ໄພພິບັດ ແລະ ການຮອງຮັບເຫດສຸກເສີນ
Non-governmental preparedness and response agencies
ເກົາຫຼີໃຕ້ອະນຸມັດທຶນຊ່ວຍເຫຼືອລ້າ 10 ຕື້ກີບສຳລັບການຟື້ນຟູຫຼັງໄພນ້ຳຖ້ວມແຂວງອັດຕະປື
ວຽງຈັນ (ວຽງຈັນທາມສ໌) – ລັດຖະບານສາທາລະນະລັດເກົາຫຼີໄດ້ໃຫ້ທຶນຊ່ວຍເຫຼືອລ້າກວ່າ 10 ຕື້ກີບ (US$1.2 ລ້ານໂດລາ) ເພື່ອຈັດຕັ້ງປະຕິບັດໂຄງງການຟື້ນຟູຫຼັງໄພນ້ຳຖ້ວມຢູ່ແຂວງອັດຕະປື.“ໂຄງການຟື້ນຟູແຂວງອັດຕະປືໂດຍລວມ” ແມ່ນໄດ້ຮັບທຶນຊ່ວຍເຫຼືອລ້າຜ່ານອົງການຮ່ວມມືສານກົນປະເທດເກົາຫຼີ (KOICA). ການໃຫ້ທຶນຊ່ວຍເຫຼືອດັ່ງກ່າວໃນອາທິດແລ້ວນີ້ແມ່ນສ່ວນໜຶ່ງຂອງໂຄງການຊ່ວຍເຫຼືອໄລຍະ 5 ປີ ມູນຄ່າ US$11.5 ລ້ານໂດລາ ເຊິ່ງຈະຈັດຕັ້ງປະຕິບັດແຕ່ປີ 2019 ເຖິງປີ 2023.ຂໍ້ຕົກລົງສຳລັບທຶນຊ່ວຍເຫຼືອໃນຕໍ່ໜ້າຈະມີການລົງນາມໃນແຕ່ລະຂັ້ນຂອງໂຄງການຟື້ນຟູຫຼັງໄພພິບັດຢູ່ແຂວງອັດຕະປື.ອ່ານຕໍ່ ...
ພົມພົງ ເຫຼົາອິນ
http://annx.asianews.network/content/south-korea-grants-10-billion-kip-attapeu-flood-recovery-101856
ລັດມອບເຂົ້າສານ 430 ໂຕນເພື່ອຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ
ລັດຖະບານໄດ້ມອບເຂົ້າສານຈຳນວນ 430 ໂຕນ ມູນຄ່າກວ່າ 3.3 ຕື້ກີບ ທີ່ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ ເພື່ອເປັນສ່ວນໜຶ່ງຂອງພາລະກິດການສືບຕໍ່ຊ່ວຍເຫຼືອໄພພິບັດຢູ່ແຂວງພາກໃຕ້ຂອງລາວ.ການຊ່ວຍເຫຼືອດັ່ງກ່າວລວມມີ ເຂົ້າສານ 149 ໂຕນສຳລັບຊ່ວຍເຫຼືອຊຸມຊົນແຂວງບໍລິຄຳໄຊ, 100 ໂຕນສຳລັບແຂວງຄຳມ່ວນ, 81 ໂຕນສຳລັບແຂວງສະຫວັນນະເຂດ, 100 ໂຕນສຳລັບແຂວງຈຳປາສັກ.ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ
UNDP ໃຫ້ທຶນເກືອບ US$1 ລ້ານໂດລາ ເພື່ອການຟື້ນຟູຫຼັງໄພພິບັດໃນລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ປະຈຳລາວ ຈະໃຫ້ທຶນຊ່ວຍເຫຼືອ US$ 955,964 ໂດລາ ເພື່ອປັບປຸງສະພາບຊີວິດການເປັນຢູ່ຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດໃນທົ່ວປະເທດ.ການຊ່ວຍເຫຼືອດັ່ງກ່າວແມ່ນສ່ວນໜຶ່ງຂອງໂຄງການ “ສ້າງຄວາມສາມາດໃນການຟື້ນຟູທີ່ສາມາດຮອງຮັບຕໍ່ໄພພິບັດ” ແຕ່ປີ 2017-2021 ພາຍໃຕ້ການຮ່ວມມືກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມ.ອ່ານຕໍ່ ...
ທີມຂ່າວວຽງຈັນທາມສ໌
ລຸກຊຳບວກສະໜັບສະໜູນພາລະກິດການຟື້ນຟູຫຼັງໄພພິບັດໃນລາວ
(ຂປລ) ລັດຖະບານລຸກຊຳບວກ ໃຫ້ການສະໜັບສະໜູນໂຄງການສ້າງຄວາມສາມາດເພື່ອການຟື້ນຟູຫຼັງໄພພິບັດ ມູນຄ່າປະມານ US$ 981,000 ໂດລາ.ລັດຖະບານລາວໄດ້ຮ່ວມສະໜັບສະໜູນທຶນຈຳນວນ US$ 219,928 ໂດລາຂອງມູນຄ່າໂຄງການທັງໝົດ ເຊິ່ງຈະຈັດຕັ້ງປະຕິບັດຢູ່ໃນລະດັບສູນກາງ ແລະ ທ້ອງຖິ່ນ ແລະລວມມີການວາງແຜນເພື່ອຫຼຸດຜ່ອນຄວາມສ່ຽງໄພ ແລະ ການສ້າງຄວາມສາມາດໃຫ້ແກ່ຊຸມຊົນຫຼັງໄພພິບັດ.ໂຄງການດັ່ງກ່າວຈະຈັດຕັ້ງປະຕິບັດຢູ່ເມືອງປາກຊັນ ແຂວງບໍລິຄຳໄຊ, ແລະ ເມືອງຄົງເຊໂດນ ແຂວງສາລະວັນ.ອ່ານຕໍ່ ...
ຂປລ
ຜູ້ປະສົບໄພນ້ຳຖ້ວມໃນແຂວງອັດຕະປືໄດ້ຮັບເຂົ້າສານຊ່ວຍເຫຼືອ 2,221 ໂຕນ
ລັດຖະບານລາວໄດ້ຮັບເຂົ້າສານຈຳນວນ 2,221 ໂຕນ ລວມມູນຄ່າກວ່າ 16 ຕື້ກີບຈາກກອງທຶນເຂົ້າສຳລັບພາວະສຸກເສີນອາຊຽນບວກສາມ (APTERR+3) ເພື່ອແຈກຈ່າຍໃຫ້ແກ່ຜູ້ປະສົບໄພນ້ຳຖ້ວມໃນແຂວງອັດຕະປື.ປະເທດສະມາຊິກອາຊຽນແຕ່ລະປະເທດແມ່ນມີກອງທຶນເຂົ້າສຸກເສີນຂອງຕົນ, ແລະ ກອງທຶນເຂົ້າຂອງລາວແມ່ນມາຈາກຄັງສຳຮອງເຂົ້າແຫ່ງຊາດ.ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ
ຕີມໍເລັສ໌ເຕບໍລິຈາກເງິນ US$ 750,000 ໂດລາເພື່ອຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມໃນພາກໃຕ້ຂອງລາວ
(ຂປລ) ລັດຖະບານຕີມໍເລັສ໌ເຕ ໄດ້ບໍລິຈາກເງິນ US$ 750,000 ໂດລາເພື່ອຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ທີ່ເມືອງສະໜາມໄຊ ແຂວງອັດຕະປືຂອງລາວ.ພິທີມອບເງິນຊ່ວຍເຫຼືອດັ່ງກ່າວໄດ້ມີຂຶ້ນທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທີ່ນະຄອນວຽງຈັນ ໃນວັນທີ 6 ມີນານີ້ ລະຫວ່າງທ່ານນາງ ນາຕາເລຍ ຄາຣັສຄາລາວ ອັນຕູນ ເອກອັກຄະລັດຖະທູດຕີມໍເລັສ໌ເຕປະຈຳລາວ ແລະ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ.ອ່ານຕໍ່ ...
ຂປລ
ຍີ່ປຸ່ນໃຫ້ການຊ່ວຍເຫຼືອພາລະກິດຟື້ນຟູຫຼັງໄພນ້ຳຖ້ວມ
ລັດຖະບານຍີ່ປຸ່ນຈະໃຫ້ທຶນຊ່ວຍເຫຼືອລາວ 850 ລ້ານເຢັນ (ປະມານ US$7.6 ລ້ານໂດລາ) ເພື່ອສະໜັບສະໜູນກິດຈະກຳການຊ່ວຍເຫຼືອຊຸມຊົນທ້ອງຖິ່ນໃນທົ່ວປະເທດ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມໃນປີຜ່ານມາ.ປີກາຍນີ້ ປະເທດລາວໄດ້ປະສົບກັບສະພາບຝົນຕົກໜັກໃນຊ່ວງເດືອນກໍລະກົດເຖິງກັນຍາ, ລວມທັງໄດ້ຮັບອິດທິພົນຈາກພະຍຸລະດູຮ້ອນສອງຫົວ, ສົ່ງຜົນໃຫ້ເກີດຄວາມເສຍຫາຍເປັນບໍລິເວນກວ້າງໃນທົ່ວປະເທດ.ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ
ເກົາຫຼີໃຕ້ອະນຸມັດເງິນຊ່ວຍເຫຼືອ US$15 ລ້ານໂດລາ ຟື້ນຟູຫຼັງໄພພິບັດນ້ຳຖ້ວມທີ່ແຂວງອັດຕະປື
ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານເກົາຫຼີໃຕ້ອະນຸມັດງົບປະມານ US$15 ລ້ານໂດລາ (ປະມານ 128 ຕື້ກີບ) ເພື່ອຈັດຕັ້ງປະຕິບັດແຜນຟື້ນຟູຫຼັງໄພພິບັດນ້ຳຖ້ວມ ແລະ ຊ່ວຍເຫຼືອປະຊາຊົນທີ່ປະສົບໄພທີ່ເມືອງສະໜາມໄຊ ແຂວງອັດຕະປື.ໃນກອງປະຊຸມຕໍ່ສື່ມວນຊົນທີ່ວຽງຈັນວານນີ້, ທ່ານ ຊິນ ຊຸງຊຸນ ເອກະອັກຄະລັດຖະທູດສາທາລະນະລັດເກົາຫຼີປະຈຳລາວໄດ້ກ່າວວ່າ ລັດຖະບານ ສ ເກົາຫຼີ ໄດ້ອະນຸມັດງົບປະມານ US$15 ລ້ານໂດລາສຳລັບການຊ່ວຍເຫຼືອເພື່ອການພັດທະນາຢ່າງເປັນທາງການໃນປີນີ້ ເພື່ອຊ່ວຍເຫຼືອໃນແຂວງອັດຕະປື.ອ່ານຕໍ່ ...
ພົມພົງ ເຫຼົາອິນ
ກາແດງລາວມອບເງິນກວ່າ 1 ຕື້ກີບໃຫ້ແກ່ຄອບຄົວຜູ້ປະສົບໄພນ້ຳຖ້ວມ
(ຂປລ) ໃນອາທິດແລ້ວນີ້ ອົງການກາແດງລາວໄດ້ມອບເງິນຊ່ວຍເຫຼືອບັນເທົາທຸກກວ່າ 1.04 ຕື້ກີບໃຫ້ແກ່ຄອບຄົວຜູ້ປະສົບໄພນ້ຳຖ້ວມກວ່າ 1,400 ຄອບຄົວ ໃນ 9 ບ້ານຂອງເມືອງສະໜາມໄຊ ແຂວງອັດຕະປື.ເມືອງສະໜາມໄຊໄດ້ປະສົບໄພນ້ຳຖ້ວມຢ່າງໜັກ ເນື່ອງຈາກສັນເຂື່ອນເຊປຽນ-ເຊນ້ຳນ້ອຍແຕກໃນທ້າຍເດືອນກໍລະກົດປີກາຍນີ້. ໄພນ້ຳຖ້ວມດັ່ງກ່າວເຮັດໃຫ້ມີຜູ້ເສຍຊີວິດກວ່າ 40 ຄົນ ແລະອີກຫຼາຍສິບຄົນຍັງຄົງສູນຫາຍ.ອ່ານຕໍ່ ...
ຂປລ
ເກົາຫຼີ, ອາຊຽນມອບເຂົ້າສານ 1,000 ໂຕນເພື່ອຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມໃນລາວ
ລັດຖະບານສາທາລະນະລັດເກົາຫຼີສືບຕໍ່ໃຫ້ການຊ່ວຍເຫຼືອປະເທດລາວ ເນື່ອງຈາກໄພນ້ຳຖ້ວມເປັນບໍລິເວນກວ້າງໃນຫຼາຍແຂວງ, ເຊິ່ງໜັກກວ່າໝູ່ແມ່ນຢູ່ແຂວງອັດຕະປື.ເອກອັກຄະລັດຖະທູດສາທາລະນະລັດເກົາຫຼີ ກ່າວຢືນຢັນການຊ່ວຍເຫຼືອສຳລັບປະເທດລາວໃນວັນສຸກຜ່ານມາ ໃນການມອບເຂົ້າສານຈຳນວນ 1,000 ໂຕນຈາກໂຄງການຄັງສຳຮອງເຂົ້າສຸກເສີນອາຊຽນບວກສາມ (APTERR) ລະດັບສາມ ໃຫ້ແກ່ເຈົ້າໜ້າທີ່ຝ່າຍລາວ, ເຊິ່ງເປັນສ່ວນໜຶ່ງຂອງການຊ່ວຍເຫຼືອຂອງເກົາຫຼີສຳລັບຊຸມຊົນທີ່ປະສົບໄພນ້ຳຖ້ວມໃນລາວ.ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ