ລາວສາມາດຮອງຮັບການເປັນ “ໝໍ້ໄຟແຫ່ງອາຊີ” ໄດ້ແທ້ບໍ່?

ນັກວິຈານໄດ້ເຕືອນກ່ຽວກັບຕົ້ນທຶນເຊື່ອງຊ້ອນທີ່ຕິດພັນກັບການພັດທະນາເຂື່ອນ

ການໂຕ້ຖຽງ ກ່ຽວກັບຍຸດທະສາດຂອງລາວໃນການເປັນ “ໝໍ້ໄຟແຫ່ງອາຊີ” ຍັງຄົງສືບຕໍ່ມີມາຫຼາຍເດືອນ ຫຼັງຈາກເຫດໄພພິບັດເຂື່ອນແຕກທີ່ເຊປຽນ-ເຊນ້ຳນ້ອຍ, ໃນຂະນະທີ່ລັດຖະບານລາວຍັງຄົງມີແຜນສືບຕໍ່ການກໍ່ສ້າງເຂື່ອນໄຟຟ້າ. ເຖິງແມ່ນວ່າ ໃນໄລຍະຜ່ານມາ ລັດຖະບານໄດ້ຕົກລົງລະງັບໂຄງການເຂື່ອນໄຟຟ້ານ້ຳຕົກໃໝ່ໆ ແລະ ນັກວິໄຈຍັງຄົງເປັນຫ່ວງຕໍ່ກັບຜົນກະທົບຂ້າມຊາຍແດນຂອງເຂື່ອນຕໍ່ສິ່ງແວດລ້ອມ ແລະ ຊີວິດການເປັນຢູ່ຂອງປະຊາຊົນໃນລ້ອງແມ່ນນ້ຳຂອງ, ເຈົ້າໜ້າທີ່ລາວຍັງຄົງຢືນຢັນຄວາມຈຳເປັນໃນການລົງທຶນໃນການພັດທະນະພະລັງງານໄຟຟ້ານ້ຳຕົກ ເພື່ອລົບລ້າງຄວາມທຸກຍາກ ແລະ ສົ່ງເສີມເສດຖະກິດ.

ອ່ານຕໍ່…

Pratch Rujivanarom