ໄພພິບັດ

ໄພນ້ຳຖ້ວມ

ສັນເຂື່ອນແຕກ, ມາຮອດວັນພຸດນີ້ 3,000 ຄົນຍັງຄົງລໍຄອຍການຊ່ວຍເຫຼືອຈາກເຫດນ້ຳຖ້ວມ

ປະຊາຊົນກວ່າ 3,000 ຄົນຍັງລໍຄອຍການຊ່ວຍເຫຼືອຈາກເຫດອຸທຸກກະໄພທີ່ແຂວງອັດຕະປື ຕາມການລາຍງານຂອງເຈົ້າເມືອງສະໜາມໄຊ ເວລາ 10:30 ຕອນເຊົ້າມື້ນີ້. ທ່ານຍັງໄດ້ກ່າວຕື່ມວ່າ ຕັ້ງແຕ່ມື້ວານນີ້ຈົນເຖິງມື້ເຊົ້ານີ້ຜູ້ປະສົບເຄາະຈຳນວນ 2,851 ຄົນໄດ້ຮັບການຊ່ວຍເຫຼືອແລ້ວຈາກຈຸດຕ່າງໆທີ່ເມືອງສະໜາມໄຊ ແຂວງອັດຕະປື.ອ່ານຕໍ່ ...

ສຸກນິລັນດອນ ສຸດທິວົງນໍລາດ

ນາຍົກງົດກອງປະຊຸມປະຈຳເດືອນ, ນຳພາຄະນະລັດຖະບານຕິດຕາມໄພນ້ຳຖ້ວມທີ່ສະໜາມໄຊ

(ຂປລ) ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ສັ່ງງົດກອງປະຊຸມປະຈຳເດືອນຕາມແຜນຂອງລັດຖະບານສຳລັບເດືອນສິງຫາ ແລະ ນຳພາສະມາຊິກຄະນະລັດຖະບານ ແລະ ພະນັກງານການນຳ ເດີນທາງໄປເມືອງສະໜາມໄຊ ເພື່ອຕິດຕາມພາລະກິດກູ້ໄພ ແລະ ບັນເທົາທຸກສຳລັບຜູ້ປະສົບເຄາະຈາກໄພນ້ຳຖ້ວມ. ການພັງທະລາຍຂອງສັນເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍໃນວັນຈັນນີ້ ໄດ້ເຮັດໃຫ້ເກີດນ້ຳຖ້ວມກະທັນຫັນໃນຫົກບ້ານຂອງເມືອງສະໜາມໄຊ ຄື ບ້ານໃຫຍ່ແທ້, ບ້ານຫີນລາດ, ບ້ານໃໝ່, ບ້ານທ່າແສງຈັນ ແລະ ບ້ານສະໝອງ. ເຊິ່ງບ້ານຫີນລາດ ແລະ ບ້ານໃໝ່ໄດ້ຮັບຜົນກະທົບໜັກກວ່າໝູ່.ອ່ານຕໍ່ ...

ຂປລ

ສັນຄູກັ້ນນ້ຳເຂື່ອນເຊປຽນແຕກສົ່ງຜົນເສຍຫາຍມະຫາສານ

ອຳນາດການປົກຄອງແຂວງອັດຕະປືຢືນຢັນຢ່າງເປັນທາງການໃນວານນີ້ວ່າສັນຄູກັ້ນນ້ຳເຂື່ອນເຊປຽນໄດ້ພັງທະລາຍລົງ, ສົ່ງຜົນໃຫ້ນ້ຳຫຼາຍລ້ານໂຕນໄຫຼຖ້ວມພື້ນທີ່ໃກ້ຄຽງ ແລະ ສ້າງຜົນເສຍຫາຍໃນວົງກວ້າງ.ອ່ານຕໍ່ ...

ເດິລາວທຽນທາມສ໌

ນ້ຳຖ້ວມກະທັນຫັນສົ່ງຜົນໃຫ້ມີຜູ້ເສຍຊີວິດໜຶ່ງລາຍ ແລະ ບ້ານເຮືອນ, ທີ່ດິນທຳການຜະລິດເສຍຫາຍ

ນ້ຳຖ້ວມກະທັນຫັນເຮັດໃຫ້ມີຜູ້ເສຍຊີວິດຢ່າງງໜ້ອຍໜຶ່ງຄົນໃນໃຈກາງແຂວງບໍລິຄຳໄຊ ແລະ ສ້າງຄວາມເສຍຫາຍໃຫ້ແກ່ບ້ານເຮືອນ, ພື້ນຖານໂຄງລ່າງ ເຊັ່ນ ຖະໜົນ ແລະ ນ້ຳຖ້ວມພື້ນທີ່ກະສິກຳຫຼາຍຮ້ອຍເຮັກຕາໃນຫຼາຍແຂວງ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ເຕືອນປະຊາຊົນໃຫ້ລະວັງໄພນ້ຳຖ້ວມຈາກພະຍຸລະດູຮ້ອນທີ່ກະໜ່ຳແຂວງຕ່າງໆ

ອຳນາດການປົກຄອງແຂວງຄຳມ່ວນ ແລະ ບໍລິຄຳໄຊໄດ້ແຈ້ງເຕືອນປະຊາຊົນທີ່ອາໄສຢູ່ລຽບແຄມແມ່ນ້ຳ ໃຫ້ມີສະຕິລະວັງຕົວຕໍ່ໄພນ້ຳຖ້ວມທີ່ອາດເກີດຂຶ້ນ ຫຼັງຈາກທີ່ພະຍຸລະດູຮ້ອນຊອນຕີນພັດເຂົ້າພາກເໜືອ ແລະ ພາກກາງຂອງລາວໃນອາທິດນີ້. ແມ່ນ້ຳເຊບັ້ງໄຟໄດ້ມີລະດັບນ້ຳຂຶ້ນສູງກ່ວາຂີດອັນຕະລາຍຕັ້ງແຕ່ວັນພຸດ (18 ກໍລະກົດ) ທີ່ຜ່ານມາອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ທີ່ຢູ່ອາໄສ ແລະ ຊັບສິນຖືກເສຍຫາຍຍ້ອນຝົນຕົກໜັກໃນແຂວງສະຫວັນນະເຂດ

ຕາມການລາຍງານຂອງເຈົ້າໜ້າທີ່, ປະລິມານຝົນທີ່ຕົກໜັກໃນຕົວເມືອງສະຫວັນນະເຂດ ແລະ ອ້ອມຮອບເຮັດໃຫ້ເກີດໄພນ້ຳຖ້ວມຢູ່ແຂວງດັ່ງກ່າວ ແລະ ສ້າງຄວາມເສຍຫາຍໃຫ້ແກ່ຫຼາຍຮ້ອຍຫຼັງຄາເຮືອນໃນນະຄອນໄກສອນ ພົມວິຫານ.ອ່ານຕໍ່ ...

ສຸກນິລັນດອນ ສຸດທິວົງນໍລາດ

ອຸຕຸນິຍົມເຕືອນລະວັງນ້ຳຖ້ວມກະທັນຫັນ

ອຳນາດການປົກຄອງໄດ້ອອກແຈ້ງການເຕືອນໃຫ້ເຂດຕ່າງໆຕິດຕາມພະຍາກອນອາກາດຢ່າງໃກ້ຊິດ ແລະ ເຝົ້າລະວັງໄພນ້ຳຖ້ວມກະທັນຫັນຈາກຝົນຕົກໜັກ ເລີ່ມຈາກວານນີ້. ໃນນີ້ລວມມີ ບາງເຂດໃນວຽງຈັນ, ແຂວງຫົວພັນ, ຊຽງຂວາງ, ຫຼວງພະບາງ, ໄຊຍະບູລີ, ໄຊສົມບູນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ຈຳປາສັກ, ສາລະວັນ, ເຊກອງ ແລະ ອັດຕະປື.ອ່ານຕໍ່ ...

ວຽງຈັນທາມສ໌

ລະດັບນ້ຳຖ້ວມທີ່ຜົ້ງສາລີຫຼຸດຜ່ອນ, ການຊ່ວຍເຫຼືອໄດ້ດຳເນີນ

ປະຊາຊົນເມືອງຂົວ ແລະ ເມືອງຍອດອູ ແຂວງຜົ້ງສາລີ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ເຫັນວ່າລະດັບນ້ຳຫຼຸດລົງ ເຜີຍໂສມວຽກງານອະນາໄມພື້ນທີ່ທີ່ຕ້ອງປະຕິບັດ. ເຈົ້າໜ້າທີ່ຮັບຜິດຊອບໄດ້ກ່າວວ່າ ປະຈຸບັນຜູ້ປະສົບໄພນ້ຳຖ້ວມໄດ້ຮັບການຊ່ວຍເຫຼືອຈາກອຳນາດການປົກຄອງແຂວງ.ອ່ານຕໍ່ ...

ວຽງຈັນທາມສ໌

ເມືອງຍອດອູ ໄດ້ຮັບຜົນກະທົບຈາກນໍ້າຖ້ວມ, ເສັ້ນທາງ ແລະ ຂົວເປ່ເພ່

ຈາກສະພາບຝົນຕົກແຮງທີ່ແຂວງຜົ້ງສາລີ ໃນລະຫວ່າງວັນທີ 24-25 ມິຖຸນາ 2018 ຜ່ານມາ ເຮັດໃຫ້ເກີດນ້ຳຖ້ວມເປັນບໍລິເວນກວ້າງທີ່ເມືອງຍອດອູ ກວມເນື້ອທີ່ 594.28 ເຮັກຕາ, ມີເສັ້ນທາງ ແລະ ຂົວຈຳນວນໜຶ່ງເປ່ເພ່.ຈາກລາຍງານເລື່ອງຜົນກະທົບໄພພິບັດນ້ຳຖ້ວມເນື້ອທີ່ນາ, ສວນສາລີ ແລະ ຜົນລະປູກ ຂອງປະຊາຊົນຢູ່ເມືອງຍອດອູ ແຂວງຜົ້ງສາລີ ຄັ້ງວັນທີ 25 ມິຖຸນາ 2018 ແລະ ອີງໃສ່ການລົງເກັບກຳຂໍ້ມູນຕົວຈິງຂອງທີມງານແຂວງ ແລະ ເມືອງຍອດອູ ຄັ້ງວັນທີ 26 ມິຖຸນາ 2018 ໃຫ້ຮູ້ວ່າ: ທົ່ວເມືອງມີນໍ້າຖ້ວມທັງໝົດ 594.28 ເຮັກຕາ, ໃນນີ້ມີເນື້ອທີ່ນາທັງໝົດ 367.58 ເຮັກຕາ, ມີຂົວຖືກເຊາະເຈື່ອນ 2 ແຫ່ງ (ຂົວນ້ຳແດງ ແລະ ຂົວຫ້ວຍລິ່ງ).ອ່ານຕໍ່ ...

ລາວອີໂຄໂນມິກເດລີ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

n4dLr
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!