Non-governmental preparedness and response agencies
ທຶນໃນການຮັບມືໄພພິບັດ ແລະ ເຫດສຸກເສີນ
ສປປ ລາວ ໄດ້ຮັບທຶນຊ່ວຍເຫຼືອເພີ່ມເຕີມ ເພື່ອການຟື້ນຟູຫຼັງໄພພິບັດ
(ຂປລ) ຄະນະບໍລິຫານທະນາຄານໂລກ ໄດ້ອະນຸມັດທຶນຊ່ວຍເຫຼືອ US$50 ລ້ານໂດລາ ໃນວັນທີ 13 ທັນວານີ້ ເພື່ອເປັນການຊ່ວຍເຫຼືອເພີ່ມເຕີມດ້ານການເງິນ ສຳລັບໂຄງການຄຸ້ມຄອງຄວາມສ່ຽງໄພພິບັດອາຊີຕາເວັນອອກສຽງໃຕ້ໃນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໂຄງການຂະແໜງກໍ່ສ້າງທາງໃນລາວ ໄລຍະ II.ທຶນເພີ່ມເຕີມດັ່ງກ່າວ ຈະຊ່ວຍຫຼຸດຜ່ອນຊ່ອງຫວ່າງທາງການເງິນ ສຳລັບການຟື້ນຟູຫຼັງໄພນ້ຳຖ້ວມຄັ້ງໃຫຍ່ໃນປີ 2018, ການຈັດບູລິມະສິດການລົງທຶນໃນການຄຸ້ມຄອງຄວາມສ່ຽງຕໍ່ໄພນ້ຳຖ້ວມ, ແລະ ຂະແໜງການກໍ່ສ້າງທາງ, ເຊິ່ງຄິດເປັນ 75 ສ່ວນຮ້ອຍຂອງຄວາມເສຍຫາຍ ແລະ ການສູນເສຍ ທີ່ຄາດຄະເນທັງໝົດ.ອ່ານຕໍ່ ...
ໂຕະຂ່າວ ຂປລ
ຊາວກະສິກອນທີ່ປະສົບໄພນ້ຳຖ້ວມ ໄດ້ຮັບການຊ່ວຍເຫຼືອທາງດ້ານເຂົ້າສານ
(ຂປລ) ຊາວກະສິກອນແຂວງສາລະວັນ ແລະ ເຊກອງ ທີ່ພືດຜົນໄດ້ຮັບຄວາມເສຍຫາຍຈາກໄພນ້ຳຖ້ວມໃນເດືອນກັນຍາທີ່ຜ່ານມາ ໄດ້ຮັບເຂົ້າສານ ແລະ ແນວພັນເຂົ້າ ພາຍໃຕ້ການຊ່ວຍເຫຼືອຂອງສອງບໍລິສັດພະລັງງານ.ພິທີມອບຮັບການຊ່ວຍເຫຼືອດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 10 ທັນວາຜ່ານມານີ້ ຢູ່ແຂວງສາລະວັນ ແລະ ເຊກອງ.ບໍລິສັດໄຟຟ້າ ເທີນ-ຫີນບູນ (THPC) ແລະ ຂາຫຸ້ນໃຫຍ່ຄື ບໍລິສັດໄຟຟ້າລາວ (EDL-Generation) ໄດ້ມອບເຂົ້າສານ 20 ກວ່າໂຕນ ແລະ ແນວພັນເຂົ້າ 10 ໂຕນ ໃຫ້ແກ່ອຳນາດການປົກຄອງແຕ່ລະແຂວງ, ຕາມການຄຳຂໍຂອງລັດຖະບານ ເພື່ອຊ່ວຍເຫຼືອໃນການຟື້ນຟູຊຸມຊົນທີ່ປະສົບໄພນ້ຳຖ້ວມ.ອ່ານຕໍ່ ...
KPL News Desk
ລາວສ້າງກອງທຶນເພື່ອຮັບມືກັບການປ່ຽນແປງຂອງສະພາບອາກາດ
ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານໄດ້ຈັດຕັ້ງກອງທຶນໃໝ່ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ປະເທດໃນການຈັດການ ແລະ ຮັບມືກັບໄພຈາກການປ່ຽນແປງຂອງສະພາບອາກາດ.ອີງຕາມດຳລັດຂອງນາຍົກລັດຖະມົນຕີກ່ຽວກັບການປ່ຽນແປງຂອງສະພາບອາກາດ, ທີ່ເຜີຍແຜ່ໃນຈົດໝາຍວຽນແຫ່ງຊາດ ວັນທີ 17 ຕຸລານີ້, ກອງທຶນດັ່ງກ່າວແມ່ນສ່ວນໜຶ່ງຂອງກອງທຶນປົກປັກຮັກສາສິ່ງແວດລ້ອມ, ເຊິ່ງສ້າງຂຶ້ນພາຍໃຕ້ກົດໝາຍວ່າງດ້ວຍການປົກປັກຮັກສາສິ່ງແວດລ້ອມ.ເງິນໃນກອງທຶນນີ້ຈະມາຈາກທຶນຊ່ວຍເຫຼືອຂອງຕ່າງປະເທດກ່ຽວກັບການປ່ຽນແປງຂອງສະພາບອາກາດ ກໍຄືແຫຼ່ງລາຍຮັບອື່ນໆ, ຕາມດຳລັດຂອງນາຍົກລັດຖະມົນຕີວ່າດ້ວຍການປ່ຽນແປງຂອງສະພາບອາກາດ ເຊິ່ງໄດ້ມີການເຊັນ ແລະ ປະທັບຕາໃນວັນທີ 18 ກັນຍານີ້.ອ່ານຕໍ່ ...
ເອກະພອນ ພູທອນສີ
ອີຢູ ໃຫ້ການຊ່ວຍເຫຼືອສຳລັບຜູ້ປະສົບໄພນ້ຳຖ້ວມໃນລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ສະຫະພາບຢູໂຣບ (ອີຢູ) ໄດ້ແຈ້ງກ່ຽວກັບການຈັດສັນທຶນ €200,000 ຢູໂຣ (1.95 ຕື້ກີບ) ເພື່ອການຊ່ວຍເຫຼືອເພື່ອມະນຸດສະທຳສຳລັບຄອບຄົວທີ່ປະສົບໄພນ້ຳຖ້ວມໃນລາວ ທີ່ໄດ້ຮັບຜົນກະທົບຈາກພະຍຸເຂດຮ້ອນທີ່ຜ່ານມາ.ຕາມບົດຂ່າວໃນເວັບໄຊຂອງຄະນະຜູ້ແທນສະຫະພາບຢູໂຣບປະຈຳລາວ, ທຶນຊ່ວຍເຫຼືອດັ່ງກ່າວແມ່ນມາຈາກໜ່ວຍງານຊ່ວຍເຫຼືອເພື່ອມະນຸດສະທຳ ແລະ ປົກປ້ອງສັງຄົມຢູໂຣບ (ECHO) ໂດຍຜ່ານ ກົນໄກເຄື່ອງມືຂະໜາດນ້ອຍ.ອ່ານຕໍ່ ...
ເອກະພອນ ພູທອນສີ
ຈີນບໍລິຈາກເງິນ US$100,000 ໂດລາເພື່ອຊ່ວຍເຫຼືອບັນເທົາທຸກໄພນ້ຳຖ້ວມໃນຫົກແຂວງຂອງລາວ
(ຂປລ) ລັດຖະບານຈີນໄດ້ບໍລິຈາກເງິນ US$100,000 ໂດລາ ເພື່ອຊ່ວຍເຫຼືອພາລະກິດບັນເທົາທຸກ ແລະ ຟື້ນຟູຫຼັງໄພພິບັດ ຢູ່ແຂວງຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ອັດຕະປື ແລະ ຈຳປາສັກ ເຊິ່ງໄດ້ຮັບຜົນກະທົບຢ່າງໜັກຈາກໄພນ້ຳຖ້ວມ.ໄພນ້ຳຖ້ວມດັ່ງກ່າວແມ່ນເກີດຈາກພະຍຸຫຼາຍຫົວໄດ້ພັດເຂົ້າປະເທດລາວໃນຊ່ວງທ້າຍຂອງເດືອນສິງຫາເຖິງຕົ້ນເດືອນກັນຍາປີນີ້ ເຊິ່ງເປັນໄພພິບັດຄັ້ງຮ້າຍແຮງທີ່ສຸດຢູ່ໃນຫົກແຂວງພາກກາງ ແລະ ພາກໃຕ້ ນັບແຕ່ປີ 1978.ອ່ານຕໍ່ ...
ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=48301
ເຂດເສດຖະກິດພິເສດສາມຫຼ່ຽມຄຳ ຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມໃນລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ເຂດເສດຖະກິດພິເສດສາມຫຼ່ຽມຄຳ ໄດ້ມອບເງິນ 3 ຕື້ກີບໃຫ້ແກ່ລັດຖະບານລາວ ເພື່ອຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມຢູ່ແຂວງພາກກາງ ແລະ ພາກໃຕ້ຂອງລາວ.ໃນວັນອັງຄານນີ້ ທ່ານ ຈຽວ ເວີຍ ປະທານເຂດເສດຖະກິດພິເສດສາມຫຼ່ຽມຄຳ ໄດ້ເຂົ້າມອບເງິນຊ່ວຍເຫຼືອດັ່ງກ່າວໃຫ້ແກ່ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ.ອ່ານຕໍ່ ...
ໂຕະຂ່າວ
http://annx.asianews.network/content/golden-triangle-sez-assists-flood-victims-laos-104462
ບໍລິສັດນ້ຳເທີນ 2 ຈະບໍລິຈາກເງິນ 1 ຕື້ ເພື່ອຊ່ວຍເຫຼືອບັນເທົາທຸກ, ຟື້ນຟູແຂວງທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ
(ຂປລ) ບໍລິສັດໄຟຟ້ານ້ຳເທີນ 2 ຈຳກັດ ໄດ້ໃຫ້ບໍລິຈາກເງິນໜຶ່ງຕື້ກີບ ເພື່ອຊ່ວຍເຫຼືອພາລະກິດບັນເທົາທຸກ ແລະ ຟື້ນຟູ ແຂວງທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຄື ແຂວງຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ອັດຕະປື ແລະ ຈຳປາສັກ.ໄພນ້ຳຖ້ວມດັ່ງກ່າວແມ່ນເກີດຈາກພະຍຸຫຼາຍຫົວ ທີ່ພັດເຂົ້າປະເທດລາວໃນທ້າຍເດືອນສິງຫາ ແລະ ຕົ້ນເດືອນກັນຍານີ້ ເຊິ່ງຮ້າຍແຮງກວ່າໝູ່ແມ່ນຢູ່ຫົກແຂວງພາກກາງ ແລະ ພາກໃຕ້ ນັບແຕ່ປີ 1978 ເປັນຕົ້ນມາ.ອ່ານຕໍ່ ...
ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=48229
ເກົາຫຼີໃຕ້ອະນຸມັດທຶນຊ່ວຍເຫຼືອລ້າ 10 ຕື້ກີບສຳລັບການຟື້ນຟູຫຼັງໄພນ້ຳຖ້ວມແຂວງອັດຕະປື
ວຽງຈັນ (ວຽງຈັນທາມສ໌) – ລັດຖະບານສາທາລະນະລັດເກົາຫຼີໄດ້ໃຫ້ທຶນຊ່ວຍເຫຼືອລ້າກວ່າ 10 ຕື້ກີບ (US$1.2 ລ້ານໂດລາ) ເພື່ອຈັດຕັ້ງປະຕິບັດໂຄງງການຟື້ນຟູຫຼັງໄພນ້ຳຖ້ວມຢູ່ແຂວງອັດຕະປື.“ໂຄງການຟື້ນຟູແຂວງອັດຕະປືໂດຍລວມ” ແມ່ນໄດ້ຮັບທຶນຊ່ວຍເຫຼືອລ້າຜ່ານອົງການຮ່ວມມືສານກົນປະເທດເກົາຫຼີ (KOICA). ການໃຫ້ທຶນຊ່ວຍເຫຼືອດັ່ງກ່າວໃນອາທິດແລ້ວນີ້ແມ່ນສ່ວນໜຶ່ງຂອງໂຄງການຊ່ວຍເຫຼືອໄລຍະ 5 ປີ ມູນຄ່າ US$11.5 ລ້ານໂດລາ ເຊິ່ງຈະຈັດຕັ້ງປະຕິບັດແຕ່ປີ 2019 ເຖິງປີ 2023.ຂໍ້ຕົກລົງສຳລັບທຶນຊ່ວຍເຫຼືອໃນຕໍ່ໜ້າຈະມີການລົງນາມໃນແຕ່ລະຂັ້ນຂອງໂຄງການຟື້ນຟູຫຼັງໄພພິບັດຢູ່ແຂວງອັດຕະປື.ອ່ານຕໍ່ ...
ພົມພົງ ເຫຼົາອິນ
http://annx.asianews.network/content/south-korea-grants-10-billion-kip-attapeu-flood-recovery-101856
ລັດມອບເຂົ້າສານ 430 ໂຕນເພື່ອຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ
ລັດຖະບານໄດ້ມອບເຂົ້າສານຈຳນວນ 430 ໂຕນ ມູນຄ່າກວ່າ 3.3 ຕື້ກີບ ທີ່ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ ເພື່ອເປັນສ່ວນໜຶ່ງຂອງພາລະກິດການສືບຕໍ່ຊ່ວຍເຫຼືອໄພພິບັດຢູ່ແຂວງພາກໃຕ້ຂອງລາວ.ການຊ່ວຍເຫຼືອດັ່ງກ່າວລວມມີ ເຂົ້າສານ 149 ໂຕນສຳລັບຊ່ວຍເຫຼືອຊຸມຊົນແຂວງບໍລິຄຳໄຊ, 100 ໂຕນສຳລັບແຂວງຄຳມ່ວນ, 81 ໂຕນສຳລັບແຂວງສະຫວັນນະເຂດ, 100 ໂຕນສຳລັບແຂວງຈຳປາສັກ.ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ
UNDP ໃຫ້ທຶນເກືອບ US$1 ລ້ານໂດລາ ເພື່ອການຟື້ນຟູຫຼັງໄພພິບັດໃນລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ປະຈຳລາວ ຈະໃຫ້ທຶນຊ່ວຍເຫຼືອ US$ 955,964 ໂດລາ ເພື່ອປັບປຸງສະພາບຊີວິດການເປັນຢູ່ຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດໃນທົ່ວປະເທດ.ການຊ່ວຍເຫຼືອດັ່ງກ່າວແມ່ນສ່ວນໜຶ່ງຂອງໂຄງການ “ສ້າງຄວາມສາມາດໃນການຟື້ນຟູທີ່ສາມາດຮອງຮັບຕໍ່ໄພພິບັດ” ແຕ່ປີ 2017-2021 ພາຍໃຕ້ການຮ່ວມມືກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມ.ອ່ານຕໍ່ ...
ທີມຂ່າວວຽງຈັນທາມສ໌