ອົງການອາຫານໂລກ ຈັດສົ່ງເຂົ້າສານໄປໃຫ້ຊຸມຊົນທີ່ໄດ້ຮັບຜົນກະທົບຈາກນ້ຳຖ້ວມ

ວຽງຈັນ (ວຽງຈັນທາມສ໌/ANN) – ອົງການອາຫານໂລກ ສະຫະປະຊາຊາດ (WFP) ສະໜັບສະໜູນລັດຖະບານລາວ ໃນການຂົນສົ່ງແຈກຢາຍເຂົ້າສານ 500 ໂຕນທີ່ໄດ້ຮັບບໍລິຈາກຈາກເກົາຫຼີໃຕ້ ຜ່ານຄັງສຳຮອງເຂົ້າສຸກເສີນ ອາຊຽນບວກສາມ (APTERR).

ເຂົ້າດັ່ງກ່າວ ແມ່ນສຳລັບຊ່ວຍເຫຼືອຟື້ນຟູຊຸມຊົນ ຈາກໄພນ້ຳຖ້ວມໃນຫ້າແຂວງພາກໃຕ້.

ພິທີມອບຮັບການຊ່ວຍເຫຼືອດ້ານສະບຽງອາຫານດັ່ງກ່າວຈາກ APTERR ສຳລັບຊຸມຊົນທີ່ໄດ້ຮັບຜົນກະທົບ ໄດ້ຈັດຂຶ້ນທີ່ນະຄອນວຽງຈັນ ອາທິດແລ້ວນີ້.

ອ່ານຕໍ່…

ໂຕະຂ່າວ