ເກົາຫຼີໃຕ້ອະນຸມັດເງິນຊ່ວຍເຫຼືອ US$15 ລ້ານໂດລາ ຟື້ນຟູຫຼັງໄພພິບັດນ້ຳຖ້ວມທີ່ແຂວງອັດຕະປື

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານເກົາຫຼີໃຕ້ອະນຸມັດງົບປະມານ US$15 ລ້ານໂດລາ (ປະມານ 128 ຕື້ກີບ) ເພື່ອຈັດຕັ້ງປະຕິບັດແຜນຟື້ນຟູຫຼັງໄພພິບັດນ້ຳຖ້ວມ ແລະ ຊ່ວຍເຫຼືອປະຊາຊົນທີ່ປະສົບໄພທີ່ເມືອງສະໜາມໄຊ ແຂວງອັດຕະປື.

ໃນກອງປະຊຸມຕໍ່ສື່ມວນຊົນທີ່ວຽງຈັນວານນີ້, ທ່ານ ຊິນ ຊຸງຊຸນ ເອກະອັກຄະລັດຖະທູດສາທາລະນະລັດເກົາຫຼີປະຈຳລາວໄດ້ກ່າວວ່າ ລັດຖະບານ ສ ເກົາຫຼີ ໄດ້ອະນຸມັດງົບປະມານ US$15 ລ້ານໂດລາສຳລັບການຊ່ວຍເຫຼືອເພື່ອການພັດທະນາຢ່າງເປັນທາງການໃນປີນີ້ ເພື່ອຊ່ວຍເຫຼືອໃນແຂວງອັດຕະປື.

ອ່ານຕໍ່…

 

ພົມພົງ ເຫຼົາອິນ