ຊາວກະສິກອນທີ່ປະສົບໄພນ້ຳຖ້ວມ ໄດ້ຮັບການຊ່ວຍເຫຼືອທາງດ້ານເຂົ້າສານ

(ຂປລ) ຊາວກະສິກອນແຂວງສາລະວັນ ແລະ ເຊກອງ ທີ່ພືດຜົນໄດ້ຮັບຄວາມເສຍຫາຍຈາກໄພນ້ຳຖ້ວມໃນເດືອນກັນຍາທີ່ຜ່ານມາ ໄດ້ຮັບເຂົ້າສານ ແລະ ແນວພັນເຂົ້າ ພາຍໃຕ້ການຊ່ວຍເຫຼືອຂອງສອງບໍລິສັດພະລັງງານ.

ພິທີມອບຮັບການຊ່ວຍເຫຼືອດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 10 ທັນວາຜ່ານມານີ້ ຢູ່ແຂວງສາລະວັນ ແລະ ເຊກອງ.

ບໍລິສັດໄຟຟ້າ ເທີນ-ຫີນບູນ (THPC) ແລະ ຂາຫຸ້ນໃຫຍ່ຄື ບໍລິສັດໄຟຟ້າລາວ (EDL-Generation) ໄດ້ມອບເຂົ້າສານ 20 ກວ່າໂຕນ ແລະ ແນວພັນເຂົ້າ 10 ໂຕນ ໃຫ້ແກ່ອຳນາດການປົກຄອງແຕ່ລະແຂວງ, ຕາມການຄຳຂໍຂອງລັດຖະບານ ເພື່ອຊ່ວຍເຫຼືອໃນການຟື້ນຟູຊຸມຊົນທີ່ປະສົບໄພນ້ຳຖ້ວມ.

ອ່ານຕໍ່…

KPL News Desk