ເມືອງຍອດອູ ໄດ້ຮັບຜົນກະທົບຈາກນໍ້າຖ້ວມ, ເສັ້ນທາງ ແລະ ຂົວເປ່ເພ່

ຈາກສະພາບຝົນຕົກແຮງທີ່ແຂວງຜົ້ງສາລີ ໃນລະຫວ່າງວັນທີ 24-25 ມິຖຸນາ 2018 ຜ່ານມາ ເຮັດໃຫ້ເກີດນ້ຳຖ້ວມເປັນບໍລິເວນກວ້າງທີ່ເມືອງຍອດອູ ກວມເນື້ອທີ່ 594.28 ເຮັກຕາ, ມີເສັ້ນທາງ ແລະ ຂົວຈຳນວນໜຶ່ງເປ່ເພ່.

ຈາກລາຍງານເລື່ອງຜົນກະທົບໄພພິບັດນ້ຳຖ້ວມເນື້ອທີ່ນາ, ສວນສາລີ ແລະ ຜົນລະປູກ ຂອງປະຊາຊົນຢູ່ເມືອງຍອດອູ ແຂວງຜົ້ງສາລີ ຄັ້ງວັນທີ 25 ມິຖຸນາ 2018 ແລະ ອີງໃສ່ການລົງເກັບກຳຂໍ້ມູນຕົວຈິງຂອງທີມງານແຂວງ ແລະ ເມືອງຍອດອູ ຄັ້ງວັນທີ 26 ມິຖຸນາ 2018 ໃຫ້ຮູ້ວ່າ: ທົ່ວເມືອງມີນໍ້າຖ້ວມທັງໝົດ 594.28 ເຮັກຕາ, ໃນນີ້ມີເນື້ອທີ່ນາທັງໝົດ 367.58 ເຮັກຕາ, ມີຂົວຖືກເຊາະເຈື່ອນ 2 ແຫ່ງ (ຂົວນ້ຳແດງ ແລະ ຂົວຫ້ວຍລິ່ງ).

ອ່ານຕໍ່…

ລາວອີໂຄໂນມິກເດລີ