ລຸກຊຳບວກສະໜັບສະໜູນພາລະກິດການຟື້ນຟູຫຼັງໄພພິບັດໃນລາວ

(ຂປລ) ລັດຖະບານລຸກຊຳບວກ ໃຫ້ການສະໜັບສະໜູນໂຄງການສ້າງຄວາມສາມາດເພື່ອການຟື້ນຟູຫຼັງໄພພິບັດ ມູນຄ່າປະມານ US$ 981,000 ໂດລາ.

ລັດຖະບານລາວໄດ້ຮ່ວມສະໜັບສະໜູນທຶນຈຳນວນ US$ 219,928 ໂດລາຂອງມູນຄ່າໂຄງການທັງໝົດ ເຊິ່ງຈະຈັດຕັ້ງປະຕິບັດຢູ່ໃນລະດັບສູນກາງ ແລະ ທ້ອງຖິ່ນ ແລະລວມມີການວາງແຜນເພື່ອຫຼຸດຜ່ອນຄວາມສ່ຽງໄພ ແລະ ການສ້າງຄວາມສາມາດໃຫ້ແກ່ຊຸມຊົນຫຼັງໄພພິບັດ.

ໂຄງການດັ່ງກ່າວຈະຈັດຕັ້ງປະຕິບັດຢູ່ເມືອງປາກຊັນ ແຂວງບໍລິຄຳໄຊ, ແລະ ເມືອງຄົງເຊໂດນ ແຂວງສາລະວັນ.

ອ່ານຕໍ່…

ຂປລ