ສປປ ລາວ ໄດ້ຮັບທຶນຊ່ວຍເຫຼືອເພີ່ມເຕີມ ເພື່ອການຟື້ນຟູຫຼັງໄພພິບັດ

(ຂປລ) ຄະນະບໍລິຫານທະນາຄານໂລກ ໄດ້ອະນຸມັດທຶນຊ່ວຍເຫຼືອ US$50 ລ້ານໂດລາ ໃນວັນທີ 13 ທັນວານີ້ ເພື່ອເປັນການຊ່ວຍເຫຼືອເພີ່ມເຕີມດ້ານການເງິນ ສຳລັບໂຄງການຄຸ້ມຄອງຄວາມສ່ຽງໄພພິບັດອາຊີຕາເວັນອອກສຽງໃຕ້ໃນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໂຄງການຂະແໜງກໍ່ສ້າງທາງໃນລາວ ໄລຍະ II.ທຶນເພີ່ມເຕີມດັ່ງກ່າວ ຈະຊ່ວຍຫຼຸດຜ່ອນຊ່ອງຫວ່າງທາງການເງິນ ສຳລັບການຟື້ນຟູຫຼັງໄພນ້ຳຖ້ວມຄັ້ງໃຫຍ່ໃນປີ 2018, ການຈັດບູລິມະສິດການລົງທຶນໃນການຄຸ້ມຄອງຄວາມສ່ຽງຕໍ່ໄພນ້ຳຖ້ວມ, ແລະ ຂະແໜງການກໍ່ສ້າງທາງ, ເຊິ່ງຄິດເປັນ 75 ສ່ວນຮ້ອຍຂອງຄວາມເສຍຫາຍ ແລະ ການສູນເສຍ ທີ່ຄາດຄະເນທັງໝົດ.ອ່ານຕໍ່ ...

ໂຕະຂ່າວ ຂປລ

ຊາວກະສິກອນທີ່ປະສົບໄພນ້ຳຖ້ວມ ໄດ້ຮັບການຊ່ວຍເຫຼືອທາງດ້ານເຂົ້າສານ

(ຂປລ) ຊາວກະສິກອນແຂວງສາລະວັນ ແລະ ເຊກອງ ທີ່ພືດຜົນໄດ້ຮັບຄວາມເສຍຫາຍຈາກໄພນ້ຳຖ້ວມໃນເດືອນກັນຍາທີ່ຜ່ານມາ ໄດ້ຮັບເຂົ້າສານ ແລະ ແນວພັນເຂົ້າ ພາຍໃຕ້ການຊ່ວຍເຫຼືອຂອງສອງບໍລິສັດພະລັງງານ.ພິທີມອບຮັບການຊ່ວຍເຫຼືອດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 10 ທັນວາຜ່ານມານີ້ ຢູ່ແຂວງສາລະວັນ ແລະ ເຊກອງ.ບໍລິສັດໄຟຟ້າ ເທີນ-ຫີນບູນ (THPC) ແລະ ຂາຫຸ້ນໃຫຍ່ຄື ບໍລິສັດໄຟຟ້າລາວ (EDL-Generation) ໄດ້ມອບເຂົ້າສານ 20 ກວ່າໂຕນ ແລະ ແນວພັນເຂົ້າ 10 ໂຕນ ໃຫ້ແກ່ອຳນາດການປົກຄອງແຕ່ລະແຂວງ, ຕາມການຄຳຂໍຂອງລັດຖະບານ ເພື່ອຊ່ວຍເຫຼືອໃນການຟື້ນຟູຊຸມຊົນທີ່ປະສົບໄພນ້ຳຖ້ວມ.ອ່ານຕໍ່ ...

KPL News Desk

ອົງການກາແດງ ມອບເຄື່ອງຊ່ວຍເຫຼືອເພີ່ມເຕີມ ໃຫ້ແກ່ຊຸມຊົນທີ່ປະສົບໄພນ້ຳຖ້ວມ

ອົງການກາແດງລາວ ໄດ້ມອບເຄື່ອງຊ່ວຍເຫຼືອເພີ່ມເຕີມ ໃຫ້ແກ່ຊຸມຊົນແຂວງພາກໃຕ້ ທີ່ໄດ້ຮັບຄວາມເສຍຫາຍຈາກໄພນ້ຳຖ້ວມທີ່ຜ່ານມາ, ເຊິ່ງເປັນເຄື່ອງບໍລິຈາກ ມູນຄ່າ 60 ກວ່າລ້ານກີບ.ໃນອາທິດແລ້ວນີ້ ອົງການກາແດງ ໄດ້ນຳເອົາອຸປະກອນການສຶກສາໄປມອບໃຫ້ແກ່ໂຮງຮຽນປະຖົມພູທອງລຸ່ມ ເມືອງຊະນະສົມບູນ ແຂວງຈຳປາສັກ ເພື່ອປ່ຽນແທນອຸປະກອນການຮຽນການສອນທີ່ຖືກເປ່ເພ ຫຼື ໄດ້ຮັບຄວາມເສຍຫາຍຈາກໄພນ້ຳຖ້ວມໃນຊ່ວງເດືອນກັນຍາທີ່ຜ່ານມາ.ອ່ານຕໍ່. ...

ໂຕະຂ່າວວຽງຈັນທາມສ໌

ລາວສ້າງກອງທຶນເພື່ອຮັບມືກັບການປ່ຽນແປງຂອງສະພາບອາກາດ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານໄດ້ຈັດຕັ້ງກອງທຶນໃໝ່ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ປະເທດໃນການຈັດການ ແລະ ຮັບມືກັບໄພຈາກການປ່ຽນແປງຂອງສະພາບອາກາດ.ອີງຕາມດຳລັດຂອງນາຍົກລັດຖະມົນຕີກ່ຽວກັບການປ່ຽນແປງຂອງສະພາບອາກາດ, ທີ່ເຜີຍແຜ່ໃນຈົດໝາຍວຽນແຫ່ງຊາດ ວັນທີ 17 ຕຸລານີ້, ກອງທຶນດັ່ງກ່າວແມ່ນສ່ວນໜຶ່ງຂອງກອງທຶນປົກປັກຮັກສາສິ່ງແວດລ້ອມ, ເຊິ່ງສ້າງຂຶ້ນພາຍໃຕ້ກົດໝາຍວ່າງດ້ວຍການປົກປັກຮັກສາສິ່ງແວດລ້ອມ.ເງິນໃນກອງທຶນນີ້ຈະມາຈາກທຶນຊ່ວຍເຫຼືອຂອງຕ່າງປະເທດກ່ຽວກັບການປ່ຽນແປງຂອງສະພາບອາກາດ ກໍຄືແຫຼ່ງລາຍຮັບອື່ນໆ, ຕາມດຳລັດຂອງນາຍົກລັດຖະມົນຕີວ່າດ້ວຍການປ່ຽນແປງຂອງສະພາບອາກາດ ເຊິ່ງໄດ້ມີການເຊັນ ແລະ ປະທັບຕາໃນວັນທີ 18 ກັນຍານີ້.ອ່ານຕໍ່  ...

ເອກະພອນ ພູທອນສີ

ອີຢູ ໃຫ້ການຊ່ວຍເຫຼືອສຳລັບຜູ້ປະສົບໄພນ້ຳຖ້ວມໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ສະຫະພາບຢູໂຣບ (ອີຢູ) ໄດ້ແຈ້ງກ່ຽວກັບການຈັດສັນທຶນ €200,000 ຢູໂຣ (1.95 ຕື້ກີບ) ເພື່ອການຊ່ວຍເຫຼືອເພື່ອມະນຸດສະທຳສຳລັບຄອບຄົວທີ່ປະສົບໄພນ້ຳຖ້ວມໃນລາວ ທີ່ໄດ້ຮັບຜົນກະທົບຈາກພະຍຸເຂດຮ້ອນທີ່ຜ່ານມາ.ຕາມບົດຂ່າວໃນເວັບໄຊຂອງຄະນະຜູ້ແທນສະຫະພາບຢູໂຣບປະຈຳລາວ, ທຶນຊ່ວຍເຫຼືອດັ່ງກ່າວແມ່ນມາຈາກໜ່ວຍງານຊ່ວຍເຫຼືອເພື່ອມະນຸດສະທຳ ແລະ ປົກປ້ອງສັງຄົມຢູໂຣບ (ECHO) ໂດຍຜ່ານ ກົນໄກເຄື່ອງມືຂະໜາດນ້ອຍ.ອ່ານຕໍ່ ...

ເອກະພອນ ພູທອນສີ

ອົງການອາຫານໂລກ ຈັດສົ່ງເຂົ້າສານໄປໃຫ້ຊຸມຊົນທີ່ໄດ້ຮັບຜົນກະທົບຈາກນ້ຳຖ້ວມ

ວຽງຈັນ (ວຽງຈັນທາມສ໌/ANN) – ອົງການອາຫານໂລກ ສະຫະປະຊາຊາດ (WFP) ສະໜັບສະໜູນລັດຖະບານລາວ ໃນການຂົນສົ່ງແຈກຢາຍເຂົ້າສານ 500 ໂຕນທີ່ໄດ້ຮັບບໍລິຈາກຈາກເກົາຫຼີໃຕ້ ຜ່ານຄັງສຳຮອງເຂົ້າສຸກເສີນ ອາຊຽນບວກສາມ (APTERR).ເຂົ້າດັ່ງກ່າວ ແມ່ນສຳລັບຊ່ວຍເຫຼືອຟື້ນຟູຊຸມຊົນ ຈາກໄພນ້ຳຖ້ວມໃນຫ້າແຂວງພາກໃຕ້.ພິທີມອບຮັບການຊ່ວຍເຫຼືອດ້ານສະບຽງອາຫານດັ່ງກ່າວຈາກ APTERR ສຳລັບຊຸມຊົນທີ່ໄດ້ຮັບຜົນກະທົບ ໄດ້ຈັດຂຶ້ນທີ່ນະຄອນວຽງຈັນ ອາທິດແລ້ວນີ້.ອ່ານຕໍ່ ...

ໂຕະຂ່າວ

ສູນບໍລິຈາກເລືອດ ຮຽກຮ້ອງໃຫ້ຜູ້ໃຈບຸນເຂົ້າມາບໍລິຈາກ

ສູນບໍລິຈາກເລືອດ ສະພາກາແດງລາວ ຮຽກຮ້ອງໃຫ້ມະຫາຊົນເຂົ້າມາບໍລິຈາກເລືອດ ເພື່ອຕອບສະໜອງຕໍ່ຄວາມຕ້ອງການໃນການຖ່າຍເລືອດທີ່ເພີ່ມສູງຂຶ້ນໃນໂຮງໝໍຕ່າງໆ ທົ່ວປະເທດ.ໃນຊຸມປີຜ່ານມາ ທາງສູນໄດ້ຮັບບໍລິຈາກເລືອດໂດຍສະເລ່ຍ 55,000 ຕໍ່ປີ ແຕ່ວ່າປະຈຸບັນແມ່ນບໍ່ສາມາດຕອບສະໜອງຕໍ່ຄວາມຕ້ອງການໃນການນຳໃຊ້. ໃນຊ່ວງເຈັດເດືອນຂອງປີນີ້ ທາງສູນໄດ້ຮັບບໍລິຈາກເລືອດແລ້ວ 34,000 ຖົງຈາກຜູ້ບໍລິຈາກ ແລະ ໄດ້ຕັ້ງເປົ້າໝາຍໃຫ້ບັນລຸ 60,000 ຖົງພາຍໃນທ້າຍປີນີ້.ອ່ານຕໍ່ ...

ສັງຄົມໄຊ ບຸບຜານຸວົງ

ຈີນບໍລິຈາກເງິນ US$100,000 ໂດລາເພື່ອຊ່ວຍເຫຼືອບັນເທົາທຸກໄພນ້ຳຖ້ວມໃນຫົກແຂວງຂອງລາວ

(ຂປລ) ລັດຖະບານຈີນໄດ້ບໍລິຈາກເງິນ US$100,000 ໂດລາ ເພື່ອຊ່ວຍເຫຼືອພາລະກິດບັນເທົາທຸກ ແລະ ຟື້ນຟູຫຼັງໄພພິບັດ ຢູ່ແຂວງຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ອັດຕະປື ແລະ ຈຳປາສັກ ເຊິ່ງໄດ້ຮັບຜົນກະທົບຢ່າງໜັກຈາກໄພນ້ຳຖ້ວມ.ໄພນ້ຳຖ້ວມດັ່ງກ່າວແມ່ນເກີດຈາກພະຍຸຫຼາຍຫົວໄດ້ພັດເຂົ້າປະເທດລາວໃນຊ່ວງທ້າຍຂອງເດືອນສິງຫາເຖິງຕົ້ນເດືອນກັນຍາປີນີ້ ເຊິ່ງເປັນໄພພິບັດຄັ້ງຮ້າຍແຮງທີ່ສຸດຢູ່ໃນຫົກແຂວງພາກກາງ ແລະ ພາກໃຕ້ ນັບແຕ່ປີ 1978.ອ່ານຕໍ່ ...

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=48301

ເຂດເສດຖະກິດພິເສດສາມຫຼ່ຽມຄຳ ຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ເຂດເສດຖະກິດພິເສດສາມຫຼ່ຽມຄຳ ໄດ້ມອບເງິນ 3 ຕື້ກີບໃຫ້ແກ່ລັດຖະບານລາວ ເພື່ອຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມຢູ່ແຂວງພາກກາງ ແລະ ພາກໃຕ້ຂອງລາວ.ໃນວັນອັງຄານນີ້ ທ່ານ ຈຽວ ເວີຍ ປະທານເຂດເສດຖະກິດພິເສດສາມຫຼ່ຽມຄຳ ໄດ້ເຂົ້າມອບເງິນຊ່ວຍເຫຼືອດັ່ງກ່າວໃຫ້ແກ່ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/golden-triangle-sez-assists-flood-victims-laos-104462

ບໍລິສັດນ້ຳເທີນ 2 ຈະບໍລິຈາກເງິນ 1 ຕື້ ເພື່ອຊ່ວຍເຫຼືອບັນເທົາທຸກ, ຟື້ນຟູແຂວງທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ

(ຂປລ) ບໍລິສັດໄຟຟ້ານ້ຳເທີນ 2 ຈຳກັດ ໄດ້ໃຫ້ບໍລິຈາກເງິນໜຶ່ງຕື້ກີບ ເພື່ອຊ່ວຍເຫຼືອພາລະກິດບັນເທົາທຸກ ແລະ ຟື້ນຟູ ແຂວງທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຄື ແຂວງຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ອັດຕະປື ແລະ ຈຳປາສັກ.ໄພນ້ຳຖ້ວມດັ່ງກ່າວແມ່ນເກີດຈາກພະຍຸຫຼາຍຫົວ ທີ່ພັດເຂົ້າປະເທດລາວໃນທ້າຍເດືອນສິງຫາ ແລະ ຕົ້ນເດືອນກັນຍານີ້ ເຊິ່ງຮ້າຍແຮງກວ່າໝູ່ແມ່ນຢູ່ຫົກແຂວງພາກກາງ ແລະ ພາກໃຕ້ ນັບແຕ່ປີ 1978 ເປັນຕົ້ນມາ.ອ່ານຕໍ່ ...

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=48229

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

UJJPm
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!