ໄພພິບັດ

ໄພນ້ຳຖ້ວມ

ມອບເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ແກ່ຄອບຄົວຜູ້ປະສົບໄພທີ່ອັດຕະປື

(ຂປລ) ໃນວັນອັງຄານຜ່ານມາ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ມອບສິ່ງຂອງຊ່ວຍເຫຼືອບັນເທົາທຸກທີ່ໄດ້ຮັບບໍລິຈາກຈາກພໍ່ແມ່ປະຊາຊົນ ແລະ ອົງການຈັດຕັ້ງທ້ອງຖິ່ນ ແລະ ສາກົນ ໃຫ້ແກ່ຄອບຄົວຜູ້ປະສົບໄພນ້ຳຖ້ວມທີ່ອັດຕະປື ກວ່າ 300 ຄອບຄົວ.ເຄື່ອງຊ່ວຍເຫຼືອດັ່ງກ່າວລວມມີ ເຄື່ອງໃຊ້ໃນຊີວິດປະຈຳວັນ ແລະ ອາຫານແຫ້ງ.ອ່ານຕໍ່ ...

ຂປລ

ຜູ້ປະສົບໄພນ້ຳຖ້ວມໃນລາວຜະເຊີນກັບໄຂ້ຍູງ ແລະ ການຂາດໂພຊະນາການ

ຫົກເດືອນຫຼັງຈາກສັນເຂື່ອນເຊປຽນ-ເຊນ້ຳນ້ອຍແຕກຢູ່ທາງພາກໃຕ້ຂອງລາວ ເຮັດໃຫ້ເກີດໄພນ້ຳຖ້ວມທຳລາຍເຮືອນຊານບ້ານຊ່ອງ, ປະຊາຊົນທີ່ລອດຊີວິດໃນປະຈຸບັນກຳລັງຜະເຊີນໄພຈາກພະຍາດໄຂ້ຍູງ ແລະ ພາວະທຸພະໂພຊະນາການ.ອ່ານຕໍ່ ...

PRATCH RUJIVANAROM 

ຜູ້ປະສົບໄພເຂື່ອນແຕກໃນລາວໄດ້ຮັບຄ່າທຳຂັວນ

ເງິນຈຳນວນ US$710,000 ໂດລາ (ກວ່າ 6 ຕື້ກີບ) ໄດ້ຮັບການເບີກຈ່າຍໃຫ້ແກ່ຄອບຄົວຜູ້ປະສົບໄພ 71 ຄົນທີ່ເສຍຊີວິດ ຫຼື ຍັງຄົງສູນຫາຍເນື່ອງຈາກເຫດສັນເຂື່ອນແຕກທີ່ເມືອງສະໜາມໄຊ ແຂວງອັດຕະປື.ຜູ້ປະສົບໄພຈຳນວນ 71 ຄົນດຈາກເຫດເສົ້າສະຫຼົດໃນເດືອນກໍລະກົດ 2018 ດັ່ງກ່າວລວມມີ 22 ຜູ້ສູນຫາຍ ແລະ 49 ຜູ້ເສຍຊີວິດ.ຄອບຄົວຂອງຜູ້ປະສົບເຄາະແຕ່ລະລາຍໄດ້ຮັບຄ່າທຳຂັວນຄອບຄົວລະ US$10,000 ໂດລາ ຕາມການແຈ້ງການຂອວສຳນັກງງານນາຍົກລັດຖະມົນຕີ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

Laos' dam disaster victims stare at uncertain future

Fears linger for livelihoods as new villages being built for Lao victims may not be suitable for agricultureTHE VICTIMS of the Xi Pian-Xe Namnoi Dam collapse may not be able to return to their normal lives any time soon because the locations of their new ...

Pratch Rujivanarom 

ລັດອະນຸມັດງົບປະມານພິເສດສຳລັບການຟື້ນຟູຈາກໄພນ້ຳຖ້ວມ

ລັດອະນຸມັດງົບປະມານພິເສດ 500 ຕື້ກີບ (58 ລ້ານໂດລາ) ເພື່ອປົວແປງພື້ນຖານໂຄງລ່າງສາທາລະນະທີ່ໄດ້ຮັບຄວາມເສຍຫາຍ ເນື່ອງຈາກໄພນ້ຳຖ້ວມປີກາຍນີ້, ເຊິ່ງໝາຍເຖິງພາລະກິດການຟື້ນຟູຈະສາມາດເລີ່ມລົງມືໃນໄວໆນີ້. ການອະນຸມັດແຜນງົບປະມານດັ່ງກ່າວແມ່ນຢູ່ໃນກອງປະຊຸມປະຈຳປີຂອງຂະແໜງການແຜນການ-ການເງິນ ຂອງກະຊວງແຜນການ ແລະ ການລົງທຶນ ເຊິ່ງຈັດຂຶ້ນໃນຕົ້ນອາທິດນີ້ ທີ່ນະຄອນວຽງຈັນ.ອ່ານຕໍ່  ...

ເອກະພອນ ພູທອນສີ

ເກີດໄພນ້ຳຖ້ວມໃນຫຼາຍບ້ານທີ່ແຂວງຜົ້ງສາລີ, ມີລາຍງານຄວາມເສຍຫາຍເລັກນ້ອຍ

(ຂປລ) ໄດ້ເກີດເຫດນ້ຳຖ້ວມກະທັນຫັນໃນເຂດບ້ານເຮືອນ ແລະ ພື້ນທີ່ກະສິກຳໃນຫຼາຍບ້ານທີ່ເມືອງບຸນເໜືອ ແລະ ເມືອງຜົ້ງສາລີ ແຂວງຜົ້ງສາລີໃນວັນທີ 8 ມັງກອນນີ້. ຕາມການປະເມີນເບື້ອງຕົ້ນຂອງອຳນາດການປົກຄອງທ້ອງຖິ່ນ ເຫັນວ່າສ້າງຄວາມເສຍຫາຍພຽງເລັກນ້ອຍ.ອ່ານຕໍ່ ...

ບັນນາທິການ ຂປລ

UN ປະກາດໃຫ້ທຶນຊ່ວຍເຫຼືອສຳລັບຜູ້ປະສົບໄພນ້ຳຖ້ວມໃນແຂວງຄຳມ່ວນ

ລາວໄດ້ຮັບທຶນຊ່ວຍເຫຼືອຈາກກອງທຶນຮັບມືເຫດສຸກເສີນສູນກາງຂອງອົງການສະຫະປະຊາຊາດ ເພື່ອຊ່ວຍເຫຼືອພາລະກິດເພື່ອມະນຸດສະທຳ ແລະ ການຮັບມືເຫດສຸກເສີນ ພາຍຫຼັງໄພນ້ຳຖ້ວມທີ່ຫາກໍ່ເກີດຂຶ້ນໃນໄລຍະຜ່ານມາໃນທົ່ວປະເທດ. ທຶນຊ່ວຍເຫຼືອລ້າຈຳນວນ 3.5 ລ້ານໂດລາສະຫະລັດນີ້ ຈະຖືກນຳໃຊ້ເຂົ້າໃນການຟື້ນຟູ ຫົກເມືອງຂອງແຂວງຄຳມ່ວນທີ່ໄດ້ຮັບຜົນກະທົບຮ້າຍແຮງ ຄື ເມືອງໜອງບົກ, ຫີນບູນ, ບົວລະພາ, ມະຫາໄຊ, ເຊບັ້ງໄຟ ແລະ ຍົມມະລາດ, ຕາມການລາຍງານຂອງຫ້ອງການອົງການ UNDP ໃນວັນຈັນແລ້ວນີ້.ອ່ານຕໍ່  ...

ບັນນາທິການວຽງຈັນທາມສ໌

ລັດຖະບານບໍ່ເຮັດຕາມສັນຍາໃນການຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມຈາກເຂື່ອນແຕກ

ຜູ້ລອດຊີວິດຈາກໄພພິບັດຈາກໂຄງການພະລັງງານໄຟຟ້ານ້ຳຕົກເຊປຽນ-ເຊນ້ຳນ້ອຍໃນເດືອນກໍລະກົດຜ່ານມາ ທີ່ຢູ່ແຂວງຈຳປາສັກ, ປະເທດລາວ ຍັງຄົງຮຽກຮ້ອງເງິນບັນເທົາທຸກຈາກລັດຖະບານທ້ອງຖິ່ນ ແລະ ສູນກາງ ຫຼັງຈາກທີ່ບໍ່ໄດ້ຮັບເງິນເບ້ຍລ້ຽງຕາມທີ່ໄດ້ຮັບສັນຍາມາເປັນເວລາສອງເດືອນ ຕາມການລາຍງານຂອງເຈົ້າໜ້າທີ່ທ້ອງຖິ່ນ.ສອງເດືອນກ່ອນ ລັດຖະບານໄດ້ຕົກລົງຈະຈ່າຍເບ້ຍລ້ຽງຈຳນວນ 12 ໂດລາຕໍ່ເດືອນໃຫ້ແກ່ຜູ້ປະສົບໄພຈາກເຂື່ອນແຕກ ເຊິ່ງໄດ້ທຳລາຍສູນເສຍທີ່ຢູ່ອາໄສ ແລະ ເຮັດໃຫ້ເກີດໄພນ້ຳຖ້ວມຄັ້ງຮ້າຍແຮງໃນປະມານ 12 ບ້ານໃນພື້ນທີ່ລຸ່ມນ້ຳແຂວງຈຳປາສັກ ແລະ ອັດຕະປື.ອ່ານຕໍ່ ...

Max Avary

ຜົນຜະລິດເຂົ້ານາປີຂອງລາວປີນີ້ຫຼຸດຄາດຍ້ອນໄພນ້ຳຖ້ວມ

ວຽງຈັນ, 9 ພະຈິກ (ຊິນຫົວ) — ການຜະລິດເຂົ້ານາປີໃນລາວຄາດວ່າຈະຫຼຸດລົງປະມານ 300,000 ໂຕນ ຫຼັງຈາກໃນປີນີ້ຫຼາຍພາກໃນລາວໄດ້ປະສົບກັບໄພນ້ຳຖ້ວມ.ລັດຖະບານລາວ ກໍຄືກະຊວງກະສິກຳ ແລະ ປ່າໄມ້ ໄດ້ສົ່ງເສີມໃຫ້ຊາວນາຜະລິດເຂົ້ານາປີໃຫ້ໄດ້ປະມານ 3.5 ລ້ານໂຕນໃນລະດູຝົນປີນີ້, ແຕ່ວ່າເຈົ້າໜ້າທີ່ກ່ຽວຂ້ອງຄາດວ່າການເກັບກ່ຽວເຂົ້າໃນລະດູການນີ້ຈະໄດ້ພຽງ 3.2 ລ້ານໂຕນ ຕາມການລາຍງານຂອງສຳນັກທ້ອງຖິ່ນອ່ານຕໍ່ ...

ຫຼຽງຢູ

ບໍລິສັດເກຍມໍເຕີ ເອເຊຍ ບໍລິຈາກ 100,000 ໂດລາເພື່ອຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມໃນລາວ

(ຂປລ) ບໍລິສັດເກຍມໍເຕີ ເອເຊຍ ຂອງສະທາລະນະລັດເກົາຫຼີ ບໍລິຈາກ 100,000 ໂດລາເພື່ອຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມໃນລາວ. ພິທີມອບເງິນຊ່ວຍເຫຼືອດັ່ງກ່າວແມ່ນຈັດຂຶ້ນທີ່ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ລະຫວ່າງທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ຄິມ ຮູກອນ ຜູ້ຈັດການໃຫຍ່-ບໍລິສັດເກຍມໍເຕີປະຈຳພາກພື້ນ ໃນວັນທີ 24 ຕຸລາ 2018 ທີ່ນະຄອນວຽງຈັນ.ອ່ານຕໍ່ ...

ຂປລ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

9zEGy
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!