPCA).ອ່ານຕໍ່   ...

Expat Media Team

ລາວສາມາດຮອງຮັບການເປັນ "ໝໍ້ໄຟແຫ່ງອາຊີ" ໄດ້ແທ້ບໍ່?

ນັກວິຈານໄດ້ເຕືອນກ່ຽວກັບຕົ້ນທຶນເຊື່ອງຊ້ອນທີ່ຕິດພັນກັບການພັດທະນາເຂື່ອນການໂຕ້ຖຽງ ກ່ຽວກັບຍຸດທະສາດຂອງລາວໃນການເປັນ “ໝໍ້ໄຟແຫ່ງອາຊີ” ຍັງຄົງສືບຕໍ່ມີມາຫຼາຍເດືອນ ຫຼັງຈາກເຫດໄພພິບັດເຂື່ອນແຕກທີ່ເຊປຽນ-ເຊນ້ຳນ້ອຍ, ໃນຂະນະທີ່ລັດຖະບານລາວຍັງຄົງມີແຜນສືບຕໍ່ການກໍ່ສ້າງເຂື່ອນໄຟຟ້າ. ເຖິງແມ່ນວ່າ ໃນໄລຍະຜ່ານມາ ລັດຖະບານໄດ້ຕົກລົງລະງັບໂຄງການເຂື່ອນໄຟຟ້ານ້ຳຕົກໃໝ່ໆ ແລະ ນັກວິໄຈຍັງຄົງເປັນຫ່ວງຕໍ່ກັບຜົນກະທົບຂ້າມຊາຍແດນຂອງເຂື່ອນຕໍ່ສິ່ງແວດລ້ອມ ແລະ ຊີວິດການເປັນຢູ່ຂອງປະຊາຊົນໃນລ້ອງແມ່ນນ້ຳຂອງ, ເຈົ້າໜ້າທີ່ລາວຍັງຄົງຢືນຢັນຄວາມຈຳເປັນໃນການລົງທຶນໃນການພັດທະນະພະລັງງານໄຟຟ້ານ້ຳຕົກ ເພື່ອລົບລ້າງຄວາມທຸກຍາກ ແລະ ສົ່ງເສີມເສດຖະກິດ.ອ່ານຕໍ່ ...

Pratch Rujivanarom

ໄທຊຸກຍູ້ໃຫ້ເຂື່ອນໄຊຍະຜະລິດກະແສໄຟຟ້າກ່ອນກຳນົດການ

ໄຊຍະບູລີ, ລາວ (ວຽງຈັນທາມສ໌/ANN) – ໄທຈະຊຸກຍູ້ໃຫ້ລາວທຳການອະນຸມັດການປະຕິບັດການຂອງໂຮງງານໄຟຟ້ານ້ຳຕົກທີ່ກຳລັງມີການກໍ່ສ້າງກ່ອນກຳນົດການ, ເພື່ອຫຼຸດຜ່ອນພາສີພະລັງງານໂດຍລວມ, ຕາມແຫຼ່ງຂ່າວຂອງໄທ.ຕາມແຫຼ່ງຂ່າວທີ່ສາມາດເຊື່ອຖືໄດ້, ສຳນັກຂ່າວ Bangkok Post ລາຍງານວ່າ ຄະນະກຳມາທິການຄຸ້ມຄອງພະລັງງານຂອງໄທ (ERC) ໄດ້ຊຸກຍູ້ໃຫ້ລັດຖະບານລາວ ເລັ່ງມືໃນການແຈກຈ່າຍກະແສໄຟຟ້າຈາກໂຄງການເຂື່ອນໄຟຟ້ານ້ຳຕົກໄຊຍະບູລີ ເຊິ່ງມີກຳນົດການເລີ່ມຕົ້ນການປະຕິບັດງານໃນວັນທີ 1 ຕຸລາປີນີ້.ອ່ານຕໍ່   ...

ເອກະພອນ ພູທອນສີ

ລາວ, ຫວຽດນາມສົ່ງເສີມການຮ່ວມມືດ້ານການພັດທະນາຂະແໜງພະລັງງານ

ຮ່າໂນຍ (ວຽງຈັນທາມສ໌/ANN) – ລາວ ແລະ ຫວຽດນາມຈະສືບຕໍ່ຮ່ວມມືດ້ານການຄ້າຂາຍໄຟຟ້າ  ຫຼັງຈາກຄະນະນຳຈາກກກະຊວງພະລັງງານ ແລະ ບໍ່ແຮ່ລາວ ເດີນທາງຢ້ຽມຢາມເຈົ້າໜ້າທີ່ກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ທີ່ນະຄອນຮ່າໂນຍ ປະເທດຫວຽດນາມ.ການຢ້ຽມຢາມດັ່ງກ່າວແມ່ນນຳໂດຍທ່ານ ປອ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່  ໃນວັນທີ 16-19 ກຸມພາ, ເພື່ອຮັດແໜ້ນສາຍພົວພັນດ້ານການຄ້າໄຟຟ້າ ລະຫວ່າງສອງປະເທດແຕ່ເໜືອເຖິງໃຕ້, ເຊິ່ງລວມມີ 9 ຈຸດໃນລະບົບສາຍສົ່ງ 220kV, 230 kV ແລະ 500kV.ອ່ານຕໍ່ ...

ໂຕະຂ່າວ

ເລີ່ມເປີດສາກການຫາລືກ່ຽວກັບການຊົດເຊີຍສຳລັບຜູ້ປະສົບໄພພິບັດເຂື່ອນໃນລາວ

ອຳນາດການປົກຄອງຂອງລາວກ່າວວ່າ ໄດ້ມີການເລີ່ມເປີດສາກການເຈລະຈາກ່ຽວກັບການຊົດເຊີຍສຳລັບຜູ້ປະສົບໄພ ຈາກກໍລະນີເຂື່ອນເຊປຽນ-ເຊນ້ຳນ້ອຍແຕກໃນປີຜ່ານມາ,  ແຕ່ວ່ານັກອະນຸລັກສິ່ງແວດລ້ອມ ແລະ ນັກສິດທິມະນຸດຕ້ອງການໃຫ້ເຈົ້າຂອງໂຄງການເຂື່ອນຊ່ວຍເຫຼືອນອກເໜືອຈາກການຈ່າຍເງິນ – ພວກເຂົາຄວນຊ່ວຍເຫຼືອໃນການຟື້ນຟູຊີວິດການເປັນຢູ່ຂອງຜູ້ປະສົບໄພ.ຜູ້ລອດຊີວິດກວ່າ 7,000 ຄົນ ຈາກໄພພິບັດເຂື່ອນແຕກທີ່ເມືອງສະໜາມໄຊ ແຂວງອັດຕະປືທາງພາກໃຕ້ຂອງລາວ ຍັງຄົງປະສົບຄວາມຫຍຸ້ງຍາກໃນການດຳລົງຊີວິດມາເກືອບເຈັດເດືອນແລ້ວ.ອ່ານຕໍ່ ...

PRATCH RUJIVANAROM

ລາວຕັ້ງເປົ້າເປັນສູນເຊື່ອມຕໍ່ກະແສໄຟຟ້າຂອງພາກພື້ນພາຍໃນປີ 2025

ວຽງຈັນ (ວຽງຈັນທາມສ໌/ANN) – ລາວກຳລັງພັດທະນາແຜນຍຸດທະສາດໃນການສ້າງສູນເຄືອຂ່າຍລະບົບການເຊື່ອມຕໍ່ກະແສໄຟຟ້າຂອງພາກພື້ນພາຍໃນປີ 2025.ທ່ານ ສີຊາດ ບຸດຊະກິດຕິລາດ ຫົວໜ້າກົມຄຸ້ມຄອງພະລັງງານ ພາຍໃຕ້ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຜ່ານລາຍລະອຽດແຜນການດັ່ງກ່າວໃນກອງປະຊຸມວິຊາການກ່ຽວກັບບົດຮຽນທາງທຸລະກິດເພື່ອການປັບປຸງຂະແໜງອຸດສາຫະກຳພະລັງງານ.ອ່ານຕໍ່ ...

ໂຕະຂ່າວ

ກະຊວງຄາດໝາຍການຂະຫຍາຍຕົວຂອງຂະແໜງພະລັງງານ

ວຽງຈັນ (ວຽງຈັນທາມສ໌/ANN) – ກົມຄຸ້ມຄອງພະລັງງານ ກະຊວງພະລັງງານ ແລະ ບໍ່ແຮ່ ມີແຜນພັດທະນາລະບົບພະລັງງານໃຫ້ທັນສະໄໝ ແລະ ເພີ່ມຄວາມສາມາດໂດຍລວມ ດ້ວຍການຕິດຕັ້ງໂຮງໄຟຟ້າພະລັງນ້ຳໂດຍນຳໃຊ້ເຕັກໂນໂລຊີທີ່ດີທີ່ສຸດ ແລະທັນສະໄໝທີ່ສຸດ.ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ກ່າວໃນກອງປະຊຸມສອງວັນກ່ຽວກັບການຖອດຖອນບົດຮຽນເພື່ອປັບປຸງວຽກງານອຸດສາຫະກຳດ້ານພະລັງງານວ່າ ການກໍ່ສ້າງໂຮງງານໄຟຟ້າແມ່ນສ່ວນໜຶ່ງຂອງພາລະກິດທີ່ສຳຄັນຂອງຊາດ ໃນການກ້າວເປັນປະເທດຫຼັກແຫຼ່ງໃນການສະໜອງພະລັງງານໄຟຟ້າໃນພາກພື້ນ.ອ່ານຕໍ່ ...

News Desk

ໂຮງງານພະລັງງານແສງອາທິດຈະສະໜອງພະລັງງານໃຫ້ແກ່ເຂດເສດຖະກິດພິເສດທ່າແຂກ

ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດຕ່າງຊາດຈະສ້າງໂຮງໄຟຟ້າພະລັງແສງອາທິດ ໃນພື້ນທີ່ 54.2 ເຮັກຕາໃນເຂດເສດຖະກິດພິເສດທີ່ແຂກ (SEZ) ແຂວງຄຳມ່ວນ. ຂໍ້ຕົກລົງການພັດທະນາໂຄງການໄດ້ມີການລົງນາມລະຫວ່າງຄະນະບໍລິຫານເຂດເສດຖະກິດພິເສດທ່າແຂກ ແລະ ບໍລິສັດ Hainan Zhenlin Industry/Eden Tours GMBH ຈຳກັດ ໃນອາທິດແລ້ວ.ອ່ານຕໍ່ ...

News Desk

ຜູ້ປະສົບໄພເຂື່ອນແຕກໃນລາວໄດ້ຮັບຄ່າທຳຂັວນ

ເງິນຈຳນວນ US$710,000 ໂດລາ (ກວ່າ 6 ຕື້ກີບ) ໄດ້ຮັບການເບີກຈ່າຍໃຫ້ແກ່ຄອບຄົວຜູ້ປະສົບໄພ 71 ຄົນທີ່ເສຍຊີວິດ ຫຼື ຍັງຄົງສູນຫາຍເນື່ອງຈາກເຫດສັນເຂື່ອນແຕກທີ່ເມືອງສະໜາມໄຊ ແຂວງອັດຕະປື.ຜູ້ປະສົບໄພຈຳນວນ 71 ຄົນດຈາກເຫດເສົ້າສະຫຼົດໃນເດືອນກໍລະກົດ 2018 ດັ່ງກ່າວລວມມີ 22 ຜູ້ສູນຫາຍ ແລະ 49 ຜູ້ເສຍຊີວິດ.ຄອບຄົວຂອງຜູ້ປະສົບເຄາະແຕ່ລະລາຍໄດ້ຮັບຄ່າທຳຂັວນຄອບຄົວລະ US$10,000 ໂດລາ ຕາມການແຈ້ງການຂອວສຳນັກງງານນາຍົກລັດຖະມົນຕີ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

eTAyk
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!